ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍົກສັ່ງໃຫ້ ບັນດາຫົວໜ່ວຍງົບປະມານ ປິດບັນຊີ ເງິນຝາກຢູ່ທະນາຄານທຸລະກິດ
Anonymous

Date:
ນາຍົກສັ່ງໃຫ້ ບັນດາຫົວໜ່ວຍງົບປະມານ ປິດບັນຊີ ເງິນຝາກຢູ່ທະນາຄານທຸລະກິດ
Permalink   
 


2017-01-16_222806.jpg

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ສັ່ງໃຫ້ບັນດາຫົວໜ່ວຍງົບປະມານນັບທັງຢູ່ສູນກາງຮອດທ້ອງຖິ່ນທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ, ພາຍຫລັງເຫັນວ່າການກະທໍາດັ່ງກ່າວແມ່ນບໍ່ຖືກຕ້ອງສອດຄ່ອງ ຕາມລະບຽບຫລັກການງົບປະມານ, ພ້ອມທັງຊີ້ນໍາໃຫ້ອົງການກວດສອບແຫ່ງລັດຕິດຕາມໃກ້ຊິດຕໍ່ບັນຫາດັ່ງກ່າວເພື່ອລາຍງານລັດຖະບານ.

ການຊີ້ນໍາໃຫ້ແກ້ໄຂບັນຫານີ້, ມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານກວດສອບປະຈໍາປີ
2016 ເມື່ອທ້າຍອາທິດຜ່ານມານີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງກ່ອນອື່ນທ່ານນາຍົກລັດຖະ ມົນຕີໄດ້ສະແດງຄວາມຊົມເຊີຍຄະນະນໍາ ແລະ ພະນັກງານຂົງເຂດກວດສອບແຫ່ງລັດທີ່ໄດ້ມີຄວາມພະຍາຍາມຕັ້ງໜ້າປະຕິບັດໜ້າທີ່ພັກ ແລະ ລັດມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ, ໂດຍສະເພາະແມ່ນການເອົາໃຈໃສ່ຄົ້ນຄວ້າ, ປັບປຸງເຄື່ອງມື ແລະ ມາດຕະການຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນ ຈົນສາມາດພົບເຫັນບັນດາໜໍ່ແໜງ ແລະ ປະກົດການຕົວຈິງທີ່ເປັນຜົນກະທົບຕໍ່ເສດຖະກິດມະຫາພາກ ກໍຄືຊີ້ໃຫ້ເຫັນບັນດາຈຸດທີ່ພາໃຫ້ເກີດການຮົ່ວໄຫລທາງດ້ານລາຍຮັບ-ລາຍຈ່າຍຂອງງົບປະມານລັດໃນໄລຍະຜ່ານມາ ແລະ ເພື່ອຮັບປະກັນໃຫ້ວຽກງານກວດສອບເປັນເຄື່ອງມືພື້ນຖານໃຫ້ແກ່ການຄຸ້ມຄອງບໍລິຫານລັດມີຄວາມເຂັ້ມແຂງໃນຕໍ່ໜ້ານີ້, ທ່ານາຍົກລັດຖະມົນຕີໄດ້ເນັ້ນໃຫ້ທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນຕ້ອງນໍາໃຊ້ລະບົບການເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ ເພື່ອເຊື່ອມໂຍງກັນໃນທຸກຫົວໜ່ວຍງົບປະມານ ແລະ ສາມາດດຸ່ນດ່ຽງບັນຊີໃນແຕ່ລະວັນຢ່າງເປັນລະບົບ, ວ່ອງໄວ ແລະ ທັນການ, ປັບປຸງລະບົບການຕິດຕາມ, ການບັນທືກໜີ້ຕ້ອງຮັບຈາກການຈ່າຍເງິນລ່ວງໜ້າງົບປະມານລັດ, ສະສາງບັນຊີເງິນຝາກອົງການບໍລິ ຫານວິຊາການໃນລະບົບຄັງເງິນແຫ່ງຊາດປະຈໍາສູນກາງ, ປະຈໍາແຂວງ, ນະຄອນຫລວງ, ອັນສໍາຄັນແມ່ນໃຫ້ບັນດາຫົວໜ່ວຍງົບປະມານທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ ແລະ ໂອນຍອດເຫລືອບັນຊີທັງໝົດເຂົ້າລວມສູນຢູ່ໃນຄັງເງິນແຫ່ງຊາດແຕ່ລະຂັ້ນ, ພ້ອມທັງໃຫ້ຂະແໜງການທີ່ມີລາຍຮັບສ້າງແຜນ ແລະ ຕິດຕາມສະຖິຕິສີນຄ້ານໍາເຂົ້າ-ສົ່ງອອກໃຫ້ມີຄວາມຊັດເຈນ, ແຜນຍົກເວັ້ນພາສີໂຄງການລົງທຶນຂອງລັດໃຫ້ລະອຽດ ເພື່ອຫລີກລ້ຽງບັນຫາການອະນຸມັດຍົກເວັ້ນພາສີທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ກວດຄືນການເຄື່ອນໄຫວທຸລະກິດຕາມຂໍ້ມູນຂະແໜງສ່ວຍສາອາ ກອນຕ້ອງໄດ້ເອົາເຂົ້າສູ່ລະບົບທັນສະໄໝ ເພື່ອຮັບປະກັນການເກັບລາຍຮັບງົບປະມານຖືກຕ້ອງຄົບຖ້ວນ ແລະ ໃຫ້ຂະແໜງການຕ່າງໆໃຫ້ການຮ່ວມມືໃນການກວດສອບຢ່າງຈິງໃຈ, ກວດສອບເຫັນອັນດີຕ້ອງຍ້ອງຍໍ ແລະ ຖືເອົາເປັນແບບຢ່າງ, ແຕ່ໃນກໍລະນີເຄື່ອນໄຫວບໍ່ຖືກຕ້ອງ ຫລື ມີຈຸດອ່ອນຄົງຄ້າງແມ່ນຕ້ອງພ້ອມກັນແກ້ໄຂຕາມລະບຽບກົດໝາຍ.



__________________
Anonymous

Date:
RE: ນາຍົກສັ່ງໃຫ້ ບັນດາຫົວໜ່ວຍງົບປະມານ ປິດບັນຊີ ເງິນຝາກຢູ່ທະນາຄານທຸລະກິດ
Permalink   
 


ພວກທ່ານເບິ່ງລຳນີ້ແລ້ວຄິດຈັ່ງໃດທີ່ຫວຽດນາມເອົາວັດທະນະທຳລາວໄປປັບປ່ຽນເປັນຂອງຫວຽດນາມ

ຊ່ວຍກັນອອກຄວາມຄິດເຫັນແດ່ວ່າມັນສົມຄວນບໍ່??



__________________
Anonymous

Date:
ນາຍົກສັ່ງໃຫ້ ບັນດາຫົວໜ່ວຍງົບປະມານ ປິດບັນຊີ ເງິນຝາກຢູ່ທະນາຄານທຸລະກິດ
Permalink   
 


2017-01-16_222806.jpg

ການສົ່ງໄມ້ອອກຂອງ ທອງລຸນ ປຽ່ນຈາກໄມ້ທອ່ນມາເປັນໄມ້ແປງຮູບ ຫລອກ ປຊຊ ທັງປະເທດ

16105956_10208192778248193_136578781885515871840_1197057773676407_8780035204071315966139_1197057787009739_2030532018014715894755_1197057797009738_48647996077440



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard