ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນລັດຮົ່ວໄຫຼຫຼາຍຕື້ກີບ ທີ່ສະຫວັນນະເຂດ
Anonymous

Date:
ເງິນລັດຮົ່ວໄຫຼຫຼາຍຕື້ກີບ ທີ່ສະຫວັນນະເຂດ
Permalink   
 


ເງິນລັດຮົ່ວໄຫຼຫຼາຍຕື້ກີບ ທີ່ສະຫວັນນະເຂດ

P9050457.JPG

 

ຂປລ. ກະຊວງການເງິນໄດ້ເປີດເຜີຍຫວ່າງບໍ່ດົນມານີ້ຢູ່ກອງປະຊຸມສະຫລຸບວຽກງານກວດກາປະຈໍາປີ 2016 ວ່າ: ຂະແໜງກ່ຽວຂອງຕົນໄດ້ລົງກວດກາຕ້ານການສໍ້ລາດບັງຫລວງໃນຂະແໜງການເງິນ ແລະ ການເບີກຈ່າຍທີ່ບໍ່ຖືກຕາມລະບຽບຂອງການເງິນໃນແຂວງສະຫວັນນະເຂດໄດ້ພົບເຫັນກໍລະນີທີ່ມີການປອມແປງເອກະສານ ບໍ່ມອບເງິນເຂົ້າງົບປະມານມີຢູ່ 3 ຈຸດຄື:
ການເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານຜ່ານຂົວມິດ ຕະພາບ 2 ແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນດ້ວຍການປອມແປງເອກະສານມີມູນຄ່າເສຍຫາຍຈໍານວນ 1 ຕື້ກວ່າກີບ ແລະ ສາມາດເກັບຄືນໄດ້ຈໍານວນ 667 ກວ່າລ້ານກີບ;
ກໍລະນີ 2 ແມ່ນການເກັບອາກອນບຸກເບີກສວນອ້ອຍຢູ່ເມືອງໄຊບູລີ ໂດຍການປອມແປງໃບເກັບເງິນອາກອນແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນ ມູນຄ່າເສຍຫາຍຈໍານວນ 3 ຕື້ກວ່າກີບ, ເກັບຄືນເປັນເງິນສົດໄດ້ 2 ຕື້ກວ່າກີບ; ມອບເປັນສິ່ງປຸກສ້າງເຮືອນ 2 ຫລັງມູນຄ່າ 734 ກວ່າລ້ານກີບ ແລະ ຍັງຄົງຄ້າງ 410 ກວ່າລ້ານກີບ, ພ້ອມດຽວກັນນີ້ຕາມບົດສະຫລຸບຂອງໄອຍະການປະຊາຊົນເຂດ I ສະຫວັນນະເຂດ ຍັງພົບເຫັນເງິນຜິດດ່ຽງຈາກການກວດກາຂອງກົມກວດກາການເງິນ ແລະ ຫ້ອງການກວດກາການເງິນແຂວງກັບການກວດກາຂອງຄະນະກວດກາສະເພາະກິດຂອງເມືອງໄຊບູລີຈໍານວນ 885 ກວ່າລ້ານກີບ ທີ່ບໍ່ມີເອກະສານຢັ້ງຢືນຕໍ່ຜົນການກວດກາ ເຊິ່ງໄດ້ສະເໜີໄປຍັງແຂວງແຕ່ງຕັ້ງຄະນະສະເພາະກິດກວດກາຄືນ ແລະ
ສໍາລັບກໍລະນີ 3 ການເກັບອາກອນຈາກການສົ່ງອອກໄມ້ຢູ່ດ່ານແດນສະຫວັນພົບເຫັນການຍັກຍອກເອົາເງິນດ້ວຍການປອມແປງໃບເກັບເງິນອາກອນເຊິ່ງມີມູນຄ່າເສຍຫາຍ 1 ຕື້ກວ່າກີບ ສາມາດເກັບຄືນໄດ້ 563 ກວ່າລ້ານກີບ ແລະ ຍັງຄົງຄ້າງ 598 ກວ່າລ້ານກີບ. ພ້ອມດຽວກັນນັ້ນຍັງພົບເຫັນຫົວຂວ້ນໃບເກັບເງິນອາກອນທີ່ນໍາໃຊ້ແລ້ວເສຍຫາຍ ແລະ ຍັງບໍ່ທັນມີຜູ້ຮັບຜິດຊອບ ເຊິ່ງໄດ້ສະເໜີໄປຍັງແຂວງແຕ່ງຕັ້ງຄະນະສະເພາະກິດກວດກາຄືນ.



__________________
Anonymous

Date:
Permalink   
 

ຮ້າຍກອ່ນທາງໄປນາ

ທາງເຂົ້າບ້ານພັດທະນາ ໂນນສະອາດ ອຸດົມຜົນ ລາດຄວາຍເປື້ອນຫຼາຍ

ພວກ ດລ ທັງຫຼາຍ ມັນພາກັນເອີ້ນວ່າ ບ້ານພັດທະນາ

13537607_1581925902107733_5848404777382013533190_1581925935441063_13871470368991

 

 



__________________
Anonymous

Date:
Permalink   
 

13592180_242811976105485_67290922328542513615496_242811946105488_19063180576958613599837_242808782772471_78223380713177213606813_242808802772469_423203610441045



__________________
Anonymous

Date:
Permalink   
 

Anonymous wrote:

13592180_242811976105485_67290922328542513615496_242811946105488_19063180576958613599837_242808782772471_78223380713177213606813_242808802772469_423203610441045


 ກົກໄມ້ເກືອບບໍ່ມີພໍກົກຊີ້ຟ້າ.ໂຮງຣຽນບໍ່ມີ,ລູກສິດຕ້ອງຮຽນກາງແຈ້ງບໍ່ມີແນວກັ້ງແດດ,ຝົນ ແລະ ລົມ.

ໂຕະຕັ້ງບໍ່ພຽງພໍ,ບໍ່ໄດ້ມາດຕະຖານ.ໂຕະນ້ອຍໆສັ້ນໆນັກຮຽນນັ່ງແຫຍ້ກັນຕັ້ງ 6 ຄົນ.ພວກອຳນາດການ

ປົກຄອງຂັ້ນບ້ານຮ່ວມໄປເຖິງຂັ້ນເທິງຕລອດຂັ້ສູນກາງພັກ-ລັດ 11 ຄົນ ສູເອົາສະມອງສ່ວນໃດມາຄຶດ

ມາຂຽນແຕ້ມປາຍວ່າເປັນບ້ານພັດທະນາ,ບ້ານປ້ອງກັນຄວາມສະຫງົບດີ?ສົມຄວນໄຊ້ວ່າບ້ານຂົ່ມເຫັງ

ເຕັງເຕັກດີຄົງຈະຖືກກວ່າ.ພວກສູຳລາຍອະນາຄົດຂອງຊາດແທ້ໆ.



__________________
Anonymous

Date:
Permalink   
 

12033223_1496280127362157_12401614216368

ສປປ ລາວ ປິ 2016



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard