ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນ ໄປເຮັດຫຍັງຢູ່ ສປປລາວ?
Anonymous

Date:
ຈີນ ໄປເຮັດຫຍັງຢູ່ ສປປລາວ?
Permalink   
 




__________________
Anonymous

Date:
Permalink   
 

ຄ້າໂສເພນີຢູ່ເມືອງຫາດຊາຍຟອງ, ໄຊທານີ, ສີສັດຕະນາກ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈໍານວນ 6 ຮ້ານ ສາມາດ ນໍາເອົາຜູ້ຖືກສົງໄສຄ້າໂສເພນີທີ່ເປັນເຈົ້າຂອງຮ້ານອາຫານ, ຮ້ານກິນ ດື່ມຈໍານວນ 3 ຄົນ ຍິງ 2 ຄົນ ແລະ ຜູ້ຖືກສົງໄສເປັນໂສເພນີ ຈໍານວນ 9 ຄົນ ມາສືບສວນ-ສອບສວນ.

18557499_941761899260842_353764543887024

ສາວບໍລິການໂສເພນີ ທີ່ເຈົ້າໜ້າທີ່ຕໍາຫຼວດນໍາມາສືບສວນ-ສອບ ສວນທັງ 9 ຄົນໄດ້ໃຫ້ການຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າ: ພວກກ່ຽວໄປເປັນ ສາວບໍລິການເສີບອາຫານ, ເຫຼົ້າ-ເບຍ ຢູ່ຮ້ານກິນດື່ມແມ່ນ ມາດ້ວຍ ຕົນເອງບໍ່ມີໃຜບັງຄັບ, ການພັກເຊົາແໃນພັກຢູ່ຮ້ານກິນດື່ມເລີຍ, ອາຫານ ແຕ່ ລະມື້ເຈົ້າຂອງຮ້ານລ້ຽງ, ສາວບໍລິການ ຢູ່ຮ້ານແຕ່ລະຄົນບໍ່ມີເງິນເດືອນ ລາຍໄດ້ແມ່ນຂາຍເຫຼົ້າ-ເບຍເອົາເງິນເປີເຊັນ ຫຼື ໄດ້ຄ່ານັ່ງນໍາແຂກ ໂຕະລະ 10.000 ກີບ ຕໍ່ໂຕະຕໍ່ຄົນ; ນອກຈາກເສີບ ອາຫານ, ເຫຼົ້າ-ເບຍຢູ່ ຮ້ານ ແລ້ວສາວບໍລິການຍັງຂາຍປະເວນີ ໃຫ້ຜູ້ອື່ນເສບສົມ ແລະ ເຈົ້າ ຂອງຮ້ານຈະເປັນຜູ້ຫັກເອົາເງິນນໍາສາວບໍລິການທີ່ໄດ້ ມາຈາກການ ຂາຍປະເວນີ ຊົ່ວຄາວຄັ້ງລະ 30.000 ກີບ ຫາ 50.000 ກັບ ຕໍ່ຄັ້ງຕໍ່ຄົນ, ຖ້າຄ້າງຄືນເຈົ້າຂອງຮ້ານຈະຫັກເອົາ 50.000 ກີບ ຫາ 100.000 ກີບ, ຕໍ່ຄັ້ງຕໍ່ຄົນ.

18620435_941761775927521_809929426082755

ຜ່ານການສືບສວນ-ສອບສວນ ສາວບໍລິການແຕ່ລະຄົນ ແລະ ເຈົ້າ ຂອງຮ້ານທັງໝົດ ໄດ້ຮັບສາລະພາບຕໍ່ການກະທໍາຜິດຂອງພວກກ່ຽວ, ເຊິ່ງມີຄວາມຜິດຕໍ່ກົດໝາຍອາຍາທີ່ກໍານົດໄວ້ຕາມມາດຕາ 131 ວັກ 2 ແລະ ມາດຕາ 132 ໃນສະຖານໃຫ້ຄວາມຊ່ວຍເຫຼືອ ຫຼື ຄວາມສະດວກ ແກ່ການເປັນໂສເພນີ ແລະ ການຄ້າໂສເພນີ ດ້ວຍການຫາລາຍໄດ້ຈາກ ການເປັນໂສເພນີຂອງຄົນອື່ນ; ສ່ວນສາວບໍລິການຈໍານວນ 9 ຄົນ ທີ່ເຈົ້າ ໜ້າທີ່ຕໍາຫຼວດນຳໄປຕົວມາສືບສວນ-ສອບສວນ ເຫັນວ່າເປັນການກະ ທໍາຜິດທາງອາຍາເຊິ່ງຜິດຕໍ່ມາດຕາ 131 ໃນສະຖານການເປັນໂສເພນີ ຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ; ດັ່ງນັ້ນ, ຈຶ່ງກັກຕົວເຈົ້າ ຂອງຮ້ານ ແລະ ສາວບໍລິການໄວ້ ໃນສະຖານການເປັນໂສເພນີ ແລະ ຄ້າໂສເພນີ.



__________________
Anonymous

Date:
Permalink   
 

 

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າ ວັນທີ 25 ພຶດສະພາ 2017, ມີສະມາຊິກ PS ຈຳນວນຫຼາຍ ໄດ້ໄປລໍຖ້າຮັບເອົາເງິນ ທີ່ຕົນເອງໄດ້ຝາກລົງທຶນ (ສັ່ງຊື້ສິນຄ້າຕາມແຜນທີ່ບໍລິສັດພາເຮັດ) ກັບບໍລິສັດ ພາຍຫຼັງທີ່ປະທານບໍລິສັດ ຄື ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ໃຫ້ຄຳໝັ້ນສັນຍາ ທີ່ຈະສົ່ງເງິນຄືນ ພາຍໃນ 3 ເດືອນ ຫາກໃຜຕ້ອງການຖອນເງິນຄືນ.

 

2017-05-26_090550.jpg

ສະມາຊິກຈຳນວນດັ່ງກ່າວ ໄດ້ໄປລໍ້ຖ້າຢ່າງບໍ່ມີຄວາມຫວັງ,​ພວກເຂົາໄດ້ບຸກເຂົ້າໄປຫ້ອງປະທານ ບໍລິສັດ ກໍ່ລອກປະຕູໄວ້, ມີແຕ່ພະນັກງານ ຈຳນວນໜື່ງ ທີ່ໜ້າມະລ້ອມມະແລ້ມ ບໍ່ມີຄຳຕອບໃຫ້ປະຊາຊົນ.

ຈາກສະຖານະການດັ່ງກ່າວ: ສະມາຊິກທ່ານໜື່ງໄດ້ ຮ້ອງຢ່າງໃຈຮ້າຍ ກັບ ປະທານບໍລິສັດວ່າ: ເປັນຫຍັງບໍ່ມາເວົ້າກັບປະຊາຊົນດີໆ,​ ວ່າມີບັນຫາຫຍັງ ຊິເອົາເງິນສົ່ງໄດ້ມື້ໃດ ຫຼື ຊິໃຫ້ເອົານໍ້າ. ການທີ່ຖ້າເອົາເງິນ 3​ເດືອນ ມັນທໍລະມານຊຳໃດ?

ຈາກເຫດການດັ່ງກ່າວ,​ ໝາຍຄວາມວ່າບໍລິສັດ ກໍ່ບໍ່ມີນ້ຳດຶ່ມພຽງພໍທີ່ຈະເອົາໃຫ້ສະມາຊິກ ທີ່ມາລົງທຶນຈຳນວນຫຼາຍໄດ້. ຫຼື ການຜະລິດນ້ຳດຶ່ມອາດບໍ່ໄດ້ຕາມແຜນ ຫຼື ນ້ຳອາດບໍ່ໄດ້ຄຸນນະພາບ. ເຖິງແມ່ນວ່າ ໃນຕົ້ນອາທິດນີ້ ປະທານຂອງບໍລິສັດ ຈະມີການຖະແຫຼງຂ່າວ ວ່າຍັງມີເງິນ ຫຼາຍຮ້ອຍຕື້ ແຕ່ຄຳເວົ້າດັ່ງກ່າວ ແມ່ນຂາດຂໍ້ມູນ ເພາະເປັນພຽງເຈ້ຍ 3-4 ໃບ, ບໍ່ຮູ້ວ່າບໍລິສັດ ມີເງິນແທ້ບໍ່? ຫຼື ເງິນອາດຈະເອົາໄປໃຊ້ທາງອື່ນໝົດແລ້ວ. ຖ້າຫາກບໍລິສັດ ຍັງມີເງິນ ກໍ່ຄວນມີຫຼັກຖານ ເງິນສົດ ຫຼື ໃບຢັ້ງຢືນຈາກ ທະນາຄານ ເຖິງສະຖານະການເງິນ. ເພື່ອຈະໃຫ້ສະມາຊິກ ໝັ້ນໃຈວ່າ ຈະໄດ້ເງິນຄືນແທ້ໆ

ປະຈຸບັນ, ປະຊາຊົນທີ່ຮ່ວມລົງທຶນ ຫຼາຍກວ່າ ສອງແສນລະຫັດ (ຄາດວ່າປະມານ ແສນກວ່າຄົນ) ແມ່ນໄດ້ຮັບຜົນກະທົບ. ເງິນທີ່ບໍລິສັດ ລະດົມທຶນມາໄດ້ ຈຳນວນ ຫຼາຍ ພັນຕື້ກີບ ຖືກເອົາໄປໃຊ້ເຮັດຫຍັງ? ທຸລະກິດຂາຍນ້ຳ ໄດ້ກຳໄລແທ້ບໍ່? ຫຼື ແນວໃດກັນແທ້? ເຊິ່ງມັນຕ້ອງການໃຫ້ພາກລັດເຂົ້າມາເລັ່ງແກ້ໄຂບັນຫານີ້ໂດຍໄວ!



__________________
Anonymous

Date:
Permalink   
 

ຣັຖບານ ສປປ ລາວ ມີນະໂຍບາຍສົ່ງເສີມການລົງທຶນຂອງນັກລົງທຶນຕ່າງປະເທດ
ໂດຍສະເພາະແມ່ນນັກລົງທຶນຈີນ ນັກລົງທຶນຫວຽດນາມ ເຂົາຈຶ່ງຫລຸຫລັ່ງກັນເຂົາ
ມາໄດ້ງ່າຍໆເພື່ອດຳເນີນນະໂຍບາຍກືນກິນລາວໂດຍທີ່ຄົນໃນປະເທດຈຳນວນນຶ່ງບໍ່
ຮູ້ສຶກຕົວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard