ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຮັດວຽກນອກປະເທດເສັຽ ພາສີ ໃຫ້ລາວ
Anonymous

Date:
ເຮັດວຽກນອກປະເທດເສັຽ ພາສີ ໃຫ້ລາວ
Permalink   
 


ເຮັດວຽກນອກປະເທດເສັຽ ພາສີ ໃຫ້ລາວ

06d67e73-44a4-4a58-a974-ca28ff84e260.jpe

 

ປັດຈຸບັນ ຫຼາຍເມືອງ ຂອງ ແຂວງ ໄຊຍະບູຣີ ຍັງເກັບ ພາສີ ນໍາ ປະຊາຊົນ ທີ່ ໄປເຮັດວຽກ ຢູ່ຕ່າງປະເທດ ທັງຜູ້ທີ່ໄປ ແບບຖືກ ກົດໝາຍ ແລະ ບໍ່ຖືກ ກົດໝາຍ ຊຶ່ງ ເຈົ້າໜ້າທີ່ ຜແນກ ແຮງງານ ແຂວງ ໄຊຍະບູຣີ ກ່າວຕໍ່ RFA ໃນວັນທີ 28 ກັນຍາ 2016 ກ່ຽວກັບ ເຣື່ອງນີ້ວ່າ, ຍັງມີການ ເກັບ ຢູ່ຕລອດມາ ເປັນຕົ້ນວ່າ ເມືອງແກ່ນທ້າວ ເມືອງບໍ່ແຕນ. ໃນການເກັບ ພາສີ ນີ້ ທາງເມືອງ ໄດ້ມອບໝາຍ ໃຫ້ບ້ານ ເປັນຜູ້ເກັບ ເຂົ້າກອງທຶນ ພັທນາ ບ້ານ:

"ຊ່ວງຜ່ານມາ ມັນມີມະຕິ ຂອງ ກະຊວງ ຂອງຫັ້ນເນາະ ອອກມາ ແລ້ວເຂົາເຈົ້າ ຢຸດເກັບແລ້ວ ດຽວນີ້ ຄືວ່າມັນ ຍັງມີ ປາກົດການ ສືບຕໍ່ ເຮັດຢູ່ ຄືກຸ່ມບ້ານ ບາງບ້ານ ກໍຍັງເກັບຢູ່ ເກັບຣາຍຮັບ ສ່ວນຣາຍຮັບ ບຸກຄົນ ນະ".

ທ່ານກ່າວ ຕື່ມວ່າ ຣາຍໄດ້ ຈາກການ ເກັບພາສີ ນີ້ ຈະແບ່ງເປັນ 2 ສ່ວນ ຄື 70 ສ່ວນຮ້ອຍ ຈະແບ່ງໃຫ້ ເປັນ ງົບປະມານ ຂອງເມືອງ ແລະ ອີກ 30 ສ່ວນຮ້ອຍ ແບ່ງໃຫ້ບ້ານ ເພື່ອເອົາເຂົ້າ ກອງທຶນ ພັທນາ ໝູ່ບ້ານ ຂອງ ແຕ່ລະບ້ານ. ການເກັບພາສີ ບຸກຄົນ ໃນລັກສນະ ນີ້ ເຈົ້າໜ້າທີ່ ລາວ ເວົ້າວ່າ ເປັນການຕົກລົງ ຂອງ ຜແນກການເງິນ ເມືອງ ແລະ ອໍານາດ ການປົກຄອງ ບ້ານ ໂດຍໃຫ້ນາຍບ້ານ ແຕ່ລະ ບ້ານ ເປັນ ຜູ້ເກັບກໍາ ຂໍ້ມູນ ກ່ຽວກັບ ຜູ້ທີ່ອອກໄປ ເຮັດວຽກ ຢູ່ ຕ່າງປະເທດ ທັງ ທີ່ຖືກຕ້ອງ ຕາມກົດໝາຍ ແລະ ບໍ່ຖືກກົດໝາຍ. ການ ເກັບພາສີ ໃນແຕ່ລະປີ ແມ່ນ ຄິດໄລ່ເອົາ 5 ສ່ວນຮ້ອຍ ຂອງ ຣາຍໄດ້ ຂອງ ພວກເຂົາເຈົ້າ.

ສໍາລັບ ຜູ້ທີ່ລັກລອບ ໄປເຮັດວຽກ ຫລື ຜູ້ທີ່ບໍ່ໄດ້ ເສັຽພາສີນັ້ນ ຈະຕ້ອງຖືກ ນໍາໄປ ອົບຮົມ ທີ່ສູນດັດສ້າງ ເປັນເວລາ 3 ເດືອນ ແລະ ຈະ ຖືກປັບໃໝ ເປັນ ເງິນປະມານ 1 ລ້ານ 3 ແສນກີບ. ແລະ ທາງບ້ານ ຈະເກັບພາສີ ກັບ ຄອບຄົວ ຂອງ ເຂົາເຈົ້າເລີຍ ເປັນເງິນ ປະມານ 4 ແສນກີບ ຕໍ່ປີ.

ໃນຕົ້ນປີ 2016 ນີ້ ຣັຖມົນຕຣີ ກະຊວງແຮງງານ ໄດ້ມີຄໍາສັ່ງ ບໍ່ໃຫ້ ເກັບພາສີ ນໍາ ປະຊາຊົນ ທີ່ໄປເຮັດວຽກ ຢູ່ ຕ່າງປະເທດ ແຕ່ໃນພາກ ປະຕິບັດ ແລ້ວ ຫຼາຍເມືອງ ຍັງບໍ່ ປະຕິບັດ ຕາມ.



__________________
Anonymous

Date:
Permalink   
 

ຕໍ່ໄປຄົງຈະອອກກົດຫມາຍເກັບພາສີເອົາຄ່າລົມຫາຍໃຈ

ແມ່ນໃຜມາໃຊ້ອາກາດຫາຍໃຈຢູ່ເມືອງລາວ ຈະຕ້ອງເສັຍພາສີ........

ກະຈັ່ງແມ່ນໂພດ ແມ່ນເຫຼືອ !

ບໍ່ຄວນເອີ້ນວ່າຄ່າເປັນພາສີ ຄວນໃສ່ຊື່ວ່າ ຄ່າຂູດຮີດຈະຖືກກວ່າ.

ບໍ່ຮູ້ວ່າຊາດກ່ອນພວກນີ້ມັນເປັນຫຍັງກັນແທ້ ຈຶ່ງມາເກີດເປັນແບບນີ້​ ?

 



__________________
Anonymous

Date:
Permalink   
 

ຕໍ່ໄປສີ້ກັນກະຊິເຈັບພາສີເດີ້ເພາະວ່າເປັນການທຳງານຄືກັນ

ໂອນໍເວນກຳນໍສະຕາຂາດແທ້ໆພີ່ນ້ອງລາວເຮົາ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard