ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນຊາວລາວ ຕ້ອງການຄວາມໂປ່ງໃສ ວຽດນາມຈະສ້າງສະພາ ຫຼັງໃຫມ່ ໃຫ້ລາວ
Anonymous

Date:
ປະຊາຊົນຊາວລາວ ຕ້ອງການຄວາມໂປ່ງໃສ ວຽດນາມຈະສ້າງສະພາ ຫຼັງໃຫມ່ ໃຫ້ລາວ
Permalink   
 


ວຽດນາມຈະສ້າງສະພາ ຫຼັງໃຫມ່ ໃຫ້ລາວ

image

 

ປະຊາຊົນຊາວລາວ ຕ້ອງການຄວາມໂປ່ງໃສ ພາຍຫຼັງທີ່ທາງການລາວ ປະກາດຢ່າງເປັນ ທາງການວ່າ ຈະມີການທຸບ ຫໍສະພາແຫ່ງຊາຕ ລາວ ຫຼັງເກົ່າ ແລະ ສ້າງຫຼັງໃໝ່ ຂຶ້ນແທນ ດ້ວຍທຶນ ຊ່ວຍເຫຼືອລ້າ ຂອງ ຣັຖບານ ແລະ ປະຊາຊົນ ວຽດນາມ ໃນມູລຄ່າ ປະມານ 800 ຕື້ກີບ ຫຼືເກືອບເທົ່າກັບ 100 ລ້ານໂດລາ ສະຫະຣັຖ ຊຶ່ງເປັນສິ່ງທີ່ ປະຊາຊົນ ສ່ວນໃຫ່ຍ ບໍ່ໄດ້ຮັບຮູ້ ມາກ່ອນ.

ກຸ່ມດັ່ງກ່າວຕັ້ງຂໍ້ສັງເກດວ່າ ທາງການລາວ ຈະໃຫ້ວຽດນາມ ສ້າງຫໍສະພາແຫ່ງຊາຕ ຫຼັງໃໝ່ ດ້ວຍທຶນຊ່ວຍເຫຼືອລ້າ ຂອງຣັຖບານວຽດນາມ ນີ້ອາຈມີແນວແອບແຝງ ຢູ່ເບື້ອງຫຼັງ ແລະ ເປັນສິ່ງທີ່ ຂາດການມີສ່ວນຮ່ວມ ຂອງ ປະຊາຊົນລາວ ໃນຖານະທີ່ ສະພາ ແຫ່ງຊາຕລາວ ຖື ເປັນສັນຍາລັກ ແຫ່ງສິທອຳນາດ ສູງສຸດ ຂອງປະຊາຊົນລາວ.

ຊາວລາວທ່ານນຶ່ງຈາກພາກໃຕ້ຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອທ້າຍສັປດາ ທີ່ຜ່ານມາວ່າ ທ່ານຢາກໃຫ້ ພາກສ່ວນ ສະພາແຫ່ງຊາຕ ເບິ່ງຄືນ ຕໍ່ແຜນການ ຈະກໍ່ສ້າງ ສະພາແຫ່ງຊາຕລາວ ຫຼັງໃໝ່ນີ້ ເພາະອາຈບໍ່ມີ ຄວາມໂປ່ງໃສ ເນື່ອງຈາກ ຂາດການມີສ່ວນຮ່ວມ ຂອງ ມະຫາຊົນ:

“ໃຫ້ນັກອອກແບບຢູ່ໃນ ປະເທສບ້ານເຮົາ ນີ້ເນາະ ອອກແບບມາ ແລ້ວຈັກຄົນຈັກຣາຍ ອອກມານີ້ເນາະ ສົມມຸດວ່າ ອອກແບບມາແລ້ວ ຕົ້ນທຶນ ມັນຖືກທໍ່ໃດ? ເນາະໃຫ້ເພິ່ນ ກະຈ່າງແຈ້ງ ໃນຈຸດນີ້. ເນາະສະພາກະສູງສຸດ ແລ້ວ ຂັ້ນນາຍົກ ກະຍັງວ່າ ຢູ່ນຳກັນເນາະ ຢາກໃຫ້ ເພິ່ນເບິ່ງຕື່ມ ຫັ້ນແຫຼະ ຄັນວ່າເພິ່ນຢາກໃຫ້ ປະຊາຊົນ ມີສ່ວນຮ່ວມນຳ. ໂຕນີ້ມັນກະ ເປັນການ ສໍ້ຣາສບັງຫຼວງແນວ ນຶ່ງອີກ, ສ້າງແນວໃດ ແນວນຶ່ງ ຂຶ້ນມາ ມັນຕ້ອງມີຣາຍໄດ້. ເຊັນອະນຸມັດ ໂຄງການໃດ ໂຄງການນຶ່ງ ຢາກບໍ່ຢາກ ມັນກະຕ້ອງ ມີຣາຍໄດ້, ໃຜລະໄດ້? ແມ່ນບໍ່?”.

ໃນຂນະດຽວກັນ ຊາວລາວອີກທ່ານນຶ່ງ ພັດໃຫ້ທັສນະ ໃນທາງສນັບສນູນວ່າແຜນການກໍ່ສ້າງ ຫໍສະພາແຫ່ງຊາຕ ຫຼັງໃໝ່ນັ້ນ ຖືເປັນເຣື້ອງ ທີ່ເໝາະສົມແລ້ວ:

“ລາວເຮົາຄັນເບິ່ງຢ່າງນຶ່ງ ກະດ້ອຍພັທນາຢູ່ຂາດເຂີນ ຄັນເຂົາຊ່ວຍເຫຼືອ ກະບໍ່ມີບັນຫາດອກ ຂຶ້ນກັບເຮົາເອງ. ເຮົາກະມີ ການຊ່ວຍເຫຼືອ ຢູ່ແລ້ວ ວ່າຊັ້ນເທາະໄປ໋ ທົ່ວໆໄປ. ການຊ່ວຍເຫຼືອ ແບບຊີ້ກະບໍ່ເຫັນມີຫຍັງຕ່າງ. ລາວເຮົາໄດ້ຮັບການຊ່ວຍເຫຼືອ ຢູ່ແລ້ວຍັງດ້ອຍພັທນາຢູ່ ຄັນຮັບຕື່ມ ຄືຈັ່ງຊີ້ ຄືຊິບໍ່ມີ ບັນຫາດອກ ປະເທສ ຍັງທຸກຍາກ ງົບປະມານ ປານນັ້ນມັນບໍ່ແມ່ນ ໜ້ອຍໆ”.

ສຳລັບຊາວລາວທີ່ອາໃສຢູ່ໃນ ສະຫະຣັຖ ຊື່ ທ່ານ ອິນຊີທອງ, ຜູ້ເປັນໂຄສົກ ຂອງອົງການຟຣີລາວ ແຄັມເປນ ກໍໄດ້ໃຫ້ທັສນະ ຕໍ່ບັນຫານີ້ ໃນຖານະທີ່ ເປັນຄົນລາວຄົນນຶ່ງວ່າ ການທີ່ຣັຖບານວຽດນາມ ສາມາດກໍ່ສ້າງຫໍສະພາແຫ່ງຊາຕລາວ ຫຼັງໃໝ່ ໃນແຜ່ນດິນລາວຖືເປັນການ ປະກາດ ເຖິງຍຸກສມັຍ ທີ່ວຽດນາມເຮືອງ ອຳນາດໃນລາວ ຢ່າງເຕັມໂຕ ເພາະການສ້າງ ຫໍສະພາແຫ່ງຊາດ ອົງການ ນິຕິບັນຍັດ ຂອງ ປະເທສໃດນຶ່ງ ທີ່ເປັນສັນຍາລັກ ຂອງ ສິທອຳນາດ ສູງສຸດ ຂອງປະຊາຊົນ ຈະຕ້ອງແມ່ນ ເງິນຈາກພາສີ ປະຊາຊົນ ຂອງຊາຕ ນັ້ນສ້າງຂຶ້ນ:

“ໃນນາມເປັນຄົນລາວຜູ້ນຶ່ງເນາະ ໃນເມື່ອໄດ້ຍິນຂ່າວ ຈັ່ງຊີ້ຫັ້ນນ່າຂ້າພະເຈົ້າ ມີຄວາມວິຕົກຫຼາຍທີ່ສຸດ ກ່ຽວກັບອະນາຄົດ ຂອງຊາຕລາວ. ຄືການສ້າງສະພາແຫ່ງຊາຕ ຫຼັງໃໝ່ ທີ່ເພິ່ນວາງແຜນ ຂຶ້ນມານີ້ ເວົ້າງ່າຍໆວ່າມັນເປັນ ສັນຍາລັກຂອງການຢຶດ ຄອງອຳນາດ ຫຼືວ່າຢູ່ ພາຍໃຕ້ ອຳນາດ ການປົກຄອງ ຂອງພວກວຽດນາມ. ຂະເຈົ້າວາງແຜນ ມາໄວ້ແລ້ວ ເພື່ອຈະສະແດງ ໃຫ້ຄົນລາວ ໃນຍຸກໃໝ່ ລຸ້ນໃໝ່ ເກີດມາໃໝ່ນີ້ ວ່າຂະເຈົ້ານັ້ນ ມີອຳນາດ ຫຼືວ່າເຮືອງອຳນາດ ໃນສມັຍເຂົາມາ ປົກຄອງ ເມືອງລາວ ນີ້”.

ທາງການລາວໄດ້ຈັດມີພິທີຖແລງຂ່າວ ກ່ຽວກັບເຣື້ອງນີ້ວ່າ ສາເຫຕທີ່ຕ້ອງໃຫ້ ຣັຖບານແລະ ປະຊາຊົນວຽດນາມ ຊ່ອຍອອກທຶນ ສ້າງຫໍ ສະພາແຫ່ງຊາຕລາວ ຫຼັງໃໝ່ ແມ່ນຍ້ອນ ອາຄານຫຼັງເກົ່າ ຊຸດໂຊມ ລົງຫຼາຍ, ຖ້າຈະສ້ອມແປງ ກໍຄົງບໍ່ຄຸ້ມຄ່າເທົ່າກັບ ສ້າງອາຄານໃໝ່.

ເຖິງຢ່າງໃດກໍ່ຕາມ, ທາງການລາວ ກໍບໍ່ໄດ້ມີ ການເປີດເຜີຍ ເຖິງຄວາມໝາຍ ຂອງອາຄານ ຫຼືແມ່ນຜູ້ໃດ ທີ່ເປັນຜູ້ອອກແບບ ອາຄານ ຫຼັງໃໝ່ ຊຶ່ງມີກຳນົດ ຈະສ້າງແລ້ວໃນປີ 2020.



__________________
Anonymous

Date:
RE: ປະຊາຊົນຊາວລາວ ຕ້ອງການຄວາມໂປ່ງໃສ ວຽດນາມຈະສ້າງສະພາ ຫຼັງໃຫມ່ ໃຫ້ລາວ
Permalink   
 


ຕ້າຍ..ຕາຍ...ອົກອີ່ຫນູແຕກ...

ສັນຍາລັກອັນຄວນທີ່ຈະເປັນສິ່ງສຳຄັນຂອງຊາດ ກະຍັງໃຫ້ແກວມາເຮັດໃຫ້ !

ອັນພວກທີ່ປົກຄອງເມືອງລາວຢູ່ດຽວນີ້ ແມ່ນພາກັນເຮັດຫຍັງຢູ່ ຫລືລໍຖ້າແຕ່ສະແຕກການຊ່ອຍເຫຼືອ ?

ແລ້ວທີ່ພາກັນຮ້ອງໂຮ່ ອ້າງຟ້າອ້າງແຖນວ່າ ດຽວນີ້ເມືອງລາວຈະເລີນແລ້ວນັ້ນ ແມ່ນອົມຫຍັງມາເວົ້າ ?

ຮູ້ຈັກຄວາມຫມາຍຂອງຄຳວ່າ ຈະເລີນ ຫຼືບໍ່ ? ຫລືທຽບໄດ້ນຳແຕ່ວິຖີຊີວິດໃນຍຸກຂອງພະເຈົ້າຟ້າງຸ່ມເທົ່ານັ້ນ ?

ອັນນັ້ນກະປະເທດ ກ ເຮັດໃຫ້ -  ອັນນີ້ກະປະເທດ ຂ ເອົາໃຫ້ ....ໂຕລະໄດ້ແຕ່ນັ່ງເຮັດຕາພິບໆຢູ່

ແລ້ວຍັງພາກັນພູມໃຈກັນໄດ້ລົງຄໍ ....ອັນຝີມືຈາກຄວາມສາມາດຂອງຄົນລາວເຮົາແທ້ໆ 40 ກວ່າປີຜ່ານມາ ມີຫຍັງບໍ່ ?

ປະເທດຈີນເຂົາສ້າງທຸກຢ່າງໃນປະເທດຂອງເຂົາຂື້ນ ດ້ວຍຝີມືຂອງຄົນເຊື້ອຊາດຈີນທັງນັ້ນ

ປະເທດອື່ນຢາກຍືນມືເຂົ້າໄປຊ່ອຍ ເຂົາກໍຍັງບໍ່ຮັບ

ອັນນີ້ລະແມ່ນມີແຕ່ໄປເລາະຫາກິນເຫື່ອ ກິນແຮງຂອງຊາດອື່ນເຂົາ 

ມີມືມີຕີນຄືກັນ ປະເທດອື່ນເຂົາເຮັດເອັງໄດ້  ເຂົາໃຊ້ສະຫມອງໃຫ້ເປັນປະໂຫຍດ

ສ່ວນພວກຜູ້ນຳຂອງລາວ ຖ້າແຕ່ງໍມືງໍຕີນ ຂໍປະເທດອື່ນກິນ ກິນບໍ່ອິ່ມກໍພາກັນຂູດກິນນຳ ປຊຊ ລາວ -​ ທຸເລດ !

ກະດຽວວ່າສະຫຼາດສ່ອງໃສ ເກີນກວ່າມະນຸດໃນໂລກທັງປວງ !

ລອງພາກັນກະໂດດຂັ້ນອີກຈັກເທື່ອເບິ່ງ ......ບາງທີອາດຈະທັນໂລກອື່ນເຂົາ

ອັນໃດກໍສະຫຼາດສ່ອງໃສ - ອັນໃດກໍກະໂດດຂັ້ນ - ກະໂດດແລ້ວ ກະໂດດອີກ

ຂໍແນະນຳນັກກະໂດດຂັ້ນທັງຫລາຍ  .... ຖ້າຢາກໃຫ້ຊາດລາວຈະເລີນແທ້ ....ກໍຄື

ໃຫ້ພາກັນໄປຢື່ນຢູ່ຂົວມິດຕະພາບ ລາວ-ໄທ ບ່ອນໃດກໍໄດ້ ແລ້ວກໍພາກັນກະໂດດລົງນ້ຳຂອງພ້ອມໆກັນ

ແລ້ວກໍລ່ອງລອຍລົງໄປເລື້ອຍໆ ເຖິງຫລີ່ຜີຍາມໃດ ເມືອງລາວຈະເລີນຂື້ນທັນທີ........... 

 

ຈາກ ປຊຊ ຄົນລາວຜູ້ຫນຶ່ງ ທີ່ເບື່ອໃນການນຳພາຂອງພັກເຮັງຊວຍ

 



__________________
Anonymous

Date:
Permalink   
 

 

......ດ້ວຍທຶນ ຊ່ວຍເຫຼືອລ້າ ຂອງ ຣັຖບານ ແລະ ປະຊາຊົນ ວຽດນາມ ໃນມູລຄ່າ ປະມານ 800 ຕື້ກີບ ຫຼືເກືອບເທົ່າກັບ 100 ລ້ານໂດລາ ສະຫະຣັຖ ຊຶ່ງເປັນສິ່ງທີ່ ປະຊາຊົນ ສ່ວນໃຫ່ຍ ບໍ່ໄດ້ຮັບຮູ້ ມາກ່ອນ......

 

 

ຟັງຄວາມແກວ ເສຍທຸກໆ​ ແນວ ບໍ່ແມ່ນຈະເສຍແຕ່ເຂົ້າປູກ...

100 ລ້ານໂດລາ ສະຫະຣັຖ ?  ແມ່ນ ໂອບຄຳກັນເຫມິດທັງຫ້ອງນ້ຳຕິ ຈຶ່ງແພງສ່ຳນີ້ !

ມັນວ່າຈະສ້າງໃຫ້ລ້າ  ແຕ່ ແນ່ນອນ ມັນຈະຂົນຄົນງານມັນມາແຕ່ເມືອງແກວ 99.9% ! 

ແລ້ວຂົນເງິນເຫລົ່ານັ້ນ ກັນຄືນບ້ານມັນເຫມິດ

ແລ້ວມັນກໍກັບມາທວງເອົາບຸນຄຸນອີກ ...ຕິດຫວ່ານລ້ອມອີກຕາມເຄີຍ.

ຫນີ້ບຸນຄຸນ ແມ່ນຈະໃຊ້ຄືນ ກໍຈະບໍ່ມີມື້ຈົບ

ນີ້ລະຄື ຈຸດຕາຍຂອງພວກພັກ ສປປລ - ຈະບໍ່ມີວັນດິ້ນຫລຸດ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard