ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໝູ່ຂອງຄົນງານລາວ ຂໍໃຫ້ ກົດດັນ ທາງການ ສປປລາວ
Anonymous

Date:
ໝູ່ຂອງຄົນງານລາວ ຂໍໃຫ້ ກົດດັນ ທາງການ ສປປລາວ
Permalink   
 


ໝູ່ຂອງຄົນງານລາວຂໍໃຫ້ ກົດດັນ ທາງການ

e3b962cb-aaa8-445a-b07f-03fe7c287b62.jpeimage

 

ໝູ່ເພື່ອນຂອງຄົນງານລາວ ສາມຄົນ ທີ່ຖືກກັກຂັງ ຍ້ອນຂຽນຂໍ້ຄວາມຕຳນິຕິຕຽນ ຣັຖບານລາວ ຜ່ານທາງເຟສບຸກ ຮຽກຮ້ອງໃຫ້ ທາງການ ລາວ ປ່ອຍຕົວ ຄົນງານທັງສາມ ແລະ ຂໍຮ້ອງໃຫ້ ສະຫະປະຊາຊາດ ກົດດັນ ຣັຖບານລາວ ໃຫ້ປ່ອຍຕົວ ຄົນງານ ທັງສາມ ເຊັ່ນກັນ. ດ່ັງ ຄົນງານ ຜູ້ນຶ່ງທີ່ເປັນໝູ່ ໃກ້ຊິດຂອງ ຄົນງານ ທີ່ຖືກກັກຂັງ ທັງສາມ ກ່າວກັບ ວິທຍຸ ເອເຊັຽເສຣີ ຂອງພວກເຮົາ ໃນວານນີ້ວ່າ:

“ຂ້າພະເຈົ້າ ຢາກຮຽກຮ້ອງ ໃຫ້ຣັຖບານ ປ່ອຍໂຕ ທັງສາມຄົນ ໃຫ້ເປັນອິສຣະ ເພາະວ່າ ທັງສາມຄົນ ບໍ່ສົມຄວນ ທີ່ຈະຖືກຈັບ ພຽງແຕ່ມີ ຄວາມເຫັນ ທີ່ແຕກຕ່າງ ກັບ ຣັຖບານລາວ ໂດຍທີ່ບໍ່ມີ ຄວາມຮຸນແຮງ ອີຫຍັງ. ພວກເຮົາ ຢູ່ໃນປະເທດໄທນີ້ ຈະມີຈັດກິຈກັມ ຍື່ນໜັງສື ຮຽກຮ້ອງໃຫ້ ອົງການ ສະຫະປະຊາຊາດ ຊ່ອຍກົດດັນ ຣັຖບານລາວ ໃຫ້ປ່ອຍໂຕ ໝູ່ເຮົາທັງສາມ ຄົນນັ້ນ”.

ສ່ວນພໍ່ແມ່ພີ່ນ້ອງ ຂອງຄົນງານທັງສາມ ດົນໆກໍໄປຢ້ຽມຢາມ ແລະ ສົ່ງອາຫານໄປໃຫ້ລູກ ຂອງພວກເຂົາ ຢູ່ຄຸກໃນ ນະຄອນຫຼວງວຽງຈັນ ຢູ່. ພີ່ນ້ອງໃກ້ຊິດ ຂອງຄົນງານ ຜູ້ນຶ່ງ ກ່າວກັບ ນັກຂ່າວ ວິທຍຸ ເອເຊັຽເສຣີ ເມື່ອອາທິດ ແລ້ວວ່າ:

“ພໍ່ແມ່ພວກເຂົາ ກໍຢາກໄປຢຽມລູກ ເລື້ອຍໆຢູ່ ແຕ່ບໍ່ມີເງິນ ເພື່ອເດີນທາງ ແລະປະກອບ ເອກກະສານ. ອີກຢ່າງນຶ່ງ ຖ້າໄປຢ້ຽມ ພວກເຂົາ ກໍບໍ່ໄດ້ຂ່າວ ຄືບໜ້າຫຍັງ ກ່ຽວກັບ ການດຳເນີນ ຄະດີເລີຍ ເຈົ້າໜ້າທີ່ ເພິ່ນມີແຕ່ ບອກວ່າ ໃຫ້ລໍຖ້າ ໃຫ້ລໍຖ້າ ມັນແມ່ນ ຄະດີ ການເມືອງ ມັນຂື້ນກັບ ທາງຂັ້ນເທິງ ເພິ່ນເປັນຜູ້ ຕັດສິນ”.

ພີ່ນ້ອງຄົນນັ້ນຈົ່ມວ່າ:

“ພໍ່ແມ່ພີ່ນ້ອງຜູ້ໃດ ກໍອຸກອັ່ງ ບໍ່ຮູ້ຈະຊ່ວຍລູກ ຂອງຕົນແນວໃດ ໄປຢາມລູກເທື່ອໃດ ກໍມີແຕ່ຂໍຮ້ອງໃຫ້ ເຈົ້າໜ້າທີ່ ພິຈາຣະນາ ຕັດສິນ ຄະດີ ໃຫ້ໄວໆແດ່.”

ທາງການລາວ ຈັບແລະກັກຂັງ ຄົນງານລາວ ສາມຄົນຄື: ທ້າວ ສຸການ ໃຈທັດ, ທ້າວ ສົມພອນ ພິມມະສອນ ແລະ ນາງຫລອດຄຳ ທັມມະວົງ ເປັນເວລາ ນຶ່ງປີແລ້ວ ເພາະພວກເຂົາ ຂຽນໂຈມຕີ ຣັຖບານ ຜ່ານທາງ ສື່ສັງຄົມອອນລາຍ ແຕ່ຈົນເຖິງ ປັດຈຸບັນ ເຈົ້າໜ້າທີ່ ທາງການ ກໍຍັງບໍ່ທັນ ພິຈາຣະນາ ຕັດສິນຄະດີ ພວກເຂົາເທື່ອ.



__________________
Anonymous

Date:
ໝູ່ຂອງຄົນງານລາວຂໍໃຫ້ ກົດດັນ ທາງການ
Permalink   
 


 49.jpg

ເຄືອຂ່າຍ ຢາບ້າ ມາແບບໃໜ່ ບໍຣິຈາກສິ່ງຂອງ ເພື່ອລຸດພົ້ນ, ປະເທດດ້ອຍພັທະນາ ພາຍໃນປີ 2020

05.jpg01.jpg07.jpg08.jpg06.jpg02.jpg10.jpg04.jpg03.jpg



Attachments
__________________
Anonymous

Date:
RE: ໝູ່ຂອງຄົນງານລາວ ຂໍໃຫ້ ກົດດັນ ທາງການ ສປປລາວ
Permalink   
 


ສີສຸກ ດາວເຮືອງ  ມາທຳບຸນ ຢູ່ ທີ່ວັດ ບາ້ນໂຊກຄຳ, ທ່ານ ນາຍ ຍົກ ທອງ ລູນ

ທຳທ່າ ບໍ່ຮູ້ບໍ່ເຫັນ

12027701_714609242005602_689628706211000

12039510_714611115338748_53279794223065412072776_714611365338723_53627765051726612072810_714611245338735_67819523987942112047143_714611195338740_58505399795553912039681_714608542005672_847624493528524



__________________
Anonymous

Date:
ໝູ່ຂອງຄົນງານລາວ ຂໍໃຫ້ ກົດດັນ ທາງການ ສປປລາວ
Permalink   
 


ເຄືອຂ່າຍ ຢາບ້າ ມາໃນຮູບແບບ ມູນ ນິທິການຊ່ວຍເຫຼືອ

12360366_744781165655076_39598202958828912321546_743506225782570_783195222678158

14963226_926569354142922_91222168796712515036328_926569510809573_79559769132677114962648_926569697476221_47029431868408615027596_926569847476206_74282377133804714955901_926569750809549_57173338921599222.jpg24.jpg26.jpg17156342_1230632313710031_89211197890004



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard