ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມັນເວົ້າໄດ້ ແຕ່ພາກປະຕິບັດ ມັນເຮັດບໍ່ໄດ້
Anonymous

Date:
ມັນເວົ້າໄດ້ ແຕ່ພາກປະຕິບັດ ມັນເຮັດບໍ່ໄດ້
Permalink   
 


13322013_913843578726782_463710769151893

ລັດຖະບານກຽມຕັ້ງຄະນະສະເພາະກິດແກ້ໄຂບັນຫາໄມ້

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2016 ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ ຄື ໃນວັນທີ 24-25 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ບົດລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການຄຸ້ມຄອງປ່າໄມ້ແບບຍືນຍົງ ເພື່ອກຳ ນົດຂອບເຂດ ແລະ ປັກຫຼັກໝາຍ 03 ປະເພດປ່າໃຫ້ຈະແຈ້ງ, ພ້ອມທັງວາງແຜນຈັດສັນ ແລະ ຄຸ້ມຄອງໄປຕາມຈຸດປະສົງ ແລະ ເປົ້າໝາຍຂອງແຕ່ລະປະເພດປ່າ; ສົ່ງເສີມການມີສ່ວນຮ່ວມຂອງປະຊາ ຊົນ ເຂົ້າໃນການຄຸ້ມຄອງທຸກປະເພດປ່າ ໂດຍມີການກໍານົດນະໂຍບາຍສະເພາະ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກປ່າ ຢ່າງສົມເຫດສົມຜົນ; ສືບຕໍ່ປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການວາງແຜນການນໍາໃຊ້ທີ່ດິນ ແລະ ມອບດິນ-ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ ແລະ ນໍາໃຊ້; ຫຼຸດຜ່ອນການນໍາໃຊ້ໄມ້ທໍາມະຊາດ ໂດຍການຫັນໄປໃຊ້ໄມ້ປູກເທື່ອລະກ້າວ ໄປຄຽງຄູ່ກັບ ການສົ່ງເສີມການປູກໄມ້ເປັນສິນຄ້າ, ສົ່ງເສີມອຸດສາຫະກຳປຸງແຕ່ງພາຍໃນ ເພື່ອສ້າງມູນຄ່າເພີ່ມ. ສໍາຄັນແມ່ນສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ຮອດປີ 2020, ກົດໝາຍວ່າດ້ວຍປ່າໄມ້ ແລະ ບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ໃຫ້ກວດກາຄືນ ຈໍານວນໄມ້ທີ່ຍັງຕົກຄ້າງຢູ່ສະໜາມ 2 ວ່າເປັນໄມ້ທີ່ມີເຈົ້າຂອງ ຫຼື ບໍ່ມີເຈົ້າຂອງ ແລ້ວລາຍງານໃຫ້ລັດຖະບານຊາບ, ເດັດຂາດບໍ່ໃຫ້ມີການເຄື່ອນຍ້າຍ ແລະ ເກັບກູ້ ໄມ້ຢູ່ສະໜາມ 1 ແລະ ກວດກາຄືນ ໂກຕາໄມ້ທີ່ໄດ້ອານຸມັດໄປແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ໃຫ້ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ຄິດໄລ່ຢ່າງລະອຽດ, ຈະແຈ້ງ ຈໍານວນໄມ້ທີ່ຈະຕ້ອງໄດ້ຕັດ ທີ່ຢູ່ໃນແຜນໂຄງ ການພັດທະນາຕ່າງໆຂອງຕົນ.
ກ່ຽວກັບການຄຸ້ມຄອງປ່າໄມ້ ກອງປະຊຸມ ໄດ້ຊີ້ນໍາໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ໃນນັ້ນ ແມ່ນໃຫ້ກວດກາຄືນ ບັນດາໂກ້ຕ້າໄມ້ທີ່ໄດ້ອະນຸມັດໃນ ສົກປີ 2015-2016. ພ້ອມດຽວກັນນັ້ນ, ໃຫ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໂດຍມອບໃຫ້ອົງການກວດກາລັດຖະບານ ສົມ ທົບກັບ ກະຊວງ ປກສ, ກະຊວງ ປກຊ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອລົງສົມທົບກັບບັນດາເຈົ້າແຂວງ ເພື່ອກວດການຈັດຕັ້ງປະຕິບັດຕົວຈິງ ເພື່ອແກ້ໄຂບັນຫາຕ່າງໆໃຫ້ຂາດຕົວ.



__________________
Anonymous

Date:
Permalink   
 

ຊາວບ້ານຍັງເຫັນຣົດຂົນໄມ້

13239099_499614443573892_10015436164254113221681_499614340240569_83271684178006913232967_10206417208900069_320788888546513230156_10206417208980071_584029325478713227195_10206417208940070_9816081718986

 

ປະຊາຊົນ ຜູ້ໃຊ້ ສື່ສັງຄົມ ອອນລາຍນ ໄດ້ເຜີຍແພ່ ຮູບພາບ ແລະຂໍ້ມູນ ກ່ຽວກັບ ການຂົນໄມ້ ຈາກ ບ້ານທ່າຫິນ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໄປຂາຍ ໃຫ້ວຽດນາມ ຢ່າງ ຕໍ່ເນື່ອງ ແລະວ່າ ສໍາລັບ ການຂົນ ອອກຈາກ ເຂື່ອນ ເຊກະໝານ ນັ້ນ ແມ່ນມີ ທຸກມື້. ແຕ່ ເຈົ້າໜ້າທີ່ ທາງການລາວ ກໍ ປະຕິເສດ ກ່ຽວກັບ ເຣຶ່ອງນີ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ສາມັກຄີໄຊ:

"ບໍ່ມີ ບໍ່ມີຖື ເພາະວ່າ ໃນຊ່ວງນີ້ ປະຕິບັດ ຕາມຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີ ບໍ່ໃຫ້ເຂົ້າ ໄປແລ້ວ ບໍ່ມີແລ້ວ ດຽວນີ້ເນາະ ແຕ່ກ່ອນ ຣະຫວ່າງ ປີສອງປີ ກໍມີຢູ່ ແຕ່ວ່າດຽວນີ້ ບໍ່ມີແລ້ວ".

ທ່ານເວົ້າວ່າ ເມື່ອກ່ອນ ຢູ່ແຂວງ ອັດຕະປື ທາງການ ອະນຸຍາດ ໃຫ້ຕັດໄມ້ ໜ້າເຂື່ອນ ເຊກະໝານ ແລະ ໃຫ້ນໍາອອກ ໄປຂາຍ ໄດ້ຢ່າງ ຖືກຕ້ອງ ຕາມ ກົດໝາຍ. ປະຊາຊົນ ບາງຄົນ ເວົ້າວ່າ ໄມ້ທີ່ຂົນໄປ ນັ້ນ ອາຈເປັນໄມ້ເກົ່າ ທີ່ຖືກ ຕັດມາດົນ ແລ້ວ ແລະ ຄົນຈໍານວນນຶ່ງ ເວົ້າວ່າໄມ້ ທີ່ຖືກຕັດ ໄປນັ້ນ ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ສາມາດ ກວດກາ ແລະ ຄວບຄຸມໄດ້.

ກ່ອນມີຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີ ສປປລາວ ໃນວັນທີ 13 ພຶສພາ 2016 ທີ່ຫ້າມຕັດໄມ້ ແລະ ສົ່ງໄມ້ ທຸກປະເພດ ອອກໄປ ຕ່າງປະເທດ ແຕ່ຍັງຍົກເວັ້ນໄມ້ ບາງຊນິດ ຢູ່ນັ້ນ ມີການ ຂົນໄມ້ທ່ອນ ແລະ ໄມ້ແປຮູບ ອອກໄປ ປະເທດ ວຽດນາມ ທຸກວັນ.



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

Anonymous wrote:


ສຸພາສິດເພີ່ນວ່າ:  "ໄລຍະທາງ ພິສູດມ້າ....ການເວລາພິສູດຄົນ"

ຂໍໃຫ້ເພີ່ນໃຊ້ເວລາຈັກນ່ອຍ ຖ້າເບີ່ງໂລດ,,,

ສູ້ ສູ້ ທ່ານ ນາຍົກ.



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:


ສຸພາສິດເພີ່ນວ່າ:  "ໄລຍະທາງ ພິສູດມ້າ....ການເວລາພິສູດຄົນ"

ຂໍໃຫ້ເພີ່ນໃຊ້ເວລາຈັກນ່ອຍ ຖ້າເບີ່ງໂລດ,,,

ສູ້ ສູ້ ທ່ານ ນາຍົກ.


 ແມ່ນໆຕ້ອງໃຫ້ເວລາເພິ່ນກ່ອນເລັກນ້ອຍ.ຂີ້ຮ້າຍສຸດກໍ່ຕ້ອງແມ່ນຫົກເດືອນເພາະພວກສັນດານ

ໂກງຊາດໂກງແຜ່ນດິນໂກງປະຊາຊົນຍຸກກ່ອນໆຫົກສະໄໝ່ມັນເຫັນຄວາມຊົ່ວໄວ້ຫຼາຍໂພດແລ້ວ.

ຖ້າກາຍຫົກເດືອນ ຫຼື ປີນຶ່ງບໍ່ໄປບໍ່ມາແລ້ວຈຶ່ງແມ່ນຫີດຽວລູກແມ່ນສ່ຽວ.ເມື່ອເວລານັ້ນແລ້ວຂໍໃຫ້

ປະຊາຊົນລາວທັງໃນ ແລະ ນອກພ້ອມກັນລຸກຂື້ນມາເຊີນພວກເຂົາລົງຈາກຕັ່ງແລ້ວພວກເຮົາປະຊົນ

ເຂົ້າໄປບໍລິຫານຊາດບ້ານເມືອງດ້ວຍຕົນເອງ.



__________________
Anonymous

Date:
Permalink   
 

13322013_913843578726782_463710769151893

ເຖິງຈະມີຄຳສັ່ງ ອີ່ພໍ່ ດຣ ທອງລຸນ ສີສຸລິດ ອອກມາ ກໍ່ຕາມ ການຂົນໄມ້ນີ້ ກໍຍັັງເຮັດກັນຢູ່ທຸກໆ ມື້ນີ້. ສະໄຫມອະດີດເຈົ້າແຂວງ

ທ່ານ ສົມບັດເປັນເຈົ້າແຂວງກໍ່ຮ້າຍແຮງ ເຈົ້າແຂວງໃຫມ່ກໍ່ຍັງບໍ່ມີທ່າທີລົດລະ ເສັ້ນທາງລຳລຽງແມ່ນຜ່ານ

ເມືອງບໍລິຄັນ ແຂວງບໍລິຄຳໄຊ ອອກສູ່ດ່ານນໍ້າພາວໄປ ສສ ຫວຽດນາມ

13339447_503426603192676_38952797983911713332960_503426626526007_89984654870426012871468_1559815634321670_4870867424448813332991_1559815614321672_2124892436679713319722_1559815684321665_42876497010215



__________________
Anonymous

Date:
Permalink   
 

ມັນບໍ່ສາມາດຢຸດໄດ້ຢ່າງງ່າຍດາຍດອກ ມີແຕ່ວ່າລົດຜ່ອນ

ລົງໄດ້ກະຍັງດີ, ເພາະພວກ ຕັດໄມ້ທຳລາຍປ່ານີ້ລ້ວນແລ້ວ

ແຕ່ພວກມີອຳນາດ ມີອິດທິພົນທັງນັ້ນຢູ່ເບື້ອງຫລັງ, ເບີ່ງແຕ່

ປະເທດໃກ້ຄຽງເຂົາສາມາດເວົ້າວ່າ ວິພາກວິຈານກັນໄດ້ ແລະ

ກໍ່ຄຸມກັນມາຈັກປີແລ້ວ ກໍ່ຍັງມີການລັກຕັດ ລັກຄ້າຢູ່ຕລອດ



__________________
Anonymous

Date:
Permalink   
 

ນີ້ຄືຄຳຖະແຫຼງການຂອງ ລັດຖະບານ ຕົວະປະຊາຊົນລາວທັງຊາດ

K9237226-6.jpg

ຫ້າມເດັດຂາດບໍ່ໃຫ້ເຈົ້າໜ້າທີ່ປະຈຳຢູ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆຢູ່ຊາຍແດນອະນຸຍາດ ຫລື ອຳນວຍຄວາມສະດວກໃນການສົ່ງອອກໄມ້ທ່ອນ. ແລະ ເຄື່ອງປ່າຂອງດົງທີ່ບໍ່ໄດ້ຜ່ານການອະນຸມັດຈາກລັດຖະບານຢ່າງຖືກຕ້ອງ, ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດຕໍ່ຜູ້ກະທຳຄວາມຜິດ, ໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແຕ່ງຕັ້ງໜ່ວຍວິຊາການຂອງຕົນລົງສົມທົບກັບທ້ອງຖິ່ນ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ແລະ ກວດກາຕົວຈິງຕາມຫລັກວິຊາການ ໂດຍໃຫ້ມີກົນໄກການເຮັດວຽກ, ການປະສານງານ ແລະ ລະບອບການລາຍງານທີ່ຊັດເຈນ ແລະ ຈະແຈ້ງ. ໃນກໍລະນີຢູ່ເຂດຫລໍ່ແຫລມ ແລະ ເຂດຊາຍແດນແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າຮ່ວມການສະກັດກັ້ນການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ທີ່ຜິດລະບຽບກົດໝາຍ ແລະ ໃຫ້ທຸກຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນລາຍງານຜົນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ລັດຖະບານຊາບ ເພື່ອຊີ້ນຳແກ້ໄຂບັນຫາໃຫ້ທັນການ.



__________________
Anonymous

Date:
Permalink   
 

ຍາກທີ່ຈະປະຕິບັດໄດ້ ຕາມຄຳສັ່ງຂອງນາຍຍົກ

ເພາະເຈົ້າໜ້າທີ່ປະຈຳດ່ານແຕ່ລະຄົນ ຕິດນິສັຍສໍ່ໂກງມາ 40ປິແລ້ວ

13178928_497483420453661_79419542212164113226744_497483447120325_801463057592892

 



__________________
Anonymous

Date:
Permalink   
 

ມື້ນີ້ວັນທີ່ 4 ມີຖຸນາ 2016 ໂຮງເລື່ອຍໄມ້ ບ້ານຜາແອ່ນ ເມືອງຮົ່ມ ແຂວງໄຊສົມບູນ

ມີການເຄື່ອນໄຫວ ຂົນໄມ້ເຖືອນອອກຈາກໂຮງເລື່ອຍ ເພື່ອໂຍກຍ້າຍຫລົບໜີ

13327453_1716084622014525_5504617034516513312852_1716084618681192_2424207714311513325623_1716084615347859_77288936372081



__________________


Newbie

Status: Offline
Posts: 1
Date:
Permalink   
 

ທ່ອນໄມ້ທີ່ເຫຼືອຢູ່ໄນແຜ່ນດິນລາວຢາກໄຫ້ອີລູງທອງລຸນຢຶດໄວ້ເປັນຂອງຣັຖແລະຂາຍເອົາເງິນເຂົ້າທະນະຄານ. ຄິດວ່າປະຊາຊົນລາວຈະສນັບສນູນອີລູງໝົດທັງຊາດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard