ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງໄທໃຈກ້າຢຽບຫນ້າຄົນລາວທັ້ງປະເທດ ..
Anonymous

Date:
ຍິງໄທໃຈກ້າຢຽບຫນ້າຄົນລາວທັ້ງປະເທດ ..
Permalink   
 


ຍິງໄທຊື່ ລີ່ນາ ຈັ່ງ ບຸກສະຖານທູດລາວທີ່ບາງກອກຢຽບຫນ້າລາວ ບອກໃຫ້ຈັບຕົວ ຄົນທີ່ຊື່ ' ໂຄຕີ້ ' ສົ່ງຄືນໃຫ້ໄທຍ໌ ໃນຂໍ້ຫາລົ້ມເຈົ້າ

ສ່ວນເຈົ້າຫນ້າທີ່ລາວທີ່ເປັນຕົວແທນຂອງປະເທດຈະພາກັນແກ້ໄຂແນວໃດ ໃນເມື່ອຍິງໃຈກ້າ ມາຈອງຫອງພອງຂົນໃສ່ໄດ້ເຖິງຂນາດນີ້???.

 

 

2017-04-04_212255.jpg

 

ລີ່ນາຈັ່ງ ອາດຖືກດຳເນີນຄະດີຫຼາຍກະໂທງ ໃນການກ່າວຫາລັດຖະບານລາວແບບລອຍໆ.

 

ຈາກເຫດການ ທີ່ມີບຸກຄົນ ບໍ່ຊາບສັງກັດ ອ້າງຕົນເອງ ວ່າເປັນນັກກົດໝາຍ ຮູ້ຊື່ ແມ່ນ ນາງ ລີ່ນາ ທີ່ຈັບເອກະສານ ເຈ້ຍ 1 ໃບ ເຂົ້າໄປທີ່ສະຖານທູດ ຂອງ ສປປລາວ ໂດຍກ່າວອ້າງ ຂໍ້ຍື່ນເອກະສານ ຮຽກຮ້ອງ ໃຫ້ລັດຖະບານລາວ ສົ່ງຜູ່ຮ້າຍ ທີ່ເປັນຂະບວນການ ລົ້ມເຈົ້າ ທີ່ລີ້ຢູ່ໃນ ປະເທດລາວ.
 
ນາງລີ່ນາ ໄດ້ໃຊ້ວ່າຈາ ນາບຂູ່ ບຸກຄົນທີ່ຢູ່ໃນສະຖານທູດ ພ້ອມອ້າງ ຕົນເອງຄືເຈົ້າຂອງປະເທດ, ເຊິ່ງການກະທຳ ບໍ່ວ່າຈະດ້ວຍວາຈາ ຫຼື ລົງມື ໃນສະຖານທີ່ ທູດ ຂອງປະເທດອື່ນ ນັ້ນຖືວ່າບໍ່ຖືກຕ້ອງ. ຍິ່ງໜັກໄປກວ່ານັ້ນ, ພາຍຫຼັງ ການຍື່ນໜັງສື ບໍ່ສຳເລັດ ທັ່ງໆ ທີ່ເຈົ້າໜ້າທີ່ ກໍ່ເຊີນ ໃຫ້ຜູ່ກ່ຽວ ເຂົ້າໄປຍື່ນເອກະສານ ແຕ່ບໍ່ຍອມເຂົ້າໄປ ເພາະຢາກຈະໃຫ້ຄົນຖ່າຍຄລິບເຂົ້າໄປນຳ. ເນື່ອງຈາກເປັນສະຖານທີ່ລາດຊະການ ແລະ ຫວງຫ້າມ ເຈົ້າໜ້າທີ່ຈິ່ງບໍ່ອານຸຍາດ ໃຫ້ມີການຖ່າຍທຳ ວິດີໂອ ຫຼື ຮູບພາບ ໃນສະຖານທີ່ລາດຊະການ ຫາກບໍ່ໄດ້ຮັບອານຸຍາດ ເປັນລາຍລັກອັກສອນ.
 
ພາຍຫຼັງມີການໂອ້ລົມຈາກເຈົ້າໜ້າທີ່ໄທ ຜູ່ກ່ຽວຈິ່ງກັບບ້ານ ແຕ່ຍັງເຮັດການໃຊ້ວາຈາກ່າວຫາ ແກ່ລັດຖະບານລາວ ພ້ອມຄຳທີ່ບໍ່ສຸພາບຕ່າງໆ ນາໆ. ນີ້ສະແດງໃຫ້ເຫັນ ຄວາມຜິດປົກກະຕິທາງຈິດຂອງນາງລີນາ ທີ່ເປັນຫວັງສ້າງກະແສ ໃຫ້ຄົນເຂົ້າໄປຊົມ ແລະ ຕິດຕາມຄລິບຂອງຕົນເອງ.
 
ສ່ວນເລື່ອງ ບັນຫາ ຂອງຜູ່ຮ້າຍ ທີ່ທາງການໄທຕ້ອງການຕົວຄື ໂກຕີ໋ ນັ້ນ ແນ່ນອນວ່າ ໄດ້ມີການປະສານງານກັນ ຂອງສອງລັດຖະບານຢູ່ແລ້ວ. ເຊິ່ງການຈະກວດສອບ ແລະ ຕິດຕາມວ່າ ທ້າວ ໂກຕີ່ ແລະ ເຄື່ອຂ່າຍ ພວກກ່ຽວ ດຽວນີ້ຢູ່ໃສ່ກັນແທ້ນັ້ນ ຍັງບໍ່ມີຫຼັກຖານຊັດເຈນ, ເຊິ່ງທາງການລາວພ້ອມໃຫ້ການຮ່ວມມື ຫາກມີຂໍ້ມູນຊັດເຈນຕໍ່ກັບບຸກຄົນທີທາງການໄທຕ້ອງການ.
 
ແນ່ນອນ ການທຳວາຈາ ໝິ່ນປະໝາດ ແລະ ກ່າວຫາ ໂດຍຂາດຫຼັກຖານ ແລະ ຂໍ້ເທັດຈິງ, ນາງລີນ້າ ອາດຖືກທາງການລາວ ຟ້ອງໃນຫຼາຍກະໂທງ.
 
ຮຽກຮ້ອງໃຫ້ພີ່ນ້ອງຄົນລາວ ຢ່າໄດ້ໄປຕໍ່ວ່າຕໍ່ຄວາມກັບບຸກຄົນດັ່ງກ່າວ, ເພາະທາງເຈົ້າໜ້າທີ່ຈະດຳເນີນການ ໄປຕາມຫຼັກການການທູດ ເພື່ອດຳເນີນການກັບບັນຫານີ້.

 

ທີ່ມາ: www.tholakhong.com

 

 



__________________
Anonymous

Date:
Permalink   
 

17800450_414830115553044_47899295696322107A.jpg



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard