ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຖິງ: ລັດຖະມົນຕີ ກຊ ການຕ່າງປະເທດ ສປປ ລາວ
Anonymous

Date:
ເຖິງ: ລັດຖະມົນຕີ ກຊ ການຕ່າງປະເທດ ສປປ ລາວ
Permalink   
 


 

ເຖິງ: ລັດຖະມົນຕີ ກຊ ການຕ່າງປະເທດລາວ.

ເລື່ອງ: ພະນັກງານລຳ້ລວຍແບບຜິດປົກກະຕິ

 

ຢາກໃຫ້ທ່ານລັດຖະມົນຕີສອບສວນແລະສືບສວນການໃຊ້ໜ້າທີ່ການງານຂອງ

ພະນັກງານສະເພາະຜູ່ເຮັດໜັງສື ຜ່ານແດນ ຫຼື ປາສປອດ ແລະ ໃບອະນຸມັດ

ໃຫ້ຊາວຕ່າງດ້າວເຊັ່ນຄົນຈີນແລະຫວຽດນາມໃຫ້ມີສິດຕັ້ງຖິ່ນຖານຢູ່ໃນລາວ

ຢ່າງຖາວອນ ແລະ ເຮັດໜັງສືຜ່ານແດນໃຫ້ພວກເຂົາອອກໄປຕ່າງປະເທດເພື່ອ

ໄປສະແຫວງຫາຕັ້ງຖິ່ນຖານໃໝ່ຢູ່ປະເທດຕາເວັນຕົກ. ພະນັກງານ ກຊ ການຕ່າງ

ປະເທດຜູ່ທີ່ວ່ານີ້ໄດ້ຮີດໄຖເງິນຈາກຊາວຕ່າງດ້າວຈີນແລະວຽດ3000ໂດລາຕໍຫົວ

ຄົນແລະຮັບເຮັດໃຫ້10ຄົນຕໍ່ມື້ ກໍຕົກເປັນ$30,000.00ຕໍ່ວັນ.

ຂ້າພະເຈົ້າບໍ່ຊາບຊື່ແລະນາມສະກູນພະນັກງານລັດຜູ່ນີ້ ແຕ່ພໍຮູ້ວ່າຜູ່ກ່ຽວມີລູກ2ຄົນ

ທີ່ໄດ້ສົ່ງໄປຮຽນຢູ່ທີ່ ສິດນີ ປະເທດ ອອສເຕຣເລຍ. ພະນັກງານກະຊວງກາຕ່າງປະ

ຂອງທ່ານຜູ່ນີ້ໄດ້ໄປຊື້ເຮືອນແລະຟາມຢູ່ທີ່ ສິດນີ ອອສເຕຣເລຍໃນລາຄາສອງລ້ານໂດລາ

ສະຫະຣັດ ຈ່າຍສົດ ແລະ ທຸກວັນນີ້ຢູ່ກໍຢູ່ທີ່ ສິດນີ ອອສເຕຣເລຍ ແລະ ກຳລັງຫາລີ້ໄພ

ຢູ່ພຸ້ນເລີຍ. ຂ້າພະເຈົ້າໄດ້ຮັບຂ່າວນີ້ຈາກເພື່ອນຄົນນຶ່ງທີ່ສິດນີ ແລະ ເພື່ອນຄົນນີ້ໄດ້ເລົ່າສູ່

ຟັງເພາະໄດ້ຍິນພະນັກງານ ກຊ ການຕ່າງປະເທດຄົນນີ້ເລົ່າສູ່ລາວຟັງ.

ຈະເຊື່ອຫລືບໍ່ເຊື່ອກໍບໍ່ໄດ້ບັງຄັບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard