ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວໃນພາກັນທຳລາຍພາສາຊາດຂອງຕົນເອງ
Anonymous

Date:
ຄົນລາວໃນພາກັນທຳລາຍພາສາຊາດຂອງຕົນເອງ
Permalink   
 


ເປັນໜ້າຫວັ່ນວິຕົກທີ່ໄດ້ເຫັນຄົນລາວທົ່ວປະເທດລາວແຕ່ເໜືອເຖິງໃຕ້ທີ່ພາກັນກຳລັງທຳລາຍພາສາຂຽນ

ຂອງພາສາລາວເຮົາແບບຜິດຕໍ່ຫລັກວັຍະກອນຢ່າງຮ້າຍແຮງ ແລະພ້ອມກັນນີ້ກໍບໍ່ເຫັນຜູ່ຮັບຜິຊອບຈາກກະ

ຊວງສຶກສາຈະມີທ່າທີອອກມາແກ້ໄຂບັນຫານີ້. ບັນຫາມັນມີຢູ່ວ່າ ຄົນລາວທີ່ໃຊ້ສາມາດໂຟນຜ່ານມາແຕ່ສມັຍ

ສາມາດໂຟນບໍ່ທັນມີຟອນພາສາລາວມີແຕ່ພາສາໄທ ຄົນລາວຈຶ່ງສວຍໃຊ້ພາສາໄທມາຂຽນແລະສະກົດແບບພາ

ສາລາວ ໂດຍໃຊ້ພະຍັນຊະນະໂຕ ง ໄທມາເປັນ xຽ (ສຣະອອຍຫລືໂຕຍໍເຟື້ອງພະຍັນຊະນະລາວ) ຕົວຢ່າງ:

วังเวียง = (ຄົນລາວພາກັນຂຽນແບບນີ້) = วังวงง

ไปเที่ยวหลี่น = ...................... = ไปท่งวหลี้น

ມາເຖິງທຸກມື້ນີ້ເກືອບທຸກສາມາດໂຟນໄດ້ມີລາວຟອນແລະສາມາດຂຽນພາສາລາວໄດ້ແລ້ວ ແຕ່ຄົນລາວຍັງ

ສືບຂຽນແບບພວກເພິ່ນໃຊ້ພາສາໄທນັ້ນຢູ່ຢ່າງບໍ່ມີປ່ຽນແປງມາເປັນພາສາລາວ ຕົວຢ່າງ:

ວັງວຽງ = (ພວກເພິ່ນຍັງພາກັນຂຽນແບບນີ້) = ວັງວງງ

ໄປທ່ຽວຫລີ້ນ = ........................... = ໄປທ່ງວຫລີ້ນ

ເມື່ອກ່ອນຫລັງຈາກປີ 1976 ພະຍັນຊະນະລາວໂຕ ຣ ກໍໄດ້ຫາຍສາບສູນຈາກວົງສາຄານະຍາດອັກສອນ

ລາວໄປແລ້ວພ້ອມດ້ວຍໂຕສະກົດອື່ນໆ ແຕ່ມາຄາວນີ້ຍັງຈະມາເສັຍ xຽ (ສຣະອອຍຫລືໂຕຍໍເຟື້ອງ) ນີ້ໄປ

ອີກແລ້ວ. 



__________________
Anonymous

Date:
Permalink   
 

ຕໍ່ໄປອາດຂຽນແບບນີ້ viết như thế viet ບຸນຍັງ ຈິດລະຫວໍ້ ໄປຄາລະວະ

ສແດງຄວາມຮູ້ບຸນຄຸນຢ່າງປື້ມໃຈທີ່ຖືກຍູ້ຫຳຂື້ນມາເປັນ ປທປທ ຈົນຂາອອ່ນ

ເໝືອນຈະເປັນລົມຈົນຜູ້ນຳແກວໂຊມແຂວນຍ່າງ.(ເບິ່ງຂ່າວໃນfacebook ຂອງ ຂປລ ເດີ)



__________________
Anonymous

Date:
Permalink   
 

ຄັນຊິວ່າແລ້ວຕິຄົນພາຍໃນຫລຸ້ນໃໝ່ກະບໍ່ໄດ້ຮູ້ກັນດີວ່າພວກກະບົດຊາຕມັນຈົງໃຈເຮັດກະບໍ່ວ່າ

ແຕ່ວ່າຊາວໜຸ່ມຫລຸ້ນໃໝ່ລາວນອກສ່ວນຫຼາຍຂຽນພາສາລາວບໍ່ໄດ້ເລີຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard