ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດຣ. ບຸນສັງຄໍາແກ້ວ ອະດີດນັກໂທດການເມືອງ
Anonymous

Date:
ດຣ. ບຸນສັງຄໍາແກ້ວ ອະດີດນັກໂທດການເມືອງ
Permalink   
 


ດຣ. ບຸນສັງຄໍາແກ້ວ ອະດີດນັກໂທດການເມືອງ

ໃນອາທິດ ນີ້ ທີ່ ເມືອງ Wausau ຣັຖ Wisconsin ສະຫະຣັຖ ອະເມຣິກາ ອະດີດ ນັກໂທດ ການເມືອງລາວ ທີ່ຖືກ ຣັຖບານ ຄອມມິວນິສ ລາວ ຈັບຂັງ ຄຸກ ເຖີງ 8 ປີ ຈະໄປກ່າວ ບັລຍາຍ ກ່ຽວກັບ ປະສົພການ ໃນຫ້ອງ ຄຸມຂັງ.

F-Bounsang-Khamkeo.jpg

Dr.Bounsang Khamkeo

ດຣ.ບຸນສັງ ຄໍາແກ້ວ ອະດີດ ນັກໂທດ ການເມືອງລາວ

ດຣ ບຸນສັງ ຄໍາແກ້ວ ຈະໄປກ່າວ ບັລຍາຍ ໃນມື້ ວັນພຸດ ທີ 2 ພຶສຈິກາ 2011 ທີ່ ມະຫາວິທຍາໄລ Wisconsin ຫລັງຈາກ ທີ່ ນັກສຶກສາ ລາວມົ້ງ-ອະເມຣິກັນ ນາງ ກາໂລ ໄດ້ ຄົ້ນຄວ້າ ເຣື່ອງ ເບື້ອງຫລັງ ວັທນະທັມ ແລະ ນາງໄດ້ອ່ານ ພໍ້ຂໍ້ມູນ ຂອງ ດຣ. ບຸນສັງ ຄໍາແກ້ວ ທາງ ເວັບໄຊ.

ດຣ. ບຸນສັງ ຄໍາແກ້ວ ເປັນ ພນັກງານ ຂ້າຣາຊການ ລາວ ໃນຊຸມ ປີ 1970 ແລະ ໄດ້ເຮັດວຽກ ໃຫ້ ຣັຖບານ ຄອມມິວນິສ ລາວ ເມື່ອ ຄອມມິວນິສ ປະເທດລາວ ໄດ້ເລີ້ມ ກໍາອໍານາດ, ທ່ານ ໄດ້ຖືກຈັບ ຂັງຄຸກ ໃນ ປີ 1981 ຫາ 1988 ພາຍຫລັງ ທີ່ໄດ້ ຕໍານິ ຕິຕຽນ ການສໍ້ຣາສ ບັງຫລວງ ໃນລາວ ຊື່ງທ່ານ ໄດ້ເຫັນ ຢ່າງປະຈັກ ໃນສາຍຕາ.

ນາງ ກາໂລ ໄດ້ອ່ານ ບົດຂຽນ “I Little Slave” ຂອງ ດຣ. ບຸນສັງ ໃນເວລາ ທີ່ນາງ ຊອກຫາ ຂໍ້ມູນ ກ່ຽວກັບ ເຫດການ ທີ່ເກີດຂຶ້ນ ກັບ ຊາວມົ້ງລາວ ໃນສມັຍ “ສົງຄາມລັບ” ທີ່ ຊາວມົ້ງລາວ ໄດ້ຊ່ວຍ ສູ້ຮົບ ຕ້ານ ຄອມມິວນິສ ໃນປາງ ສົງຄາມ ວຽດນາມ. ນາງ ກາໂລ ເຫັນວ່າ ຂໍ້ຄິດເຫັນ ຂອງ ດຣ. ບຸນສັງ ເປັນໜ້າ ສົນໃຈ ທີ່ສຸດ.

ນາງ ກາໂລ ເວົ້າວ່າ ຢູ່ ເມືອງ Wausau ຣັຖ Wisconsin ນີ້ ພວກເຮົາ ໄດ້ຍິນ ຫລາຍເຣື້ອງ ຫລາຍລາວ ກ່ຽວກັບ ຊາວມົ້ງ ໃນສມັຍ “ສົງຄາມລັບ” ແຕ່ ພວກເຮົາ ບໍ່ໄດ້ຍິນ ຈາກຄວາມຄິດ ຄວາມເຫັນ ຂອງ ຄົນລາວ ເລີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard