ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ.ພູເພັດ ບໍ່ຖືກກັກຕົວແລ້ວ
Anonymous

Date:
ທ.ພູເພັດ ບໍ່ຖືກກັກຕົວແລ້ວ
Permalink   
 
ທ.ພູເພັດ ບໍ່ຖືກກັກຕົວແລ້ວ

9c08d6c1-d327-4cc9-bd63-60870ae5cae2.jpe

ຄວາມຄືບໜ້າ ກ່ຽວກັບ ກໍຣະນີ ທ່ານ ພູເພັດ ຄໍາພູນວົງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ ທີ່ ຖືກກັກ ບໍຣິເວນ ແລະ ພະນັກງານ ກະຊວງ ການເງິນ 4 ຄົນ ຊຶ່ງ ໃນນັ້ນ ກໍມີເລຂາ ສ່ວນຕົວ ຂອງ ທ່ານ ຊື່ ທ້າວ ອາລັດ, ມີ ຫົວໜ້າກົມ, ຮອງກົມ ງົບປະມານ ແລະ ພະນັກງານ ຜແນກສັງລວມ ທີ່ ຖືກຈັບ ໃນ ທ້າຍເດືອນ ທັນວາ ປີ 2015 ໃນຂໍ້ຫາ ສໍ້ຣາສ ບັງຫຼວງ ທີ່ກ່ຽວກັບ ການອອກ ພັນທະບັດ ແລະ ໂຄງການ ບໍ່ມີຕົວຕົນ.

ຫລ້າສຸດ ເຈົ້າໜ້າທີ່ ກະຊວງ ການເງິນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 1 ເມສາ ວ່າ: ທ່ານ ພູເພັດ ແລະ ພະນັກງານ ເຫລົ່ານັ້ນ ຖືກປ່ອຍຕົວ ອອກມາແລ້ວ ໃນ ເດືອນ ມິນາ ຜ່ານມາ, ໂດຍບໍ່ມີ ການດໍາເນີນ ຄະດີຫຍັງ, ແຕ່ຈະຕ້ອງ ໄດ້ຈ່າຍເງິນ ທີ່ສູນຫາຍ ໄປນັ້ນຄືນ ທັງໝົດ.

ເງິນທີ່ເສັຽໄປ ໃນໂຄງການ ບໍ່ມີ ຕົວຕົນນັ້ນ ຮູ້ແຕ່ວ່າ ເປັນ ຈໍານວນ ມະຫາສານ, ຈົນເຖິງຂັ້ນ ເຮັດໃຫ້ ກະຊວງ ການເງິນ ຂາດ ງົບປະມານ ຈົນ ບໍ່ສາມາດ ຈ່າຍເງິນ ເດືອນ ໃຫ້ ພະນັກງານ ຣັຖກອນ.

ເຈົ້າໜ້າທີ່ ກ່າວອີກວ່າ: ການປ່ອຍຕົວ ຄັ້ງນີ້ ແມ່ນເປັນ ຄໍາສັ່ງຂອງ ການນໍາ ລາວ ຣະດັບ ກົມການເມືອງ ແລະ ບໍ່ຕ້ອງການ ໃຫ້ ເຣື້ອງນີ້ ໂດ່ງດັງ ໄປຫຼາຍ, ຈຶ່ງ ສັ່ງໃຫ້ ປ່ອຍ ໃນຣະຍະ ທີ່ມີການ ເລືອກຕັ້ງ ສະພາ ເພາະເຫັນວ່າ ຄົນສ່ວນໃຫຍ່ ຈະສົນໃຈ ການເລືອກຕັ້ງ ຫຼາຍກວ່າ.

ພະນັກງານ ທັງ 4 ຄົນ ທີ່ວ່າເປັນ ຜູ້ໃກ້ຊິດ ກັບ ທ່ານ ພູເພັດ ນັ້ນໄດ້ຖືກ ຂັງຄຸກ ຢູ່ໂພນທັນ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່.

ສ່ວນທ່ານ ພູເພັດ ຄໍາພູນວົງ ໃນເບື້ອງຕົ້ນ ຖືກກັກ ບໍຣິເວນ ເພື່ອ ສືບສວນ ສອບສວນ ຢູ່ຫ້ອງການ ກວດກາ ສູນກາງພັກ ຫລັກ 6. ແຕ່ຕໍ່ມາ ບໍ່ມີການ ເປີດເຜີຍວ່າ ທ່ານ ຖືກສົ່ງໄປ ກັກຕົວ ຢູ່ບ່ອນໃດ.

ທ່ານ ພູເພັດ ເຄີຍ ມີຕໍາແໜ່ງ ເປັນຜູ້ວ່າການ ທະນາຄານ ແຫ່ງຊາດ ສປປລາວ ແລະ ຖືກຍ້າຍ ໄປເປັນ ຣັຖມົນຕຣີ ກະຊວງ ການເງິນ ໄດ້ປະມານ 2 ປີ. ທ່ານ ຖືກປົດ ຕໍາແໜ່ງ ໃນເດືອນ ມິນາ ປີ 2014 ແລະ ຖືກຍ້າຍ ໄປຮັບໜ້າທີ່ ຢູ່ ຫ້ອງວ່າການ ຣັຖບານ ກ່ອນຈະຖືກ ກັກ ບໍຣິເວນ

__________________
Anonymous

Date:
Permalink   
 
Anonymous wrote:

 ພັກ-ລັດ ມັນຫຼີ້ນລະຄອນລວງຕາປະຊາຊົນເພື່ອຫາຫາງສຽງປະຊານິຍົມພໍຄືໄປຊົ່ວໄລຍະ.ເມື່ອມັນເຢັນໄປເລັກນ້ອຍ

ຫຼື ປະຊາຊົນລາວເລີ້ມລືມໄປ ຫຼືມັນໄດ້ສ້າງເຫດການໄໝ່ມາຫັນຄວາມສົນໃຈປະຊາຊົນລາວໄປທາງໄໝ່ໄດ້ແລ້ວ.ມັນ

ກະປ່ອຍກັນອອກມາຄືແນວນີ້ລະ ເພື່ອຕໍ່ໄປປະຊາຊົນລາວກໍ່ເປັນເຈົ້າໜີ້ຕໍ່ໄປແມ່ນແຕ່ວິນຍານໃດທີ່ຈະມາເກີດ

ເປັນລາວຍ່ອມມີໜີ້ຕິດຫົວແລ້ວ.ນີ້ຄືຄວາມຊົ່ວຂອງ ພັກ-ລັດ ປະຕິວັດປະຊາຊົນລາວ ເພື່ອຜົລປະໂຫຍດຕ່າງຊາດ

ໂດຽສເພາະ ແກວຂີ້ຫິດ ແລະ ເຈັກຂີ້ເຮື້ອນ.ມັນບໍ່ໄດ້ເຮັດຫັຽງດີແກ່ຊາດ ແລະ ປະຊາຊົນລາວເລີຍ.

__________________
Anonymous

Date:
Permalink   
 
ເປັນແນວໃດນັກຣົບແນວລາວຮັກຊາດໃນເມື່ອກ່ອນທີ່ຖີ້ມເຮືອນຊານ,ຖີ້ມລູກເມັຍໄປເຮັດການຕໍ່ສູ້

ເມື່ອປົດປ່ອຍຊາດຕາມການຫຼອກລວງຂອງ ພັກປະຊາຊົນປະຕິວັດລາວໄຕ້ການຊີ້ນຳຂອງແກວຂີ້ເກື້ອນ.

ຜູ້ຕາຍໆໄປແລ້ວ,ຜູ້ຍັງຄົງເຫຼືອໃຈທີ່ເຫັນຄວາມຮັ່ງມີຂອງຂັ້ນເທິງ.ຢູ່ໃສຄວາມຈິງທີ່ເຂົາບອກພວກທ່ານ

ໃຫ້ເຊື່ອຢ່າງຕາຍໃຈ.ເຖິງບັນນີ້ໃຈຕິມັນຊິຕາຍ.ກ່ອນໃຈຊິຕາຍຢ່າງໄຮ້ຄ່າຄວນຮ່ວມກັບພໍ່ແມ່ປະຊາຊົນລາວ

ບັນດາເຜົ່າລຸກຂື້ນມາຕັດຫົວພວກມັນຜູ້ນຳ ພັກ-ລັດ ໄປສຽບໄວ້ເທິງແຕດແກວເສັຍກ່ອນເດີ.

ເມື່ອນັ້ນຜາຫຼາບຸນທີ່ທ່ານທຳໄວ້ຈະຖືກຈາລຶກເປັນວິຣະຊົນຂອງຊາດແນ່ນອນ.ອະນຸສອນສະຖານຂອງພວກ

ທ່ານຈະມາປະກົດແທນ ໄກສອນ,ສຸພານຸວົງ ແລະ ຄົນອື່ນໆແນ່ນອນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard