ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດຣ ຄໍາເຜີຍປານມາໄລທອງ ໄດ້ຕໍາແໜ່ງໃໝ່
Anonymous

Date:
ດຣ ຄໍາເຜີຍປານມາໄລທອງ ໄດ້ຕໍາແໜ່ງໃໝ່
Permalink   
 


ດຣ ຄໍາເຜີຍປານມາໄລທອງ ໄດ້ຕໍາແໜ່ງໃໝ່

image

 

ເຈົ້າໜ້າທີ່ຣະດັບສູງ ໃນສະພາແຫ່ງຊາດ ສປປລາວ ຜູ້ບໍ່ປະສົງອອກຊື່ ໄດ້ເປີດເຜີຍ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ວ່າ ເມື່ອມໍ່ໆມານີ້ ຄນະ ປະຈໍາສະພາ ແຫ່ງຊາດລາວ ໄດ້ມີມະຕິແຕ່ງຕັ້ງ ທ່ານ ຄໍາເຜີຍ ປານມາໄລທອງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 7 ຈາກເຂດນະຄອນ ຫລວງວຽງຈັນ ໃຫ້ເປັນຫົວໜ້າ ຄນະຊີ້ນໍາວຽກງານ ການຝຶກອົບຮົມ ຂອງສະພາແຫ່ງຊາດລາວ ຢ່າງເປັນທາງການ.

ພາຣະໜ້າທີ່ສໍາຄັນ ໃນບົດບາດໃໝ່ ຂອງທ່ານ ຄໍາເຜີຍ ຄືການຝຶກອົບຮົມ ສະມາຊິກສະພາ ໃຫ້ມີຄວາມພ້ອມ ທັງໃນພາກທິສດີ ແລະພາກ ປະຕິບັດ ໃນການຄົ້ນຄວ້າ ພິຈາຣະນາ ເພື່ອຮັບຮອງເອົາ ກົດໝາຍ, ໃນການພົບປະ ກັບປະຊາຊົນ ຫລືທີ່ຜູ້ມີສິດເລືອກຕັ້ງ, ການສອບຖາມ ແລະຕອບຂໍ້ຂ້ອງ ໃຈຕ່າງໆ ທີ່ປະຊາຊົນມີ ຕໍ່ການປະຕິບັດໜ້າທີ່ ຂອງສະພາແຫ່ງຊາດ ແລະການບໍຣິຫານງານ ຂອງຣັຖບານ.

ທ່ານເປີດເຜີຍຕໍ່ໄປວ່າການທີ່ ທ່ານ ຄໍາເຜີຍ ໄດ້ຮັບບົດບາດໃໝ່ນີ້ ພິສູດໃຫ້ເຫັນວ່າ ທ່ານຄໍາເຜີຍເປັນຜູ້ມີຄວາມຮູ້ ຄວາມສາມາດປະຕິບັດ ໜ້າທີ່ຮັບຜິດຊອບ ຢ່າງເອົາຈິງເອົາຈັງ ພ້ອມກັນນັ້ນ ກໍຍັງພິສູດ ໃຫ້ເຫັນວ່າ ຄວາມຄິດເຫັນຂອງທ່ານ ທີ່ວ່າການພັທນາ ດ້ານ ການສຶກສາ ຂອງລາວ ຕລອດຣະຍະທີ່ຜ່ານມາ ໄດ້ດໍາເນີນໄປ ໃນທິດທາງທີ່ຜິດພາດ ແລະບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ຊຶ່ງເປັນ ການສະແດງອອກໃນທັສນະທີ່ສ້າງສັນແລະຫວັງດີຕໍ່ປະເທດຊາດຢ່າງແທ້ຈິງ ແຕ່ກໍຍັງມີສະມາຊິກຂັ້ນນໍາ ຂອງ ພັກປະຊາຊົນປະຕິວັດລາວ ຈໍານວນບໍ່ໜ້ອຍທີ່ຍອມຮັບຄໍາຄິດເຫັນນັ້ນບໍ່ໄດ້ ຈຶ່ງໄດ້ຊຸກຍູ້ ໃຫ້ມີການປົດ ທ່ານຄໍາເຜີຍ ອອກຈາກຕໍາແໜ່ງ ປະທານສະຖາບັນວິທຍາສາດ ສັງຄົມແຫ່ງຊາດແລະຕໍາແໜ່ງໜ້າທີ່ສໍາຄັນດ້ານການເມືອງນັບແຕ່ຕົ້ນປີ 2012 ເປັນຕົ້ນມາ.



__________________
Anonymous

Date:
Permalink   
 

ພວກເຮົາຂໍຊົມເຊີຍ ທ່ານ Dr  ຄໍາເຜີຍປານມາໄລທອງ ຢ່າງສຸດໃຈ



__________________
Anonymous

Date:
Permalink   
 

Anonymous wrote:

ດຣ ຄໍາເຜີຍປານມາໄລທອງ ໄດ້ຕໍາແໜ່ງໃໝ່

image

 

ເຈົ້າໜ້າທີ່ຣະດັບສູງ ໃນສະພາແຫ່ງຊາດ ສປປລາວ ຜູ້ບໍ່ປະສົງອອກຊື່ ໄດ້ເປີດເຜີຍ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ວ່າ ເມື່ອມໍ່ໆມານີ້ ຄນະ ປະຈໍາສະພາ ແຫ່ງຊາດລາວ ໄດ້ມີມະຕິແຕ່ງຕັ້ງ ທ່ານ ຄໍາເຜີຍ ປານມາໄລທອງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 7 ຈາກເຂດນະຄອນ ຫລວງວຽງຈັນ ໃຫ້ເປັນຫົວໜ້າ ຄນະຊີ້ນໍາວຽກງານ ການຝຶກອົບຮົມ ຂອງສະພາແຫ່ງຊາດລາວ ຢ່າງເປັນທາງການ.

ພາຣະໜ້າທີ່ສໍາຄັນ ໃນບົດບາດໃໝ່ ຂອງທ່ານ ຄໍາເຜີຍ ຄືການຝຶກອົບຮົມ ສະມາຊິກສະພາ ໃຫ້ມີຄວາມພ້ອມ ທັງໃນພາກທິສດີ ແລະພາກ ປະຕິບັດ ໃນການຄົ້ນຄວ້າ ພິຈາຣະນາ ເພື່ອຮັບຮອງເອົາ ກົດໝາຍ, ໃນການພົບປະ ກັບປະຊາຊົນ ຫລືທີ່ຜູ້ມີສິດເລືອກຕັ້ງ, ການສອບຖາມ ແລະຕອບຂໍ້ຂ້ອງ ໃຈຕ່າງໆ ທີ່ປະຊາຊົນມີ ຕໍ່ການປະຕິບັດໜ້າທີ່ ຂອງສະພາແຫ່ງຊາດ ແລະການບໍຣິຫານງານ ຂອງຣັຖບານ.

ທ່ານເປີດເຜີຍຕໍ່ໄປວ່າການທີ່ ທ່ານ ຄໍາເຜີຍ ໄດ້ຮັບບົດບາດໃໝ່ນີ້ ພິສູດໃຫ້ເຫັນວ່າ ທ່ານຄໍາເຜີຍເປັນຜູ້ມີຄວາມຮູ້ ຄວາມສາມາດປະຕິບັດ ໜ້າທີ່ຮັບຜິດຊອບ ຢ່າງເອົາຈິງເອົາຈັງ ພ້ອມກັນນັ້ນ ກໍຍັງພິສູດ ໃຫ້ເຫັນວ່າ ຄວາມຄິດເຫັນຂອງທ່ານ ທີ່ວ່າການພັທນາ ດ້ານ ການສຶກສາ ຂອງລາວ ຕລອດຣະຍະທີ່ຜ່ານມາ ໄດ້ດໍາເນີນໄປ ໃນທິດທາງທີ່ຜິດພາດ ແລະບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ຊຶ່ງເປັນ ການສະແດງອອກໃນທັສນະທີ່ສ້າງສັນແລະຫວັງດີຕໍ່ປະເທດຊາດຢ່າງແທ້ຈິງ ແຕ່ກໍຍັງມີສະມາຊິກຂັ້ນນໍາ ຂອງ ພັກປະຊາຊົນປະຕິວັດລາວ ຈໍານວນບໍ່ໜ້ອຍທີ່ຍອມຮັບຄໍາຄິດເຫັນນັ້ນບໍ່ໄດ້ ຈຶ່ງໄດ້ຊຸກຍູ້ ໃຫ້ມີການປົດ ທ່ານຄໍາເຜີຍ ອອກຈາກຕໍາແໜ່ງ ປະທານສະຖາບັນວິທຍາສາດ ສັງຄົມແຫ່ງຊາດແລະຕໍາແໜ່ງໜ້າທີ່ສໍາຄັນດ້ານການເມືອງນັບແຕ່ຕົ້ນປີ 2012 ເປັນຕົ້ນມາ.


 ລາວຍອມຮັບວ່າ ປະສິດທິພາບ ຂອງສະພາ ແຫ່ງຊາດລາວ ຍັງຕໍ່າຫຼາຍ

2812DAF4-CAAD-4770-AFCD-9CAB8A61E373_w640_r1_s_cx0_cy10_cw0.jpg

 

ສະມາຊິກສະພາແຫ່ງຊາດລາວຍອມຮັບວ່າປະສິດທິພາບໃນ
ການປະຕິບັດງານຂອງສະພາແຫ່ງຊາດລາວຍັງຕໍ່າໃນຫຼາຍໆ
ດ້ານ ໂດຍສະເພາະແມ່ນການພັດທະນາລະບົບກົດໝາຍທີ່
ຍັງບໍ່ໄດ້ມາດຕະຖານສາກົນ.

ທ່ານສົມພັນ ແພງຄໍາມີ ສະມາຊິກສະພາ ແລະຮອງປະທານສະ
ພາແຫ່ງຊາດລາວ ໄດ້ຖະແຫຼງຍອມຮັບວ່າການປະຕິບັດໜ້າທີ່ ຂອງສະມາຊິກສະພາແຫ່ງຊາດລາວ ໃນລະຍະເຄິ່ງແຜນການ 5
ປີທີ່ຜ່ານມາ ຍັງມີຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງ ແກ້ໄຂໃນຫຼາຍດ້ານ ໂດຍສະເພາະແມ່ນ
ການປະຕິບັດພາລະບົດບາດເປັນຕົວແທນ ແຫ່ງສິດທິອໍານາດ ແລະຜົນປະໂຫຍດຂອງ
ປະຊາຊົນບັນດາເຜົ່າທີ່ຍັງບໍ່ສົມຄູ່ກັບພາລະບົດບາດ.
 
ຊຶ່ງກໍເຊັ່ນດຽວກັນກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງທີ່ຍັງ ຊັກຊ້າ
ສ່ວນການປະຕິບັດພາລະບົດບາດຂອງການເປັນອົງການນິຕິບັນຍັດ ກໍຍັງບໍ່ເປັນໄປຕາມ
ແຜນການທີ່ວາງໄວ້ ແລະຍັງມີການເລື່ອນເວລາໃນການສ້າງ ແລະປັບປຸງກົດໝາຍຢູ່
ເລື້ອຍ
ມາ ເພາະວ່າການຮ່າງກົດໝາຍຍັງບໍ່ທັນລະອຽດ ແລະບໍ່ຮັດກຸມ ຈຶ່ງຕ້ອງມີການນໍາກັບມາ
ຄົ້ນຄວ້າຄືນໃໝ່ອີກຫຼາຍເທື່ອ ໃນຂະນະທີ່ສະມາຊິກສະພາແຫ່ງຊາດກໍຍັງລົງໄປພົບປະ
ເພື່ອເຜີຍແຜ່ຜົນງານຂອງສະພາແຫ່ງຊາດຕໍ່ປະຊາຊົນໄດ້ຢ່າງຈໍາກັດອີກດ້ວຍ ດັ່ງທີ່
ທ່ານ ສົມພັນ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:

ການປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດທິ
ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຍັງບໍ່ທັນເຮັດ
ໄດ້ກວ້າງຂວາງ ແລະບໍ່ທັນໄດ້ເຂົ້າເຖິງກຸ່ມເປົ້າໝາຍ
ຕ່າງໆຢ່າງມີຈຸດສຸມ ສະມາຊິກສະພາແຫ່ງຊາດຈໍານວນ
ນຶ່ງ ບໍ່ທັນໄດ້ຕັ້ງໜ້າເຂົ້າຮ່ວມຢ່າງເຕັມເມັດເຕັມໜ່ວຍ ໂດຍສະເພາະແມ່ນການລົງເຜີຍແຜ່ຜົນສໍາເລັດຂອງ
ກອງປະຊຸມສະພາແຫ່ງຊາດບໍ່ທັນສາມາດປະຕິບັດໄດ້
ຕາມແຜນການທີ່ວາງໄວ້.”

ໃນລະຍະເຄິ່ງສະໄໝຂອງແຜນການ 5 ປີທີ່ຜ່ານມານີ້ ບັນດາ
ສະມາຊິກສະພາແຫ່ງຊາດລາວໄດ້ລົງໄປພົບປະແລະເຜີຍແຜ່ຜົນງານຂອງສະພາແຫ່ງ ຊາດລາວໄດ້ 2,400 ກວ່າຈຸດ ມີປະຊາຊົນເຂົ້າຮ່ວມຮັບຟັງ 5 ແສນກວ່າຄົນ ຫຼືບໍ່ເຖິງ 10%
ເທົ່ານັ້ນ ຂອງຈໍານວນປະຊາກອນລາວທີ່ມີຢູ່ຫຼາຍກວ່າ 6.5 ລ້ານຄົນໃນທົ່ວປະເທດ ແລະໃນ
ລະຍະດຽວກັນນີ້ ສະພາແຫ່ງຊາດຍັງໄດ້ຮັບ ຄໍາຮ້ອງຂໍຄວາມຍຸຕິທໍາທີ່ສະເໜີໂດຍປະຊາ
ຊົນລາວບັນດາເຜົ່າຈໍານວນເຖິງ 2,549 ກໍລະນີ ແຕ່ການແກ້ໄຂກໍຍັງຄົງດໍາເນີນໄປຢ່າງຊັກ
ຊ້າຫຼາຍ ທັງໆທີ່ວ່າ ຕາມແຜນການຂອງສະພາແຫ່ງຊາດນັ້ນ ໄດ້ວາງເປົ້າໝາຍທີ່ຈະຕ້ອງ
ດໍາເນີນ ການແກ້ໄຂຄໍາຮ້ອງເຫຼົ່ານີ້ໃຫ້ໄດ້ບໍ່ໜ້ອຍກວ່າ 80% ກໍຕາມ
 
ທາງດ້ານເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍໃຫ້
ທັດສະນະວ່າ ການພັດທະນາລະບົບກົດໝາຍໃນລາວ ພາຍໃຕ້ຄວາມຮັບຜິດຊອບຂອງ
ສະພາແຫ່ງຊາດລາວຍັງຄົງດໍາເນີນໄປຢ່າງຊັກຊ້າ ແລະຍັງບໍ່ໄດ້ມາດຕະຖານສາກົນ ຊຶ່ງກໍ
ໄດ້ເປັນຜົນເຮັດໃຫ້ບັນດານັກລົງທຶນຕ່າງ ຊາດຍັງບໍ່ມີຄວາມໝັ້ນໃຈ ທີ່ຈະເຂົ້າໄປລົງທຶນ
ໃນລາວໃນຫຼາຍໆດ້ານ.
 
ໂດຍສະເພາະແມ່ນໃນພາກການເງິນການທະນາຄານທີ່ຖືເປັນກົນໄກສໍາຄັນທີ່ສຸດ ສໍາລັບ
ການພັດທະນາພາກການລົງທຶນນັ້ນ ກໍຍັງປາກົດວ່າມີພຽງທະນາຄານຂະໜາດນ້ອຍ ຈາກບາງປະເທດເທົ່ານັ້ນ ທີ່ໄດ້ເຂົ້າມາເປີດສາຂາເພື່ອດໍາເນີນທຸລະກິດຢູ່ໃນລາວ ເຊັ່ນ
ທະນາຄານຈາກຫວຽດນາມ ກໍາປູເຈຍ ແລະຈີນ ເປັນຕົ້ນ ສ່ວນທະນາຄານຈາກຢູໂຣບ ສະຫະລັດອາເມຣິກາ ແລະຍີ່ປຸ່ນັ້ນ ຍັງບໍ່ໃຫ້ ຄວາມສໍາຄັນກັບລາວແຕ່ຢ່າງໃດ.
 
ເຈົ້າໜ້າທີ່ຂັ້ນສູງຂອງ UNDP ບອກວ່າ ກໍລະນີທີ່ສາມາດສະແດງໃຫ້ເຫັນເຖິງການທີ່
ບັນດາທະນາຄານຊັ້ນນໍາຂອງໂລກຍັງບໍ່ໃຫ້ຄວາມສົນໃຈທີ່ຈະເຂົ້າມາລົງ ທຶນໃນລາວ ໄດ້
ຢ່າງຊັດເຈນ ກໍຄືການທີ່ລາວໄດ້ເປີດຕະຫຼາດຫຼັກຊັບ ນັບເປັນ ເວລາກວ່າ 2 ປີມາແລ້ວ ຫາກແຕ່ຈົນເຖິງມື້ນີ້ ກໍຍັງຄົງມີພຽງ 2 ບໍລິສັດເທົ່ານັ້ນ ທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ
ແຫ່ງຊາດລາວ ກໍຄືບໍລິສັດຜະລິດໄຟຟ້າລາວມະຫາຊົນ ກັບທະນາຄານການຄ້າຕ່າງປະ
ເທດມະຫາຊົນ.
 
ສ່ວນກໍລະນີ ທີ່ສາມາດສະແດງໃຫ້ເຫັນເຖິງລະດັບປະສິດທິພາບຕໍ່າຂອງສະມາ ຊິກສະພາ
ແຫ່ງຊາດລາວໄດ້ຢ່າງຊັດເຈນ ກໍຄືການທີ່ສາມາດສ້າງກົດໝາຍໃໝ່ ໄດ້ພຽງ 9 ສະບັບ
ເທົ່ານັ້ນ ໃນຊ່ວງເກືອບ 3 ປີທີ່ຜ່ານມາ ແຕ່ໃນຂະນະດຽວກັນ ກັບຕ້ອງເສຍເວລາສ່ວນ
ໃຫຍ່ໄປກັບການດັດແກ້ກົດໝາຍເກົ່າເຖິງ 20 ສະບັບ ເນື່ອງຈາກເປັນກົດໝາຍທີ່ຖືກຮ່າງ
ຂຶ້ນມາໂດຍບໍ່ໄດ້ມາດຕະຖານສາກົນ  ແລະບໍ່ສອດຄ່ອງກັບສະພາບການທັງພາຍໃນ ແລະ
ນອກປະເທດ ທີ່ປ່ຽນແປງ ໄປຢ່າງໄວວານັ້ນເອງ.  



__________________
Anonymous

Date:
Permalink   
 

ດີໃຈນຳທ່ານຜູ້ແທ່ນທຸກຄົນທີ່ມີສາຍຕາຍໄກ ແລະ ສະຫຼາດສ່ອງໃສຮູ້ຈັກເລືອກເອົາຄົນທີ່ມີຄວາມຮູ້,ຄວາມສາມາດ

ມາຮັບໄຊ້ເພື່ອປະຕິບັດເປົ່າໝາຍອັນສຳຄັນໃຫ້ປະກົດເປັນຈິງ,ເກີດຜົນປະໂຫຍດແກ່ຊາດບ້ານເມືອງ

ແລະ ປະຊາຊົນລາວ ບັນດາເຜົ່າ.

 



__________________
Anonymous

Date:
Permalink   
 

ສະແດງຄວາມຍິນດີນຳ ທ່ານດຣ ທີ່ໄດ້ຕຳແຫນ່ງໃຫມ່ ຄົນຄືທ່ານດຣ ຫນ້າຈະໄປຢູ່ພະແນກກວດສອບກວດກາ ຫລືຝ່າຍວິຊາການ ບໍລິຫານໄດ້ຫມົດ ຍ້ອນເປັນຄົນມີວິໃສທັດກວ້າງໄກ 

ຢາກໃຫ້ເພີ່ນຈະເລີນໃນຫນ້າທີ່ຕຳແຫນ່ງ ແຕ່ຢ່າສວຍໃຊ້ຫນ້າທີ່ ເພື່ອຜົນປະໂຫຍດສ່ວນຕົວແລະພວກພ້ອງ ຄືບາງບຸກຄົນບາງກຸ່ມ

ໃນປະຈຸບັນຂ່າວເຮັ່ງຮ້ອນ ກະຄືພວກພາສີ ທຸກໆເຂດທີ່ຍັກຍອກເອົາເງິນພາສີ ເປັນຂອງຕົນເອງແລະພັກພວກ ຕົວຢ່າງ: ພາສີເຂດ 3 ຖ້າບໍໂກງເງິນຕື້ຄືຊິບໍເປັນຂ່າວ ຖ້າໂກງດ້າມສິບຊາວລ້ານ ຄືຊິມິດຊ້ອຍມ້ອຍ ປານຫອຍໄຂ່ ອັນນີ້ແບ່ງຜົນປະໂຫຍດບໍລົງຕົວ ກະເລີຍມີການຂາຍຫນ້າກັນເອງ.

ຖ້າປະເທດລາວມີຄົນມີວິໃສທັດ ກ້າສະແດງອອກກ້າຕຳນິກ້າເອົາຄວາມຈິງມາເວົ້າ ຄືດຣຄຳເຜີຍປະເທດລາວມີໂອກາດຈະເລີນກ້າວຫນ້າແນ່ນອນ.



__________________
Anonymous

Date:
Permalink   
 

ທ່ານ Dr ຄຳເຜີຍ ປານມະໄລທອງ ຄວນໃຫ້ລາວເປັນ ປະທານປະເທດຈະເໝາະກ່ວາ

ຂພຈ ມັກແນວຄິດແລະອຸດົມການຂອງ ທ່ານ



__________________
Anonymous

Date:
Permalink   
 

Anonymous wrote:

ທ່ານ Dr ຄຳເຜີຍ ປານມະໄລທອງ ຄວນໃຫ້ລາວເປັນ ປະທານປະເທດຈະເໝາະກ່ວາ

ຂພຈ ມັກແນວຄິດແລະອຸດົມການຂອງ ທ່ານ


 ທ່ານປຼີນຢາເອກ,ຊິຍອມປະຕັ້ງບໍ່ເພາະເພິ່ນຕິດຢຶດຢ່າງແກະບໍ່ອອກແລ້ວ.



__________________
Anonymous

Date:
Permalink   
 

ລາກບັກຈຸມມະລີ,ບັກທອງສິງນັ້ນລົງ,ພວກນີ້ມັນບໍ່ມີຄວາມຮູ້,ພວກບໍ່ຈົບປະຖົມ



__________________
Anonymous

Date:
Permalink   
 

Anonymous wrote:

ລາກບັກຈຸມມະລີ,ບັກທອງສິງນັ້ນລົງ,ພວກນີ້ມັນບໍ່ມີຄວາມຮູ້,ພວກບໍ່ຈົບປະຖົມ


 ຈັ່ງໃດວ່າເພິ່ນບໍ່ຈົບປະຖົມ,ກະດຽວວ່າທ່ານຈຸມມະລີໄດ້ຮັບປີ່ນຍາເອກເກຣດເອ ຈາກປະເທດທີ່ມີສະຖານບັນ

ການສອນສຸດຍອດຂອງໂລກມາໄໝ່ໆຍັງສົດໆຮ້ອນຢູ່.ກະຊິດ້ວຍປຣິນຍາໃບນີ້ລະເພິ່ນຊິເອົາປະເທດຫຼຸດພົ້ນ

ຈາກຄວາມທຸກຍາກໃນປີ2015 ນີ້.ແຕ່ຂ້ອຍຢ້ານແຕ່ພູຜາປ່າດົງ,ບໍ່ແຮ່ກ້ຽງ ຄົນລາວສ່ວນໃຫຍ່ກະຍັງຊິທຸກ

 ຫຼື ຍິ່ງທຸກກວ່າເກົ່າ.



__________________
Anonymous

Date:
Permalink   
 

ສຫຈູມມະລີໄດ້ຮັບປະຣິນຍາເອກຕັດໄມ້ຂາຍ,ຂ້າຄົນ,ສໍ້ໂກງ,ຫລິ້ນພັກຊູພວກຊຶ່ງແກວ

ໄດ້ມອບໃຫ້ເພາະເຂົາຢາກສວາຍໄຊ້ຄົນໂງ່ປັນຍາອ່ອນ



__________________


Member

Status: Offline
Posts: 5
Date:
Permalink   
 

ຂພຈ ດີໃຈທີ່ໄດ້ຍິນຂ່າວນີ້ ເຊື່ອຄົນດີ ມີຄວາມສາມາດຄື ດຣ ຄຳເຜີຍ ແມ່ນຈະໄດ້ດີເມື່ອໜ້າຖ້າທ່ານຍັງຍຶດໝັ້ນໃນອຸດົມການ ແລະ ຫາກຄົນດີ ມີຄວາມສາມາດໃນພັກ ລັດ ໂດຍສະເພາະເພື່ອນຂອງເພີ່ນ ໃນຝ່າຍນິຕິບັນຍັດ ບໍ່ເມີນເສີຍ  ແລະ ກ້າສະໜັບສະໜູນທ່ານຫລາຍຂຶ້ນ.

 

ນີ້ກໍເປັນທິດທາງ ແລະ ສັນຍານທີ່ດີ ສຳລັບການພັດທະນາປະຊາທິປະໄຕຂອງລາວ ເພາະຄົນລາວຕ້ອງການຜູ້ນຳ ແລະ ນັກການເມືອງ ທີ່ກ້າຫານຊີ້ນຳສັງຄົມໄປໃນທິດທາງທີ່ຖືກຕ້ອງ ຕາມຄວາມເປັນຈິງ ບໍ່ແມ່ນຍາມໃດກໍຈົງຮັກພັກດີ ຕໍ່ລັດທິມາກ-ເລນິນ ຈົນຕາຍໃຈ, ປະຕິເສດລັດທິ ແລະ ທິດສະດີອື່ນ, ເພາະການສຶກສາ ການໃຫ້ຄວາມຮູ້ຄົນມັນຕ້ອງມີຄວາມຫລາກຫລາຍ ຍອມຮັບກັນບົນພື້ນຖານເຫດຜົນ ແລະ ຄວາມຖືກຕ້ອງ, ເປີດຟອກາດໃຫ້ ສສ ແລະ ປະຊາຊົນຖົກຖຽງ ໃນບັນຫາຕ່າງ ຢ່າງກວ້າງຄວາມ, ເຄົາລົບຄຳເຫັນຊຶ່ງກັນ ແລະ ກັນ, ບໍ່ແມ່ນເຫັນຄວາມແຕກຕ່າງ ບໍ່ເຫັນດີນຳຕົນ ແລ້ວ ເບີ່ງ ຈຳແນກກັນເປັນສັດຕູ, ແລ້ວຈະຢູ່ຮ່ວມກັນ ຊ່ວຍກັນພັດທະນາປະເທດໄດ້ແນວໃດ.

 

ສັງຄົມ ກໍຄວນສະແດງອອກເຖິງການສະໜັບສະໜູນທາງໃຫ້ຫລາຍໆ ຮູບແບບ, ເປັນໄປໄດ້ບໍຕັ້ງກຸ່ມສະໜັບສະໜູນທ່ານ ຈະດ້ວຍ social media ເຊັ່ນ ເຟດບຸກ ເວບເພດ ເພື່ອເປັນສ່ອງທາງສື່ສານ ສ່ອງແສງບັນຫາທາງສັງຄົມ ຜ່ານ ດຣ ຄຳເຜີຍ, ສື່ກະແສຫລັກ ຄືໜັງສືພິມ ແລະ ໂທລະພາບກໍຄວນພະຍາຍາມ ອອກຂ່າວກ່ຽວກັບການເຮັດວຽກຂອງເພີ່ນແດ່ ສຳພາດ ບົດຄວາມຕໍ່ກັບັນຫາທາງສັງຄົມໃຫ້ຫລາຍຂຶ້ນ ເພື່ອກະຕຸ້ນໃຫ້ສັງຄົມຕື່ນຕົວ ຮ່ວມກັນສະໜັບສະໜູນເພີ່ນ.

 

 

 



__________________
Anonymous

Date:
Permalink   
 

ດຣ ຄໍາເຜີຍປານມາໄລທອງ ໝັ້ນຍືນ ໝັ້ນຍືນ ໝັ້ນຍືນ...!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard