ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສື່ມວນຊົນລາວຖືກຈໍາກັດ ສິດ
Anonymous

Date:
ສື່ມວນຊົນລາວຖືກຈໍາກັດ ສິດ
Permalink   
 


ສື່ມວນຊົນລາວຖືກຈໍາກັດ ສິດ

02bbea50-2f6b-4e8b-ad21-9f75ddad03e5.jpe

 

ເຖິງ ປັດຈຸບັນ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ຍັງຈໍາກັດ ສິດ ຂອງ ສື່ມວນຊົນ ໃນການ ອອກຂ່າວ ກ່ຽວກັບ ເຣື່ອງ ການສໍ້ຣາສ ບັງຫຼວງ, ເຖິງວ່າ ຈະມີແພ່ ຫຼາຍ ໃນສັງຄົມ ລາວ ຊຶ່ງ ໃຜໆກໍຮູ້ ແມ່ນແຕ່ ຜູ້ນໍາ ສູງສຸດ ຂອງພັກ ກໍຮັບຮູ້ ຢູ່ໃນ ກອງປະຊຸມ ໃຫຽ່ ຂອງພັກ ເຖິງ ມາດຕຣາ 2 ຂອງກົດໝາຍ ວ່າດ້ວຍ ສື່ມວນຊົນ ຂອງ ສປປລາວ ຣະບຸ ເອົາໄວ້ວ່າ ສື່ມວນຊົນ ແມ່ນເວທີ ຖແລງຂ່າວ ມີພາລະ ບົດບາດ ເປັນ ກະບອກສຽງ ໃນການ ໂຄສະນາ ປະກອບສ່ວນ ຕ້ານ ປະກົດການ ຫຍໍ້ທໍ້ ໃນສັງຄົມ ອັນໝາຍເຖິງ ການສໍ້ຣາສ ບັງຫຼວງ ຮວມຢູ່ດ້ວຍ ກໍຕາມ, ແຕ່ກໍຍັງ ເຫັນວ່າ ປະກົດການ ອັນນີ້ ຍັງບໍ່ຖືກ ນໍາອອກ ເປີດເຜີຍສູ່ ສາທາ -ຣະນະຊົນ ໃຫ້ຮູ້ ພໍເທົ່າໃດ.

ຕາມການ ເປີດເຜີຍ ຂອງ ນັກຂ່າວ ໃນລາວ ຜູ້ຂໍສງວນ ຊື່ ຕໍ່ RFA ໃນວັນທີ 27 ເມສາ ນີ້ວ່າ ກົດໝາຍ ອະນຸຍາດ ໃຫ້ ນັກຂ່າວ ສາມາດ ນໍາສເນີ ຂ່າວດ້ານລົບ ທີ່ ມີຫລັກຖານ ພຽງພໍ ແຕ່ກໍຍັງ ບໍ່ມີ ອົງການ ຈັດຕັ້ງໃດ ໃຫ້ຄວາມ ຄຸ້ມຄອງ ສິດທິ ແລະ ຄວາມ ປອດພັຍ ຂອງນັກຂ່າວ:

"ອ່ານຕາມ ກົດໝາຍ ແລ້ວ ກໍໃຫ້ນໍາສເນີ ຂ່າວຢູ່ ແຕ່ກໍຍັງ ບໍ່ມີໃຜກ້າ ນໍາສເນີຂ່າວ ທີ່ ກົງໄປ ກົງມາ ໂດຍສະເພາະ ກໍແມ່ນ ຂ່າວດ້ານ ລົບ ຈັ່ງຊີ້ນີ້ ກໍຍັງບໍ່ກ້າ ເພາະວ່າ ຍັງບໍ່ທັນ ຮູ້ວ່າ ເວລາ ເຮົາເຮັດຜິດ ອີ່ຫຍັງ ຂຶ້ນມາ ສົມມຸດວ່າ ນໍາສເນີ ເຣຶ່ອງໃດ ຂັດກັບ ຜົລປໂຍດ ຂອງຜູ້ໃດ ຜູ້ນຶ່ງ ຂອງຣັຖ ບໍ, ຂອງອົງການ ຈັດຕັ້ງ ໃດນຶ່ງ ແລ້ວຈະໄປ ຮຽກຮ້ອງ ຫາຜູ້ໃດ ຕົວນີ້ ນີ່ຍັງຂາດ".

ທ່ານກ່າວ ຕື່ມອີກວ່າ ປັດຈຸບັນ ມີພຽງ ສະມາຄົມ ນັກຂ່າວ ທີ່ເປັນ ອົງການ ຈັດຕັ້ງ ຂອງຣັຖ ທີ່ກໍາກັບ ເຣຶ່ອງ ການພັທນາ ທັກສະ ການຂຽນຂ່າວ ແຕ່ຍັງ ບໍ່ເຫັນມີ ອົງການ ຈັດຕັ້ງໃດ ທີ່ ປົກປ້ອງ ນັກຂ່າວ ເມື່ອນັກຂ່າວ ຖືກ ອໍານາດ ພິເສດ ຣະເມີດ ສິດທິ ນັ້ນ:

"ເຮົາກະຍັງ ບໍ່ທັນເຫັນ ເພິ່ນໄດ້ ຊຸກຍູ້ ສົ່ງເສີມ ສໍາລັບ ນັກຂ່າວ ເທົ່າທີ່ຄວນ ນະ ກໍເປັນພຽງ ອົງການ ທີ່ຈະເປັນ ອົງການນຶ່ງ ຂຶ້ນມາເປັນ ຮູບປະທັມ ຍັງບໍ່ທັນ ມີການເຄື່ອນໄຫວ ອີ່ຫຍັງ ຫຼາຍເທົ່າທີ່ ຈະເປັນ ສະມາຄົມ ນັກຂ່າວ ຫັ້ນ".

ທ່ານເຫັນວ່າ ຣັຖບາລ ຄວນ ສົ່ງເສີມ ເສຣີພາບ ໃນການນໍາ ສເນີຂ່າວສານ ໃຫ້ຫຼາຍກວ່າ ທີ່ເປັນຢູ່ ດຽວນີ້ ພາຍຫລັງ ທີ່ມີ ກົດໝາຍ ແລ້ວ. ອົງການ ນັກຂ່າວ ໄຮ້ພົມແດນ ຊຶ່ງ ເປັນອົງກາ ນັກຂ່າວ ສາກົນ ທີ່ສົ່ງເສີມ ເສຣີພາບ ໃນການ ອອກຂ່າວ ໄດ້ຈັດ ອັນດັບ ເສຣີພາບ ສື່ມວນຊົນ ຂອງ ສປປລາວ ໃນປີ 2016 ນີ້ ຢູ່ໃນລໍາດັບ ທີ 173 ໃນຈໍານວນ 180 ປະເທສ ໃນໂລກ ຄືຢູ່ໃນລໍາດັບ ກຸ່ມ ປະເທສ ທີ່ ສື່ມວນຊົນ ມີ ເສຣີພາບ ໜ້ອຍທີ່ສຸດ. ເສຣີພາບ ທີ່ວ່ານັ້ນ ຄື ຄວາມເປັນ ອິສຣະ ຂອງ ສື່ມວນຊົນ, ກົດໝາຍ ທີ່ກ່ຽວຂ້ອງ ກັບ ສື່ມວນຊົນ, ສະພາບ ແວດລ້ອມ ໃນການ ປະຕິບັດ ງານ, ການກວດກາ ຕົນເອງ ແລະ ການໃຊ້ ຄວາມຮຸນແຮງ ຕໍ່ ສື່ມວນຊົນ.



__________________
Anonymous

Date:
Permalink   
 

ເຮັດແຕ່ແນວຊົ່ວ ກະບໍ່ຢາກໃຫ້ໃຜຮູ້ ໃຜເຫັນ ຊັ້ນຕວ່່າ...

ເຮັດຫຍັງ ກໍເຮັດ ລັບໆ ລີ້ໆ ເຮັດ ຕາມແບບສະບັບ ນັກລັກ ນັກຂີ້ໂມຍ ເຮັດກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard