ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ດ່ານວັງເຕົ່າເກັບເງິນ ບໍ່ມີ ໃບຮັບ
Anonymous

Date:
ດ່ານວັງເຕົ່າເກັບເງິນ ບໍ່ມີ ໃບຮັບ
Permalink   
 


ດ່ານວັງເຕົ່າເກັບເງິນ ບໍ່ມີ ໃບຮັບ

image

 

ຜ່ານມາ ດ່ານຊາຍແດນ ລາວ-ໄທ ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ເກັບເງິນຜູ້ຄົນ ທີ່ເຂົ້າ ປະເທດລາວ ທັງຊາວລາວ ແລະ ຊາວຕ່າງປະເທດ ໂດຍບໍ່ມີ ໃບຮັບໃຫ້. ຕາມຄໍາເວົ້າ ຂອງປະຊາຊົນ ທ້ອງຖິ່ນ ຜູ້ບໍ່ປະສົງ ອອກຊື່ ໃນມື້ວັນທີ 22 ມິຖຸນາ ນີ້:

"ຄົນໄທນີ້ເສັຽ ຮ້ອຍນຶ່ງ ເຂົ້າຮ້ອຍນຶ່ງ ອອກຮ້ອຍນຶ່ງໄດ້ ແຕ່ຄົນລາວນີ້ 10 ພັນກີບ ລາວນີ້ກໍເສັຽ ຝັ່ງລາວ ຄືກັນ ທຸກຄົນເຂົ້າມາ ກໍເລີຍເສັຽ ຄືກັນເມິດ ບໍ່ຮູ້ວ່າຄ່າ ອີ່ຫຍັງເລີຍ ເຈົ້າໜ້າທີ່ ເຂົາກໍບໍ່ບອກ ແຕ່ເຮົາໄປຈໍ້າຈີ້ ຈຸກຈິກ ຈໍ້ຈີ້ເຂົາ ເຂົາກໍບໍ່ເຂົ້າໃຈ ຄືກັນ ດຽວນີ້ເຂົາ ກໍເວົ້າໃຫ້ ເຂົາກໍຫາເຣື່ອງ ວິທີໄທເຮົາ ຢ່າງອື່ນ".

ຊາວບ້ານ ເວົ້າວ່າດ່ານວັງເຕົ່າ ເກັບເງິນນໍາຄົນ ມາດົນແລ້ວ ທັງຄົນລາວ ແລະຄົນຕ່າງປະເທດ ຫລັງຈາກ ປະທັບຕາ ຂາເຂົ້າ - ຂາອອກ ໃນແພັສພັອດ ໃຫ້ແລ້ວ. ຜ່ານມາ ຊາວບ້ານ ກໍຕັ້ງຂໍ້ສົງສັຍວ່າ ແມ່ນເກັບ ຄ່າອີ່ຫຍັງ ກັນແທ້ ແຕ່ກໍບໍ່ມີ ໃຜກ້າຖາມ ເຈົ້າໜ້າທີ່.

ນອກຈາກນີ້ ຊາວບ້ານຍັງບອກວ່າ ເຖິງແມ່ນຄົນລາວ ຈະຖືກເກັບບໍ່ຫລາຍ ຄືນັກທ່ອງທ່ຽວຕ່າງປະເທດ ແຕ່ວ່າຫລາຍຄົນ ກໍຖືເປັນບັນຫາ ຍ້ອນວ່າຕ້ອງໄດ້ ເສັຽເງິນທັງ 2 ເບື້ອງ. ແຕ່ສໍາລັບ ຢູ່ດ່ານ ວຽງຈັນ ໜອງຄາຍ ເຈົ້າໜ້າທີ່ ນະຄອນຫລວງ ວຽງຈັນ ທ່ານນຶ່ງເວົ້າວ່າ ບໍ່ມີ ການເກັບເງິນ ຄືແນວນັ້ນ ແລະ ເຖິງວ່າມີ ກໍຈະມີ ໃບຮັບໃຫ້:

"ບໍ່ແມ່ນນະຄອນຫລວງ ເຮົາບໍ່ສາມາດ ທີ່ຈະເວົ້າວ່າ ຜິດຫລືຖືກໄດ້ ເພາະວ່າເຮົາ ກໍບໍ່ຮູ້ວ່າເຫດຜົລ ມັນແມ່ນອີ່ຫຍັງ ທີ່ໄປເກັບເງິນຫັ້ນນະ ແຕ່ວ່າ ນະຄອນຫລວງ ບໍ່ເຮັດ ສິ່ງທີ່ຈະຖືກ ຕ້ອງທີ່ສຸດ ໄດ້ເສັຽເງິນ ກໍຄວນທີ່ຈະ ແຈ້ງໃຫ້ ປະຊາຊົນ ຮູ້ວ່າ ເສັຽຍ້ອນອີ່ຫຍັງ ຫັ້ນນະ ມີເອກສານ ອ້າງອີງ ອັນນີ້ຄືສິ່ງ ທີ່ຖືກຕ້ອງ".

ປັດຈຸບັນ ດ່ານຊາຍແດນ ຫລາຍແຫ່ງໃນລາວ ຍັງບໍ່ມີບັນຫາ ເຣື່ອງການເກັບເງິນ ໂດຍທີ່ບໍ່ມີ ໃບຮັບໃຫ້ ແລະເກັບເງິນ ຄ່າຜ່ານດ່ານ ເຂົ້າລາວ ຫຼາຍກ່ວາທາງການ ກໍານົດ ຊຶ່ງໃນນັ້ນ ກໍມີດ່ານບໍ່ເຕັນ ແຂວງຫລວງນໍ້າທາ ແລະດ່ານວັງເຕົ່າ ນໍາດ້ວຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard