ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກໍລະນີກິນເຫຼົ້າກິນເບຍຊຸມແຊວເປີດເພງສຽງດັງລົບກວນຄົນອື່ນ
ບັກຫຳນ້ອຍ

Date:
ກໍລະນີກິນເຫຼົ້າກິນເບຍຊຸມແຊວເປີດເພງສຽງດັງລົບກວນຄົນອື່ນ
Permalink   
 


ເຫດເກີດຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໃນວັນທີ 05.10.2016

ເນື່ອງຈາກຊາຍກຸ່ມນີ້ກິນເຫຼົ້າກິນເບຍສອງມື້ລຽນ ເປີດເພງດັງເກີນຂອບເຂດຕັ້ງແຕ່ເຊົ້າຈົນຄ່ຳ ຈຶ່ງເຮັດໃຫ້ຍິງຄົນທີ່ຖ່າຍຄລິບນີ້ອົດບໍ່ໄດ້ ເນື່ອງຈາກຫ້ອງຂອງລາວມີເດັກນ້ອຍທີ່ຫາກໍ່ເກີດ ນອນບໍ່ຫລັບ ນາງຈຶ່ງໄດ້ໄປຮ້ອງຂໍໃຫ້ຊາຍກຸ່ມນີ້ຜ່ອນສຽງລົງແດ່ ແຕ່ບໍ່ເປັນຜົນ ກົງກັນຂ້າມ ຊາຍກຸ່ມນີ້ຍິ່ງເປີດເພງຂື້ນດັງກ່ອນເກົ່າ

ນອກຈາກນີ້ແລ້ວນາງກໍ່ໄດ້ລາຍງານເຈົ້າຂອງຫ້ອງແຖວແລ້ວ ເພື່ອໃຫ້ເຈົ້າຂອງຫ້ອງແຖວບອກຊ່ວຍເພາະຄົນທີ່ມາພັກເຊົາ ຍ່ອມຢູ່ໃນຄວາມຮັບຜິດຊອບ ຢູ່ໃນກົດລະບຽບຂອງເຈົ້າຂອງຫ້ອງແຖວ ແຕ່ກໍ່ບໍ່ເປັນຜົນເຊັ່ນດຽວກັນ ຍ້ອນເຈົ້າຂອງຫ້ອງແຖວກໍ່ໄດ້ຂາຍເຫຼົ້າຂາຍເບຍ ໄດ້ເງິນນຳຊາຍກຸ່ມນີ້ ນາງຈຶ່ງອົດບໍ່ໄດ້ຈົກມືຖືຂື້ນມາຖ່າຍດັ່ງທີ່ເຮົາໄດ້ເຫັນໃນຄລິບນີ້

ເປັນແນວໃດກໍ່ຊ່ວຍກັນອອກຄວາມຄິດຄວາມເຫັນນຳກັນເດີ້



__________________
Anonymous

Date:
RE: ກໍລະນີກິນເຫຼົ້າກິນເບຍຊຸມແຊວເປີດເພງສຽງດັງລົບກວນຄົນອື່ນ
Permalink   
 


ນັກເລັງຊັ້ນຕ່ຳ ...

ສຸດໂຄດຊົ່ວ ...



__________________
Anonymous

Date:
Permalink   
 

ສັງຄົມເມືອງລາວກໍ່ເປັນແບບນີ້ລະ ບໍ່ແມ່ນແຕ່ຄົນຊັ້ນຕ່ຳດອກ ຄົນຊັ້ນສູງ ມີລະດັບ ຮັ່ງມີ

ມີຖານະຕຳແໜ່ງກໍ່ເຮັດຄືກັນ, ຊຸມແຊວ ເປີດເຄື່ອງສຽງ ດັ່ງຄັບຄຸ້ມບ້ານ ໝົດມື້ ໝົດຄືນ

ໂດຍບໍ່ສົນໃຈວ່າຜູ້ຢູ່ໃກ້ຊິເປັນແບບໃດ. ຂ້າພະເຈົ້າກໍ່ບໍ່ໄດ້ອ່ານກົດໝາຍ ສປປລາວ ລະອຽດເທື່ອ

ກໍ່ຍັງບໍ່ຮູ້ວ່າເພີ່ນໄດ້ລະບຸບັນຫານີ້ໄວ້ໃນຂໍ້ຫ້າມ ຄືປະເທດອື່ນທີ່ຈະເລີນແລ້ວບໍ່, ເຊີ່ງປະເທດທີ່ຈະເລີນ

ແລ້ວ ກົດໝາຍມີຜົນສັກສິດເຂົາຈະຖືວ່າເປັນການແຕະຕ້ອງອິດສະລະພາບສ່ວນບຸກຄົນ, ເຖີງ

ແມ່ນວ່າຈະເຮັດຢູ່ເຮືອນໂຕເອງກໍ່ຕາມ ແຕ່ມັນໄປກະທົບຕໍ່ຜູ້ອື່ນ ເຂົາກໍ່ມີສິດເອົາເລື່ອງເຈົ້າໄດ້.

ກໍ່ຢາກໃຫ້ເມືອງລາວ ປະຕິບັດມາດຕະການນີ້ ຄືກັບປະເທດທີ່ຈະເລີນແລ້ວ ໃຫ້ສົມກັບວ່າ

ເປັນລັດທີ່ປົກຄອງດ້ວຍກົດໝາຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard