ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ກາຍເປັນ ບ້ານປ່າເມືອງເຖື່ອນ ເອົາແທ້ເອົາວ່າ
Anonymous

Date:
ສປປລາວ ກາຍເປັນ ບ້ານປ່າເມືອງເຖື່ອນ ເອົາແທ້ເອົາວ່າ
Permalink   
 


ຄວາມຈິງທີ່ເກີດຂຶ້ນກັບຂ້າພະເຈົ້າ ທີ່ຫລວງພະບາງ
ຂ້າພະເຈົ້າຊື່ ນາງ ອຸໄທວັນ ຢູ່ບ້ານອາໄພ ເມືອງແລະແຂວງຫລວງພະບາງ ຖືໃບຕາດິນສະບັບເລກທີ: 116/2011
ມີບັນຫາເລື່ອງ
ໄດ້ມີນາຍທະຫານ 4ຄົນພ້ອມພັກພວກ ມີລາຍຊື່ດັ່ງນີ້:
1. ທ່ານ ພັນໂທ ດວງຈັນ ທິດສົມປອງ ທະຫານ
2. ທ່ານ ພັນໂທ ອ່ອນສີ ສີໄຊສຸລິດ ຕຳຫລວດ
3. ທ່ານ ພັນໂທ ອ່ອນແກ້ວ ໄຊຍະສິດ ທະຫານ
4. ທ່ານ ພັນຕີ ບຸນສີ ທະຫານ
ນາຍທະຫານແລະຕຳລວດສີ່ທ່ານນີ້ ເຂົ້າໄປຍຶດເອົາດິນແບບຫນ້າດ້ານ ຫນ້າມຶນທີ່ສຸດ, ຂ້າພະເຈົ້າໄດ້ຟ້ອງຮ້ອງທາງກົດຫມາຍ ແລະ ສານກໍ່ໄດ້ຕັດສິນ ໃຫ້ພວກກ່ຽວອອກຈາກດິນຕອນດັ່ງກ່າວແລ້ວ , ແຕ່ພວກກ່ຽວກໍ່ບໍ່ຍອມອອກ .ສະເຫນີໄປຫາການຈັດຕັ້ງ ທາງກອງບັນຊາການຕຳຫລວດ,ກອງບັນຊາການທະຫານ ເພີ່ນກໍ່ບໍ່ແກ້ໄຂແນວໄດ. ຜ່ານມາທາງແຂວງກໍ່ໄດ້ ເຮັດໃບແຈ້ງການ ໃຫ້ພວກກ່ຽວນີ້ ອອກຈາກດິນຕອນດັ່ງກ່າວແລ້ວ ແຕ່ພວກກ່ຽວກໍ່ບໍ່ຍອມອອກຈົນແກ່ຍາວມາເຖີງທຸກມື້ນີ້, ພວກຂ້າພະເຈົ້າເຂົ້າໄປດູດປັບດິນຕອນດັ່ງກ່າວ , ແຕ່ທະຫານພວກນີ້ ໄຊ້ປືນຍິງນາມຂູ່ ຕໍ່ເຫດການດັ່ງກ່າວ ພວກຂ້າພະເຈົ້າກໍ່ໄດ້ລາຍງານການຈັດຕັ້ງທີ່ກ່ຽວຄ້ອງຂັ້ນແຂວງແລ້ວ ແຕ່ເພີ່ນກໍ່ຍັງບໍ່ທັນແກ້ໄຂໃຫ້.
ຂໍໂທດນຳ ທະຫານ ຕຳຫລວດ ທີ່ດີເດີ……
ທະຫານ ກັບ ຕຳຫລວດ 4 ທ່ານທີ່ກ່າວມາຂ້າງເທີງນີ້, ພວກເພີ່ນຢືນຢູ່ເຫນືອກົດຫມາຍ ໄຊ້ອໍານາດປາຍປືນນາບຂູ່ປະຊາຊົນ ຜູ້ທີ່ບໍ່ມີທາງສູ້. ອີງໃສ່ການຈັດຕັ້ງເພີ່ນກໍ່ບໍ່ສາມາດບັງຄັບໃສ່ກົດຫມາຍຕໍ່ກຸ່ມຄົນພວກນີ້ໄດ້ ຈຶ່ງປ່ອຍໃຫ້ທະຫານຕຳຫລວດກຸ່ມນີ້ ປຸ້ນຊິງດິນ ຂອງປະຊາຊົນ.
ຂໍຮຽກຮ້ອງມາຍັງສັງຄົມ ຊ່ວຍໃຫ້ຄຳປຶກສາແດ່,ພວກຂ້າພະເຈົ້າ ຢາກເຂົ້າໄປພັດທະນາທີ່ດິນຕອນດັ່ງກ່າວ .ອີງໄສ່ກົດຫມາຍກໍ່ເຮັດຫຍັງພວກເຂົາບໍ່ໄດ້, ອີງໃສ່ການຈັດຕັ້ງຂັ້ນແຂວງກໍ່ຍັງບໍ່ສາມາດແກ້ໄຂບັນຫາດ່ັງກ່າວໄດ້ ແກ່ຍາວມາເປັນເວລາ 4-5ປີແລ້ວ .ຂໍໃຫ້ສັງຄົມຊ່ວຍໃຫ້ຄຳປຶກສາ ກັບພວກຂ້າພະເຈົ້າແດ່.
ສາທຸ ຍໍມືລ່ວງຫນ້າ ສຳລັບຄຳປຶກສາຂອງພວກທ່ານ

13501836_509897629212240_31236890158572413445282_509897642545572_24805247343581813450226_509897652545571_15136846137395013516142_509897692545567_143756679063318



__________________
Anonymous

Date:
Permalink   
 

ທອງສິງ ເປັນນາຍຍົກມາຫຼາຍປີ ແຕ່ບໍ່ມີເປັນຍາ ສອມແປງເສັ້ນທາງ "ໜອງບຶກ-ໜອງພະຍາ-ຕານມີໄຊ" ຕອ້ງຂໍຄວາມຊວ່ຍເຫຼືອຈາກທ່ານ ປີເຕີຈັນ ປະທານກຸ່ມບໍລິສັດລາວເວີນໃຊ້ຊັບສ່ວນຕົວ 4 ຕື້ກີບຊ່ວຍເຫລືອລ້າປັບປຸງເສັ້ນທາງ

13465997_509320495936620_160342496407613

ເສັ້ນທາງໜອງບຶກ-ໜອງພະຍາ-ຕານມີໄຊເຖິງ 3 ແຍກບ້ານສີເກີດ ມີຄວາມຍາວ 9.3 ກິໂລເມັດ ເຫັນວ່າ ມີສະພາບຊຸດໂຊມຫລາຍ ເຊີງລັດຖະບານກຳລັງກະກຽມກໍ່ສ້າງ ປະຈຸບັນແມ່ນຍັງຢູ່ໃນໄລຍະການປຶກສາຫາລຶກັບບໍລິສັດຜູ້ຮັບເໜົາ ເນຶ່ອງຈາກໄລຍະນີ້ເປັນລະດູຝົນ ບວກກັບລົດທຽວທາງນີ້ມີຫລາຍຈຶ່ງເຮັດໃຫ້ທາງ ດັ່ງກ່າວໜົດອາຍຸການໃຊ້ງານໄວ ແລະ ຍິ່ງຊຸດໂຊມຫລາຍຂຶ້ນ ດັ່ງນັ້ນລັດຖະບານຈຶ່ງໄດ້ຕັດສິນໃຈແກ້ໄຂຮີບດ່ວນ. ພວກເຮົາໄດ້ມີການສົມທົບກັບນະຄອນຫລວງວຽງຈັນ ກໍຄື ພະແນກ ຍທຂ ນະຄອນຫລວງວຽງຈັນໃຫ້ສືບຕໍ່ສ້ອມແປງຊົວຄາວເລີ້ມແຕ່ວັນທີ 11 ມີຖຸນາ 2016 ເຊິ່ງໄດ້ປະຕິບັດເປັນ 2 ລະດັບຄື: ແກ້ໄຂເຮັດໃຫ້ການສັນຈອນໄປມາໄດ້ເສຍກ່ອນ ຈາກນັ້ນ ຈຶ່ງຈະເບິ່ງດ້ານຄວາມຫຍຸ້ງຍາກ ເວລາການກໍ່ສ້າງຈະໄດ້ຕົກລົງດົນປານໃດເພຶ່ອອຳນວຍຄວາມສະດວກໃຫ້ປະຊາຊົນ ເນຶ່ອງຈາກເປັນເສັ້ນທາງໃນຕົວເມຶອງຖ້າບໍ່ສາມາດແກ້ໄຂໄດ້ທັນການກໍຈະມີຜົນກະທົບດ້ານສະພາບແວດລ້ອມ ສຸຂະພາບຂອງປະຊາຊົນ ນອກນີ້ອາດຈະມີອຸບັດຕິເຫດເກີດຂຶ້ນ
ທ່ານ ສົມຈິດ ສິດທິວັນ ໃນນາມຕົວແທນຂອງບໍລິສັດ ລາວເວີນອະສັງຫາລິມະຊັບ ຜູ້ຮັບຜິດຊອບສ້ອມແປງເສັ້ນທາງ ໜອງບຶກ-ໜອງພະຍາ-ຕານມີໄຊ ກໍໄດ້ກ່າວວ່າ ຄະນະບໍລິຫານບໍລິສັດລາວເວີນອະສັງຫາລິມະຊັບ ໄດ້ເຫັນດີປະກອບສ່ວນຊ່ວຍລັດຖະບານ ໃນການສ້ອມແປງເສັ້ນທາງ ໜອງບຶກ-ໜອງພະຍາ-ຕານມີໄຊ ໂດຍບໍຄິດຄ່າໃດ ເພື່ອໃຫ້ການສັນຈອນໄປມາໄດ້ສະດວກ ເຊິ່ງການສ້ອມແປງພວກເຮົາໄດ້ເລີ່ມແຕ່ວັຍທີ 11 ມີຖຸນາ 2016 ຈົນເຖີງວັນທີ 31 ຕຸລາ 2016 ໃນນີ້ພວກເຮົາມີວິຊາການໃນການສ້ອມແປງ ບຳລຸງຮັກສາ ຫົດນໍ້າປະຈຳພາກສະໜາມ ຖ້າພົບເຫັນບ່ອນໃດມີຄວາມຫຍຸ້ງຍາກແມ່ນຈະໄດ້ຮັບການແກ້ໄຂທັນທີ ສຳລັບມູນຄ່າການສ້ອມແປງຊົ່ວຄາວຄັ້ງນີ້ແມ່ນບໍ່ຕໍ່າກວ່າ 4 ຕື້ກີບ.



__________________
Anonymous

Date:
RE: ສປປລາວ ກາຍເປັນ ບ້ານປ່າເມືອງເຖື່ອນ ເອົາແທ້ເອົາວ່າ
Permalink   
 


ມັນບໍ່ແມ່ນແຕ່ພັນໂທດອກພວກທະຫານຫຼືຕຳລວດທຳມະດາຄືກັນມັນຫຼີ້ນພັກພວກ,ດິນ.ຂພຈ.ຄືກັນຢູ່ທາງເດີນຍົນເຮົາໄປເວົ້າດີຂໍ

ໃຫ້ມັນອອກ.ມັນເອົາແຕ່ເວົ້າວ່າມັນເປັນຕະຫານປະຕິວັດມາ40ປີແລ້ວມັນອ້າງແຕ່ພັກພວກຜູ໊ນຳຂອງມັນ.



__________________
Anonymous

Date:
Permalink   
 

ຈ້າງມືເພັດສະຄາດໄປເກັບມັນເລີຍ.



__________________
Anonymous

Date:
Permalink   
 

ຂພຈ ຂໍປະກອບຄຳເຫັນ ສະເໜີໃຫ້ທ່ານປະກອບເອກະສານຄົບຊຸດ

ເປັນບົດຮ້ອງທຸກ (ຮ້ອງຟ້ອງ) ໄປຫາສະພາແຂວງລອງເບີ່ງ, ເພາະ

ວ່າແນວທາງໃໝ່ຂອງເພີ່ນ ແມ່ນສ້າງສະພາແຂວງໄວ້ເປັນຕົວແທນ

ປຊຊ ປົກປ້ອງສິດຜົນປະໂຢດອັນຊອບທຳ ຂອງ ປຊຊ ເດ່

ກະລອງເຮັດເບີ່ງເນາະ ວ່າເພີ່ນຈະໃຫ້ຄວາມເປັນທຳຄືແນວໃດ, ເພີ່ນ

ກໍ່ຫາຕັ້ງຂື້ນ ສົດໆ ຮ້ອນໆ ຢູ່ເດ, ສະໄໝນີ້ ບໍ່ວ່າຈະເປັນຄະນະລັດຖະບານ

ຫຼື ສສຊ ເພີ່ນຄືວ່າປັບປຸງກັນຢ່າງຈີງຈັງເດ ເນັ້ນໃສ່ເລື່ອງຄວາມໂປ່ງໃສເດ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard