ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການກວດຄືນໂຄງການ ຜີ
Anonymous

Date:
ທາງການກວດຄືນໂຄງການ ຜີ
Permalink   
 


ທາງການກວດຄືນໂຄງການ ຜີ

image

 

ທາງການລາວ ຈະດຳເນີນການ ຕາມກົດໝາຍ ຕໍ່ຜູ້ທີ່ມີ ສ່ວນສົມຮູ້ ໃນໂຄງການ ບໍ່ມີຕົວຕົນ ຫລື ໂຄງການຜີ ແລະ ຈະຍຶດ ຊັພສິນ ທີ່ ຖືກສໍ້ໂກງ ໄປນັ້ນ ກັບຄືນມາ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ທ່ານນຶ່ງ ທີ່ເຮັດວຽກ ຢູ່ໃນຄນະ ກວດກາ ໂຄງການ ບໍ່ມີຕົວຕົນ ຕໍ່ ເອເຊັຽເສຣີ ວ່າ:"ຕ້ອງຖືກຈັບກຸມ ຫັ້ນແຫຼະເນາະ ຕ້ອງຖືກຊົດໃຊ້ ຫັ້ນແຫຼະເນາະ ແຕ່ສ່ວນຫຼາຍ ກະຄື ເຂົາຈິງໃຈ ລະເຂົາກະ ສົ່ງຄືນ ຫາກແຕ່ວ່າ ຈຳນວນນຶ່ງ ຍັງບໍ່ທັນ ໄດ້ ສົ່ງເນາະ, ເພິ່ນ ຍັງດຳເນີນຢູ່ ມັນຍັງ ດຳເນີນ ບໍ່ທັນແລ້ວນ່າ ຄັນເຮົາ ເວົ້າໄປມັນ ກະຊິອາດຈະ ຜິດພ້ຽນ ໄປຫັ້ນນ່າ ເນາະ".ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ຕອນນີ້ ກຳລັງ ຂຸ້ນຂ້ຽວ ໃນການສືບສວນ ສອບສວນ ຜູ້ທີ່ມີ ສ່ວນກ່ຽວຂ້ອງ, ຊຶ່ງການ ອະນຸມັດ ໂຄງການ ດັ່ງກ່າວ ໄດ້ເກີດຂຶ້ນ ໃນສະໄໝ ຣັຖບານຊຸດ ຜ່ານມາ ແລະ ມີການ ອະນຸມັດ ຫຼາຍໂຄງການ ທັງໂຄງການ ທີ່ຮັບ ອະນຸມັດ ຈາກ ສະພາ ແຫ່ງຊາດ ແລະ ບໍ່ໄດ້ຮັບຮອງ ຈາກ ສະພາ ແຫ່ງຊາດ. ແຕ່ສິ່ງທີ່ສຳຄັນ ກໍຄື ຈະຕ້ອງ ມີການ ອາຍັດຊັພ ແລະ ເອົາກັບຄືນມາ ເປັນ ຂອງຣັຖ ໃຫ້ໝົດ, ດັ່ງທ່ານ ກ່າວຕື່ມວ່າ:"ຈະຕ້ອງໃຊ້ຄືນເໝິດແຫຼະ ສິ່ງທີ່ເອົາໄປ, ຄືຕົວຢ່າງດຽວນີ້ ພວກເຮົາ ເຮັດຢູ່ ແຂວງຫົວພັນ ເນາະ, ຕິດຄຸກ 10 ປີ 5 ປີ ກະແລ້ວ ແຕ່ ຕາມລຳດັບ ຫັ້ນນ່າ ລະກະອາຍັດ ຊັພສິນ ຕ້ອງເອົາ ຄືນມາໃຫ້ຣັຖ ເໝິດ ຜູ້ໃດເຮັດຜິດ ກະຕ້ອງມາ ລົງໂທສເໝິດ ດຽວນີ້". ໃນທ້າຍປີ 2015 ທີ່ຜ່ານມາ, ກໍມີຣາຍງານວ່າ ອະດີດ ຣັຖມົນຕຼີ ກະຊວງ ການເງິນ ທ່ານ ພູເພັດ ຄຳພູນວົງ ຖືກກັກ ບໍຣິເວນ ເພື່ອ ສືບສວນ ສອບສວນ ກ່ຽວກັບ ການອອກ ພັນທະບັດ ໂຄງການ ບໍ່ມີຕົວຕົນ, ແລະ ມີການຈັບກຸມ ພະນັກງານ ກະຊວງ ການເງິນ ອີກຫຼາຍຄົນ. ໂຄງການ ບໍ່ມີຕົວຕົນ ແມ່ນເກີດຂຶ້ນ ຢູ່ແຂວງ ຢູ່ແຂວງ ອຸດົມໄຊ ໃນຊ້ວງ ທີ່ມີການຈັດ ການແຂ່ງຂັນ ກິລາ ແຫ່ງຊາດ ໃນ ທ້າຍປີ 2014, ໂດຍສະເພາະ ໂຄງການ ກໍ່ສ້າງ ຖະໜົນ, ຊຶ່ງ ຜູ້ຮັບເໝົາ ໂຄງການ ແມ່ນມາແລ່ນ ວິງເຕັ້ນ ເອົາເງິນໄປກ່ອນ ແລ້ວ ບໍ່ມີການ ກໍ່ສ້າງ ຫຍັງໝົດ.ອົງການ ກວດສອບ ແຫ່ງຣັຖ ໄດ້ສເນີ ຣາຍງານ ບົດສະຫຼຸບ ຂາດຕົວ ສົກ ງົປມານ 2012-13 ແລະ 2013-14 ຕໍ່ສະພາ ແຫ່ງຊາຕລາວ ໃນຫຼາຍ ວາລະ ວ່າມີ ງົປມານຮົ່ວໄຫຼ ໃນໂຄງການ ພັທນາ ຂອງຣັຖ ຫຼາຍໂຄງການ ທີ່ເປັນເງິນ ຈຳນວນ ຫຼາຍກວ່າ 700 ຕື້ກີບ.



__________________
Anonymous

Date:
Permalink   
 

ສະພາບເສັ້ນທາງເປ່ເພຍ້ອນຄຸນນະພາບຍັງແກ້ໄຂບໍ່ຕົກ

image003.jpg

ເສັ້ນທາງສາຍຫຼັກ ແລະ ທາງຊອຍຫຼາຍສາຍໃນນະຄອນຫຼວງວຽງຈັນ ໄດ້ເລີ່ມມີສະພາບເປ່ເພ, ເປັນບວກ, ເປັນຂຸມນັບມື້ຫຼາຍຂຶ້ນ, ທັງໆ ທີ່ເສັ້ນທາງເຫຼົ່ານັ້ນຫາກໍໄດ້ຮັບການກໍ່ສ້າງສ້ອມແປງມາບໍ່ຮອດປີ, ເຖິງວ່າຍັງບໍ່ທັນຮ້າຍແຮງ, ແຕ່ກໍສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາຫຼາຍສົມຄວນ ແລະ ໄດ້ເກີດຫາງສຽງວິ ພາກວິຈານຕ່າງໆນາໆຈາກສັງຄົມ, ໂດຍສະເພາະແມ່ນເສັ້ນທາງຊອຍເຂົ້າບ້ານຕ່າງໆ ແລະ ເສັ້ນ ທາງເກົ່າແກ່ມີສະພາບຊຸດໂຊມ, ເຊັ່ນດຽວກັບເສັ້ນທາງໜອງບຶກ-ໜອງພະຍາດທີ່ຫາຫໍໄດ້ຮັບການສ້ອມແປງສຸກເສີນໃນອາທິດຜ່ານມານີ້, ແຕ່ມາຮອດປັດຈຸບັນມີບາງຈຸດໄດ້ເລີ່ມເປ່ເພຄືເກົ່າ, ຊ້ຳບໍ່ໜ່ຳໃນເວລາຝົນຕົກລົງມາກໍເຕັມໄປດ້ວຍຂີຕົມທີ່ເກີດຈາກດິນ-ຫີນ-ຊາຍທີ່ພາກສ່ວນກ່ຽວຂ້ອງເອົາມາຖົມເພື່ອ ປົວແປງພໍແລ້ວມື້ແລ້ວ ວັນ ແລະ ສະພາບແບບນີ້ກໍເປັນມາເລື້ອຍໆໃນແຕ່ລະປີ, ແຕ່ຍັງບໍ່ໄດ້ຮັບປັບປຸງໃຫ້ເດັດ ຂາດ ແລະ ບໍ່ຮູ້ວ່າຍັງອີກດົນປານໃດຈຶ່ງຈະສາມາດແກ້ໄຂໄດ້, ເພື່ອບໍ່ໃຫ້ສິ້ນເປືອງຫວັດຖຸເງິນ ຄຳ ແລະ ເຫືອແຮງໄປຫຼາຍກວ່ານີ້, ອັນເນື່ອງມາຈາກການກໍ່ສ້າງບໍ່ໄດ້ມາດຕະຖານ, ຍັງຂາດການຄຸ້ມຄອງນຳໃຊ້ທີ່ຮັດກຸມ, ໂດຍສະເພາະແມ່ນ: ການຄວບຄຸມລົດບັນທຸກໝັກເກີນ ອັນເປັນສາເຫດຫຼັກທີ່ເຮັດໃຫ້ເສັ້ນທາງເປ່ເພແມ່ນຍັງເຮັດບໍ່ທັນໄດ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard