ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສາກົນທັກທ້ວງຣັຖບານ ລາວ
Anonymous

Date:
ສາກົນທັກທ້ວງຣັຖບານ ລາວ
Permalink   
 


ສາກົນທັກທ້ວງຣັຖບານ ລາວ

image

 

ອົງການນິຣະໂທດກັມສາກົນ ໄດ້ຮຽກຮ້ອງໃຫ້ ຣັຖບານ ສປປລາວ ປ່ອຍຄົນງານລາວ ທີ່ກັບຈາກໄທ ສາມຄົນ ທີ່ຖືກສານລາວ ຕັດສີນ ແບບລັບໆ ໃຫ້ຖືກຈໍາຄຸກ ເປັນເວລາຍາວ ນານ ເມື່ອຕົ້ນເດືອນ ເມສາ ຜ່ານມາ.

image

ທ້າວ ສົມພອນ ພິມມະສອນ ຖືກຄຸກ 20 ປີ ທ້າວ ສຸການ ໃຈທັສ ຖືກຄຸກ 18 ປີ ແລະນາງຫຼອດຄຳ ທັມມະວົງ ຖືກຄຸກ 12 ປີ ຈາກ ການຕັດສິນ ຂອງສານລາວ ແບບລັບໆ ໃນຕົ້ນ ເດືອນເມສາ ປີນີ້. ທັງສາມເປັນຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທ ຖືກຈັບໃນ ເດືອນ ເມສາ ປີ 2016 ໃນຂນະທີ່ ພວກຂະເຈົ້າ ກັບຄືນ ປະເທດລາວ ເພື່ອຕໍ່ຫນັງສື ຜ່ານແດນ.

ອົງການນິຣະໂທດກັມສາກົນ ຂໍຮຽກຮ້ອງໃຫ້ຄົນລາວ ແລະຄົນຕ່າງຊາດທົ່ວທຸກແຫ່ງ ຂຽນຫນັງສືຫາ ຣັຖບານລາວ ໃຫ້ປ່ອຍຄົນງານລາວ ທັງສາມຄົນນີ້ ໂດຍປາສຈາກ ເງື່ອນໄຂ ໃດໆທັງສີິ້ນ ຍ້ອນວ່າ ຂະເຈົ້າບໍ່ມີ ຄວາມຜິດ ມີພຽງແຕ່ ຮຽກຮ້ອງ ຄວາມເປັນທັມ ເທົ່ານັ້ນ.

ອົງການດັ່ງກ່າວເວົ້າວ່າ ພວກຂະເຈົ້າ ເປັນນັກໂທດຈິດສຳນຶກ ໂທດຂອງພວກຂະເຈົ້າ ບໍ່ມີຫຍັງ ນອກຈາກຮຽກຮ້ອງ ສິດທິມະນຸດ ສິດທິ ໃນການ ປາກເວົ້າ ແລະ ການສະແດງອອກ ໃນລາວ, ດັ່ງນັ້ນ:

1-ຣັຖບານລາວ ຕ້ອງປ່ອຍ ພວກຂະເຈົ້າ ໃນທັນທີທັນໃດ.

ສອງ- ຄ້ຳປະກັນ ຄວາມປອດພັຍ ຂອງພວກຂະເຈົ້າ ໃນທີ່ກັກຂັງ ບົນພື້ນຖານ ມາຕຖານສາກົນ ໃນນັ້ນ ຮ່ວມດ້ວຍ ອາຫານການກິນ ການຢ້ຽມຢາມ ຂອງພໍ່ແມ່ ແລະ ຍາດພີ່ນ້ອງ ທະນາຍຄວາມ ແລະ ການຮັກສາ ສຸຂພາບ.

ສາມ-ໃຫ້ຂໍ້ມູນຢ່າງຈະແຈ້ງ ກ່ຽວກັບຄວາມຜິດ ທີ່ພວກຂະເຈົ້າກະທຳ ແລະ ໂທດທີ່ພວກຂະເຈົ້າເຮັດ ໃນການຕັດສີນຄະດີ ຂອງສານລາວ ໃນຄະດິ ຂອງຂະເຈົ້າ.



__________________
Anonymous

Date:
Permalink   
 

ສາກົນປະນາມຣັຖບານ ລາວ

image

 

ອົງການສິດທິມະນຸດ ປະນາມ ຣັຖບານສປປລາວ ທີ່ຕັດສິນລົງໂທດ ຈໍາຄຸກ ຄົນງານລາວ 3 ຄົນ ຢ່າງຍາວນານ. ສະຫະພັນສາກົລ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ອອກຖແລງການຮ່ວມ ໃນວັນທີ 16 ພຶສພາ 2017 ນີ້ວ່າ, ການຕັດສິນລົງໂທດ ຢ່າງໜັກນັ້ນ ສະແດງໃຫ້ເຫັນວ່າ ຣັຖບາລ ສປປລາວ ຈະບໍ່ຍອມ ປະນິ ປະນອມ ຕໍ່ຜູ້ທີ່ເຄື່ອນໄຫວ ຄັດຄ້ານພັກ-ຣັຖ ແບບສັນຕິວິທີ.

ພ້ອມດຽວກັນນີ້ທັງ 2 ອົງການດັ່ງກ່າວ ຍັງຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ທາງການ ສປປລາວ ປ່ອຍຕົວຄົນງານລາວທັງ 3 ນັ້ນຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ.

ຍານາງ ວານິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ກຸງປາຣີ ປະເທດຝຣັ່ງເສດ ກ່າວວ່າ ການຕັດສິນ ຈໍາຄຸກ ຄົນງານທັງ 3 ສະແດງໃຫ້ເຫັນອີກວ່າ ຣັຖບາລສປປລາວ ມີຄວາມມຸ້ງໝັ້ນທີ່ຈະກໍາຈັດ ການເຄື່ອນໄຫວ ຄັດຄ້ານ ຣະບອບການປົກຄອງ ແບບຜະເດັດການ ຂອງຕົນຕລອດໄປ.

ຍານາງ ວານິດາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶສພາ ຕອນນຶ່ງວ່າ:

"ການຕັດສິນລົງໂທດ ສົມພອນ, ສຸການ ແລະ ຫລອດຄໍາ ຢ່າງຮ້າຍໂຫດ ເປັນສັນຍານເຕືອນ ວ່າຣະບອບ ສປປລາວ ບໍ່ມີການໂຍະຍານ ໃດໆທັງສິ້ນ ຕໍ່ຜູ້ທີ່ຕິຫລືວິຈານ ຄວາມບົກຜ່ອງ ແລະ ການກະທໍາ ທີ່ບໍ່ຖືກຕ້ອງຂອງ ເຈົ້າໜ້າທີ່ ພັກຣັຖ".

ແລະທ່ານ ຄໍາຕັນ ພູທອນພັກດີ ສະມາຊິກ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ນະຄອນຫລວງ ໂອຕາວາ ປະເທສ ການາດາ ກໍກ່າວວ່າ:

"ຂ້າພະເຈົ້າວ່າການຕັດສິນ ບໍ່ຖືກຕ້ອງ ຜິດຈັນຍາບັນ ຂອງຄວາມເປັນຄົນ 3 ຄົນນີ້ ຄວາມຜິດ ແມ່ນອັນໃດ ທີ່ເພິ່ນກ່າວຫາ ຄັນເພິ່ນສິ ກ່າວຫາ ລວມໆວ່າຜິດ ທາງການເມືອງ ຫລືວ່າຂໍ້ກ່າວຫາ ຕໍ່ຕ້ານຣະບອບ ການປົກຄອງ ຂອງເພິ່ນນັ້ນ ອັນນີ້ເພິ່ນ ກະຣະເມີດສິດທິ ຄວາມເປັນພົລເມືອງ ຂອງລາວ ຂອງຂະເຈົ້ານະ. ຂ້າພະເຈົ້າ ເຫັນວ່າ ການຕັດສິນ ໂດຍບໍ່ມີຂໍ້ ກ່າວຫາ ຕັດສິບລັບຫລັງ ປະຊາຊົນ ຜູ້ທີ່ມີສິດ ຢາກຮູ້ຢາກເຫັນ ຄືພໍ່ແມ່ພີ່ນ້ອງ ຂະເຈົ້າ".

ການຈັບ ທ້າວສົມພອນ ທ້າວສຸການ ແລະ ນາງຫລອດຄໍາ ກໍຍ້ອນວ່າ ໄດ້ຕໍານິ ວິພາກວິຈານ ຣັຖບານ ສປປລາວ ຂນະທີ່ ຄົນທັງ 3 ເຮັດວຽກງານ ຢູ່ປະເທດໄທ ຜ່ານເຟສບຸຄ ກ່ຽວກັບເຣື່ອງ ການສໍ້ຣາສບັງຫລວງ, ການ ທໍາລາຍປ່າໄມ້ ແລະ ການລະເມີດ ສິດທິມະນຸດ. ນອກຈາກນັ້ນ ທັງ 3 ຄົນຍັງໄດ້ ໄປປະທ້ວງ ຄັດຄ້ານ ຣັຖບານ ສປປລາວ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທສໄທ ເມື່ອວັນທີ 2 ທັນວາ 2015.



__________________
Anonymous

Date:
Permalink   
 

 

ກົດຫມາຍຕ່ຳ ໆ

ປະຕິບັດກັນແບບຕາຍໆ

ແມ່ນຈົບກົດຫມາຍມາແຕ່ຄອກໃດ ?

ຖ້າໂທດຫນັກແທ້ ຄືບໍ່ຂ້າຖິ້ມ ຈົ່ງໄວ້ເຮັດຫຍັງ ?

ເຮັດກັບຄົນລາວຄືກັນ ແບບຊົ່ວທີ່ສຸດ.....

 



__________________
ຄົນໄຮ້ສຽງ

Date:
Permalink   
 

ໄດ້ແຕ່ຫວັງວ່າວັນນຶ່ງ ເຂົາຈະຖືກປ່ອຍຕົວ, ເສຍໃຈນຳ.



__________________
Anonymous

Date:
Permalink   
 

ຄວາມບໍ່ໂປ່ງໃສຂອງລັດຖະບານທີ່ພະຍາຍາມປິດຫູບັງຕາແລະປິດປາກປະຊາຊົຊົນ

ບໍ່ໃຫ້ມີສິດມີສຽງໃນການປາກເວົ້ານັ້ນມີມາແຕ່ປີ່ ໑໙໗໕ ພຸ້ນເປັນຕົ້ມາ. ເລື່ອງສານ

ແຮງເປັນໄປຢ່າງໃຫຍ່ແມ່ນໃຊ້ສາຍເຕັ້ຍຕັດສິນຄະດີທີ່ເປັນຄະດີການເມືອງແລະອາດ

ຍາໂດຍໃຊ້ກົດກູຫລືກົດໝາຕັດສິນແບບບໍ່ມີທະນາຍຄວາມບໍ່ມີການສືບສວນແລະສອບ

ສວນໃຫ້ຄັກແນ່ຈາກເຈົ້າໜ້າທີ່ກ່ອນໄອຍະການສານຈະສັ່ງຟ້ອງຜູ້ກະທຳຜິດ. 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard