ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຝົນຕົກໜັກເຂື່ອນປ່ອຍນໍ້າ ຊາວບ້ານ ລອຍແພ
Anonymous

Date:
ຝົນຕົກໜັກເຂື່ອນປ່ອຍນໍ້າ ຊາວບ້ານ ລອຍແພ
Permalink   
 


ຝົນຕົກໜັກເຂື່ອນປ່ອຍນໍ້າ ຊາວບ້ານ ລອຍແພ

c3a89e1e-bf80-4b99-be2d-ae91f818cd21.jpe

 

ຊາວເມືອງປາກລາຍ ແຂວງ ໄຊຍະບູຣີ ທີ່ຢູ່ຕາມ ແຄມ ແມ່ນໍ້າຂອງ ເວົ້າວ່າ ຣະດັບນໍ້າ ໃນແມ່ນໍ້າຂອງ ປີນີ້ ສູງຂຶ້ນ ຢ່າງໄວວາ ແລະ ຜິດ ປົກກະຕິ ຫຼາຍ ຍ້ອນ ຝົນຕົກໜັກ ແລະ ເຂື່ຶອນ ໄຊຍະບູຣີ ທີ່ກໍາລັງ ກໍ່ສ້າງ ຢູ່ເໜືອ ເມືອງປາກແບງ ປ່ອຍນໍ້າ ລົງມາ ເຮັດໃຫ້ ປະຊາຊົນ ທີ່ຢູ່ແຄມ ນໍ້າຂອງ ຕ້ອງໄດ້ກຽມ ເຄື່ອງຂອງ ອົພຍົບ ໄປຢູ່ບ່ອນໃໝ່. ດັ່ງທີ່ທ່ານ ກ່າວວ່າ:"ບັນຫານຶ່ງກໍຝົນຕົກ ຫຼາຍເດ້ ແລ້ວກໍທາງເຂື່ອນ ເພີ່ນກປ່ອຍມາເດ້ ຊ່ວງຫວ່າງຫລັງນີ້ ຜົລກະທົບ ຈາກ ຫັ້ນນະ ນໍ້າຂອງ ຂຶ້ນຫຼາຍນີ້ເກາະ ຜົລເສັຽຫາຍ ຂອງ ປະຊາຊົນ ມີຫຼາຍນໍ ແຕ່ແມ່ນ ເວົ້າເຣຶ່ອງ ພາຫະນະ ທາງນໍ້ານໍ ກໍເປັນຕົ້ນ ເຮືອ ແລ້ວກໍຈັກ ເພະວ່າມັນ ຂຶ້ນໄວ ຂຶ້ນກາງຄືນ ເຮົາບໍ່ຮູ້ວ່າ ນໍ້າຈະຂຶ້ນ ເວລາໃດ ເວລາ ຕື່ນເຊົ້າມາ ໄປເບິ່ງນໍ້າ ມັນຂຶ້ນຫຼາຍ ຖ້ວມໄປໝົດ".ກ່ຽວກັບ ເຣຶ່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ ໂທຣະສັບ ຖາມ ເຈົ້າໜ້າທີ່ ຜແນກ ພລັງງານ ແລະບໍ່ແຮ່ ທີ່ກ່ຽວຂ້ອງ ກັບການປ່ອຍນໍ້າ ຈາກ ເຂື່ອນ ໃນຍາມມີ ພະຍຸຝົນ ແຕ່ບໍ່ໄດ້ ຮັບຄໍາຕອບ. ແຕ່ ປະຊາຊົນ ທີ່ຖືກໃຫ້ ໂຍກຍ້າຍ ອອກຈາກເຂດ ເຂື່ອນ ໄຊຍະບູຣີ ເວົ້າວ່າ ໃນ ຣະຍະນີ້ ເຂື່ອນ ໄຊຍະບູຣີ ຍັງກໍ່ສ້າງຢູ່ ຕາມ ປົກກະຕິ ແລະ ປ່ອຍນໍ້າ ອອກເປັນ ຣະຍະໆ. ແຕ່ບໍ່ຮູ້ວ່າ ນໍ້າທີ່ໄຫລ ມາແຮງນັ້ນ ຍ້ອນ ການປ່ອຍນໍ້າ ຈາກ ເຂື່ອນ ຫລືບໍ່.ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວ ໄດ້ແຈ້ງເຕືອນ ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ແມ່ນໍ້າຂອງ ໃຫ້ຣະວັງ ນໍ້າຂືຶ້ນ ຢ່າງໄວວາ ໃນຣະຍະນີ້, ໃຫ້ກຽມ ເຄື່ອງຂອງ ແລະ ພ້ອມທີ່ຈະ ອົພຍົບ ໄປຢູ່ບ່ອນ ປອດພັຍ ແລະ ກຽມຖົງຂີ້ຊາຍ ເຮັດຄູ ກັ້ນນໍ້າ ໃນເຂດ ທີ່ ມີຄວາມສ່ຽງ.

 

ນໍ້າຂອງລົ້ນຝັ່ງທໍາລາຍ ເຄື່ອງປູກ

256340e9-0f6e-4eba-823c-a84b7ffea429.jpe

 

ນໍ້າຂອງ ລົ້ນຝັ່ງ ໄຫລເຂົ້າຖ້ວມ ຮົ້ວສວນ ຂອງ ປະຊາຊົນ ຢູ່ຕາມແຄມ ນໍ້າຂອງ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ ເຮັດໃຫ້ ພືດຜົລປູກ ເສັຽຫາຍ ຍ້ອນ ຖືກນໍ້າຖ້ວມ ມາເກືອບ 10 ມື້ແລ້ວ. ຕາມຄໍາເວົ້າ ຂອງ ປະຊາຊົນ ບ້ານ ສອງຄອນ ທ່ານນຶ່ງ ຕໍ່ RFA ໃນ ວັນທີ 23 ສິງຫາ ນີ້:

"ໂອ໋ ຮອດແລ້ວ ຮອດຕະລິ່ງແລ້ວ ມີແຕ່ວ່າມັນຂຶ້ນ ນໍ້າຈະຖ້ວມ ເຄື່ອງເຮືອນ ຮົ້ວສວນ ແລ້ວດຽວນີ້ນະ ແຕ່ວ່າຖ້ວມເຮືອນ ຖ້ວມບ້ານ ຍັງ, ມັນຖ້ວມສວນ ເຄື່ອງປູກຝັງ ເຄື່ອງ ທໍາການຜລິດແລ້ວ ຕາຍຫຼາຍແລ້ວ ໝາກພິກໝາກເຂືອ ໝາກແຕງ ຖົ່ວຕາຍໝົດ".

ຮອດປັດຈຸບັນ ພື້ນທີ່ ການຜລິດ ຂອງປະຊາຊົນ ຢູ່ບ້ານສອງຄອນ ທີ່ມີ 100 ປາຍຄອບຄົວ ເສັຽຫາຍເຖິງ 35 ເຮັກຕາປາຍ. ແລະຍັງມີ ປະຊາຊົນ ອີກ 2 ບ້ານ ຄືບ້ານ ປະຊຸມ ແລະ ບ້ານທ່າບໍ່ ຊຶ່ງພື້ນທີ່ ການຜລິດ ກໍຖືກນໍ້າຖ້ວມ ເສັຽຫາຍ ເຊັ່ນກັນ.

ທ່ານກ່າວຕື່ມວ່າ ຕອນນີ້ ປະຊາຊົນ ກໍຕຽມພ້ອມ ຮັບມືກັບ ນໍ້າຂອງ ທີ່ອາຈໄຫລເຂົ້າຖ້ວມ ຫຼາຍຂຶ້ນຕື່ມອີກ. ແຕ່ໂດຍ ປົກກະຕິແລ້ວ ທຸກປີ ຜ່ານມາ ນໍ້າຂອງ ບໍ່ເຄີຍຖ້ວມ ຮອດເຮືອນ ປະຊາຊົນ ແຕ່ປີນີ້ ຍັງບໍ່ຮູ້ໄດ້ ເພາະນໍ້າຂອງ ຂຶ້ນຫຼາຍກວ່າ ທຸກປີ. ທາງ RFA ໄດ້ຖາມໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ ຂອງແຂວງ ບໍຣິຄໍາໄຊ ກ່ຽວກັບ ການຕຣຽມພ້ອມ ຮັບມືກັບ ສະຖານະການ ນໍ້າຂອງ ລົ້ນຕລິ່ງ ທີ່ ອາຈໄຫຼຖ້ວມ ບ້ານເຮືອນ ປະຊາຊົນ, ຈຶ່ງໄດ້ຮັບ ຄໍາຕອບວ່າ ໄດ້ກຽມ ມາຕລອດ:

"ເອີ໊ ກໍມີຕຽມຕລອດ ຕຽມແຮງງານ ຕຽມພາຫານະ ແລະ ຕຽມວັດຖຸ ຊ່ວຍເຫລືອ ແຕ່ຍັງ ບໍ່ທັນໄດ້ ເກີດຂຶ້ນ ເນາະ".

ທ່ານກ່າວຕື່ມວ່າ ປັດຈຸບັນ ທາງແຂວງ ກໍາລັງຕິດຕາມ ຣະດັບນໍ້າ ຢ່າງໃກ້ຊິດ ໂດຍສະເພາະ ບໍຣິເວນ ເມືອງ ປາກກະດິງ ແລະ ເມືອງ ປາກຊັນ ທີ່ ມີນໍ້າຖ້ວມ ທຸກປີ, ໜ້າເປັນຫ່ວງ ເພາະນໍ້າຂອງ ຂຶ້ນຫຼາຍກວ່າ ທຸກປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard