ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດ ສະເທືອນຂວັນ ຍິງກັນຕາຍຢູ່ແຄມທາງ
Anonymous

Date:
ເຫດ ສະເທືອນຂວັນ ຍິງກັນຕາຍຢູ່ແຄມທາງ
Permalink   
 


ສະເທືອນຂວັນ ຍິງກັນແຄມທາງ, ນວ! ເວລາປະມານ 21:25 ຂອງວັນທີ 11/7/16 ໄດ້ມີຜົວເມຍຊາວຈີນຄູ່ຫນຶ່ງຍ່າງມາຕາມເສັ້ນທາງ T2 (ຖະໜົນອາຊຽນ) ນະຄອນຫຼວງວຽງຈັນ , ແລ້ວ ໄດ້ມີລົດຈັກຄັນຫນຶ່ງ (ຄົນຂັບຜູ້ຊາຍ, ຄົນຊ້ອນຜູ້ຍິງ) ຜູ້ຊ້ອນໄດ້ຈົກປືນມາຍິງຜູ້ຍິງຄົນຈີນລົ້ມລົງກັບພື້ນພ້ອມກອງເລືອດ ແລ້ວຫຼົບໜີ, ຜູ້ເປັນຜົວຮອ້ງໃຫ້ຮໍ່າໄຮເພື່ອຮອ້ງຄົນຊ່ວຍເຫລືອ. ຜູ້ຖືກຍິງແມ່ນ ຖືກຍິງຈາກດ້ານຫຼັງ ແລະ ລູກປືນມະລຸອອກດ້ານຫນ້າເອິກ. ເຈົ້າໜ້າທີ່ ແມ່ນ ເລັ່ງ ສືບສວນຫາສາເຫດ ແລະ ຕາມຈັບຜູ້ກະທໍາຜິດ. ເຮືອນທ່ານໃດ ຢູ່ໃກ້ບ່ອນເກີດເຫດ ແລະ ມີກ້ອງວົງຈອນປິດ ຊ່ວຍກວດສອບດ້ວຍ. ເພື່ອຈະໄດ້ຂໍ້ມູນຊ່ວຍເຈົ້າໜ້າທີ່.

13645251_1278593532172316_24514711769499



__________________
Anonymous

Date:
Permalink   
 

ມື້ນີ້ຫາກໍ9:00ມີຂ່າວສອງຂ່າວແລ້ວ ..ຂ່າວນື່ງຫວຽດນາມຕີກັນ..ຫົວແຕກ ..

ມາຂ່າວທີສອງແມ່ນຂ່າວນີ້ຫຍ່າງແຄມທາງກັບຜົວມີຄົນຂີ່ລົດຈັກມາຍີງເມັຍທາງຫລັງ..

ລູກປືນຊອດອອກຫນ້າເອີກ ..ບໍ່ຕາຍກໍຍາກທີ່ຈະກັບຄືນມາເປັນປົກກະຕິໃນຊີວິດນີ້ນະ..

ສັງຄົມນີ້ນັບມື້ນັບຈະເປັນສັງຄົມອັນຕະລາຍຂື້ນທຸກມື້ແລ້ວນໍ .

----------------------------------------------------------------------

ດຽວນີ້ ມີແຕ່ຄົນຕ່າງຊາດເລີ້ມເຂົ້າມາກໍ່ຄະດີສະຫຍອງຂວັນໃນສັງຄົມລາວຫຼາຍຂຶ້ນ....

ຝາກເຖິງຂັ້ນເທິງຊ່ວຍເຂັ້ມງວດໃນການອະນຸຍາດໃຫ້ຄົນຕ່າງຊາດເຂົ້າມາລາວນຳແດ່ .

ເພາະຕໍ່ໄປບ້ານເມືອງລາວຊິກາຍເປັນດິນແດນແຫ່ງອາດສະຍາກຳແລ້ວ ແລະ

ເປັນບ່ອນອາໃສຂອງກຸມແກ້ງຕ່າງໆ ເຊິ່ງໃນ ສັງຄົມລາວບໍ່ເຄີຍເປັນແບບນີ້ມາກ່ອນ



__________________
Anonymous

Date:
Permalink   
 

ເຈັກ ຍິງ ເຈັກ ,ແກວຕີແກວ ລາວບໍ່ຕາຍບໍ່ເຈັບ ຢ່າມັນບໍ່ເປັນຫັຽງດອກພາຍໄຕ້

ການນຳສະຫຼາດສ່ອງຕົວະຂອງ ພັກ-ລັດ ສປປ.ລາວ ຖືວ່າເຂົາສາມາດສູງຈຶ່ງຕົວະ

ໃຫ້ເຈັກຍິງເຈັກ,ແກວຕີແກວ ບໍ່ມີຍຸກໃດຂອງປະຫວັດສາດລາວ,ນອກຈາກພາຍ

ການນຳພາຂອງ ກຈ 11 ໂຕ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard