ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ
Anonymous

Date:
ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ
Permalink   
 


ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ

13700033_1280041605360842_54301123127962

ຕາມການລາຍງານຂອງແຫຼ່ງຂ່າວໂຮງໝໍແຂວງຊຽງຂວາງໃນວັນທີ 13 ກໍລະກົດນີ້ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາຢູ່ແຂວງຊຽງຂວາງໄດ້ເກີດມີພະຍາດຊະນິດໜຶ່ງລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງ, ຊຶ່ງມາຮອດປັດຈຸບັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວຫຼາຍກວ່າ 200 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນການຮອງຮັບຄົນເຈັບຂອງໂຮງໝໍແຂວງແມ່ນເກີນຂອບເຂດແລ້ວ, ຊຶ່ງຄົນເຈັບຈຳນວນໜຶ່ງຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນ ທາງມາປິ່ນປາຢູ່ໂຮງຫມໍໃນນະຄອນຫຼວງວຽງຈັນກໍມີ.

ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກ, ຊຶ່ງມາຮອດປັດຈຸບັນພະແນກສາທາລະນະສຸກແຂວງກໍໄດ້ຮີບຮ້ອນລາຍງານໃຫ້ກະຊວງສາທາລະນະສຸກຮັບຊາບແລ້ວຮັບເພື່ອຫາວິທີຊ່ວຍເຫຼືອ, ພ້ອມທັງໄດ້ເລັ່ງ ກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້, ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້, ພ້ອມໄດ້ລົງແນະນຳໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດ, ໂດຍສະເພາະແມ່ນການກິນ-ຢູ່ໃຫ້ສະອາດ, ແລະ ນຸ່ງຫົ່ມໃຫ້ສະອາດ.

ທາງແຂວງຈິ່ງຂໍຮຽກຮ້ອງທາງສູນກາງໃຫ້ສົ່ງຊ່ຽວຊານ ໄປຊ່ວຍກວດການລະບາດພະຍາດຄັ້ງນີ້ດ້ວຍ!



__________________
Anonymous

Date:
RE: ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ
Permalink   
 


ແນະນຳໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດ,

ຈັ່ງແມ່ນແນະນຳແບບໄຮ້ສາລະ 3 ສະອາດ, ຜູ້ຕິດເຊື້ອຫຼາຍກວ່າ 200 ຄົນ ຄືຊິຢູ່ແບບຍຸກຫີນບໍ ???



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard