ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ.ທອງລຸນ ອາຈບໍ່ແມ່ນນາຍົກ ຄົນໃໝ່
Anonymous

Date:
ທ.ທອງລຸນ ອາຈບໍ່ແມ່ນນາຍົກ ຄົນໃໝ່
Permalink   
 


ທ.ທອງລຸນ ອາຈບໍ່ແມ່ນນາຍົກ ຄົນໃໝ່

6514d73b-9a3b-4804-b074-6cf06f38f855.png

 

ນາຍົກ ຣັຖມົນຕຣີ ສປປລາວ ຄົນໃໝ່ ຊຶ່ງ ກອງປະຊຸມ ສະພາ ແຫ່ງຊາດ ລາວ ຈະລົງ ຄະແນນສຽງ ຮັບຮອງ ເອົາ ໃນວັນທີ 20 ເມສາ ນີ້ ອາຈຈະບໍ່ແມ່ນ ທ່ານ ທອງລຸນ ສີສຸລິດ ດັ່ງ ທີ່ຊາວລາວ ຫຼາຍຄົນ ຄາດຄະເນ ເອົາໄວ້.

ເຈົ້າໜ້າທີ່ ຫ້ອງວ່າການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ຂໍສງວນຊື່ ທ່ານນຶ່ງ ເປີດເຜີຍຕໍ່ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອ ວັນທີ 18 ເມສາ ນີ້ວ່າ, ທ່ານ ທອງລຸນ ສີສຸລິດ ຈະບໍ່ໄດ້ ເປັນ ນາຍົກ ຣັຖມົນຕຣີ ກໍເພາະວ່າ ທ່ານ ບຸນຍັງ ວໍຣະຈິຕ ມີອາຍຸ 78 ປີ ປາຍແລ້ວ, ຊຶ່ງ ຫາກໍ່ຖືກ ເລືອກເປັນ ເລຂາທິການ ໃຫ່ຽ ພັກ ປະຊາຊົນ ປະຕິວັດ ລາວ ເມື່ອເດືອນ ມົກກະຣາ ທີ່ ຜ່ານມາ ແລະ ຄາດວ່າ ຈະໄດ້ເປັນ ປະທານ ປະເທດ ນັ້ນ, ປະຈຸບັນ ທ່ານ ມີສຸຂພາບ ຊຸດໂຊມ ອາດບໍ່ ສາມາດ ເຮັດວຽກ ໄດ້ ຢ່າງເຕັມທີ່. ທາງຄນະນຳ ຂອງ ພັກ ຈຶ່ງຕ້ອງຈັດ ໃຫ້ ຜູ້ຊ່ວຍເຫຼືອ ຫຼືຜູ້ ສືບທອດ ເອົາໄວ້ ຊຶ່ງ ມີຄວາມ ເປັນໄປໄດ້ສູງ ອາດຈະແມ່ນ ທ່ານ ທອງລຸນ ສີສຸລິດ, ປະຈຸບັນ ມີຕຳແໜ່ງ ຮອງ ນາຍົກ ຣັຖມົນຕຼີ ແລະ ຣັຖມົນຕຼີ ວ່າການ ກະຊວງ ການ ຕ່າງປະເທດ ຈະຖືກ ແຕ່ງຕັ້ງ ໃຫ້ຂຶ້ນເປັນ ຮອງ ປະທານ ປະເທດ ແລະ ອາດຈະໄດ້ ເປັນ ເລຂາທິການ ໃຫ່ຽ ຂອງພັກ ໃນ ອະນາຄົດ.

ອີກເຫດຜົນ ນຶ່ງ ທ່ານ ບຸນຍັງ ວໍຣະຈິຕ ເປັນຄົນ ທີ່ມີນິໄສ ບໍ່ມັກ ຂີ່ເຮືອບິນ; ຖ້າໄດ້ເປັນ ປະທານ ປະເທດ ທ່ານ ຈຳຕ້ອງໄດ້ ເດີນທາງ ໄປ ຕ່າງປະເທດ ເລື້ອຍໆ ທ່ານ ອາດຈະ ບໍ່ໄຫວ. ສ່ວນໃຜ ຈະໄດ້ເປັນ ນາຍົກ ຣັຖມົນຕຼີ ລາວ ຄົນໃໝ່ນັ້ນ, ເຈົ້າໜ້າທີ່ ທ່ານນີ້ ກໍ່ໃຫ້ ທັສນະວ່າ ມີຄວາມ ເປັນໄປໄດ້ ສູງ ທີ່ ດຣ. ໄຊສົມພອນ ພົມວິຫານ, ອາຍຸ 62 ປີ, ປະຈຸບັນ ເປັນຮອງ ປະທານ ສະພາ ແຫ່ງຊາດ ແລະ ຫາກໍ່ໄດ້ ຂຶ້ນເປັນ ສະມາຊິກ ຄນະ ກັມມະການ ກົມ ການເມືອງ ສູນກາງພັກ ໃໝ່ໆ ອາດຈະໄດ້ເປັນ ນາຍົກ ຣັຖມົນຕຼີ ຄົນໃໝ່ ເພາະວ່າ ທ່ານ ມີເສັ້ນສາຍ ດີ ເປັນລູກ ຊາຍກົກ ຂອງ ອະດີດ ເລຂາທິການ ໃຫ່ຽ ຂອງພັກ ປະຊາຊົນ ປະຕິວັດ ລາວ ຄົນທຳອິດ ຄື ທ່ານ ໄກສອນ ພົມວິຫານ.

ເຖິງຢ່າງໃດ ກໍ່ດີ, ເຈົ້າໜ້າທີ່ ຫ້ອງວ່າການ ສູນກາງພັກ ທ່ານນີ້ ຄາດຄະເນ ອີກວ່າ ຍັງຄົງມີ ຄວາມ ເປັນໄປໄດ້ ເຊັ່ນກັນ ທີ່ ຍານາງ ປານີ ຢ່າທໍ່ຕູ້, ຜູ້ເປັນ ສະມາຊິກ ຄນະ ກົມການເມືອງ ສູນກາງພັກ ອັນດັບ ທີ 3 ກໍອາດໄດ້ ເປັນ ນາຍົກ ຣັຖມົນຕຼີ ສປປລາວ ຄົນທີ 7 ກໍເປັນໄດ້; ຖ້າໄດ້ເປັນ ນາງຈະເປັນ ນາຍົກ ຣັຖມົນຕຣີ ເພດຍິງ ຄົນທຳອິດ ຂອງ ສປປລາວ.

ສ່ວນບຸກຄົນ ອື່ນໆ ທີ່ສຳຄັນ ເຊັ່ນ ທ່ານ ສອນໄຊ ສີພັນດອນ ລູກຊາຍ ຂອງ ທ່ານ ຄຳໄຕ ສີພັນດອນ ອະດີດ ເລຂາທິການ ໃຫ່ຽ ພັກ ປະຊາຊົນ ປະຕິວັດ ລາວ ກໍ່ອາດຈະຖືກ ແຕ່ງຕັ້ງ ໃຫ້ເປັນ ຮອງ ນາຍົກ ຣັຖມົນຕຼີ.



__________________
Anonymous

Date:
Permalink   
 

ສະມາຊິກສະພາ ໂກງຊາດ

Member.jpg



__________________
Anonymous

Date:
Permalink   
 

 

13000127_1700302373563964_22004187982911



__________________
Anonymous

Date:
Permalink   
 

Anonymous wrote:

 

13000127_1700302373563964_22004187982911


 ຕາຍແທ້ບໍ? ຄືສຽງເສຣີຊົນລາວ ຂອງ ພິພັກສາ ທີ່ເຍລະມັນນີ ອອກອາກາດອ້າງອິງໃສ່

ຂ່າວສານ ຂປລ ປາກກະບອກສຽງ ພັກ-ລັດ ວ່າ ວັນທີ20 ນີ້ຍັງໄປຮ່ວມລາຍການເປີດ ສະພາ ຫຸ່ນແກວຢູ່ນາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard