ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: "ບ້ານປ່າ ເມືອງເຖື່ອນ" ບັນຫາການເຮັດທະບຽນລົດ ຊໍ້າຊ້ອນ
Anonymous

Date:
"ບ້ານປ່າ ເມືອງເຖື່ອນ" ບັນຫາການເຮັດທະບຽນລົດ ຊໍ້າຊ້ອນ
Permalink   
 


ມັນເກີດຂື້ນໄດ້ແນວໃດ? ການເຮັດທະບຽນລົດ ຊໍ້າຊ້ອນແບບນີ້

14937230_1384135324951469_1074440592231514907632_1384506788247656_2008460869179414937448_1382996781731990_4435682594003414956474_1382996255065376_22497990844193



__________________
Anonymous

Date:
RE: "ບ້ານປ່າ ເມືອງເຖື່ອນ" ບັນຫາການເຮັດທະບຽນລົດ ຊໍ້າຊ້ອນ
Permalink   
 


 ພະນັກງານ ມີໄວ້ເຮັດຫຍັງ ຫມົດປັນຍາກັນລະບໍ່? ຖ້າແກ້ໄຂບໍ່ໄດ້ກະລາອອກສະ  ຢ່າເປັນພາລະໃຫ້ປະຊາຊົນຕ້ອງຈ່າຍພາສີໃຫ້ພວກ ທ່ານກຶນຕໍ່ໄປເລີຍ

ໃຫ້ໂອກາດ 30ມື້ໃຫ້ອອກມາ ເວົ້າຄວາມຈີງ ບໍ່ແມ່ນແກ້ຕົວ ຖ້າບໍ່ມີໃຜອອກມາ ອະທິບາຍ ໄຫລ່ອອກຫມົດກະຊວງ ປ່ຽນຊຸດໄຫມ່ຫມົດກະຊວງເລີຍ ... ຫລື ນຳເອົາເຈົ້າຂອງລົດມາສືບສວນ ຖ້າບໍ່ຍອມເປີດເຜີຍຢຶດລົດມາເປັນຂອງລັດ ທັງສອງຄັນເລີຍ...ໃນຖານະຮ່ວມມື ກັບພັກພວກສໍ້ຫລວງບັງລາດ...



__________________
Anonymous

Date:
Permalink   
 

ພວກພະນັກງານທັງຫຼາຍເຂົ້າບໍ່ກາຮັບວ່າເຂົາຖືກແກວຕອນຫຳເຂົາແລ້ວ

ແຕ່ປະທານປະເທດລົງມາ



__________________
Anonymous

Date:
Permalink   
 

ພາສີນະຄອນຫຼວງ ກັກລົດໃຫຍ່ 15ຄັນ ທີ່ເອກະສານບໍ່ຖືກຕ້ອງ ມູນຄ່າ 3 ຕື້ກວ່າກີບ!

15027437_1618137255156174_58400094008505

 

ຫົວໜ້າກອງກວດກາພາສີປະຈໍານະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງກາງເດືອນກັນຍາທີ່ຜ່ານມາ ເຈົ້າໜ້າທີ່ກອງກວດກາພາສີຂອງຕົນ ໄດ້ປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນລຽບຕາມຊາຍແດນ, ພາຍໃນຂອບເຂດຄວມຮັບຜິດ ຊອບ ຕາມລະບຽບກົດໝາຍ ແລະ ໄດ້ກວດພົບເຫັນພາຫະນະຈໍານວນໜື່ງທີ່ເຂົ້າມາບໍ່ຖືກຕ້ອງ ແລະ ນຳໃຊ້ໃບແຈ້ງພາສີເປັນລາຍລະອຽດ (iM4) ແລະ ໃບຢັ້ງຢືນການເສຍພາສີ (ບໍ9) ທີ່ມີການປອມແປງເພື່ອໄປຂື້ນທະບຽນ.
ດັ່ງນັ້ນ ທາງເຈົ້າໜ້າທີ່ ກອງກວດກາພາສີຈຶ່ງໄດ້ກັກພາຫະນະດັ່ງກ່າວໄວ້ຊົ່ວຄາວຢູ່ກອງກວດກາພາສີນະຄອນຫລວງ ຊຶ່ງມີລາຍລະອຽດດັ່ງນີ້: ລົດກະບະ ຍີ່ຫໍ້ TOYOTA ແລະ MITSUBISHI ລຸ້ນ VIGO ແລະ TRITON 4 ຄັນ; ລົດເກັງ ຍີ່ຫໍ້ TOYOTA ແລະ AUDI ລຸ້ນ MARK II ແລະ R8 2 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ FORTUNER 1 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ LANDCRUISER 3 ຄັນ; ລົດຈິບ ຍີ່ຫໍ້ LEXUS ລຸ້ນ XL 570 ຈຳນວນ 4 ຄັນ ແລະ ລົດຈັກຍີ່ຫໍ້ SUSUKI ລຸ້ນ SAMASH ຈຳນວນ 1 ຄັນ ລວມທັງໝົດ 15 ຄັນ ເພື່ອດຳເນີນການສະສາງຄະດີຕາມລະບຽບກົດຫມາຍ ແລະ ມາຮອດວັນທີ 31 ຕຸລາທີ່ຜ່ານມາເຈົ້າຂອງພາຫະນະຈໍານວນດັ່ງກ່າວກໍ່ໄດ້ເຂົ້າມາຕິດຕໍ່ພົວພັນ ເພື່ອດໍາເນີນຕາມລະບຽບຫຼັກການໃຫ້ຖືກຕ້ອງ.
ຫົວໜ້າກອງກວດກາພາສີນະຄອນຫລວງວຽງຈັນ ຍັງໃຫ້ຮູ້ອີກວ່າ: ໃນສົກປີ 2015-2016 ສາມາດຈັດຕັ້ງປະຕິບັດໄດ້ 8 ຕື້ກວ່າກີບ ເທົ່າກັບ 36,02% ຂອງແຜນການປີ ແລະ ສາມາດມ້າງລັກລອບໜີພາສີໄດ້ 175 ຄະດີ, ຕົກເປັນມູນຄ່າກວ່າ 12 ຕື້ກີບ ໃນນັ້ນ ສະສາງແລ້ວ ຈຳນວນ 163 ຄະດີ, ພ້ອມຄ່າປັບໃໝເປັນເງິນທັງໝົດ 3 ຕື້ກວ່າກີບ.



__________________
Anonymous

Date:
Permalink   
 

ນາຍົກຈະປາບພວກສໍ້ຣາສ

image

 

ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ ຂໍໃຫ້ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ຂັ້ນແຂວງ ຕິດຕາມ ກວດກາ ພຶດຕິກັມ ການສໍ້ຣາສ ບັງຫຼວງ ເພີ້ມຂຶ້ນ ເປັນຕົ້ນ ການຮັບເງິນ ກ້ອງໂຕະ ແລະ ທ່ານ ຍັງໃຫ້ ສັນຍາວ່າ ຣັຖບາລ ຊຸດນີ້ ຈະກວດລ້າງ ການສໍ້ຣາສ ບັງຫລວງ ຢ່າງເຂັ້ມງວດ ຂຶ້ນ ພາຍຫລັງ ທີ່ມີການ ກວດສອບ ພົບວ່າມີ ຜູ້ຣະເມີດ ວິນັຍການເງິນ ຫຼາຍຂຶ້ນ. ຕາມທີ່ທ່ານ ໄດ້ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດ:

"ສະມາຊິກ ສະພາແຫ່ງຊາດ ສະພາທ້ອງຖິ່ນ ຂໍໃຫ້ຕິດຕາມ ກວດກາແດ່ ເງິນໃຕ້ໂຕະ ຫຼາຍໂພດ ຜ່ານມາ ຣັຖບານ ຊຸດນີ້ ຈະດໍາເນີນການ ຂ້ອນຂ້າງ ເຂັ້ມງວດ ພໍສົມຄວນ ຕໍ່ ບັນຫານີ້ ອົງການ ກວດສອບ ແຫ່ງຣັຖ ໄດ້ກວດເຫັນ ຫຼາຍຂໍ້ ຂາດຕົກ ບົກຜ່ອງ ໃນການ ຣະເມີດ ວິນັຍການເງິນ ຜ່ານມານີ້ ກະມີ ທ່າອ່ຽງ ເພີ່ມຂຶ້ນ".

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ອາວຸໂສ ແຂວງອັດຕະປື ເວົ້າວ່າການທີ່ ທ່ານ ທອງລຸນ ປະກາດວ່າ ຈະເອົາຈິງເອົາຈັງ ໃນບັນຫາ ການສໍ້ຣາສ ບັງຫລວງ ນັ້ນ ເປັນສິ່ງທີ່ ດີຫຼາຍເພາະ ຈະເຮັດໃຫ້ ງົບປະມານແຫ່ງຊາດ ບໍ່ຮົ່ວໄຫຼ ຊຶ່ງ ເຈົ້າໜ້າທີ່ ຣັຖບານ ສວຍໂອກາດ ຍັກຍອກເງິນ ຂອງຣັຖ ທີ່ເຮັດໃຫ້ ຫຼາຍໆໂຄງການ ບໍ່ສຳເຣັດ ຕາມແຜນ:

"ບັນຫາເຫລົ່ານີ້ກະຄື ປະເທດອື່ນໆ ມັນກະມີ ກະທາງ ອົງການກວດສອບ ຣັຖບານ ກໍາລັງ ກວດຢູ່ນະ ກະເຊື່ອແນ່ວ່າ ສິເປັນຜົລດີ ແກ້ໄດ້ ຫັ້ນແລ້ວ ສິເຮັດໃຫ້ ການຄຸ້ມຄອງ ເງິນຕຣາ ຂອງເຮົານີ້ ກະສິບໍ່ ຮົ່ວບໍ່ໄຫລ ຫລືວ່າ ການໃຊ້ຈ່າຍ ກະສິບໍ່ ຟູມເຟືອຍ".

ນັບຕັ້ງແຕ່ ຄນະຣັຖບານ ຂອງ ທ່ານ ທອງລຸນ ເລີ້ມການ ບໍຣິຫານ ປະເທດ ມາບໍ່ພໍເທົ່າໃດ ເດືອນ ໃນ ສື່ສັງຄົມ ອອນລາຍ ຢູ່ລາວ ຕ່າງກໍເຊື່ອວ່າ ຣັຖບານ ຊຸດນີ້ ຈະແກ້ໄຂ ບັນຫາ ຫຼາຍຢ່າງ ທີ່ເກີດຂຶ້ນ ໃນ ສປປລາວ ທີ່ທ່ວງດຶງ ຄວາມຈະເຣີນ ຂອງ ປະເທດ.



__________________
Anonymous

Date:
Permalink   
 

ຊາວບ້ານຄອງຖ້າຄ່າຊົດເຊີຍ

f9f393b5-d92a-4f96-80b7-7b34d213991d.jpe

 

ຊາວບ້ານ 22 ຄອບຄົວ ທີ່ ເສັຽດິນ ແລະ ສິ່ງປູກສ້າງ ໃຫ້ ໂຄງການ ບຸກເບີກ ເສັ້ນທາງ ຈາກ ເຂດວົງວຽນ ບ້ານດອນໜູນ ໄປຫາ ສະໜາມກິລາແຫ່ງຊາດ ຫລັກ 16 ກ່ອນ ການແຂ່ງຂັນ ກິລາຊີເກມ ປີ 2009 ນັ້ນ ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍ ງວດທີ່ສອງ ຈໍານວນ 1 ພັນ 200 ລ້ານກີບ ນັ້ນເທື່ອ ນັບແຕ່ ໄດ້ຮັບ ຄ່າຊົດເຊີຍ ງວດທີ 1 ໃນຈໍານວນ 4 ຕື້ ກີບ ໃນປີ 2011 ຕາມ ຂໍ້ຕົກລົງ ຂອງ ເຈົ້າຄອງ ນະຄອນຫຼວງ ວຽງຈັນ, ຕາມການເປີດເຜີຍ ຂອງຊາວບ້ານ ຄົນນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ອອກສຽງ ຕໍ່ວິທຍຸ ເອເຊັຽ ເສຣີ.

ທ່ານເວົ້າວ່າ ໃນຕົ້ນປີ ທີ່ຜ່ານມາ ຊາວບ້ານ ໄດ້ຍື່ນໜັງສື ຫາ ຫ້ອງວ່າການ ສໍານັກງານ ນາຍົກ ຣັຖມົນຕຣີ ແລະຕໍ່ມາ ຫ້ອງວ່າການ ສໍານັກງານ ນາຍົກ ຣັຖມົນຕຼີ ກໍມອບໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊອກຫາ ງົບປະມານ ມາແກ້ໄຂ ຊົດເຊີຍ ໃຫ້ຜູ້ທີ່ຮັບ ຜົນກະທົບ ທັງໝັດ 22 ຄອບຄົວ ນັ້ນ. ແລະ ໃນເດືອນເມສາ ປີ 2016 ນີ້ ພວກເຂົາເຈົ້າ ໄດ້ຂຽນໃບ ສະເໜີ ຫາອໍານາດ ການປົກຄອງ ເມືອງໄຊທານີ ເພື່ອທວງຖາມ ຄ່າຊົດເຊີຍ ດັ່ງກ່າວ.

ຕໍ່ມາ ເຖິງວັນທີ 20 ມິຖຸນາ ທາງຫ້ອງການ ປົກຄອງ ເມືອງ ໄຊທານີ ຈຶ່ງ ມີແຈ້ງການ ເຖີງ ກົມຂົວທາງ ໂດຍຮຽກຮ້ອງ ໃຫ້ ກະຊວງ ໂຍທາທິການ ແລະຂົນສົ່ງ ຊ່ວຍຄົ້ນຄວ້າ ເລື້ອງ ງົບປະມານ ເພື່ອ ມາຊົດເຊີຍ ງວດທີ 2 ໃຫ້ແກ່ ປະຊາຊົນ, ແລະວ່າ ຖ້າຫາກບໍ່ມີ ງົບປະມານ ມາຊົດເຊີຍ ກໍຂໍໃຫ້ ແຈ້ງມາເປັນ ລາຍລັກອັກສອນ ເພື່ອ ຈະໄດ້ແຈ້ງ ໃຫ້ ປະຊາຊົນ ຊາບ ເພື່ອບໍ່ໃຫ້ ພວກເຂົາເຈົ້າ ຄອງຄອຍ.

ໃນວັນທີ 31 ຕຸລາ ທ່ານ ວົງສີ ຕີແຕ່ງ ຮອງ ຫົວໜ້າ ຫ້ອງການ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ໂຕບັນຫາ ດັ່ງກ່າວ ຈໍານວນ 22 ຄອບຄົວນີ້ ກະຊວງ ໂຍທາທິການ ມີຄິດໄລ່ ເປັນເງິນ ເທົ່າໃດ ເຮືອນ ຂະໜາດໃດ ເຮືອນໄມ້ ຄິດໄລ່ ແມັດກາເລ້ ເທົ່າໃດ ເຮືອນ ກໍ່ຊິໄລ່ ແມັດກາເລ້ ເທົ່າໃດ ແມ່ນ ເພິ່ນຕິດໄລ່ ຊີ້ແຈງມາເດ້. ອັນນີ້ ພວກເຮົາ ບໍ່ທັນເຫັນເທື່ອ ດຽວນີ້ ໄດ້ ສອບຖາມ ກະຊວງ ໂຍທາທິການ ສະກ່ອນ".

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບການ ຈ່າຍ ຄ່າຊົດເຊີຍ ງວດທີ 2 ນີ້, ໃນວັນທີ 2 ພືສຈິກາ ແລະ ວັນຕໍ່ໆມາ ເອເຊັຽເສຣີ ໄດ້ ພຍາຍາມ ສອບຖາມ ໄປຍັງ ທ່ານ ແພງ ດວງເງິນ ຫົວໜ້າກົມ ຂົວທາງ ກະຊວງ ໂຍທາທິການ ແຕ່ ທ່ານ ປະຕິເສດ ບໍ່ຮັບ ໂທຣະສັບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard