ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພະນັກງານໂຮງງານໄຟຟ້າ ຖ່ານຫີນ ຫົງສາ ປະທ້ວງ ພ້ອມກັນລາອອກ 96 ຄົນ!
Anonymous

Date:
ພະນັກງານໂຮງງານໄຟຟ້າ ຖ່ານຫີນ ຫົງສາ ປະທ້ວງ ພ້ອມກັນລາອອກ 96 ຄົນ!
Permalink   
 


ພະນັກງານໂຮງງານໄຟຟ້າຫົງສາ ປະທ້ວງ ພ້ອມກັນລາອອກ 96 ຄົນ!

2017-03-30_171757.jpg

 

ໄຊຍະບູລີ: ໃນວັນທີ 28 ມີນາ 2017 ຜ່ານມາ ພະນັກງານ ຈຳນວນ 96 ຄົນ ທີ່ເຮັດວຽກ ຢູ່ໂຮງງານ ໄຟຟ້າຖ່ານຫີນຫົງສາ ທີ່ຂຶ້ນກັບ ບໍລິສັດ ຣາຊ ລາວ ໄດ້ປະທ້ວງ ພ້ອມກັນ ຂຽນໃບລາອອກ ທັງໝົດ 96 ຄົນ, ພາຍຫຼັງທີ່ ໄດ້ມີບັນຫາ ແລະ ທາງພະນັກງານໄດ້ມີການຂຽນໜັງສືສະເໜີ ຂໍໃຫ້ພິຈາລະນາເລື່ອງເງິນເດືອນ ແລະ ສະຫວັດດີການຕ່າງໆ, ແຕ່ທາງ ບໍລິສັດ ຣາຊລາວ ບໍ່ໄດ້ມີການແກ້ໄຂ.
ທາງພະນັກງານທັງໝົດ 96 ຄົນທີ່ເຮັດວຽກ ຢູ່ພະແນກບຳລຸງຮັກສາ ແລະ ເດີນເຄື່ອງຈິ່ງໄດ້ພ້ອມກັນສະໝັກໃຈຂຽນໃບລາອອກ ເຊິ່ງຈະມີຜົນໃນວັນທີ 31 ມີນາ 2017 ນີ້.
ພະນັກງານ ທີ່ເຮັດວຽກທ່ານໜື່ງກ່າວວ່າ: ບັນຫາເງິນເດືອນທີ່ບໍ່ເປັນທຳ ແລະ ສະຫວັດດີການ ແມ່ນແກ່ຍາວມາຫຼາຍປີ, ຈົນເຮັດໃຫ້ພະນັກງານທັງໝົດ ບໍ່ມີຄວາມດີໃຈ ຈິ່ງພ້ອມກັນລາອອກ. ພະນັກງານທີ່ລາອອກແມ່ນສ່ວນໃຫຍ່ມີປະສົບການ ແລະ ເຮັດວຽກມາ ສອງສາມປີແລ້ວ.
ກ່ອນຈະລາອອກໄດ້ມີການຂຽນໃບສະເໜີ ເຖິງບໍລິສັດ ຫຼາຍຄັ້ງ ກໍ່ບໍ່ມີການແກ້ໄຂ, ເຄີຍສະເໜີຮອດ ພະແນກແຮງງານຂອງແຂວງກໍ່ມິດ.
ຈິ່ງຮຽກຮ້ອງໃຫ້ທາງສູນກາງໄດ້ເຂົ້າກວດສອບ ແລະ ໃຫ້ການຊ່ວຍເຫຼືອພະນັກງານ ໂດຍສະເພາະຕໍ່ກັບຂໍ້ສະເໜີຕ່າງ. ອ່ານລາຍລະອຽດຂ້າງລຸ່ມ.


__________________
Anonymous

Date:
ພະນັກງານໂຮງງານໄຟຟ້າຫົງສາ ປະທ້ວງ ພ້ອມກັນລາອອກ 96 ຄົນ!
Permalink   
 


00.jpg

2017-03-30_172625.jpg2017-03-30_172803.jpg



Attachments
__________________
Anonymous

Date:
Permalink   
 

ບໍຣິສັດອາຊຽນເຟັສ ຕົກຢູ່ ໃນຂ່າຍ ສໍ້ໂກງ

image

 

ໃນມື້ວັນທີ 27 ມິນາ 2017 ບັນດາລູກຄ້າ ປະມານ 300 ຄົນ ພາກັນມາທວງເງິນ ນຳບໍຣິສັດ ອາຊຽນເຟັສ ຫລັງຈາກ ທີ່ເຂົາເຈົ້າເອົາເງິນ ມາຝາກນຳ ບໍຣິສັດ ຊຶ່ງ ບໍຣິສັດສັນຍາ ວ່າຈະຈ່າຍດອກເບັ້ຽ ໃຫ້.

ບໍຣິສັດອາຊຽນເຟັສ ມີເຈົ້າຂອງເປັນຄົນ ກຳພູຊາ ຊື່ທ້າວ HUOT SOVANN ຕັ້ງຢູ່ ບ້ານໂພນຕ້ອງ ຈອມມະນີ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ເລີ້ມເປີດ ກິຈການ ມາແຕ່ປີ 2015.

ບໍຣິສັດດຳເນີນທຸຣະກິດ ດ້ວຍການຊັກຊວນ ໃຫ້ປະຊາຊົນ ເອົາເງິນມາຝາກນຳ, ພາຍຫລັງທີ່ໄດ້ເງິນຈາກ ປະຊາຊົນ ແລ້ວບໍຣິສັດ ຈະເອົາ ໄປຊອກຊື້ ທີ່ດິນ ແລ້ວຂາຍເອົາ ກຳໄລ, ແລະ ບໍຣິສັດ ວ່າຈະຈ່າຍດອກເບັ້ຽ ໃຫ້ໃນອັດຕາ ທີ່ສູງຄືຈາກ 8 ເປີເຊັນ ຈົນເຖິງ 30 ເປີເຊັນ ຕໍ່ເດືອນ. ດັ່ງປະຊາຊົນ ທ່ານນຶ່ງ ຜູ້ທີ່ຕົກ ເປັນເຫຍື່ອ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 28 ມິນາ 2017 ນີ້ວ່າ:

"ເພາະວ່າເຂົາເຈົ້າໃຫ້ ດອກເບັ້ຽສູງໄດ໊ ໄດ້ມາຮອດເດືອນ 8 ເງິນກໍໄດ້ແຕ່ລະເດືອນ ເດືອນນຶ່ງເຂົາເຈົ້າໄລ່ຢູ່ ຖ້າວ່າໄລ່ ເປັນເງິນໂດລາ ຂັ້ນວ່າ 1,000 ນຶ່ງ..1,000 ຫລຽນ ເນາະ ຖືວ່າໄດ້ 80 ໂດລາ".

ອັດຕຣາດອກເບັ້ຽ ຂຶ້ນກັບຈຳນວນເງິນຝາກ, ໝາຍຄວາມວ່າ ປະຊາຊົນ ຝາກເງິນຫຼາຍເທົ່າໃດ ບໍຣິສັດຈະຈ່າຍດອກເບັ້ຽ ສູງຂຶ້ນອີກ. ເງິນທີ່ ປະຊາຊົນ ເອົາມາຝາກ ກິນດອກເບັ້ຽນັ້ນ ຈະເລີ່ມຈາກ 1 ພັນໂດລາ ສະຫະຣັຖ ເຖີງ 1 ແສນໂດລາ. ອີງຕາມການສຳຣວດ ໃບບີນຂອງ ລູກຄ້າ ທີ່ໄດ້ຖືມານຳ ເພື່ອມາທວງໜີ້ ກັບ ບໍລິສັດ.

ເມື່ອທ້າຍປີ 2016 ບໍຣິສັດ ບໍ່ໄດ້ຈ່າຍດອກເບັ້ຽ ໃຫ້ປະຊາຊົນ ສະນັ້ນເຂົາເຈົ້າຈຶ່ງພາກັນຖອນເງິນ ຈາກບໍຣິສັດ, ດັ່ງປະຊາຊົນ ທ່ານນີ້ໄດ້ ກ່າວອີກວ່າ:

"ລະໝົດທຸກຄົນວ່າ ໂອ້ສົນໃຈ ຖອນເງິນຄືນ ເພາະເພິ່ນຕົວະ ແຕ່ເດືອນ 9, ເດືອນ 10, ເດືອນ 11 ແລະ ລະໝົດທຸກຄົນ ເຫັນດີເຫັນພ້ອມ ສ່ວນຫຼາຍວ່າ ຖອນຄືນ".

ຍອດມູນຄ່າທີ່ປະຊາຊົນ ຢູ່ທົ່ວປະເທດ ມາຝາກນໍາ ບໍຣິສັດ ມີ 10 ປາຍ ລ້ານ ໂດລາ, ແຕ່ວ່າ ທ້າວ HUOT SOVANN ທີ່ເປັນເຈົ້າຂອງ ບໍຣິສັດ ຖືກ ເຈົ້າໜ້າທີ່ ຕຳຣວດເມືອງ ຈັນທະບູລີ ກັກຕົວໄວ້ ຍ້ອນວ່າຕົນ ບໍ່ສາມາດ ຈ່າຍເງິນ ຕົ້ນທຶນ ໃຫ້ລູກຄ້າຄືນ.

ນອກຈາກບໍຣິສັດ ອາຊຽນເຟັສ ແລ້ວຜູ້ກ່ຽວຍັງຕັ້ງ ບໍຣິສັດ ນຶ່ງອີກຊື່ວ່າ ເຂັມລາວ ເປັນບໍຣິສັດ ອະສັງຫາລິມະຊັບ ທີ່ກໍາລັງກໍ່ສ້າງຕລາດ ບ້ານດົງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ.



__________________
Anonymous

Date:
RE: ພະນັກງານໂຮງງານໄຟຟ້າ ຖ່ານຫີນ ຫົງສາ ປະທ້ວງ ພ້ອມກັນລາອອກ 96 ຄົນ!
Permalink   
 


ຂໍໃຫ້ພາກັນອອກຫມົດໂລດ ພີ່ນ້ອງ !

ພວກພັກລັດ ນອກຈາກມັນບີບບີ້ຂົ່ມເຫັງຫຼອກລວງແລ້ວ ຍັງບໍ່ພໍ

ມັນຍັງຂົນເອົາຊາດອື່ນມາຂູດຮີດພໍ່ແມ່ພີ່ນ້ອງຕື່ມອີກ

ຊາດອື່ນ ປະເທດອື່ນ ເຂົາຮັກເຂົາແພງເຊື້ອຊາດຂອງເຂົາ

ແຕ່ ພວກພັກລັດ ພັກສັດນະຣົກນີ້ ກັບເຮັດແຕ່ແນວບໍ່ດີຕໍ່ເຊື້ອຊາດໂຕເອັງ

ໄມ້ເຄີຍເຕັມຢູ່ໃນປະເທດ ບໍ່ແຮ່ເຄີຍເຕັມຢູ່ໃນພື້ນແຜ່ນດິນ ມັນກໍຂົນເອົາໄປຂາຍກິນນຳໂຄດຂອງມັນ

ດິນດອນຕ່ອນນ້ອຍໆ ທີ່ເຫຼືອຢູ່ ມັນກໍມາໄລ່ຫນີ ເອົາໄປໃຫ້ຕ່າງຊາດ (ໃສ່ຊື່ງາມວ່າ ສຳປະທານ )

ເຮັດວຽກນຳພວກມັນ ມັນກະບໍ່ຢາກຈ່າຍ

ຂົນບໍລິສັດຊາດອື່ນມາ ແທນທີ່ຄົນລາວຈະໄດ້ວຽກ ໄດ້ງານຫາລ້ຽງຄອບຄົວ

ມັນກັບມາດູຖູກວ່າແຮງງານລາວບໍ່ມີຄວາມສາມາດ ແລ້ວເອົາວຽກໄປໃຫ້ຄົນຊາດອື່ນ

ຄົນງານລາວບໍ່ມີຄວາມສາມາດທໍ່ຊາດອື່ນ ກະຍ້ອນແມ່ມັນເອັງບໍ່ສ້າງບໍ່ສາ ບໍ່ສອນໃຫ້ເຂົາ.

ຄວາມຊົ່ວໃນໂລກອັນນີ້ ແມ່ນຢູ່ນຳພວກລັດນີ້ທັງຫມົດ

 

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard