ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດັກນ້ອຍທຸກຍາກບໍ່ໄດ້ເຂົ້າ ໂຮງຮຽນ
Anonymous

Date:
ດັກນ້ອຍທຸກຍາກບໍ່ໄດ້ເຂົ້າ ໂຮງຮຽນ
Permalink   
 


ດັກນ້ອຍທຸກຍາກບໍ່ໄດ້ເຂົ້າ ໂຮງຮຽນ

image

 

ປັດຈຸບັນເດັກນ້ອຍ ອາຍຸ 5 ຫາ 12 ປີ 2 ຮ້ອຍປາຍຄົນ ຢູ່ ບ້ານນາໂນ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ບໍ່ໄດ້ເຂົ້າ ໂຮງຮຽນ ຍ້ອນ ຄອບຄົວ ທຸກຍາກ ບໍ່ມີເງິນ ຊື້ເຄື່ອງຮຽນ ແລະ ຈຳນວນນຶ່ງ ກໍເປັນ ເດັກກ່ຳພ້າ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ບ້ານນາໂນ ຜູ້ບໍ່ ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 24 ພຶສຈິກາ ນີ໊ວ່າ.

"ບໍ່ໄດ້ຮຽນນີ້ ຍ້ອນສາເຫດ 1.ບໍ່ມີເງິນ ຄ່າເທີມ ມັນທີ່ວ່າ ຄອບຄົວ ທີ່ວ່າ ທາງຂະເຈົ້າ ມັນຂາດເຂີນ ນີ້ນະ ບຸກຄົນນຶ່ງ ຈະເປັນ 5 ຮ້ອຍ ບາດ ນໍ ຕໍ່ຄົນຕໍ່ປີ, 2.ບໍ່ມີປື້ມ ມີສໍ ມີເຄື່ອງນຸ່ງ ຂອງຖື ແລ້ວກໍຂາດ ໂຮງຮຽນ ແລ້ວກໍອອກ ປະໜ້າທີ່ ປະລະໂຮງຮຽນ ແລ້ວກໍ ຄອບຄົວ ພໍ່ແມ່ ບໍ່ສົມບູນ ແລ້ວກໍ ເດັກກໍາພ້າ ພໍ່ແມ່ ຕາຍປະ".

ທ່ານເວົ້າວ່າ ຢູ່ບ້ານນາໂນ ມີເດັກນ້ອຍ ຢູ່ໃນເກນ ຮຽນຊັ້ນປະຖົມ 4 ຮ້ອຍ ປາຍຄົນ ແຕ່ໄດ້ເຂົ້າ ໂຮງຮຽນ ບໍ່ຮອດເຄິ່ງ ຄື ໄດ້ເຂົ້າພຽງ 157 ຄົນ ເທົ່ານັ້ນ.

ເຖິງແມ່ນວ່າ ທາງການ ສປປລາວ ຈະໃຫ້ຮຽນ ໂດຍ ບໍ່ໄດ້ເສັຽຄ່າ ແຕ່ ຄ່າໃຊ້ຈ່າຍ ຕ່າງໆ ເຊັ່ນ ບູຣະນະ ໂຕະ,ຕັ່ງ ຂອງໂຮງຮຽນ, ຄ່າ ອຸປກອນ ການຮຽນ, ຄ່າ ເຄື່ອງນຸ່ງ ຊຶ່ງ ຕົກຢູ່ ປະມານ 1 ແສນກີບ ຕໍ່ປີ ຊຶ່ງ ບາງຄອບຄົວ ກໍບໍ່ມີ ເງິນພໍ ທີ່ຈະຈ່າຍ ຄ່າຕ່າງໆໄດ້ ສຳລັບ ການຮຽນ ຂອງ ລູກແທ້ໆນັ້ນ. ພ້ອມກັນນັ້ນ ທ່ານຍັງ ກ່າວຕື່ມອີກວ່າ ທີ່ຜ່ານມາ ມີຕ່າງປະເທສ ໃຫ້ການຊ່ວຍເຫຼືອ ຈຳນວນນຶ່ງ ແຕ່ກໍບໍ່ ພຽງພໍ.

"ທາງການ ບໍ່ໄດ້ມາຊ່ວຍ ການສຶກສາ ທາງການ ມາຊ່ວຍ ແຕ່ຄູ ການສອນ ຈີນ ເກົາຫລີ ຖືວ່າ ມາຊ່ວຍ ການສຶກສາ ໜ້ອຍນຶ່ງ ຂະເຈົ້າ ລົງມາແລ້ວ ກໍມາແຈກ ທີ່ວ່າຄົນທຸກ ແລ້ວກໍ ພານັກຮຽນ ຫຼິ້ນກິລາ ເລັກນ້ອຍ ຖືວ່າ ບໍ່ພຽງພໍ".

ໃນຂນະນີ້ ຢູ່ບ້ານ ນາໂນ ບໍ່ພຽງແຕ່ ເດັກນ້ອຍ ອາຍຸເກນ ເຂົ້າໂຮງຮຽນ ປະຖົມ ເທົ່ານັ້ນ ທີ່ບໍ່ໄດ້ ຮຽນໜັງສື ແມ່ນແຕ່ ຜູ້ທີ່ຈະຮຽນ ຊັ້ນ ມັທຍົມຕົ້ນ ແລະ ມັທຍົມປາຍ ຫຼາຍຄົນ ກໍຍັງບໍ່ໄດ້ ເຂົ້າຮຽນ ຍ້ອນສາເຫດ ທຸກຍາກ ຂາດເຂີນ ເຊັ່ນດຽວກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard