ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ "ມີດາວທຽມ" ແຕ່ເປັນຫຍັງ Internet ຍັງຊ້າ ຄືເຕົ່າຄານນີ້ຢູ່​​?
Anonymous

Date:
ລາວ "ມີດາວທຽມ" ແຕ່ເປັນຫຍັງ Internet ຍັງຊ້າ ຄືເຕົ່າຄານນີ້ຢູ່​​?
Permalink   
 


ສສຊ ເຈາະຈີ້ມຄ່າບໍລິການອິນເຕີເນັດ ແພງແລະບໍ່ວອ່ງໄວ

k1-700x400.jpg07.jpg

 

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 7 ພະຈິກ ໄດ້ພິຈາລະນາຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານ, ຂໍ້ມູນ – ຂ່າວສານ ເຊິ່ງສະເໜີ ໂດຍລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານເພື່ອຄຸ້ມຄອງການເຄື່ອນໄຫວທຸລະກິດການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີການສື່ສານ, ຂໍ້ມູນ – ຂ່າວສານ ທັງພາກລັດ ແລະ ເອກະຊົນ. ພາຍຫຼັງທີ່ຮັບຟັງການລາຍງານແລ້ວບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນ ແລະ ພ້ອມກັນຕັ້ງຄຳຖາມເຖິງລາຄາການບໍລິການອິນເຕີເນັດໃນປະເທດເຮົາຍັງແພງຖ້າທຽບໃສ່ພາກພື້ນ.
ຕໍ່ບັນຫາດັ່ງກ່າວ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ສຳລັບລາຄາອິນເຕີເນັດໃນປະເທດເຮົາແມ່ນແພງ ແລະ ຊ້າ ເນື່ອງຈາກວ່າລະບົບໂທລະຄົມມະນາຄົມບໍລິສັດໃດບໍລິສັດໜຶ່ງໃນປະເທດເຮົາແມ່ນເປັນການລົງທຶນຈຳນວນຫຼາຍຖ້າທຽບໃສ່ຈຳນວນຄົນ 5 ລ້ານກວ່າຄົນ ໃນຈຳນວນປະຊາກອນນີ້ບໍ່ໝາຍວ່າຈະນຳໃຊ້ອິນເຕີເນັດທັງໝົດການນຳໃຊ້ມີພຽງແຕ່ 25% ເທົ່ານັ້ນ. ໃນນັ້ນ, ( ນຳໃຊ້ເຂົ້າໃນວຽກລັດ, ພາກທຸລະກິດ 15% ແລະ 10% ແມ່ນກຸ່ມໄວລຸ້ນທີ່ນຳໃຊ້ທາງ ເຟສບຸ໊ກ ແລະ ອື່ນໆທີ່ບໍ່ແມ່ນເສດຖະກິດ ) ນອກຈາກລົງທຶນແລ້ວໃນແຕ່ລະປີບັນດາບໍລິສັດທີ່ໃຫ້ບໍລິການຍັງໄດ້ລົງທຶນໃສ່ການອັບເກດລະບົບ, ປ່ຽນຖ່າຍລະບົບ, ບຳລຸງຮັກສາລວມເປັນທຶນຈຳນວນຫຼາຍ. ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກ່າວວ່າ: ຕົ້ນທຶນໃນການນຳເຂົ້າອິນເຕີເນັດໃນປະເທດເຮົາແມ່ນແພງ, ສ່ວນແນວທາງແກ້ໄຂຂອງພວກເຮົາຈະພະຍາຍາມກວດກາບໍລິສັດທີ່ໃຫ້ບໍລິການນີ້ຕ້ອງບໍ່ໃຫ້ໂຄສະນາຊວນເຊື່ອເກີນຂອບເຂດທີ່ໃຫ້ບໍລິການໄດ້. ຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງກໍ່ໄດ້ໃຫ້ຢຸດບໍລິການອິນເຕີເນັດດາຕ້າອັນລິມິດ ແລະ ອື່ນໆ, ໃນອະນາຄົດພວກເຮົາຕ້ອງມີລະບົບ ຫຼື ດາຕ້າເຊັນເຕີຢູ່ພາຍໃນປະເທດຂໍ້ມູນໃດທີ່ສຳຄັນເປັນຕົ້ນແມ່ນໃນເຟສບຸ໊ກ ແລະ ອື່ນໆ ພວກເຮົາຈະເກັບໄວ້ຢູ່ດາຕ້າເຊັນເຕີແລ້ວກະຈາຍໄປຫາຜູ້ບໍລິການ ເຊິ່ງຈະເຮັດໃຫ້ຕົ້ນທຶນຕໍ່າ ແລະ ເພີ່ມຄວາມໄວຂຶ້ນປັດຈຸບັນກຳລັງຄົ້ນຄວ້າດາຕ້າເຊັນເຕີກັນຢູ່.
ທ່ານກ່າວຕື່ມອີກວ່າ: ພ້ອມດຽວກັນນັ້ນກໍ່ຈະອອກກົດໝາຍກ່ຽວກັບການອອກຄື້ນຄວາມຖີ່ເພື່ອຮິບໂຮມເອົາ ຄວາມຖີ່ທີ່ຊັບພະຍາກອນເຮົາມີເພື່ອມາແຈກຢາຍຜູ້ໃດນຳໃຊ້ມີປະສິດທິຜົນກໍ່ໃຫ້ຜູ້ນັ້ນຄືຫຼາຍປະເທດເຂົາເຈົ້າປະຕິບັດກັນ. ພ້ອມນັ້ນ, ການກວດກາພວກເຮົາກໍ່ແຕ່ງຕັ້ງຄະນະສະເພາະຢູ່ກະຊວງເພື່ອກວດກາບັນດາພາກສ່ວນບໍລິການ ເພື່ອບໍ່ໃຫ້ເອົາປຽບຜູ້ບໍລິໂພກເປັນຕົ້ນແມ່ນຕິດຕາມການໂຄສະນາໃຫ້ບໍລິການ, ການເກັບເງິນ ແລະ ອື່ນໆ ເຊິ່ງໃນປັດຈຸບັນພວກເຮົາສາມາດຢັ້ງຢືນໄດ້ແມ່ນເປັນໄປຕາມທີ່ໄດ້ກຳນົດໄວ້ໃນດຳລັດຕ່າງໆ.
ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ກ່າວວ່າ: ຄ່າທຳນຽມ ຫຼື ຄ່າບໍລິການອິນເຕີເນັດໃນປະເທດເຮົາເຫັນວ່າລາຄາຈະແພງກວ່າບັນດາປະເທດໃນພາກພື້ນ ເຊີ່ງຈະເປັນຂໍ້ຈຳກັດໜຶ່ງທີ່ຈະແຂ່ງຂັນດ້ານເຕັກໂນໂລຊີ ຫຼື ແຂ່ງຂັນທາງດ້ານທຸລະກິດບາງຢ່າງທີ່ຕິດພັນກັບເຕັກໂນໂລຊີ.
ທ່ານກ່າວຕື່ມອີກວ່າ: ໃນມາດຕາທີ 42 ຂອງຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານ, ຂໍ້ມູນ – ຂ່າວສານກໍ່ເຊັ່ນກັນໄດ້ລະບຸວ່າ: ໄດ້ໃຫ້ບໍລິການຢ່າງມີຄຸນນະພາບສະດວກວ່ອງໄວ ແລະ ເປັນທຳ, ໃນທີ່ນີ້ຄວາມໝາຍຄຳວ່າເປັນທຳເນື່ອງຈາກວ່າ: ຢາກຮູ້ວ່າ ຄວາມໄວອິນເຕີເນັດໃນປັດຈຸບັນພວກເຮົາພໍໃຈຈ່າຍ ຍົກຕົວຢ່າງ 1 ກິກ 2 ກິກ ຫຼື 3 ກິກ ຫຼື 500 ເມັກ ພວກເຮົາພໍໃຈຈ່າຍແຕ່ຈະກວດໄດ້ແນວໃດວ່າຄວາມໄວທີ່ປ່ອຍອອກນັ້ນແມ່ນຖືກຕ້ອງນີ້ຄື ຄວາມເປັນທຳ, ຜູ້ໃຊ້ບໍລິການຈະກວດໄດ້ແນວໃດ? ຫຼື ຈະມີກົດໝາຍ ຫຼື ມີນິຕິກຳລຸ່ມກົດໝາຍໃຫ້ມີລະບຸວ່າເປັນແນວໃດ? ສິ່ງທີ່ປະຊາຊົນທຸລະກິດ ຫຼື ພາກສ່ວນນຳໃຊ້ອິນເຕີເນັດໃຫ້ຄວາມສົນໃຈວ່າຄວາມໄວທີ່ປ່ອຍອອກໄປໄດ້ຕາມການເກັບຄ່າບໍລິການ ຫຼື ບໍ່?.
ຂະນະ ທ່ານ ປາຈິດ ໄຊຍະວົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ສະເໜີພາກສ່ວນກ່ຽວຂ້ອງຈະປັບປຸງຄືແນວໃດເພື່ອໃຫ້ ລາຄາໃຊ້ບໍລິການຖືກລົງ ເພື່ອຮັບໃຊ້ສັງຄົມໄດ້ຊົມໃຊ້, ອອນລາຍກໍ່ຕ້ອງໃຫ້ໄວ. ການປົກປ້ອງຜູ້ປະກອບການປັດຈຸບັນ ນີ້ເຮົາມີສະມາຄົມ ໄອຊີທີ. ເພາະສະນັ້ນ, ຢາກພິຈາລະນາເອົາເຂົ້າໃນກົດໝາຍດັ່ງກ່າວ.



Attachments
__________________
Anonymous

Date:
RE: ລາວ "ມີດາວທຽມ" ແຕ່ເປັນຫຍັງ Internet ຍັງຊ້າ ຄືເຕົ່າຄານນີ້ຢູ່​​?
Permalink   
 


ຄຳຄິດເຫັນຈາກພີ່ນ້ອງລາວໃນ

ຖ້າແພງແລ້ວຄວາມໄວໃນການນຳໃຊ້ສົມເຫດສົມຜົນກະພໍໃຄ ອັນນີ້ລະວ່າຈັກແມ່ນຫຍັງທັງຊ້າທັງຫລຸດຕະຫລອດບໍ່ວ່າ 3g,4g, adsl ຫລື fiber ອັນໃດກະພໍອັນນັ້ນ..​ຜູ້ໃຫຍ່ເຫັນຄວາມເດືອດຮ້ອນຂອງປ/ຊແບບນີ້ກະດີແລ້ວ ຖ້າປັບປຸງແກ້ໄຂໃຫ້ດີກວ່າເກົ່າອີກແຫ່ງສິດີ ເພາະທຸກມື້ນີ້ອິນເຕີເນັດຖືວ່າມີຄວາມສຳຄັນຫລາຍ

---------------------------------------------------------------

ເອົາປຽບປະຊາຊົນມາດົນແລ້ວ ເຖິງເວລາແລ້ວພັກລັດຣຸ່ນໃຫມ່ຕ້ອງສອຍ ອັນບໍ່ດີໃຫ້ມັນຕົກໄປ

--------------------------------------------------

ລັດບໍ່ໄດ້ປົກປ້ອງຜົນປະໂຫຍດຂອງຄົນລາວບໍ່ຫນຳຊ້ຳແຫ່ງສົ່ງເສີມລວມຫົວກັບຄົນຕ່າງຊາດກອບໂກຍເອົາລັດເອົາປຽບຄົນໃນຊາດດຽວກັນຄືດັ່ງຄຳທີ່ເພີ່ນກ່າວວ່າມືໃຜຍາວສາວໄດ້ສາວເອົາໃຫໃຫຍ່ລົ້ນໃຫນ້ອຍບໍ່ເຕັມ ກໍ່ຢ່າງທີ່ເຫັນຊັບພະຍາກອນໃນແຜ່ນດີນລາວແທ້ໆແຕ່ປະຊາຊົນກັນບໍ່ໄດ້ຊົມໃຊ້ໃນລາຄາທີ່ຖືກ



__________________
Anonymous

Date:
Permalink   
 

ຖືກເຈັກຕົ້ມ ຕາມແບບສະບັບເດີມ...



__________________
Anonymous

Date:
Permalink   
 

Anonymous wrote:

ຖືກເຈັກຕົ້ມ ຕາມແບບສະບັບເດີມ...


 ໂດຽແມ່ນບັກເຈັກຫວາດເຮັ່ງສຫວາດ ແລະ ບັກຫຽ້ມ ພົມມະຈັນ ເປັນນົກຕໍ່.

ໄດ້ເງິນໂກງປະຊາຊົນລາວຈາກດາວທຽມມາປັນກັນກິນໃນໂຄດ ຝັກ-ລັດ ມັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard