ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຕົ້ມ ລາວ
Anonymous

Date:
ລາວ ຕົ້ມ ລາວ
Permalink   
 


image

ບໍຣິສັດປິດກິຈການ ຜູ້ລົງ ເງິນ ໂວຍວາຍ

ບັນດາລູກຄ້າຫລາຍຮ້ອຍຄົນ ທີ່ເອົາເງິນ ໄປລົງທຶນນໍາ ບໍຣິສັດ ວິສາຫະກິດ Dreamlink ຈໍາກັດ ໂດຍຫວັງວ່າ ຈະໄດ້ກໍາໄຣສູງ ແຕ່ໃນ ທີ່ສຸດ ກໍຖືກຕົວະຕົ້ມ ໄດ້ພາກັນ ຮ້ອງຮຽນໄປຍັງ ກະຊວງປ້ອງກັນຄວາມສງົບ ໃຫ້ສືບສວນ ບໍຣິສັດ ເພື່ອທວງເອົາເງິນ ທີ່ເສັຍໄປນັ້ນຄືນ, ຫລັງຈາກພວກຕົນ ບໍ່ສາມາດ ຖອນເງິນໄດ້ ແລະ ບໍຣິສັດໄດ້ປິດ ກິຈການລົງ ໂດຍບໍ່ມີການແຈ້ງ ລ່ວງໜ້າ. ຜູ້ເສັຽຫາຍ ຄົນນຶ່ງ ເວົ້າວ່າ:

"ຂ້າພະເຈົ້າ ກໍຜູ້ນຶ່ງ ທີ່ເສັຽຫາຍ ໃນບໍຣິສັດ ດຣີມລິງ ຄິດວ່າມັນ ຈະເປັນໄປໄດ້ ຕາມເຂົາເວົ້າຫັ້ນ ຂ້າພະເຈົ້າ ກໍໄດ້ຕັດສິນໃຈ ໄປລົງ ຂ້າພະເຈົ້າເອງ ກ່າລົງ 5 ພັນ ໂດລາ ອ້າຍ ຂ້າພະເຈົ້າລົງ 1 ພັນໂດລາ ແລະເອື້ອຍຮັກ ຂ້າພະເຈົ້າລົງ 5 ພັນໂດລາ ລວມ 11 ພັນໂດລາ ແຕ່ວ່າ ມາຮອດເດືອນ 12 ບໍຣິສັດ ໂຕນີ້ບໍ່ໄດ້ ດໍາເນີນການ ເຄື່ອນໄຫວ ຫຍັງເລີຽ ສະນັ້ນ ຂ້າພະເຈົ້າ ເປັນຜູ້ເສັຽຫາຍ ກໍຢາກໃຫ້ ຂັ້ນເທິງ ພິຈາຣະນາ ແກ້ໄຂ."

ຜູ້ເສັຽຫາຍອີກ ຄົນນຶ່ງ ເວົ້າວ່າ:

"ຂ້າພະເຈົ້າ ກໍເປັນຜູ້ນຶ່ງ ທີ່ເສັຽຫາຍ ໃນບໍຣິສັດ ດຣີມລິງເນາະ ຕອນນັ້ນເຮົາລົງ 3 ພັນໂດລາ ເອື້ອຮັກ ຂອງເຮົາລົງ 1 ແສນ 50 ພັນ ໂດລາ ຕອນນີ້ພວກຂ້າພະເຈົ້າ ກໍເສັຽຫາຍ ແລະຍັງມີຜູ້ເສັຽຫາຍ ອື່ນໆຫລາຍຄົນ."

ຜູ້ເສັຽຫາຍທ່ານນີ້ ເວົ້າຕື່ມວ່າ ຕອນທໍາອິດເຂົາເຈົ້າ ໄປຟັງສໍັມມະນາ ການເອົາເງິນ ໄປລົງທຶນນໍາ ບໍຣິສັດ ທີ່ໃຫ້ຄໍາໝັ້ນວ່າ ຈະໄດ້ກໍາໄຣ ພາຍໃນ ສອງສາມເດືອນ.

ຫລັງຈາກຟັງແລ້ວ ຫລາຍໆຄົນ ກໍຕັດສິນໃຈ ເອົາເງິນໄປ ໂອນເຂົ້າບັນຊີ ຂອງ ບໍຣິສັດ ທາງບໍຣິສັດ ກໍເອົາໃບຮຸ້ນ ຈໍານວນ ລົງທຶນໃຫ້ ທີ່ເອີ້ນກັນວ່າ CHIP ຊຶ່ງບໍຣິສັດ ເວົ້າວ່າ ສາມາດຂາຍ ເອົາເງິນສົດໄດ້ ໃນເວລາຣາຄາຮຸ້ນ ແລ່ນຂຶ້ນ.

ສອງສາມເດືອນ ທໍາອິດ ຣາຄາ CHIP ຊຶ່ງເລີ້ມຈາກ 75 ເຊັນ ໂດລາ ສະຫະຣັຖ ກະໂດດຂື້ນ, ຫລາຍຄົນ ກໍຢາກຂາຍ, ແຕ່ພໍໄປຂາຍ ພັດບໍ່ໃຫ້ຂາຍ ຜູ້ອໍານວຍການ ບໍຣິສັດ ກໍຫລົບຫລີກ ເລື້ອຍໆ.

ຕໍ່ມາລະຍະນຶ່ງຣາຄາ CHIP ຕົກຕໍ່າລົງ ຫຼາຍຄົນ ກໍຢາກໄປຖອນ ເງິນຄືນ ແຕ່ຖອນບໍ່ໄດ້, ຕົກມາຮອດເດືອນ ທັນວາ ປີ 2016 ທາງ ບໍຣິສັດ ໄດ້ປິດກິຈການ ລູກຄ້າ ຈຶ່ງເລີ້ມ ພາກັນຮ້ອງຟ້ອງ ໄປຍັງກະຊວງ ປ້ອງກັນ ຄວາມສງົບ.

ເອເຊັຽເສຣີ ໄດ້ຮັບລາຍງານ ຈາກຜູ້ເສັຽຫາຍ ແລ້ວໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ກະຊວງ ຄົນນຶ່ງເພິ່ນກໍວ່າ ເຫັນສໍາເນົາ ຮ້ອງຟ້ອງຢູ່, ແຕ່ເມື່ອຖາມ ໄປຍັງ ເຈົ້າໜ້າທີ່ ຜແນກ ນິຕິກັມ ເພີ່ນຕອບວ່າ:

"ອັນນີ້ເຮົາກ່າບໍ່ເຫັນຄໍາຮ້ອງຟ້ອງ ມີຫລາຍຄໍາຮ້ອງຟ້ອງ ຕາມຕົວຢ່າງ ໃບຮ້ອງຟ້ອງ ບາງສະບັບທີ່ ຜູ້ເສັຽຫາຍ ສົ່ງໄປຫາ ກະຊວງ ປ້ອງກັນ ຄວາມສງົບນັ້ນ."

ບໍຣິສັດ ດຣີມລິງ ຈໍາກັດ ມີສໍານັກງານຕັ້ງຢູ່ ຕຶກອໍາມະຕະ ຊັ້ນ 8 ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ມີຄນະ ບໍຣິຫານ 4 ຄົນ ຄື ທ່ານ ທະນະວັດ ຕີສະຣະ ຫລື ອາຈານ ໄຊ, ທ່ານ ໄຊຍະພອນ ອຸທະໄກສອນ, ທ່ານ ບີໂນສັກ, ນາງ ສຸດໃຈ ສໍຜາບມິໄຊ, ແລະທ່ານ ທອງສີ ດວງມະນີ.

ເມື່ອບໍ່ນານມານີ້ ທາງການລາວ ໄດ້ກ່າວວ່າ ຈະກໍາຈັດບັນດາ ບໍຣິສັດ ທີ່ລະດົມເງິນທຶນ ໃນລາວ ແບບຜິດກົດໝາຍ ເນື່ອງຈາກວ່າ ມັນແຜ່ລາມ ໄປຫລາຍແລ້ວ.



__________________
Anonymous

Date:
Permalink   
 

ເສຍໃຈນຳ.
ສຳລັບຄົນລາວທີ່ຢູ່ໃນປະເທດສາມາດຮ້ອງທຸກໄດ້ຈາກອຳນາດການປົກຄອງ
ແຕ່ສຳລັບຄົນລາວ ສັນຊາດຕ່າງປະເທດ ທີ່ຖືກພີ່ນ້ອງປ້ອງປາຍຂອງຕົນຕົ້ມ
ຕຸ໋ນ ບໍ່ມີບ່ອນຮ້ອງທຸກເລີຍ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard