ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄທສືບຫາທີ່ມາໄມ້ເຖື່ອນ
Anonymous

Date:
ໄທສືບຫາທີ່ມາໄມ້ເຖື່ອນ
Permalink   
 


ໄທສືບຫາທີ່ມາໄມ້ເຖື່ອນ

425234c7-7584-4f9c-a0c9-0817fbf1fdcc.jpe

 

ທາງການໄທ ກໍາລັງສືບສວນ ຫາຜູ້ຢູ່ ເບື້ອງຫລັງ ການລັກລອບ ໄມ້ດູ່ ແລະ ໄມ້ຊິງຊັງ ຈໍານວນ 20 ຕູ້ ທີ່ທ່າເຮືອ ແຫຼມສະບັງ ແຂວງ ຊົນບູຣີ ຂນະທີ່ ກໍາລັງຖືກ ເຄື່ອນຍ້າຍ ສົ່ງໄປຂາຍ ຢູ່ ຈີນ ເມື່ອວັນທີ 24 ສິງຫາ 2016, ທາງການໄທ ຈະ ດໍາເນີນການ ຮ່ວມກັບ ລາວ ຊຶ່ງເປັນປະເທດ ຕົ້ນທາງ ຂອງ ຣົດ container ຂົນໄມ້ ແລະ ກັບຈີນ ຊຶ່ງ ເປັນປະເທດ ທີ່ ຮັບຊື້. ຕາມການ ເປີດເຜີຍ ຂອງ ພົລ ຕໍາຣວດເອກ ສະເຫລີມກຽດ ສີວໍຣະຂານ ຮອງ ຜູ້ບັນຊາການ ຕໍາຣວດ ແຫ່ງຊາດ ຂອງໄທ ຕໍ່ RFA ເມື່ອ ວັນທີ 29 ສິງຫາ ນີ້:

ທ່ານ ກ່າວວ່າ "ກໍຣະນີ ນີ້ ທາງພາສີ ໜອງຄາຍ ໄດ້ກວດສອບ ແລ້ວ ປາກົດວ່າ ມີການແຈ້ງ ວ່າພາຍໃນ ຕູ້ຄອນເທນເນີ ນັ້ນເປັນຖ່ານ ກໍມີການ x-ray ຖ່າຍຮູບໄວ້ ກໍເປັນຮູບ ຖ່ານໄມ້. ແຕ່ ຣະຫວ່າງ ທາງ ທີ່ຈະເອົາຖ່ານ ສົ່ງອອກໄປ ຕ່າງປະເທດ ນີ້ ພໍມາເຖິງ ແຫຼມສະບັງ ປາກົດວ່າ ຮູບຖ່າຍນັ້ນ ເປັນຮູບ ລັກສນະ ຂອງໄມ້".

ທ່ານເວົ້າວ່າ ໄມ້ທີ່ຍຶດໄດ້ນັ້ນ ແມ່ນໄມ້ດູ່ ແລະ ໄມ້ ຊິງຊັງ ທີ່ທາງການ ໄທແລະລາວ ຫ້າມ ສົ່ງອອກ ມີທັງໄມ້ ແປຮູບ ແລະ ໄມ້ທ່ອນ ໃນຕູ້ ຄອນເທນເນີ 20 ຕູ້ ມູນຄ່າ ປະມານ 315 ລ້ານບາດ ຫລື ອາດຫຼາຍກວ່ານັ້ນ ເມື່ອໄປເຖິງ ຈີນ. ເບື້ອງຕົ້ນ ຣົດຄອນເທນເນີ ທີ່ບັນທຸກໄມ້ ນັ້ນ ຂ້າມມາຈາກ ປະເທດລາວ ຜ່ານດ່ານ ໜອງຄາຍ ຊຶ່ງ ຂນະນີ້ ຮູ້ແລ້ວວ່າ ເປັນຣົດຂົນສົ່ງ ຂອງ ບໍຣິສັດ Asia Tran Line ຈໍາກັດ ຂອງໄທ ຢູ່ແຂວງ ສະກົນນະຄອນ.

ທ່ານບອກວ່າ ໄມ້ດັ່ງກ່າວນັ້ນ ເບື້ອງຕົ້ນ ທາງການໄທ ສັນນິຖານ ວ່າບໍ່ແມ່ນ ໄມ້ ທີ່ຖືກຕັດ ຈາກ ປະເທດລາວ ແຕ່ເປັນໄມ້ ທີ່ຖືກຕັດ ພາຍໃນ ປະເທດໄທ ໂດຍມີ ຂະບວນການ ກ່ຽວຂ້ອງ ເອົາ ຖ່ານໄມ້ ອອກຈາກ ຣົດ ຄອນເທນເນີ ແລ້ວເອົາໄມ້ ມາສັບປ່ຽນ ຣະຫວ່າງ ທາງ ໄປທ່າເຮືອ ແຫຼມສະບັງ ເພື່ອສົ່ງໄປເຂດ ເສຖກິດ ພິເສດ ຮົງກົງ ໂດຍ ບໍຣິສັດ Hongkong Worldlogistics Limited ຈະ ເປັນຜູ້ຮັບ.

ແລະ ໃນມື້ເປີດຕູ້ ຄອນເທນເນີ ກໍໄດ້ເຊີນ ເຈົ້າໜ້າທີ່ ຈາກ ໜ່ວຍງານ ກ່ຽວຂ້ອງ ມາເປັນພະຍານ ເປັນຕົ້ນ ກົມ ສູນລະກາກອນ, ກົມປ່າໄມ້, ທະຫານ, ຕົວແທນ ຜູ້ຮັບຂົນສົ່ງ ສິນຄ້າ Shipping ແລະ ຕົວແທນ ຈາກ ສະຖານທູດ ລາວ ປະຈໍາໄທ ມາຮ່ວມນໍາ. ແຕ່ຕົວແທນ ຈາກ ສະຖານທູດ ລາວ ບໍ່ໄດ້ມາ ຮ່ວມນໍາ.

ໃນຂນະດຽວກັນ ຂ່າວ ທາງການລາວ ກໍຣາຍງານວ່າ ເຈົ້າໜ້າທີ່ ພາສີ ດ່ານ ຂົວມິຕພາບ 1 ແຈ້ງ ໃຫ້ຮູ້ວ່າ ການກວດກາ ເບື້ອງຕົ້ນ ທາງດ້ານ ເອກສານ ແລະ ຂໍ້ມູນ ບັນທຶກ ໃນເຄື່ອງ ເອັກສເຣ ຢູ່ ດ່ານພາສີ ດັ່ງກ່າວ ໃນຣະຍະ ຕົ້ນເດືອນ ມິຖຸນາ ຫາ ວັນທີ 26 ສິງຫາ 2016 ແມ່ນ ບໍ່ມີຂໍ້ມູນ ການສົ່ງອອກ ໄມ້ທ່ອນ ແລະໄມ້ຕີຕັບ. ແຕ່ມີການສົ່ງ ຖ່ານໄມ້ອອກ ຂອງ 5 ບໍຣິສັດ ລວມມີຣົດ 45 ຄັນ ຊຶ່ງ ທັງ 5 ບໍຣິສັດ ດັ່ງກ່າວ ໄດ້ດໍາເນີນ ຂັ້ນຕອນ ການສົ່ງອອກ ແລະ ປະກອບ ເອກສານ ຖືກຕ້ອງຕາມ ຣະບຽບການ ຂອງ ສປປລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard