ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດຣ.ຄໍາເຜີຍ ປານມະໄລທອງ ຕົກຕໍາແໜ່ງ
Anonymous

Date:
ດຣ.ຄໍາເຜີຍ ປານມະໄລທອງ ຕົກຕໍາແໜ່ງ
Permalink   
 
ດຣ.ຄໍາເຜີຍ ປານມະໄລທອງ ຕົກຕໍາແໜ່ງ

f-khampheuy-panmalaythong

ທາງຄນະກັມກາຣ ພັກ-ຣັຖ ສປປລາວ ໄດ້ມີມະຕິ ໃນວັນທີ່ 23 ພຶສພາ 2012 ນີ້ ໃຫ້ລົງວິນັຍ ດຣ. ຄໍາເຜີຍ ປານມະໄລທອງ ດ້ວຍກາຣ ປົດຕໍາແໜ່ງ ໜ້າທີ່ ຈາກກາຣເປັນ ຫົວໜ້າ ສະຖາບັນ ວິທຍາສາຕ-ສັງຄົມ ແຫ່ງຊາຕ ແຕ່ຍັງໃຫ້ ຮັກສາ ຕໍາແໜ່ງ ຜູ້ແທນ ຣາສດອນ ສະພາແຫ່ງຊາຕ ເຂຕ I ນະຄອນຫລວງ ວຽງຈັນ ຢູ່ຕາມເດີມ. ການປົດຕໍາແໜ່ງ ໃນເທື່ອນີ້ ກໍຍ້ອນ ດຣ.ຄໍາເຜີຍ ໄດ້ສເນີຢູ່ ກອງປະຊຸມ ສະພາແຫ່ງຊາຕ ໃນປີຜ່ານມາ ໃຫ້ມີກາຣ ປັບປຸງ ຣະບົບ ກາຣປົກຄອງ ໃນລາວ ໃຫ້ເຂົ້າກັບ ສະພາບກາຣ ເພື່ອຄວາມເຈຣີນ ກ້າວໜ້າ ແທນທີ່ຈະ ປະຕິບັຕ ຕາມທິສດີ ຂອງຕ່າງຊາຕ ໃນສມັຍ ກ່ອນໆພຸ້ນ. ດັ່ງເຈົ້າໜ້າທີ່ ຣະດັບສູງ ຂອງລາວ ທີ່ບໍ່ປະສົງ ອອກຊື່ ທ່ານໜຶ່ງ ໄດ້ກ່າວວ່າ:

"ເປັນແນວນີ້ ພັກດຽວ ຫລາຍພັກ (ຈັງ) ສິນ໋າ ກໍຣະນີ ບ່ອນວ່າ ອັນໜຶ່ງ ກໍແມ່ນວ່າ ທິສດີ ມາຣ໌ຄ-ເລນີນ ນີ້ ມັນພົ້ນສມັຍ ລັກສນະນັ້ນ ເພາະວ່າ ພັກນີ້ມັນຕ້ອງ ອີງໃສ່ ຕົວນັ້ນ ເປັນຫລັກເດເນາະ! ເພີ່ນກໍ ລົງວິນັຍ ກໍມີແຕ່ວ່າ ບໍ່ໄດ້ໃຫ້ ເປັນຫົວໜ້າ ສະຖາບັນ ຫັ້ນ ໄປຣະຍະໜຶ່ງ".

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບ ຣະຍະເວລາ ຂອງ ກາຣລົງວິນັຍ ນັ້ນກໍຍັງ ບໍ່ທັນຮູ້ວ່າ ຈະສິ້ນສຸດລົງ ໃນເມື່ອໃດ ກັນແທ້? ຊື່ງໃນ ຣະຫວ່າງນີ້ ຜູ້ກ່ຽວ ກໍຕ້ອງໄດ້ ສ້າງຜົລງານ ໃຫ້ດີ ເພື່ອຈະໄດ້ ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກພັກ-ຣັຖ.

ສໍາຫລັບ ກາຣສເນີ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ໃນເດືອນ ມີຖຸນາ 2011 ຜ່ານມານັ້ນ ດຣ.ຄຳເຜີຍ ໄດ້ເນັ້ນເຣື່ອງ ຂອງ ກາຣປົກຄອງທີ່ "ລາວ" ຄວນມີ ນະໂຍບາຍ ແລະແນວທາງ ເປັນຂອງ ຕົນເອງ ດັ່ງທີ່ທ່ານ ໄດ້ເວົ້າ ໃນຕອນໜຶ່ງວ່າ:

"ເຮົາເຮັດສຶກສາ ໃຫ້ຄົນ ມີຄ່ານິຍົມ ບໍ່ຖືກ ຄັນເວົ້າ ຈົງຮັກພັກດີ ຕໍ່ລັທທິນັ້ນ ລັທທິນີ້ ແມ່ນກາຣເມືອງ ໜັກແໜ້ນ ແຕ່ວ່າ ລັທທິ ນັ້ນແມ່ນອີຫຍັງ ຕົວຢ່າງ ລັທທິ ມາຣ໌ຄ ເລນິນ ກໍເປັນແນວຄິດ ຂອງທ່ານ ມາຣ໌ ເລນິນ ເພິ່ນສ້າງ ສັງຄົມນິຍົມ ຢູ່ຢູໂຣປພູ້ນ ໃນສັຕວັຕທີ່ 19 ເຮົາສ້າງ ສັງຄົມນິຍົມ ສ້າງຢູ່ບ້ານເຮົາ ຄົນລາວ ສັງຄົມລາວ ເປັນຫຍັງ ຈະຕ້ອງເອົາ ແນວທາງ ກາຣເມືອງ ຂອງ ຜູ້ນັ້ນ ມາເປັນພື້ນຖານ ແນວທາງ ກາຣດຳເນີນ ຂອງເຮົາ?"

ເຖີງຢ່າງໃດ ກໍຕາມ ນັກວິຈາຣ ກາຣເມືອງ ໃນລາວ ເວົ້າວ່າ ໃນສັງຄົມລາວ ທຸກມື້ນີ້ ເຖີງຈະມີ ກາຣພັທນາ ດ້ານເສຖກິຈ ແລະ ສັງຄົມ ແດ່ແລ້ວກໍຕາມ ແຕ່ທາງດ້ານ ແນວຄິດນັ້ນ ຍັງມີກາຣ ຈຳກັດຂອບເຂຕ ໂດຽທີ່ພວກກຳ ອຳນາຈ ຈະບໍ່ຍອມ ຮັບຟັງຄຳເຫັນ ຂອງຜູ້ອື່ນ ແຕ່ຢ່່າງໃດ ແລະ ຖືວ່າເປັນ ຄຳເຫັນ ທີ່ຂັດແຍ່ງ ຂອງກຸ່ມຄົນບໍ່ດີ ທັ້ງນັ້ນ.

__________________

Member

Status: Offline
Posts: 11
Date:
Permalink   
 
ນ່າເຫັນໃຈທ່ານ ດຣ ຄຳເຜີຍ ທີ່ສຸດ, ຖ້າອີງໃສ່ກົດລະບຽບຂອງພັກກໍ່ເຫັນວ່າມັນຜິດແທ້ ແຕ່ສຳຄັນຢູ່ບ່ອນວ່າ ກົດລະບຽບນັ້ນກໍ່ແມ່ນຄົນບໍ່ພໍເທົ້າໄດຄົນເປັນຄົນກຳນົດຂື້ນມາ ໂດບປວງຊົນລາວທັງຊາດບໍ່ມີສ່ວນຮ່ວມນຳເລຍ  ຈະຮັບຮອງວ່າກົດລະບຽບນັ້ນຖືກຕ້ອງສົມບູນໝົດທຸກຢ່າງໄດ້ແນວໄດ ທີ່ສຳຄັນຍັງເປັນສິ່ງແຕະຕ້ອງບໍ່ໄດ້ ອັນນີ້ເຫັນວ່າຜະເດັດການຢ່າງຮ້າຍແຮງກໍ່ວ່າໄດ້.

ຢ່າງໄດ້ກໍ່ຕາມເຊື່ອວ່າຄົນຢ່າງ ທ່ານ ດຣ ຄຳເຜີຍ ປານມະໄລທອງ ຈະບໍ່ມີວັນຕາຍ. ສັງຄົມຈະເປັນຜູ້ຕັດສິນເອງ ວ່າທ່ານຖືກຫຼືຜິດ ຄວາມຄິດຂອງທ່ານນ່າສັນລະເສີນ ແລະຍົກຍ້ອງທີ່ສຸດ ຫາກວັນນີ້ຖືກປະຕິເສດ ວັນນື່ງຂ້າງໜ້າຈະເປັນປະໂຫຽດຢ່າງຍິ່ງຕໍ່ການພັທະນາຊາດລາວໃຫ້ມີຄວາມຈະເລີນສີວິໄລ ຍຸດຕິທຳ ແລະຄວາມສະເໝີພາກທີ່ແທ້ຈິງໃນສັງຄົມ.

ຂໍເປັນກຳລັງໃຈໃຫ້ທ່ານຈົ່ງສູ້ຕໍ່ໄປ ເຊື່ອວ່າມີຄົນລາວບໍ່ໜ້ອຍທີ່ເປັນກຳລັງ ແລະຢູ່ຄຽງຂ້າງທ່ານສະເໝີ. 

ມີໃຜຮູ້  E mail ຂອງທ່ານບໍ່ ແຈ້ງໃຫ້ແດ່?

ຂອບໃຈ!!!!!!!!  

__________________
Anonymous

Date:
Permalink   
 
ຂ້ອຍ ຄິດວ່າ ຄວາມຄິດຂອງ ທ່ານ ດຣ.ຄໍາເຜີຍ ຖືກຕ້ອງ ທີ່ຈະປ່ຽນການປົກຄອງໃຫ້ສອດຄ່ອງຕາມຢົກຕາມສະໃໜອັນໃດ ພໍປ່ຽນກໍ່ປ່ຽນ ອັນໃດທີ່ດີກໍ່ເອົາມາປັບປຸງກັນເຮັດໃຫ້ສັງຄົມມັນຈະເລີນ ກ້າວໜ້າໃຫ້ທັນຢົກທັນສະໃໜ ຄົນລາວເຮົາດຽວນີ້ກໍ່ມີຄົນເກັ່ງໆຕັ້ງຫລາຍ ທີ່ມີຄວາມຄິດດີໆ ແລະ ສ້າງສັນ ຄືບໍ່ຢົກປະເດັນຂື້ນມາແລ້ວປືກສາຫາລືກັນເຫັນດີເຫັນພ້ອມກັນ ອັນນີ້ຈື່ແມ່ນລະບອບປະຊາຕິປະໄຕ ບໍ່ແມ່ນໃປຍຶດໝັ້ນເອົາແຕ່ສິ່ງເກົ່າ 1000 ປີຢູ່ຫັ້ນ ເຂົາໄປຮອດເດືອນຮອດດາວແລ້ວ

__________________
Anonymous

Date:
Permalink   
 
ລະບອບຄມນຜະເດັດການຕ້ອງດັບສູນແລະຈູດເຜົາມັນ

ໄວໄດ້ເທົ່າໃດແຫ່ງດີ,ຖ້າປະໄວ້ດົນໄປບ້ານເມືອງແຫ່ງຈະ

ຈິບຫາຍວາຍວອດ.ພວກລາວແດງມັນຮັກສາລະບອບ

ນີ້ໄວ້ເພື່ອຜົນປະໂຫຍດສ່ວນຕົວຂອງພວກມັນເທົ່ານັ້ນ

ສ່ວນປະຊາຊົນແມ່ນບໍ່ໄດ້ຮັບຜົນຫຍັງຫມົດ.ກົດຫມາຍ

ທີ່ມັນແຕ່ງຕັ້ງອອກມານັ້ນແມ່ນໄວ້ປົກປ້ອງສິດແລະ

ຜົນປະໂຫຍດສ່ວນຕົວຂອງພວກມັນເທົ່ານັ້ນ.ດຣຄໍາ

ເຜີຍອອກຄວາມເຫັນໃນກອງປະຊຸມສະພາປີ2011ນັ້ນ

ແມ່ນມີເຫດຜົນໂດຍເອົາຄວາມຈິງມາອ້າງອີງ,ແຕ່

ຄວາມຈິງເຫລົ່ານັ້ນພວກເຂົາຖືວ່າເປັນການຕ້ານຕໍ່

ລະບອບຜະເດັດການ.ພວກເຮົາພີ່ນອ້ງລາວທີ່ຮັກຫອມ

ປະຊາທິປະໃຕແລະຮັກຫອມຄວາມເປັນທັມຈົ່ງຈັບມືຖື

ແຂນກັນປັດເຂັ່ຽແລະທັບມ້າງລະບອບຄມນຜະເດັດ

ການໃຫ້ມັນຈິບຫາຍວາຍວອດຈາກຜືນແຜ່ນດິນລາວ

ນີ້ໄປຢ່າງຊິ້ນເຊີງ.

__________________
ຄົນຕິດດິນ

Date:
Permalink   
 
ຄວາມຮູ້ຖ້ວມຫົວ ແຕ່ເອົາຕົວບໍ່ລອດ. ບໍ່ສາມາດເອົາຄວາມຮູ້ມາສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ, ພ້ອມກັນນັ້ນ ກໍຍັງສະແດງຕົວວ່າຕົນມີຄວາມຮູ້ເໜືອຜູ້ອື່ນ. ເປັນຄົນຍ່າງບໍ່ຕິດດິນ ມັກເຮັດວຽກແຕ່ຢູ່ໃນຫ້ອງແອ ແຕ່ມີຄວາມມັກໃຫຍ່ໃຝ່ສູງ ບໍ່ຍອມຟັງສຽງມະຫາຊົນ. ພ້ອມກັນນັ້ນ ກໍໝິ່ນປະໝາດທິດສະດີທີ່ພາໃຫ້ຕົນໄດ້ກ້າວຈົນເກືອບຈຸດສຸດຍອດແລ້ວ ແຕ່ເສືອກເນລະຄຸນ ກໍເລີຍຕ້ອງມື່ນພະລາດລົ້ມຈາກຕັ່ງທີ່ຕົນເຄີຍນັ່ງ! ໜ້າສົງສານຄົນທີ່ລືມທີ່ມາຂອງຕົນ ແລະໄປໃຝ່ຝັນນຳທິດສະດີພະເຈົ້າເປັນຜູ້ສ້າງມະນຸດ ໂດຍຫຼົງລືມທິດສະດີດັກວິນທີ່ວ່າມະນຸດມາຈາກທະນີຄົນ... ເສຍໃຈນຳດ້ວຍ ທີ່ ດຣ. ຕ້ອງຕົກຈາກຕຳແໜ່ງ.

__________________

Member

Status: Offline
Posts: 11
Date:
Permalink   
 
ຢ້ານບ້ານເມືອງ ລຸກເປັນ  ໄຟ!!!!!!!

__________________

Member

Status: Offline
Posts: 11
Date:
Permalink   
 
ຄົນຕິດດິນ wrote:

 ເຊື່ອວ່າຄົນຢ່າງທ່ານຄຳເຜີຍຈະບໍ່ມີວັນຕາຍ ທ່ານຄິດຮອບຄອບ ແລະມີແຜນຮອງຮັບໄວ້ແລ້ວ....

ນາຍົກລັດຖະມົນຕີລາວຄົນຕໍ່ໄປຄື ດຣ ຄຳເຜີຍປານມະໄລທອງ.

__________________
Anonymous

Date:
Permalink   
 
ການເສັຍຕຳແໜ່ງ  ຂອງດຣ.ຄຳເຜີຍ  ບໍ່ໄດ້ຫມາຍຄວາມວ່າ  ເສັຍລົດນິຍົມຂອງຄົນຢູ່ໃນແຫ່ງຄວາມກວ້າໜ້າ.  ທ່ານບໍ່ໄດ້ເປັນຄົນເຫັນແກ່ຕົວ  ທ່ານເຮັດຖືກແລ້ວ.

__________________
Anonymous

Date:
Permalink   
 
ຄົນລາວເອງກະເບື່ອໜ່າຍລະບອບ ຄມນ ນີ້ຄືກັນ ບັນດາພະນັກງານໃນລະບອບນີ້ຍິ່ງມີຄວາມເບື່ອໜ່າຍຫຼາຍກ່ວາໝູ່ໝົດ

ແຕ່ກະເຮັດຫຍັງຫຼາຍບໍ່ໄດ້ ຄືທ່ານ ດຣ ເພີ່ນໄດ້ກ່າວໃນສະພາຫັ້ນລະ ຄັນມີຄໍາເຫັນເພີ່ກະວ່າຕໍ່ຕ້ານ

ຄັນຖືກຕໍ່ຕ້ານ ການດໍາລົງຊີວິດຍິ່ງຄວາມຍຸ້ງຍາກ

ຢາກປ່ຽນແປງຈົນໃຈຊິຂາດແລ້ວ ແຕ່ບໍ່ຮູ້ຈະປະກອບສ່ວນແນວໃດດີ

__________________

Member

Status: Offline
Posts: 11
Date:
Permalink   
 
Anonymous wrote:

 Comment ຂອງທ່ານ ກໍ່ເປັນການປະກອບສ່ວນອັນໃຫຍ່ຫຼວງແລ້ວ ທີ່ຈະພາປະເທດຊາດປ່ຽນແປງໄປສູ່ເສຣີປະຊາທິປະໄຕ

__________________
Anonymous

Date:
Permalink   
 
ທ່ານນາງ Maria Otero ໄດ້ເວົ້າເລື້ອງທ່ານຄໍາເຜີຍ ທ່ານພານຄໍາແລະທ່ານບົວເງິນກັບທ່ານທອງລຸນ ສີສຸລິດ ຢູ່ບໍ? ຖ້າເພິ່ນເວົ້າ ກໍ່ໝາຍຄວາມວ່າຄວາມຫວັງຍັງມີ.

__________________

Member

Status: Offline
Posts: 11
Date:
Permalink   
 
Anonymous wrote:

ທ່ານນາງ Maria Otero ໄດ້ເວົ້າເລື້ອງທ່ານຄໍາເຜີຍ ທ່ານພານຄໍາແລະທ່ານບົວເງິນກັບທ່ານທອງລຸນ ສີສຸລິດ ຢູ່ບໍ? ຖ້າເພິ່ນເວົ້າ ກໍ່ໝາຍຄວາມວ່າຄວາມຫວັງຍັງມີ.

Maria Otero ແມ່ນໃຜ ມີໜ້າທີ່ຫຍັງ ແລະມີບັດບາດຫຍັງຕໍ່ສາມທ່ານນີ້ ຊ່ວຍອະທິບາຍຕື່ມໄດ້ບໍ????

__________________
Anonymous

Date:
Permalink   
 
Gonilane wrote:

ທ່ານນາງມາເຣັຽ ໂອເຕໂຣ ເປັນຣັຖມົນຕຣີຊ່ວຍກະຊວງການຕ່າງປະເທດຂອງສະຫະຣັຖອາເມຣິກາ, ໜ້າທີ່ຮັບຜິດຊອບດ້ານປະຊາທິປະໄຕ, ສິດທິມະນຸດ.

 ໂອ!!!! ຂອບໃຈ! ຂອ້ຍກໍ່ຄຶດຢູ່ເໝືອນກັນຖ້າລາວເຮົາມີເລື່ອງແບບນີ້ຂື້ນມາເລືອຍໆ ເລື່ອງມັນຕ້ອງໄປເຖິງອົການສາກົນ  ໃນວັນໄດວັນນື່ງແນ່ນອນ! 

__________________

Member

Status: Offline
Posts: 11
Date:
Permalink   
 
Gonilane wrote:
Anonymous wrote:
Gonilane wrote:

Anonymous wrote:

ທ່ານນາງ Maria Otero ໄດ້ເວົ້າເລື້ອງທ່ານຄໍາເຜີຍ ທ່ານພານຄໍາແລະທ່ານບົວເງິນກັບທ່ານທອງລຸນ ສີສຸລິດ ຢູ່ບໍ? ຖ້າເພິ່ນເວົ້າ ກໍ່ໝາຍຄວາມວ່າຄວາມຫວັງຍັງມີ.

Maria Otero ແມ່ນໃຜ ມີໜ້າທີ່ຫຍັງ ແລະມີບັດບາດຫຍັງຕໍ່ສາມທ່ານນີ້ ຊ່ວຍອະທິບາຍຕື່ມໄດ້ບໍ????

ທ່ານນາງມາເຣັຽ ໂອເຕໂຣ ເປັນຣັຖມົນຕຣີຊ່ວຍກະຊວງການຕ່າງປະເທດຂອງສະຫະຣັຖອາເມຣິກາ, ໜ້າທີ່ຮັບຜິດຊອບດ້ານປະຊາທິປະໄຕ, ສິດທິມະນຸດ.

 ໂອ!!!! ຂອບໃຈ! ຂອ້ຍກໍ່ຄຶດຢູ່ເໝືອນກັນຖ້າລາວເຮົາມີເລື່ອງແບບນີ້ຂື້ນມາເລືອຍໆ ເລື່ອງມັນຕ້ອງໄປເຖິງອົງການສາກົນ  ໃນວັນໄດວັນນື່ງແນ່ນອນ! ເຖິງຄາວນັ້ນເປັນເລື່ອງແທ້ໆ.

__________________
ຄົນໃນ

Date:
Permalink   
 
ຂ້ອຍຄິດວ່າ ດຣ. ນີ້ ເວົ້າຖືກແລ້ວ, ແຕ່ລາວຂາດ ວິທີການ, ລາວຄວນຈະຮູ້ວ່າ ການຕໍ່ສູ້ໃນລະບອບ ຄອມມຸຍນິສ ຄວນເຮັດແນວໃດ, ກ່ອນອື່ນຫມົດ ລາວຕ້ອງມີພັນທະມິດ. ລາວລືມໄຟວ່າ ໃນ ສປປລາວ ຍັງມີຄົນຈຳນວນ ມະຫາສານ ທີ່ຄິດຄືລາວ ແລະ ຢາກເວົ້າຄືລາວ. ແຕ່ຄົນເຫຼົ່ານັ້ນ ເຂົາຂາດໂອກາດທີ່ຈະເວົ້າ.

ຢ່າລືມບົດຮຽນທີ່  ທ່ານ ກອກບາຊອບ, ຊຶ່ງ ກ່ອນທີ່ຈະລົ້ມລາ້ງ ລະບອບ ຄອມມຸຍນິສ ໃນລັດເຊຽໄດ້ ທ່ານຕ້ອງກ້າວເຂົ້າໄປເຖິງ ຕຳແໜ່ງ ຜູ້ມີອຳນາດສຄງສູດໃນພັກ ກ່ອນ. ໜ້າເສຽດາຍ ດຣ. ຄຳເຜີຍ ໃຈຮ້ອນ.

ແຕ່ກໍ່ ບໍ່ເປັນຫຍັງ, ເສັ້ນທາງ ການຕໍ່ສູ້ຍັງມີຕໍ່ໄປ. ຊ່ວຍກັນເປັນກຳລັງໃຈເນາະ!!!

__________________
Anonymous

Date:
Permalink   
 
แล้วตอนนี้ท่าน ดร.คำเผย ปานมะไลทอง ถูกย้ายไปอยู่ตำแหน่งอะไรต่อไป  แล้วบุคคลใดมาแทนท่า ดร.คำเผย กัน  

__________________
Anonymous

Date:
Permalink   
 
ດຣ ຄຳເຜີຍ  ນນກໍ່ສົມຄວນແລ້ວທີ່ຕົກຕ່ຳແໜ່ງ ຖືກແທ້ ຕ້ອງເອົາໄປສອບສວນກັກໂຕໄວ້ ເພາະວ່າເປັນຄະດີການເມືອງຕ່ຕ້ານພັກ-ລັດ ເປັນຜູ້ນຳແທ້ໆ ພັດເວ້າໂລເລ ໄປຍ້ອງພວກອາເມລິກາ ມັນຂ້າຄົນລາວ ແລະ ຫັວງທຳລາຍປະເທດລາວຕະຫລອດມາ ຮຽນກໍ່ຮຽນສູງ ຈົບປະລິນຍາເອກດ້ານປັດຊະຍາ ເຄີຍເຮັດຊ່ວຍທ່ານປະທານຄຳໄຕສີພັນດອນອີກ ແທນທີ່ຈະເຊື່ອມຊື່ມມູນເຊື້ອປະຕິວັດ ຊ້ຳພັດມີແນວຄິດ ໃສ່ຮ້າຍປ້າຍສີພັກ-ລັດ ຫຼື ວ່າ ພວກປະຕິການພັດຖ່ິນຢູ່ອາເມລິກາເອົາເງິນໃຫ້ບໍ່ ຈິ່ງບໍ່ເຫັນຄຸນງາມຄວາມດືຂອງພັກ-ລັດ ສົມຄວນໄລ່ອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ ເອົາໄປສຳມະນາດົນໆໂລດ

__________________
Anonymous

Date:
Permalink   
 
ນີ້ແລະ ເຂົາວ່າຮຽນສູງແຕ່ເອົາຕົວບໍ່ລອດ ເວົ້າຫັຍງບໍ່ຄິດ ເຫັນບໍ່ ຕົກຕຳແໜ່ງຊ້ຳ ເສຍດາຍເດ ຍັງໜູ່ນນ້ອຍ ອະນາຄົດຍັງໄກ ສົງສານລູກເມຍເດເນາະ ຄົງຈະອັບອາຍທີ່ມີຫົວໜ້າຄອບຄົວແບບນີ້ ຢ່າຫວັງວ່າໃຜຊິຍ້ອງຍໍ ມີແຕ່ເຂົາວ່າຄົນໂງ່ ບໍ່ມີຫຼັກໝັ້ນ ການເມືອງ ແທນທີ່ຈະໃຊ້ຄວາມຮູ້ຊ່ວຍປະເທດຊາດ ພັດທະນາບ້ານເມືອງ ພັດອວດເກັ່ງແນວບໍ່ຖືກ ສົມນ້ຳໜ້າ ພວກຄົນລາວຢູ່ຕ່າງປະເທດກໍ່ເຊັ່ນດຽວກັນ ໄປເປັນຂີ້ຄ້າອາເມລິກາ ພັດມາເວ້າໂຈມຕີໃສ່ບ້ານເກີດຕົວເອງ ບໍ່ອາຍເນາະ ແຕ່ກໍ່ໜ້າສົມເພດຫລາຍ ເພາະທູກວັນນີ້ປະເທດລາວຂະເລີນແລ້ວເດີພີ່ນ້ອງ ບໍ່ເຊື່ອກໍ່ໄປຖາມພວກຄົນລາວທີ່ໄປລາວມາແລ້ວເບຶ່ງດູວ່າເປັນແນວໃດ໋ ພວກເຂ້າຢູ່ອາເມລິກາ ເຮັດວຽກຊິເປັນຊິຕາຍ ທູກກໍ່ທຸກ ຄ່າໃຊ້ຈ່າຍກໍ່ສູງ ຫາເງິນກໍ່ລຳບາກ ຂ້ອຍຮູ້ວ່າພວກເຈ້າຢາກມາລາວຊິຕາຍແລ້ວ ແຕ່ບໍ່ມີປັນຍາມາ ໄດ້ແຕ່ສົ່ງຂໍ້ຄວາມໃສ່ຮ້າຍປ້າຍສີ ຖະແຫລ່ງການໃສ່ວີດີໂອລົງອິນເຕີເນັດ ໂອຍ ອັນນີ້ບໍ່ການຕໍ່ສູ້ຂອງພວກເຈ້າ ປະເທດລາວເຂົາພັດທະນາແລ້ວ ບໍ່ມີໃຜສົນໃຈດອກ ມີແຕ່ພວກເສຍຜົນປະໂຫຍດຫັ່ນແລະທີ່ຄິດແບບນີ້ ເຫັນບໍ່ ກໍ່ຖືກລົງໂທດແລ້ວເດ ຈື່ໄວ້ໂລດ

 ປະເທດລາວເຂົາພັດທະນາແລ້ວ ເຈັ້າເວັ້າອອກມາໄດ້ແນວໃດ?

ປະເທດທີ່ເອີ້ນວ່າ ພັທະນາ ຕ້ອງຮູ້ຈັກຜະລິດ ເຄືອ່ງໃຊ້ ບໍຣິໂພກເປັນຂອງໂຕເອງ,ຕົວຢ່າງ ທີວີ,ຕູ້ເຢັນ,ພັດລົມ,ຣົດຍົນ

ຂອງເຫລົ່ານີ້ເປັນຕົ້ນ,  ພັກລັດເຈົ້າຜະລິດຫຍັງເປັນແດ່ ?

ຈິ່ງໄປເອີ້ນວ່າ ປະເທດລາວພັທະນາແລ້ວ ?

ເງີນສອມແປງທາງຍັງໄປກູ້ຈາກນອກປະເທດ

Thailand will offer financial aid to Laos to construct a 7.75 km rail line from Tha Nalaeng to Vientiane city due to be completed in two years.

It will allow Thai trains to carry passengers to and from Vientiane and should lead to the first inter-city train services between the two capitals.

Last week, the Neighbouring Countries Economic Development Cooperation Agency signed an agreement with the Lao Ministry of Finance on funding worth Bt1.65 billion; 30% of which is a Bt495 million grant-in-aid and the balance Bt1.15 billion, a low-interest loan with a 10-year grace period.

The Cabinet approved the NEDA grant and loan to Laos, 10 August 2010, to celebrate the 60th diplomatic relationship between the two countries.

Under the first phase, the railway linking Nong Khai province over the First Thai-Lao Friendship Bridge to Tha Nalaeng, about 4 km from the border, was opened in March 2009.

The extension will cover the remaining 7.75 km from Tha Nalaeng to Vientiane station on Khamsavath Road, about 5 km short of the city’s famous That Luang Stupa.

The track will be one-metre gauge but could be adjusted to  standard gauge of 1.46 meters used by high-speed trains later.

Other ongoing projects linked to  financial aid for Laos are: Pakse Airport development Phase 2, Bt184 million; road construction from Phu Du village, Uttradit province to Paklay district, Sayabouly province in Laos, Bt718 million and a road upgrade around Vientiane city to serve the ASEM Summit in November this year.

__________________
Anonymous

Date:
Permalink   
 
ພັກລັດເປັນຄວາຍ ລູກນ້ອງກໍຄວາຍ

ຍັງບໍ່ເຂົ້າໃຈ ຄວາມຫມາຍວ່າ: ພັດທະນາ

__________________
ຄົນຮັກຊາດລາວ

Date:
Permalink   
 
ເຈ້າເວ້າຄັກຫລາຍ ຄົນຕິດດິນ ຂ້ອຍກໍສົມນ້ຳໜ້າພວກ ດຣ ຄຳເຜີຍ ເປັນເຄື່ອງມືໃຫ້ພວກປະຕິການພັດຖິນ ປຽບດັ່ງໝາເຫ່າຊ້າງ ສົ່ງສານເດ ປົບຕາຍໄປຢູ່ບ່ອນອື່ນ ເປັນຂື້ຄ້າໃຫ້ພວກອາເມລິກາ

__________________
Anonymous ขอตอบเดีคะ

Date:
RE: เชียคนลาว
Permalink   
 
ปะเทดลาวเขาพัดทะนาหลายอย่างแล้วคะ พวกคุนเปันคนลาวทำไม ไม่รักปะเทดตวเอง กับอยากทำลายคนลาวด้วยกัน เหันไหมพวกคนจีน อยู่ที่ไหนเขาก่รักกัน รักปะเทด แล้วพวกคุน ทำไม ไม่มาพัดทะนาปะเทดของตน แล้วยังใส่ร้ายคนลาวด้วยกัน ฉันเหันแล้วฉัน ก่เวดทะนาพวกคุนจิงๆ

__________________
Anonymous

Date:
RE: ດຣ.ຄໍາເຜີຍ ປານມະໄລທອງ ຕົກຕໍາແໜ່ງ
Permalink   
 
Anonymous wrote:

ດຣ ຄຳເຜີຍ  ນນກໍ່ສົມຄວນແລ້ວທີ່ຕົກຕ່ຳແໜ່ງ ຖືກແທ້ ຕ້ອງເອົາໄປສອບສວນກັກໂຕໄວ້ ເພາະວ່າເປັນຄະດີການເມືອງຕ່ຕ້ານພັກ-ລັດ ເປັນຜູ້ນຳແທ້ໆ ພັດເວ້າໂລເລ ໄປຍ້ອງພວກອາເມລິກາ ມັນຂ້າຄົນລາວ ແລະ ຫັວງທຳລາຍປະເທດລາວຕະຫລອດມາ ຮຽນກໍ່ຮຽນສູງ ຈົບປະລິນຍາເອກດ້ານປັດຊະຍາ ເຄີຍເຮັດຊ່ວຍທ່ານປະທານຄຳໄຕສີພັນດອນອີກ ແທນທີ່ຈະເຊື່ອມຊື່ມມູນເຊື້ອປະຕິວັດ ຊ້ຳພັດມີແນວຄິດ ໃສ່ຮ້າຍປ້າຍສີພັກ-ລັດ ຫຼື ວ່າ ພວກປະຕິການພັດຖ່ິນຢູ່ອາເມລິກາເອົາເງິນໃຫ້ບໍ່ ຈິ່ງບໍ່ເຫັນຄຸນງາມຄວາມດືຂອງພັກ-ລັດ ສົມຄວນໄລ່ອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ ເອົາໄປສຳມະນາດົນໆໂລດ

 ນີ້ຄືໜື່ງຕົວຢ່າງຂອງຄົນລາວທີ່ຍັງງົມງວາຍ ຫຼ້າຫຼັງທາງຄວາມຄິດ ອາດເປັນພະນັກງານທີ່ດີ ແຕ່ໄຮ້ຄວາມຮູ້ຄວາມສາມາດ ຂາດວິໄສທັດ ຕົວນີ້ ແລະເປັນຕົ້ນເຫດຂອງຄວາມ ທຸກຍາກຫຼ້າຫຼັງຂອງປະເທດຊາດທີ່ແທ້ຈິງ ຄວນສືກສາຮຽນຮູ້ ແລະເປີດກ້ວາງແນວຄິດໃຫ້ເມາະກັບຍຸກສະໄໝແດ່

ກ່ອນຄົນອື່ນເຂົາຈະວ່າ ໂງ່ແລ້ວຍາກນອນຕຽງ.

Go back to school

__________________
Anonymous

Date:
Permalink   
 
Anonymous ขอตอบเดีคะ wrote:

ปะเทดลาวเขาพัดทะนาหลายอย่างแล้วคะ พวกคุนเปันคนลาวทำไม ไม่รักปะเทดตวเอง กับอยากทำลายคนลาวด้วยกัน เหันไหมพวกคนจีน อยู่ที่ไหนเขาก่รักกัน รักปะเทด แล้วพวกคุน ทำไม ไม่มาพัดทะนาปะเทดของตน แล้วยังใส่ร้ายคนลาวด้วยกัน ฉันเหันแล้วฉัน ก่เวดทะนาพวกคุนจิงๆ

 สังคมลาว เป็นสังคมปิด
พวกฐัลบาล ผะเด็จการทหาร ถูกต่อต้านมากขื้นทุกที่

 ໄທຍຫລົງໂຄກ ມາແຕ່ໃສອີກແລ້ວ ຂຽນ พัฒนาประเทศ

ຍັງບໍ່ຖືກ ปะเทดลาวเขาพัดทะนา

__________________
ຄົນມີຄວາມຄິດ

Date:
Permalink   
 
ຂ້ອຍໄດ້ເບຶ່ງແລ້ວສຳລັບ VDO ຂອງລາວທີ່ກ່າວໃນສະພາ ມັນກໍ່ຕັ້ງແຕ່ປີກາຍພູ້ນແລ້ວເປັນຫຍັງຄຶຫາກໍ່ເປັນປະເດັນປີນີ໊ noບໍ່ເຫັນຊິເປັນ logic ທີ່ໃຊ້ການໄດ້ເລີຍ. ແລະ ອີກຢ່າງ, ລາວເວົ້າຜຶດບ່ອນໃດຫວາ? ຂ້ອຍຟັງໄປໂດຍລວມໆແລ້ວກະຖືກທັງຫມົດເລືຍແຫລະ!!! ເວົ້າທຸກໆຢ່າງທີ່ຂ້້ອຍຄຶດເລືຍ. ລະບົບການສຶກສາຄວນຈະສອນໃຫ້ນັກສຶກສາມີຄວາມຄຶດ ທີ່ເປີດກວ້າງ, ຮຽນໃຫ້ສະຫລາດເຫນາະ ບໍ່ແມ່ນຈະຮຽນໃຫ້ ....... ວ່າແຕ່ວ່າມັນບໍ່ຜຶດກັບກົດຫມາຍ ແລະ ສຶ່ງທີ່ຫ້າມກໍພໍ. ອີກຢ່າງນື່ງ ລາວເວົ້າວ່າ ລະບົບ ມາກ-ເລນຶນ ແມ່ນແນວຄິດຂອງເຂົາແຕ່ ສຕວ ທີ 19 ແລະ 20.... ດຽວນີມັນກະທີ 21 ແລ້ວບໍ່ແມ່ນຫວາ... ເຮົາຈະບໍ່ຍອມ update ເລີຍ.....???? ປານນັ້ນວ່າອ່ານມະຫາຊົນbiggrin

__________________
Anonymous

Date:
Permalink   
 
yes! ຖືກຕ້ອງເເລ້ວ

__________________
Anonymous

Date:
Permalink   
 
ຫັນແລະລາວເວົ້າຖືກແຕ່ກະຮູ້ຢູ່ວ່າເຮົາເຮັດຍັງບໍ່ໄດ້ເພາະປະເທດເຮົາບໍ່ແມ່ນປະຊາທີປະໄຕ

__________________
Anonymous

Date:
Permalink   
 
Anonymous wrote:

ຫັນແລະລາວເວົ້າຖືກແຕ່ກະຮູ້ຢູ່ວ່າເຮົາເຮັດຍັງບໍ່ໄດ້ເພາະປະເທດເຮົາບໍ່ແມ່ນປະຊາທີປະໄຕ

 ທ່ານ ທອງລຸນ ສີສຸລິດ ໄປເຊັນເອົາແລ້ວກັບ UN

ເຮື້ອງ ປະຊາທິປະໄຕ ແຕ່ພັກລັດບໍ່ປະຕິບັດຕາມ

ແບບນີ້ ຕ້ອງຟອ້ງ UN ໄປເລີຍ ເພື່ອໃຫ້ UN ຕັດ ງົບປະມານໃນການຊ່ວຍເຫຼືອ ພັກລັດ

488931.jpg

 ເນື້ອໃນທີ່ເພິ່ຮເຊັນນັ້ນມີຫຍັງແດ່ເອົາມາໃຫ້ເບິ່ງແດ່ໄດ້ບໍ?? ສົນໃຈຢູ່ຄືກັນ.

ຂອບໃຈ!!

__________________
ຄົນລາວສາມັນ

Date:
Permalink   
 
ຂ້ອຍເຂົ້າໃຈວ່າ ທ່ານຄຳເຜີຍ ປານມະໄລທອງ ບໍ່ໄດ້ຫວັງມ້າງເພທຳລາຍຜູ້ໃດ, ຫລື ເປັນເຄື່ອງມືໃຫ້ໃຜ. ເພິ່ນພຽງເປັນພົນລະເມືອງລາວຜູ້ຫນຶ່ງຢາກປະກອບສ່ວນພັດທະນາບ້ານເມືອງ. ຢູ່ເມືອງລາວເຮົາ ຄົນດີ, ຄົນເກັີງຄືທ່ານຄຳເຜີຍ, ຫລືດີກ່ວາ, ເກັ່ງກ່ວາທ່ານຄຳເຜີຍປານມະໄລທອງ ຍັງມີຫລາຍ. ໃນ ກ່ວາ 6 ລ້ານຄົນ ນັ້ນຜູ້ດີ, ຜູ້ເກັ່ງຍັງມີຫລາຍ. ທະແນມແຕ່ພວກເຮົາມີຄວາມເມດຕາ, ມີຈິດໃຈກ້ວາງ ຂວາງ, ຮູ້ເຂົ້າໃຈ, ຮູ້ຖະຫນອມຄວາມຄິດທີ່ສ້າງສັນ, ຮູ້ຟັງ ແລະເຄົາລົບຄວາມຄິດ ຂອງຄົນອື່ນ. ຍາມນັ້ນຈະມີຫລາຍຄວາມຄິດທັດສະນະອອກມາໃຫ້ເລືອກ, ຍາມນັ້ນບ້ານເມືອງຈະມີສິສັນ ກຳລັງແຮງຂອງ ຊາດລາວຈະໄດ້ເສີມຂະຫຍາຍ. ເມືອງລາວເຮົາແຕ່ໃດມາເຄີຍເປັນສັງຄົມທີ່ມີຄວາມຮັກແພງກັນ, ຄົນລາວເຮົາຊື່ສັດຈິງໃຈ, ມັກໃນຄວາມສະຫງົບຮົ່ມເຢັນ. ທ່ານຜູ້ນາມວ່າ ຄົນລາວຮັກ ຊາດ ອາດຈະຖືຕົນ ເຫນືອຄົນອື່ນ, ຫລືເປັນທາດຂອງຄວາມຄຽດຊັງບັງບຽດ ຈິ່ງມັກຈະເວົ້າຜູ້ນັ້ນໂງ່, ຜູ້ນີ້ບໍ່ສະຫລາດ, ຖືທ່ານຄຳເຜີຍເປັນເຄື່ອງມີຂອງພວກນັ້ນພວກນີ້. ຄົນເຮົາບໍ່ມີໃຜເຫນືອໃຜ, ຫາກຢູ່ຮ່ວມກັນຊ່ວຍຊູູູກັນ. ບໍ່ມີໃຜຮູ້ຫມົດທຸກຢ່າງ, ກະທັ້ງສັດສີ່ຕີນກໍ່ຍັງມີຍາມຜະລາດ, ນັກປາດກໍ່ຍັງມີຜິດ. ສັງຄົມເຮົາຊູ່ມື້ນີ້ມີຄວາມຄຽດຊັງ, ບັງບຽດກັນຢ່າງເຫລືອຫລາຍແລ້ວ, ໃຜບໍ່ຄິດຄືຕົນຖືວ່າເຂົາໂງ່, ໃຜບໍ່ເວົ້າຄືເຈົ້ານາຍ ພັກ, ລັດ ກໍ່ຖືເຂົາເປັນສັດຕູ, ຕໍ່ຫນ້າເວົ້ານົວຫົວມ່ວນ, ລັບຫລັງໄປເປັນແນວອື່ນ, ຫາແຕ່ແນວປັກປ້ຳທຳລາຍກັນ. ຄິດແລະເວົ້າ, ເຮັດຄືທ່ານຜູ້ນາມວ່າຄົນລາວຮັກຊາດ, ຄືຈະບໍ່ແມ່ນຮັກຊາດ, ຫາກຈະ ເປັນການແບ່ງແຍກ, ສ້າງຄວາມຄຽດຊັງກັນແລ້ວຈັບກຸມຂ້າພັນກັນຈະຫລາຍກ່ວາ. ເມື່ອເປັນແນວນັ້ນ ບ້ານເມືອງຈະສະຫງົບຮົ່ມເຢັນ ແລະຈະເລີນໄດ້ແນວໃດ. 

__________________
Anonymous

Date:
Permalink   
 
 ອີງຕາມ ກົດໝາຍ ຂອງ ສປປລ ໝວດທີ  V  ມາດຕຣາ 64  ແລະ ວ່າດ້ວຍອໍານາດ ແລະ ໝ້າທີ່ຂອງ ສມຊສພຫຊ

ເປັນໄປບໍໃດ້ທີ ດຣ. ຄໍາເຜີຍ ປານ ມະລັຍທອງ ຈະຕ້ອງຖືກປົດ  ອອຈາກຕໍາແໝ່ງ.

ມາດ​ຕາ​ 64. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຈະ​ບໍ່​ຖືກ​ດໍາ​ເນີນ​ຄະ​ດີ​ ຫຼື​ກັກ​ຂັງ​ ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄວາມ​ ເຫັນ​ດີ​ຂອງ​ສະ​ພາ​ແຫ່ງ​ຊາດ​

ຫຼື​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​.
ໃນ​ກໍ​ລະ​ນີ​ທີ່​ມີ​ການ​ກະ​ທໍາ​ຜິດ​ເຊິ່ງ​ໜ້າ​ ຫຼື​ຮີບ​ດ່ວນ​ນັ້ນ​ ອົງ​ການ​ທີ່​ກັກ​ຂັງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຕ້ອງ​ລາຍ​ງານ​

ທັນ​ທີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ ຫຼື​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດ​ ກອງ​ປະ​ຊຸມ​ເພື່ອ​ພິ​ຈາ​ລະ​ນາ​

ຕົກ​ລົງ​. ການ​ສືບ​ສວນ​-ສອບ​ສວນ​ບໍ່​ເປັນ​ສາຍ​ເຫດ​ພາ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ທີ່​ຖືກ​ດໍາ​ເນີນ​ຄະ​ດີ​ນັ້ນ​ ຂາດ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​.

 ອາດເປັນຂ່າວລື ກໍໃດ້

  ຮັກແພງ, ຫງຽນ ທີດວນ   Vietnamese KGB agent  station in Laos.

__________________
keekharAmerica

Date:
Permalink   
 
He is a very brave man

__________________
ຫຼານເຈົ້າອະນຸວົງ

Date:
Permalink   
 
ຄຳຄິດຄຳເຫັນຂອງທ່ານ ຄຳເຜີຍ ປານມະໄລທອງ ແມ່ນມີເຫດຜົນທີ່ສຸດສຳລັບການປະຕິຮູບລະບອບການເມືອງຂອງລາວເຮົາ ໃຫ້ມີຄວາມຈະເຮີນທຽມເທົ່າກັບປະເທດອື່ນໆທີ່ມີຄວາມຈະເຮີນແລ້ວ

ແຕ່ວ່າມັນກໍ່ບໍ່ສາມາດຫຼີກລຽງໄດ້ ກໍ່ຕ້ານຂອງ ອຳນາດລັດ ທີ່ບໍ່ຢາກໃຫ້ປະຊາຊົນເຫັນທາດແທ້ຂອງລະບອບການເມືອງທີ່ມີພັກດຽວກຳອຳນາດ

__________________
Anonymous

Date:
Permalink   
 
Anonymous wrote:
Anonymous wrote:
Anonymous wrote:

ຫັນແລະລາວເວົ້າຖືກແຕ່ກະຮູ້ຢູ່ວ່າເຮົາເຮັດຍັງບໍ່ໄດ້ເພາະປະເທດເຮົາບໍ່ແມ່ນປະຊາທີປະໄຕ

 ທ່ານ ທອງລຸນ ສີສຸລິດ ໄປເຊັນເອົາແລ້ວກັບ UN

ເຮື້ອງ ປະຊາທິປະໄຕ ແຕ່ພັກລັດບໍ່ປະຕິບັດຕາມ

ແບບນີ້ ຕ້ອງຟອ້ງ UN ໄປເລີຍ ເພື່ອໃຫ້ UN ຕັດ ງົບປະມານໃນການຊ່ວຍເຫຼືອ ພັກລັດ

488931.jpg

 ເນື້ອໃນທີ່ເພິ່ຮເຊັນນັ້ນມີຫຍັງແດ່ເອົາມາໃຫ້ເບິ່ງແດ່ໄດ້ບໍ?? ສົນໃຈຢູ່ຄືກັນ.

ຂອບໃຈ!!

 ຢ່າຟ້ອງໃຫ້UN ຕັດງົບປະມານເລີຍເພາະວ່າ ຖ້າຫາກທ່ານທອງລຸນ ສີສຸລິດ ຫາກບໍ່ສາມາດລາຍງານໃຫ້ UN ທີມງານຂອງພວກເຮົາຈະລາຍງານໃຫ້ UN ຮັບຮູ້ເອງ ທີມງານພວກເຮົາ

ກຳລັງຢູ່ໃນຂັ້ນຕອນກະກຽມແລະຮີບໂຮມເອກະສານຢູ່ ພວກເຮົາຈະລາຍງານຜ່ານອົງການ NGOs .

__________________
Anonymous

Date:
Permalink   
 
Anonymous wrote:

ນີ້ແລະ ເຂົາວ່າຮຽນສູງແຕ່ເອົາຕົວບໍ່ລອດ ເວົ້າຫັຍງບໍ່ຄິດ ເຫັນບໍ່ ຕົກຕຳແໜ່ງຊ້ຳ ເສຍດາຍເດ ຍັງໜູ່ນນ້ອຍ ອະນາຄົດຍັງໄກ ສົງສານລູກເມຍເດເນາະ ຄົງຈະອັບອາຍທີ່ມີຫົວໜ້າຄອບຄົວແບບນີ້ ຢ່າຫວັງວ່າໃຜຊິຍ້ອງຍໍ ມີແຕ່ເຂົາວ່າຄົນໂງ່ ບໍ່ມີຫຼັກໝັ້ນ ການເມືອງ ແທນທີ່ຈະໃຊ້ຄວາມຮູ້ຊ່ວຍປະເທດຊາດ ພັດທະນາບ້ານເມືອງ ພັດອວດເກັ່ງແນວບໍ່ຖືກ ສົມນ້ຳໜ້າ ພວກຄົນລາວຢູ່ຕ່າງປະເທດກໍ່ເຊັ່ນດຽວກັນ ໄປເປັນຂີ້ຄ້າອາເມລິກາ ພັດມາເວ້າໂຈມຕີໃສ່ບ້ານເກີດຕົວເອງ ບໍ່ອາຍເນາະ ແຕ່ກໍ່ໜ້າສົມເພດຫລາຍ ເພາະທູກວັນນີ້ປະເທດລາວຂະເລີນແລ້ວເດີພີ່ນ້ອງ ບໍ່ເຊື່ອກໍ່ໄປຖາມພວກຄົນລາວທີ່ໄປລາວມາແລ້ວເບຶ່ງດູວ່າເປັນແນວໃດ໋ ພວກເຂ້າຢູ່ອາເມລິກາ ເຮັດວຽກຊິເປັນຊິຕາຍ ທູກກໍ່ທຸກ ຄ່າໃຊ້ຈ່າຍກໍ່ສູງ ຫາເງິນກໍ່ລຳບາກ ຂ້ອຍຮູ້ວ່າພວກເຈ້າຢາກມາລາວຊິຕາຍແລ້ວ ແຕ່ບໍ່ມີປັນຍາມາ ໄດ້ແຕ່ສົ່ງຂໍ້ຄວາມໃສ່ຮ້າຍປ້າຍສີ ຖະແຫລ່ງການໃສ່ວີດີໂອລົງອິນເຕີເນັດ ໂອຍ ອັນນີ້ບໍ່ການຕໍ່ສູ້ຂອງພວກເຈ້າ ປະເທດລາວເຂົາພັດທະນາແລ້ວ ບໍ່ມີໃຜສົນໃຈດອກ ມີແຕ່ພວກເສຍຜົນປະໂຫຍດຫັ່ນແລະທີ່ຄິດແບບນີ້ ເຫັນບໍ່ ກໍ່ຖືກລົງໂທດແລ້ວເດ ຈື່ໄວ້ໂລດ

 ກູຈະເອົາພໍ່ມືງໄປສຳມະນາ ແລ້ວຂ້າຖີ້ມເໜືອນດັ່ງພໍ່ມືງຂ້າພະເຈົ້າຊີວິດ ສີສະຫວ່າງ ວັດທະນາ ຢູ່ຊຽງແຂວາງ . ພວກມືງບໍ່ຕ້ອງທ້າ ຄວາມວີປັດຈະເກິດຂື້ນໃນໄວໆນີ້ແລ້ວ ຈົ່ງຕຽມຕົວເອົາໃວ້

ໃຫ້ດີ ແລ້ວຈະວ່າບໍ່ເຕືອນ.

__________________
Anonymous

Date:
Permalink   
 
Anonymous wrote:

ດຣ ຄຳເຜີຍ  ນນກໍ່ສົມຄວນແລ້ວທີ່ຕົກຕ່ຳແໜ່ງ ຖືກແທ້ ຕ້ອງເອົາໄປສອບສວນກັກໂຕໄວ້ ເພາະວ່າເປັນຄະດີການເມືອງຕ່ຕ້ານພັກ-ລັດ ເປັນຜູ້ນຳແທ້ໆ ພັດເວ້າໂລເລ ໄປຍ້ອງພວກອາເມລິກາ ມັນຂ້າຄົນລາວ ແລະ ຫັວງທຳລາຍປະເທດລາວຕະຫລອດມາ ຮຽນກໍ່ຮຽນສູງ ຈົບປະລິນຍາເອກດ້ານປັດຊະຍາ ເຄີຍເຮັດຊ່ວຍທ່ານປະທານຄຳໄຕສີພັນດອນອີກ ແທນທີ່ຈະເຊື່ອມຊື່ມມູນເຊື້ອປະຕິວັດ ຊ້ຳພັດມີແນວຄິດ ໃສ່ຮ້າຍປ້າຍສີພັກ-ລັດ ຫຼື ວ່າ ພວກປະຕິການພັດຖ່ິນຢູ່ອາເມລິກາເອົາເງິນໃຫ້ບໍ່ ຈິ່ງບໍ່ເຫັນຄຸນງາມຄວາມດືຂອງພັກ-ລັດ ສົມຄວນໄລ່ອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ ເອົາໄປສຳມະນາດົນໆໂລດ

 ເຈົ້ານີ້ເວົ້າເເບບໂງ່ເເທ້ນໍ....ພັກລັດອຸບາດມັນດີບ່ອນໃດ ມີເເຕ່ພວກເຫັນເເກ່ຕົວ ໂກງຊາຕກິນທັງນັ້ນ.ຖ້າມັນດີເເທ້

ມັນເປັນຫຍັງບໍ່ຄືນອໍານາດເເລະປະຊາທິປະໄຕໃຫ້ປຊຊລາວຊົມໃຊ້.ມັນມີເເຕ່ຊົມເຊີຍພັກໂທນຂອງມັນນັ້ນເເລ້ວວ່າດີ

ວິເສດກວ່າເພິ່ນ ໂດຍບໍ່ຍອມມືນຕາເບິ່ງໂລກເເດ່ວ່າເຂົາໄປຮອດໃສເເລ້ວ .Long live Dr ຄໍາເຜີຍ ..

__________________
Anonymous

Date:
Permalink   
 
Anonymous wrote:

ດຣ ຄຳເຜີຍ  ນນກໍ່ສົມຄວນແລ້ວທີ່ຕົກຕ່ຳແໜ່ງ ຖືກແທ້ ຕ້ອງເອົາໄປສອບສວນກັກໂຕໄວ້ ເພາະວ່າເປັນຄະດີການເມືອງຕ່ຕ້ານພັກ-ລັດ ເປັນຜູ້ນຳແທ້ໆ ພັດເວ້າໂລເລ ໄປຍ້ອງພວກອາເມລິກາ ມັນຂ້າຄົນລາວ ແລະ ຫັວງທຳລາຍປະເທດລາວຕະຫລອດມາ ຮຽນກໍ່ຮຽນສູງ ຈົບປະລິນຍາເອກດ້ານປັດຊະຍາ ເຄີຍເຮັດຊ່ວຍທ່ານປະທານຄຳໄຕສີພັນດອນອີກ ແທນທີ່ຈະເຊື່ອມຊື່ມມູນເຊື້ອປະຕິວັດ ຊ້ຳພັດມີແນວຄິດ ໃສ່ຮ້າຍປ້າຍສີພັກ-ລັດ ຫຼື ວ່າ ພວກປະຕິການພັດຖ່ິນຢູ່ອາເມລິກາເອົາເງິນໃຫ້ບໍ່ ຈິ່ງບໍ່ເຫັນຄຸນງາມຄວາມດືຂອງພັກ-ລັດ ສົມຄວນໄລ່ອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ ເອົາໄປສຳມະນາດົນໆໂລດ

 ບັກຈ້າມືງເອີຍ!!! ມືງໄປຮຽນຕື່ມໃຫ້ເຂົ້າໃຈເລື່່ອງການເມືອງສາກ່ອນຈຶ່ງມາເວົ້າໄປ..! ກ່ອນຈະເຄົາລົບບູຊາມືງເຂົ້າໃຈແລ້ວບໍພັກລັດຂອງມືງແມ່ນໃຜ? ແມ່ນບັກກບັກຂ ຂຽນຈົບປໍ2ປໍ3 ທຳມະດານີ້ແຫຼະ!

ໂງ່ຫຼາຍຕາຍສາ!!

__________________
Anonymous

Date:
Permalink   
 
Anonymous wrote:

ການເສັຍຕຳແໜ່ງ  ຂອງດຣ.ຄຳເຜີຍ  ບໍ່ໄດ້ຫມາຍຄວາມວ່າ  ເສັຍລົດນິຍົມຂອງຄົນຢູ່ໃນແຫ່ງຄວາມກວ້າໜ້າ.  ທ່ານບໍ່ໄດ້ເປັນຄົນເຫັນແກ່ຕົວ  ທ່ານເຮັດຖືກແລ້ວ.

 ຂໍເປັນກຳລັງໃຈໃຫ້ ດຣ. ຄຳເຜີຍ ຈົ່ງສູ້ ໃນແນວທາງທີ່ທ່ານໄດ້ໃຫ້ໄວ້, ປະເທດລາວເຮົາ ຄວນແມ່ນຄົນລາວ ເປັນຜູ້ສ້າງ ບໍ່ແມ່ນຫວຽດ, ຈີນ ຫຼື ຄົນປະເທດອື່ນມາສ້າງ. ດັ່ງນັ້ນ ຄົນລາວ ຄວນ ຮັກຫອມເຊື້ອຊາດໂຕເອງ ບໍ່ແມ່ນແລ່ນແຕ່ນຳ ມັງກອນ ຫຼື ວ່າສິງໂຕ ຄື ຄົນເຫັນແກ່ໂຕບາງຄົນ (ຜູ້ໃຫຍ່ຜູ້ໂຕ)

 ຄົນດີ ຜີຂຸ້ມຄອງ ທັມມະສະນະໃຈມານ

__________________
Alex

Date:
Permalink   
 
ໃນນາມເປັນຄົນລາວໂຕນ້ອຍໆຄົນໜຶ່ງ ລາວເວົ້າມີສ່ວນຜິດແລະຖືກ.. ການຕໍ່ຕ້ານລັດທິມາກ-ເລນິນຂອງບັນພະບູລຸດລາວທີ່ນຳ​ທິດ​ສະ​ດີ​ນີ້​ມາປົດປ່ອຍຊາດນັ້ນ ຖືວ່າຜິດ! ແລະໃນປັດຈຸບັນປະເທດລາວກຳລັງກ້າວໄປໄດ້ດີ ດ້ວຍລະບົບການປົກຄອງແບບແນວທາງລັດທິມາກ-ເລນິນ. ແຕ່ໂດຍສ່ວນຕົວຂ້າພະເຈົ້າຄິດວ່າສິ່ງທີ່ ດຣ.ຄໍາເຜີຍ ປານມະໄລທອງ ຢາກຈະຊື່ເຖິງນັ້ນກໍ່ຄື ເປັນຫຍັງຄົນລາວບໍ່ສ້າງປະເທດດ້ວຍຄວາມຄິດຂອງຕົນເອງ ເພື່ອໃຫ້ສອດຄ່ອງກັບສັງຄົມລາວໃນປັດຈຸບັນ, ບໍ່ຢາກໃຫ້ຍຶດຕິດກັບລັດທິມາກ-ເລນິນຫຼາຍເກີນໄປ ຄວນປັບໃຫ້ເຂົ້າກັບສັງຄົມລາວໃນປັດຈຸບັນແນ່. ເພີ່ນຄົງບໍ່ມີເຈດຕະນາທີ່ຈະດູຖູກລັດທິມາກ-ເລນິນດອກ(ທີ່​ສ້າງ​ເພີ່ນ​ຂື້ນມາ​ຈົນ​ຮອດ​ຕຳ​ແໜ່ງນັ້ນ) ຈຸດປະສົງຂອງເພິ່ນກໍ່ຄືຜູ້ນຳທຸກຄົນນັ້ນແຫຼະ ຄືຢາກພັດທະນາປະເທດ. ສະຫຼຸບແລ້ວລາວຄວນຖືກລົງໂທດ ແຕ່ການລົງໂທດນັ້ນຄວນຢູ່ໃນຂອບເຂດ ແລະ ຄວນໃຫ້ໂອກາດລາວແກ້ຕົວ.  ຂໍ​ເປັນ​ກຳລັງ​ໃຈ​ໃຫ້ ​ແລະ ຂໍຈົບ!!

__________________
Anonymous

Date:
Permalink   
 
Anonymous wrote:

ດຣ ຄຳເຜີຍ  ນນກໍ່ສົມຄວນແລ້ວທີ່ຕົກຕ່ຳແໜ່ງ ຖືກແທ້ ຕ້ອງເອົາໄປສອບສວນກັກໂຕໄວ້ ເພາະວ່າເປັນຄະດີການເມືອງຕ່ຕ້ານພັກ-ລັດ ເປັນຜູ້ນຳແທ້ໆ ພັດເວ້າໂລເລ ໄປຍ້ອງພວກອາເມລິກາ ມັນຂ້າຄົນລາວ ແລະ ຫັວງທຳລາຍປະເທດລາວຕະຫລອດມາ ຮຽນກໍ່ຮຽນສູງ ຈົບປະລິນຍາເອກດ້ານປັດຊະຍາ ເຄີຍເຮັດຊ່ວຍທ່ານປະທານຄຳໄຕສີພັນດອນອີກ ແທນທີ່ຈະເຊື່ອມຊື່ມມູນເຊື້ອປະຕິວັດ ຊ້ຳພັດມີແນວຄິດ ໃສ່ຮ້າຍປ້າຍສີພັກ-ລັດ ຫຼື ວ່າ ພວກປະຕິການພັດຖ່ິນຢູ່ອາເມລິກາເອົາເງິນໃຫ້ບໍ່ ຈິ່ງບໍ່ເຫັນຄຸນງາມຄວາມດືຂອງພັກ-ລັດ ສົມຄວນໄລ່ອອກຈາກສະມາຊິກພັກປະຊາຊົນປະຕິວັດລາວ ເອົາໄປສຳມະນາດົນໆໂລດ

        ບັກປອບ ສະມອງເສັຽນີ້........  ອົມຂີ້ ມາເວົ້າ

__________________
Anonymous

Date:
Permalink   
 
Anonymous wrote:

ນີ້ແລະ ເຂົາວ່າຮຽນສູງແຕ່ເອົາຕົວບໍ່ລອດ ເວົ້າຫັຍງບໍ່ຄິດ ເຫັນບໍ່ ຕົກຕຳແໜ່ງຊ້ຳ ເສຍດາຍເດ ຍັງໜູ່ນນ້ອຍ ອະນາຄົດຍັງໄກ ສົງສານລູກເມຍເດເນາະ ຄົງຈະອັບອາຍທີ່ມີຫົວໜ້າຄອບຄົວແບບນີ້ ຢ່າຫວັງວ່າໃຜຊິຍ້ອງຍໍ ມີແຕ່ເຂົາວ່າຄົນໂງ່ ບໍ່ມີຫຼັກໝັ້ນ ການເມືອງ ແທນທີ່ຈະໃຊ້ຄວາມຮູ້ຊ່ວຍປະເທດຊາດ ພັດທະນາບ້ານເມືອງ ພັດອວດເກັ່ງແນວບໍ່ຖືກ ສົມນ້ຳໜ້າ ພວກຄົນລາວຢູ່ຕ່າງປະເທດກໍ່ເຊັ່ນດຽວກັນ ໄປເປັນຂີ້ຄ້າອາເມລິກາ ພັດມາເວ້າໂຈມຕີໃສ່ບ້ານເກີດຕົວເອງ ບໍ່ອາຍເນາະ ແຕ່ກໍ່ໜ້າສົມເພດຫລາຍ ເພາະທູກວັນນີ້ປະເທດລາວຂະເລີນແລ້ວເດີພີ່ນ້ອງ ບໍ່ເຊື່ອກໍ່ໄປຖາມພວກຄົນລາວທີ່ໄປລາວມາແລ້ວເບຶ່ງດູວ່າເປັນແນວໃດ໋ ພວກເຂ້າຢູ່ອາເມລິກາ ເຮັດວຽກຊິເປັນຊິຕາຍ ທູກກໍ່ທຸກ ຄ່າໃຊ້ຈ່າຍກໍ່ສູງ ຫາເງິນກໍ່ລຳບາກ ຂ້ອຍຮູ້ວ່າພວກເຈ້າຢາກມາລາວຊິຕາຍແລ້ວ ແຕ່ບໍ່ມີປັນຍາມາ ໄດ້ແຕ່ສົ່ງຂໍ້ຄວາມໃສ່ຮ້າຍປ້າຍສີ ຖະແຫລ່ງການໃສ່ວີດີໂອລົງອິນເຕີເນັດ ໂອຍ ອັນນີ້ບໍ່ການຕໍ່ສູ້ຂອງພວກເຈ້າ ປະເທດລາວເຂົາພັດທະນາແລ້ວ ບໍ່ມີໃຜສົນໃຈດອກ ມີແຕ່ພວກເສຍຜົນປະໂຫຍດຫັ່ນແລະທີ່ຄິດແບບນີ້ ເຫັນບໍ່ ກໍ່ຖືກລົງໂທດແລ້ວເດ ຈື່ໄວ້ໂລດ

 ຍ້ອນເພິ່ນຮຽນສູງນັ້ນລະຄວາມຄິດຊາດຂອງເພິ່ນມັນຈຶ່ງມີ,ຈົນສາມາດສະລະຄວາມສຸກຂອງສ່ວນຕົວເພື່ອຄວາມສຸກ ແລະຄວາມຈະເລີນ

ກ້າວໜ້າຂອງຊາດກໍ່ຄືປະຊາຊົນ.ຄົນຄືທ່ານແມ່ນໄປທຽບກັບເພິ່ນບໍ່ໄດ້ດອກ.ຢ່າໄປຊໍ້າເພິ່ນເລີຍ ແມ່ນເພິ່ນຈະລົ້ມຍ້ອນກຳລັງພວກມານ

ມັນແຮງ.ແຕ່ຄວາມແຮງຂອງມານກໍ່ບໍ່ອາດເອົາຊນະຈິດໃຈອັນແຂງແກ່ນຂອງເພິ່ນໄດ້.ປະຊາຊົນຜູ້ມີໃຈເປັນທັມຍ່ອມຈະອູ້ມຊູ ແລະ ໃຫ້ກຳ

ລັງໃຈເພິ່ນ.ຄິດວ່າວັນໜຶ່ງຄວາມຫວັງຂອງຄົນຫົວໃຈເປັນທັມຈະໄດ້ກັບມາສູ່ດິນແດນແຫ່ງນີ້ແນ່ນອນ.ເວລານັ້ນເຈົ້າເອງກໍຈະໄດ້ຮັບຜົນຂອງ

ຄວາມສຸກເຊັ່ນກັນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard