ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດຍິງກັນອີກຢູ່ເຂດ ມ.ກາສີ
Anonymous

Date:
ເກີດເຫດຍິງກັນອີກຢູ່ເຂດ ມ.ກາສີ
Permalink   
 


ເກີດເຫດຍິງກັນອີກຢູ່ເຂດ ມ.ກາສີ

16634e8f-17a0-474f-be21-d2c6a3c14492.png

 

ຮ້ອຍຕຣີ ສັນຕິ ຜູ້ທີ່ເສັຽຊີວິດ ໃນເຫດການ ປະທະກັນ ຣະຫວ່າງ ກອງກໍາລັງທະຫານລາວ ແລະ ກຸ່ມປະກອບອາວຸດ ທີ່ບໍ່ຮູ້ຝ່າຍ

 

ເກີດເຫດການ ຍິງປະທະກັນ ຣະຫວ່າງ ເຈົ້າໜ້າທີ່ ທະຫານລາວ ແລະ ກຸ່ມປະກອບ ອາວຸດ ທີ່ ບໍ່ຮູ້ຝ່າຍ ຢູ່ເສັ້ນທາງ ຕັດໃໝ່ ຣະຫວ່າງ ເມືອງກາສີ ແຂວງ ວຽງຈັນ ໄປຫາ ເມືອງ ນານ ແຂວງ ຫຼວງພຣະບາງ ໃນ ວັນທີ 6 ພຶສພາ ທີ່ ຜ່ານມາ, ເປັນເຫດ ເຮັດໃຫ້ ທະຫານ ເສັຽຊີວິດ 1 ຄົນ.

ທະຫານ ຜູ້ເສັຽຊີວິດ ມີຊື່ວ່າ ຮ້ອຍຕຣີ ສັນຕິ ເປັນທະຫານ ກອງ ບັນຊາການ ທະຫານ ເມືອງນານ. ອີງຕາມ ການບອກເລົ່າ ຂອງ ຍາດ ພີ່ນ້ອງ ຂອງ ຜູ້ເສັຽຊີວິດ ແລະ ກໍເລົ່າອີກວ່າ ຍັງມີຜູ້ ເສັຽຊີວິດ ອີກ ແຕ່ບໍ່ຮູ້ວ່າ ມີຈັກຄົນ, ແລະ ເປັນທະຫານ ຂອງຝ່າຍໃດ. ດັ່ງທ່ານ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ພຶສພາ ນີ້ວ່າ:

"ພີ່ນ້ອງທາງບ້ານ ເພິ່ນແຈ້ງວ່າ ຜູ້ນີ້ເສັຽຊີວິດ ລະເດີ ເຂົາເຈົ້າກໍໂພສລົງ ທາງອອນລາຍ ອີ່ຫຍັງຕ່າງໆ ຫັ້ນແຫຼະ ວ່າ ຍິງຢູ່ໃສ ຢູ່ໃສ, ຂະເຈົ້າ ຍິງທະຫານ ແມ່ນຫຍັງນີ້ນະ ແລະ ຜູ້ອື່ນແດ່ ເສັຽຊີວິດນຳ ແຕ່ເຮົາ ເກັບຂໍ້ມູນ ໄດ້ແຕ່ພີ່ນ້ອງ ຂອງເຮົາ ອັນຍິງ ຈັກຊົ່ວໂມງ ມີຈັກຄົນຕາຍ ເຮົາບໍ່ໄດ້ ເກັບກັບຂໍ້ມູນ ນະ".

ຈຸດທີ່ເກີດເຫດ ຍິງກັນແມ່ນ ຢູ່ເສັ້ນທາງ ຕັດໃໝ່ ຣະຫວ່າງ ເມືອງກາສີ ແຂວງ ວຽງຈັນ ຕໍ່ໃສ່ເມືອງນານ ແຂວງ ຫຼວງພຣະບາງ ຊຶ່ງເປັນ ເສັ້ນທາງ ດຽວກັນ ແລະ ບໍ່ຫ່າງຈາກ ຈຸດ ທີ່ມີການ ລັດຍິງ ລົດເມໂດຍສານ ຂອງຈີນ ແລະ ລົດ ກະບະ ໄທເກີ ໃນ ວັນທີ 23 ມິນາ ທີ່ ເຮັດໃຫ້ມີ ຜູ້ໂດຍສານ ຊາວຈີນ ໄດ້ຮັບບາດເຈັບ 6 ຄົນ ແລະ ຄົນລາວ 1 ຄົນ ເສັຽຊີວິດ.

ເຫດການ ຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ນັບແຕ່ເດືອນ ມົກກະຣາ ປີນີ້ ເປັນຕົ້ນມາ ມີດັ່ງນີ້:

• ວັນທີ 14 ມົກກະຣາ ມີກຸ່ມປະກອບ ອາວຸດ ລັດຍິງຣົດ ໂດຍສານ ວຽງຈັນ-ຫຼວງນໍ້າທາ ເຂດພູຄູນ ເມືອງກາສີ ແຂວງວຽງຈັນ ເຮັດໃຫ້ ຜູ້ໂດຍສານ ໄດ້ ຮັບບາດເຈັບ 1 ຄົນ.

• ວັນທີ 1 ມິນາ ມີການ ລັດຍິງຣົດເມ ໂດຍສານ ວຽງຈັນ- ຫຼວງພຣະບາງ ເຮັດໃຫ້ ຜູຸ້ໂດຍສານ ທີ່ ເປັນຄົນລາວ ໄດ້ຮັບບາດເຈັບ 5 ຄົນ, ແລະ ໃນ ມື້ດຽວກັນ ມີການລັດຍິງ ກໍາມະກອນ ຈີນ ທີ່ເຮັດວຽກ ຕັດໄມ້ ຢູ່ໜ້າ ເຂື່ອນ ນໍ້າງື່ມ 3 ເຮັດໃຫ້ ຄົນຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.

• ວັນທີ 7 ເມສາ, ມີຣາຍງານວ່າ ເຈົ້າໜ້າທີ່ ເມືອງແມດ ແຂວງ ວຽງຈັນ ໄດ້ຈັບ ກຸ່ມ ຜູ້ຕ້ອງສົງໄສ 30 ຄົນ ຊຶ່ງ ເຊື່ອກັນວ່າ ມີສ່ວນ ພົວພັນ ໃນການ ລັດຍິງ ຣົດ ກໍ່ກວນວຸ້ນວາຍ.



__________________
Anonymous

Date:
Permalink   
 

2016. 40 ປາຍກວ່າປີ ໃນການປົກຄອງ ຂອງພັກແນວລາວ ສ້າງຊາດ

13174103_1077546662291206_6613657291653413177745_1077546705624535_6003199455700513151552_1077546712291201_4540324892132913133177_1077546655624540_91403491591604



__________________
Anonymous

Date:
Permalink   
 

ອົງການລາວເສຣີປະທ້ວງ ຢູ່ ສະຖານທູດ ລາວ

b64eec4d-e76b-4fae-b87d-996409d2b548.png

 

ອົງການ ລາວເສຣີ ແລະອົງການ ສິດທິມະນຸດລາວ ສາກົນ ຮ່ວມກັນ ຈັດກອງປະຊຸມ ຣາຍງານ ການຣະເມີດ ສິດທິມະນຸດ ຢູ່ລາວ ແລະ ການຍຶດຄອງ ຂອງ ວຽດນາມ ທີ່ຕຶກຂອງ ຣັຖສະພາ, ກຸງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນຕອນເຊົ້າ ຂອງ ວັນທີ 9 ພຶສພາ 2016 ນີ້.

ແລະໃນຕອນບ່າຍ ຂອງ ວັນດຽວກັນ ນັ້ນ ທັງສອງ ອົງການ ກໍໄປຊຸມນຸມ ປະທ້ວງ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ແລະ ຣັຖບາລ ສປປລາວ ທີ່ຍັງຮັບໃຊ້ ແຜນການ ຍຶດຄອງລາວ ຂອງພວກ ຄອມມິວນິສ ວຽດນາມ ເຮັດໃຫ້ ປະເທສຊາດ ຂາດຄວາມເປັນ ເອກກະຣາດ ແລະ ອະທິປະຕັຍ, ປະຊາຊົນ ຂາດ ສິດ ເສຣີພາບ ແລະ ປະຊາທິປະຕັຍ.

ເວົ້າເຖິງການ ຣາຍງານ, ໃນນາມ ປະທານ ກອງປະຊຸມ ທ່ານ ໂຈ ຣັດຕະນະຄົມ ປະທານ ອົງການ ລາວເສຣີ ໄດ້ກ່າວເຖິງ ຫຼາຍບັນຫາ ຂອງລາວ ເພື່ອສເນີຕໍ່ ຣັຖສະພາ ສະຫະຣັຖ ໃຫ້ຊ່ວຍ ພິຈະຣະນາ ແກ້ໄຂ:

"ພວກເຮົາຣາຍງານ ສະພາບການ ຢູ່ເມືອງລາວ ເປັນແນວໃດ ແລ້ວເຮົາ ກໍຮຽກຮ້ອງໃຫ້ ສະພານີ້ ຊ່ວຍພວກເຮົາ ຍົກບັນຫາ ໂຕນີ້ຂຶ້ນ ໄປຫາ ຣັຖບາລລາວ ໃຫ້ເພິ່ນຊ່ວຍເຮົາ ແກ້ໄຂ ບັນຫາ ແນວໃດ ເພາະບັນຫາ ໂຕນີ້ ມັນແມ່ນ ບັນຫາ ຂອງຊາດ ແລະ ລາວເຮົານີ້ນະ ລາວກັບລາວ ຕ້ອງ ແກ້ບັນຫາກັນ ນີ້ແຫຼະ ສິ່ງທີ່ເຮົາຕ້ອງການ ເພາະວ່າ ປີນີ້ ກໍປີ 2016 ນໍ ໂລກມັນ ກະປ່ຽນໄປ ເປັນຫຍັງວ່າ ຣັຖບາລລາວ ຍັງບໍ່ຢາກປ່ຽນ ເພື່ອໃຫ້ ປະເທສຊາດ ປອງດອງ ເຮັດໃຫ້ບ້ານເມືອງ ມັນກ້າວໜ້າ ແລະ ໃຫ້ ປະຊາຊົນ ມີຢູ່ມີກິນ ແລະ ກະມີສິດ ເສຣີພາບ ປະຊາທິປະຕັຍ ອັນນີ້ມັນ ສຳຄັນ".

ຜູ້ເຂົ້າຮ່ວມ ໃນ ກອງປະຊຸມ ຣາຍງານ ບັນຫາລາວ ຕໍ່ ຣັຖສະພາ ສະຫະຣັຖ ຄັ້ງນີ້ ນອກຈາກ ຝ່າຍລາວແລ້ວ ກໍມີ ຍານາງ Rachel Wagley ທີ່ ປຶກສາ ດ້ານ ນະໂຍບາຍ ການ ຕ່າງປະເທສ ປະຈໍາ ຫ້ອງການ ຂອງ ຍານາງ Ann Wagner ສະມາຊິກ ຣັຖສະພາ ຈາກ ຣັຖ Missouri, ຍານາງ Dan Aum, Esq. ເຈົ້າໜ້າທີ່ ກັມມະການ ພົວພັນ ຕ່່າງປະເທສ ຂອງສະພາ ຕໍ່າ ແລະ ຍານາງ Courtney J. Brode ເຈົ້າໜ້າທີ່ ໂຄງການ ພົວພັນ ກັບ ຕ່າງປະເທສ ໃນເຂດ ເອເຊັຽ ຕາເວັນອອກ ປະຈໍາ ສະຖານບັນ ເພື່ອການ ມີສ່ວນຮ່ວມ ໃນໂລກ ຂອງ ສະຫະຣັຖ ອະເມຣິກາ.

ແລະໃນຣະຫວ່າງ ການໂຮມ ຊຸມນຸມ ປະທ້ວງ ທາງການ ສປປລາວ ແລະ ວຽດນາມ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ ກຸງ ວໍຊິງຕັນ ດີຊີ ຜູ້ເຂົ້າຮ່ວມ ຫຼາຍຄົນ ກໍທວງໃຫ້ ຜູ້ກໍາ ອໍານາດ ທັງສອງປະເທສ ລົບລ້າງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ທີ່ ໄດ້ລົງນາມ ກັນ ເມື່ອປີ 1977 ແລະ ທວງໃຫ້ ຍຸຕິ ການຣະເມີດ ສິດທິມະນຸດ:

"ການບໍຣິຫານ ປະເທດຊາດ ຂອງພວກທ່ານ ມັນຜິດ ຜິດຕໍ່ສິດ ເສຮີພາບ ຂອງ ປະຊາຊົນລາວ. ປະຊາຊົນລາວ ເປັນຄົນ ທີ່ມີຄວາມ ຍຸຕິທັມ ທີ່ສຸດ ເມື່ອໃດ ກໍຕ້ອງການ ຄວາມສງົບ ແຕ່ວ່າ ພວກທ່ານຫັ້ນ ມາປີ້ນ ປີ້ນຣະບອບ ຍຸຕິທັມ ໄປສູ່ ຣະບອບ ທີ່ຫາຍຍະນະ ຕໍ່ຊາດ ເຊັ້ນສັນຍາ 77 ນີ້ເປັນການ ເຊັນສັນຍາ ຂ້າຊາດ ເຊັນສັນຍາ ທີ່ຫາຍຍະນະ ຂອງຊາດ".

ແລະ ຜູ້ເຂົ້າຮ່ວມ ການປະທ້ວງ ຄົນອື່ນໆ ກໍເວົ້າວ່າ:

"ເຮົາຕ້ອງການໃຫ້ຄົນລາວ ມີສິດ ເສຣີພາບ ໃຫ້ມີຄວາມ ຍຸຕິທັມ ເມືອງລາວນີ້ ຂາດຄວາມ ຍຸຕິທັມ ແຕ່ແກວນີ້ ເຂົ້າມາ ປະເທດລາວ ຢາກໃຫ້ ຢຸດການ ສໍ້ຣາສ ບັງຫລວງ ໂກງບ້ານ ກິນເມືອງ ແລະ ກະຢ່າ ປະຫັດປະຫານ ຫລືວ່າ ຈັບ ປະຊາຊົນ ລາວ ເປັນຕົ້ນແມ່ນ ລູກລາວ ຫລານລາວ ປ່ອຍເຂົາດຽວນີ້ ເພາະວ່າ ປະຊາຊົນ ຕ້ອງການ ສິດ ເສຣີພາບ ສິ່ງທີ່ຫາວ່າ ເອົາລູກຫລານ ໄປຂາຍ ເປັນແມ່ຈ້າງ ນາງເລງ ຢູ່ປະເທດໄທ ຢຸດສະ ອັນນີ້ນະ ມັນບໍ່ດີ ສິເປັນ ລູກທ່ານ ກໍບໍ່ດີ ເມັຽທ່ານ ກໍບໍ່ດີເດີ ຍຸຕິ ສາເດີ".

ອົງການ ລາວເສຣີ ຫລື Free Laos campaign ແລະ ອົງການ ສິດທິມະນຸດ ລາວສາກົນ ຫລື Lao Human Rights International ເປັນ ອົງການ ຈັດຕັ້ງ ຂອງ ລາວ-ອະເມຣິກັນ ລຸ້ນໃໝ່ ທີ່ເຄື່ອນໄຫວ ຕໍ່ສູ້ ເພື່ອ ສິດເສຣີພາບ ແລະ ປະຊາ ທິປະຕັຍ ໃນລາວ.



__________________
Anonymous

Date:
Permalink   
 

ຂໍສແດງຄວາມເສຍໃຈນຳຄົນລາວເຮົາຜູ້ຮັກຊາດແຕ່ຖືກຕວົະໃຫ້ໄປຕາຍເພື່ອ

ຮັບໄຊ້ປົກປ້ອງໂຈນໝາພານ ລາວແດງພັກ-ລັດ ສປປ.ລາວ ທີ່ກົ້ມຫົວຮັບໄຊ້

ຕ່າງຊາດໂດຽສເພາະ ແກວ ແລະ ເຈັກແດງ ມາຂົ່ມເຫັງປະຊາຊົນລາວ ແລະ

ກອບໂກຍຊັບສິນ ສົມບັດຂອງລາວ.ຂໍໃຫ້ພີ່ນ້ອງທະຫານລາວຜູ້ຮັກເຊື້ອແພງຊາດ

ຈົ່ງຕື່ນຕົວຮູ້ທັນກົນຕົວະໃຫ້ພວກທ່ານໄປຕາຍແທ່ນເພື່ອຮັກສາອຳນາດໃນການ

ຂາຍຊາດລາວໃຫ້ຕ່າງຊາດຂອງ ພັກ-ລັດ ແລ້ວມາຮ່ວມກັບປະຊາຊົນລາວບັນດາ

ເຜົ່າຫັນປາກກະບອກປືນເລັງໃສ່ກະບານຫົວພວກ ພັກ-ລັດ ທີ່ນັ່ງສເວີຍຄວາມ

ສຸກບົນຄວາມທຸກຂອງປະຊາຊົນ ແລະ ຄວາມຫຼົ້ມຈົມຂອງປະເທດຊາດບ້ານເມືອງ

ຂອງລາວພວກເຮົາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard