ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ຕິດຢາ ລົ້ນ ສູນບໍາບັດ
Anonymous

Date:
ຜູ້ຕິດຢາ ລົ້ນ ສູນບໍາບັດ
Permalink   
 
ຜູ້ຕິດຢາ ລົ້ນ ສູນບໍາບັດ

image

ສູນບໍາບັດ ແລະ ປິ່ນປົວ ຜູ້ຕິດ ຢາເສບຕິດ ແຂວງຫົວພັນ ບໍ່ສາມາດ ຮັບປິ່ນປົວ ຜູ້ຕິດຢາ ເສພຕິດ ໄດ້ທົ່ວແຂວງ ຍ້ອນວ່າ ປັດຈຸບັນ ແຂວງນີ້ ຜູ້ຕິດຢາ ເພີ່ມຂຶ້ນຫຼາຍ, ແຕ່ສູນສາມາດ ຮັບປິ່ນປົວ ໄດ້ພຽງຮ້ອຍ ຄົນ ໃນຈໍານວນ ທີ່ມີຢູ່ ທັງໝົດ ກວ່າ 3 ພັນຄົນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ສິງຫາ ນີ້:

"ເມື່ອເບິ່ງສະພາບຕົວຈິງ ຂອງແຂວງຫົວພັນ ນີ້ ກໍຖືວ່າ ທາງການ ກໍໄດ້ຕັດສິນໃຈ ຕັ້ງເປັນສູນ ນັ້ນແຫຼະ ຕັ້ງເປັນສູນ ຢູ່ແຂວງນີ້ ຖືວ່າມາ ຮັບການ ປິ່ນປົວຢູ່ນີ້ ຫາກ ທຽບໃສ່ ຈໍານວນຫັ້ນ ກໍຖືວ່າ ບໍ່ພໍ ສູງສຸດ ມັນກໍປະມານ 100 ຄົນ ສູນນີ້ ປະມານ ຮ້ອຍຄົນ ເທົ່ານັ້ນ ແຕ່ຜູ້ເສພ ປະມານ 3 ພັນກວ່າ ຜູ້ເສບນີ້ ບໍ່ພຽງພໍ".

ທ່ານເວົ້າວ່າ ສູນບໍາບັດ ແລະ ປິ່ນປົວ ຜູ້ຕິດ ຢາເສພຕິດນີ້ ຕັ້ງຢູ່ຫ່າງຈາກ ເຂດ ເທສບານ ແຂວງ ບໍ່ໄກ ພໍເທົ່າໃດ ຊຶ່ງຕອນນີ້ ກໍມີ ຜູ້ມາບໍາບັດ ແລະ ປິ່ນປົວ 87 ຄົນ. ໃນນັ້ນແມ່ຍິງ 7 ຄົນ. ທັງໝົດ ເປັນຊາວໜຸ່ມ ອາຍຸ ຣະຫວ່າງ 18 ຫາ 22 ປີ. ການຮັບ ຜູ້ເສພ ຢາເສພຕິດ ເຂົ້າມາປິ່ນປົວ ໃນສູນນັ້ນ ຈະເລືອກເອົາ ສະເພາະ ຜູ້ທີ່ມີ ອາການ ຕິດຢາ ຮຸນແຮງ.

ທ່ານເວົ້າວ່າ ຍ້ອນຄວາມສາມາດ ໃນການຮອງຮັບ ບໍ່ພຽງພໍ ຜູ້ຕິດ ຢາເສພຕິດ ຈຶ່ງຕ້ອງໄດ້ ບໍາບັດ ຢູ່ຕາມໂຮງຮຽນ ປອດ ຢາເສພຕິດ ຫລືບ້ານ ປອດ ຢາເສພຕິດ ທີ່ ຣັຖ ໄດ້ຈັດໃຫ້ ມີກິຈກັມ ບໍາບັດຮັກສາ ແລະ ບາງສ່ວນ ຕ້ອງສົ່ງໄປ ປິ່ນປົວ ຢູ່ສູນບໍາບັດ ຕ່າງແຂວງ ເປັນຕົ້ນວ່າ ຫຼວງພຣະບາງ ແລະ ສູນປິ່ນປົວ ແຂວງຫົວພັນ ຍັງຕ້ອງ ປັບປຸງ ອີກຫຼາຍດ້ານ ແຕ່ຂາດ ງົບປະມານ:

"ຫົວພັນກໍມີແຕ່ 2 ຕຶກ ເທົ່ານັ້ນດຽວນີ້ ບໍ່ຫຼາຍ ແຕ່ວ່າ ໃນທາງສ່ວນຕົວ ນີ້ກໍຄຶດວ່າ ເຣື່ອງການ ກໍ່ສ້າງສູນ ນີ້ແຫຼະຄວນຕື່ມ ເພາະວ່າ ດິນຫັ້ນ ມີແລ້ວດຽວນີ້ ຫັ້ນນະ ແຕ່ບໍ່ທັນມີ ງົບປະມານ ສ້າງສີມຕໍ່ ຫັ້ນນ່າ. ເພາະວ່າ ແຕ່ລະມື້ ຕຶກຫັ້ນ ມັນບໍ່ທັນ ສາມາດ ແຍກກັນໄດ້ ແຍກອອກວ່າ ຕຶກນັ້ນ ຟື້ນຟູ ສຸຂພາບບໍ ຫລືວ່າ ຕຶກຜູ້ຮັບຮອງ ຄົນເຈັບໃໝ່ບໍ ຖືວ່າ ຍັງຢູ່ປົນກັນ ດຽວນີ້".

ປັດຈຸບັນ ທົ່ວປະເທດລາວ ມີສູນປິ່ນປົວ ແລະ ບໍາບັດ ຜູ້ຕິດ ຢາເສພຕິດ 9 ແຫ່ງ ແລະ ທຸກແຫ່ງ ກໍຍັງ ບໍ່ສາມາດ ຮອງຮັບ ຜູ້ເສພ ຢາເສພຕິດ ໃນແຂວງ ຂອງຕົນເອງ ໄດ້ທັງໝົດ. ສ່ວນສູນ ອີກຫຼາຍແຫ່ງ ຍັງສ້າງ ບໍ່ສໍາເລັດ ຍ້ອນຂາດ ງົບປະມານ ຊຶ່ງ ເຈົ້າໜ້າທີ່ ຍັງຕ້ອງການ ຄວາມຊ່ວຍເຫລືອ ຈາກ ສາກົລ.

__________________
Anonymous

Date:
Permalink   
 
Anonymous wrote:

 ນີ້ແມ່ນການເບື່ອເມົ່າ ແລະ ດັບສູນຄົນລາວຕາມແຜນການຂອງແກວແດງທີ່ບົ່ງການ

ໃຫ້ໝາຮັບໄຊ້ໂຕໄໝ່ທີ່ມັນຫາກໍ່ແຕ່ງຕັ້ງຂື້ນມາ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard