ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັລຍາເຈົ້າແຂວງວ່າບໍ່ ກ່ຽວເຣື້ອງໄມ້
Anonymous

Date:
ພັລຍາເຈົ້າແຂວງວ່າບໍ່ ກ່ຽວເຣື້ອງໄມ້
Permalink   
 


ພັລຍາເຈົ້າແຂວງວ່າບໍ່ ກ່ຽວເຣື້ອງໄມ້

image

 

ເຈົ້າໜ້າທີ່ກວດກາຣັຖບານຢູ່ພາກໃຕ້ ເວົ້າວ່າ ໄມ້ໃນຣົດ ຈຳນວນ 27 ຄັນ ທີ່ທ່ານ ບຸນທອງ ຈິດມະນີ ປະທານ ອົງການກວດກາ ຣັຖບານ ໄດ້ມີຄຳສັ່ງ ໃຫ້ຍຶດໄວ້ ໃນຕົ້ນເດືອນ ມິຖຸນາ ນັ້ນເປັນຂອງ ຍານາງ ແສງ ວິຍະເກດ, ພັລຍາຂອງ ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື. ປັດຈຸບັນ ເຈົ້າໜ້າທີ່ ກຳລັງສືບສວນ ສອບສວນຢູ່, ອີງຕາມ ການຢືນຢັນ ຂອງ ເຈົ້າໜ້າທີ່ກວດກາ ທ່ານນັ້ນ ທີ່ບໍ່ປະສົງ ອອກຊື່. ແຕ່ໃນເວລາດຽວກັນ ຍານາງ ແສງ ວິຍະເກດ ກໍໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ໃນເລື້ອງນີ້, ດັ່ງ ຍານາງ ກ່າວ ຕໍ່ເອເຊັຍ ເສຣີ ໃນວັນທີ 29 ມິຖຸນາ ວ່າ:

"ຂ້າພະເຈົ້າຂໍຢືນຢັນວ່າ ຈຳນວນໄມ້ ທີ່ຢຶດຫັ້ນນ່າ ຂ້າພະເຈົ້າ ບໍ່ມີສ່ວນກ່ຽວຂ້ອງ ມັນເປັນພຽງ ແຕ່ຂ່າວລື ແລະ ເປັນການໄສ່ຮ້າຍ ປ້າຍສີ ສະນັ້ນ ໃນເວລາ ທີ່ສຳພາດຢູ່ ປັດຈຸບັນນີ້ ຂ້າພະເຈົ້າ ເວົ້າກັບ ເອເຊັຍເສຣີ".

ແລະ ຍານາງ ຢືນຢັນວ່າ ທຸຣະກິດຂອງເພິ່ນ ບໍ່ກ່ຽວຂ້ອງ ກັບເລື້ອງໄມ້, ດັ່ງຍານາງກ່າວຕື່ມອີກວ່າ:

"ຂໍຕອບວ່າ ທັງໝົດ ມັນຄືຂໍ້ເທັດ ບໍ່ມີຄວາມຈິງ ມັນຄືຄວາມໃສ່ຮ້າຍປ້າຍສີ ຜູ້ໃດເວົ້າ ຫັ້ນນ່າ ກະແມ່ນໃຫ້ເອົາ ຫລັກຖານມາ ຖ້າວ່າ ຂ້າພະເຈົ້າ ມີສ່ວນຮ່ວມ ຫັ້ນນ່າ ເພາະ ຂ້າພະເຈົ້າ ດຳເນີນ ທຸຣະກິດ ມາບໍ່ມີເລື້ອງ ກ່ຽວກັບ ເລື້ອງໄມ້ນີ້".

ເພື່ອສອບຖາມຂໍ້ມູນເພີ້ມຕື່ມອີກ ໃນວັນດຽວກັນ ເອເຊັຍເສຣີ ກໍໄດ້ໂທຣະສັບໄປ ຫ້ອງວ່າການ ແຂວງອັດຕະປື ເພື່ອຂໍສຳພາດ ທ່ານ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື, ແຕ່ ເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ຕອບວ່າ ທ່ານ ນາມ ຄາປະຊຸມ.

ຈຳນວນໄມ້ 27 ຄັນລົດແມ່ນຖືກ ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ສັ່ງກັກໄວ້ຕັ້ງແຕ່ ເດືອນ ພຶສພາ ເພື່ອກວດກາ ເອກສານທຸກຢ່າງ ແລະ ພົບວ່າ ໄມ້ຈຳນວນ ດັ່ງກ່າວ ແມ່ນບໍ່ຖືກຕ້ອງ ຕາມກົດໝາຍ.

ທີ່ຜ່ານມາ ທ່ານ ເພັດ ພົມພິພັກ ຣັຖມົນຕຼີປະຈໍາ ສໍານັກງານ ນາຍົກຣັຖມົນຕຼີ ໄດ້ອອກແຈ້ງການ ສະບັບເລກທີ 729 ລົງ ວັນທີ 16 ພຶສພາ 2017 ໃຫ້ອົງການກວດກາ ຣັຖບານ ສົ່ງຄນະສະເພາະກິດ ລົງໄປສົມທົບກັບ ແຂວງອັດຕະປື ແລະ ພາກສ່ວນ ກ່ຽວຂ້ອງ ກວດກາຕົວຈິງ ບັນຫາ ການສົ່ງອອກໄມ້ ຢູ່ດ່ານພູເກືອ ແຂວງ ອັດຕະປື, ແລະ ຖ້າພົບວ່າ ບໍ່ຖືກຕ້ອງຕາມ ກົດໝາຍ ແມ່ນໃຫ້ຢຶດ.



__________________
Anonymous

Date:
Permalink   
 

19554377_460129797692260_48229133743966619510083_460130361025537_273305383923981

ເຈົ້າໜ້າທີ່ແຂວງອັດຕະປື ປະຕິບັດຄຳສັ່ງເລກທີ 15 ເຂັ້ມງວດ.
ຕາມການໃຫ້ຂໍ້ມູນຂອງ ຜູ້ຮັບຜິດຊອບສາຍກວດເຄື່ອນທີ່ ຄະນະແກ້ໄຂຄວາມບໍ່ສະຫງົບຊາຍແດນແຈ້ງໃຫ້ຮູ້ວ່າ ໃນວັນທີ 28 / 6 /2017 ໄດ້ມີພົນລະເມືອງດີແຈ້ງມາຍັງສາຍກວດວ່າ: ຈະມີການເຄື່ອນຍ້າຍໄມ້ຜິດກົດໝາຍ ຈາກເມືອງຊານໄຊ ຫາເມືອງໄຊເສດຖາ ດັ່ງນັ້ນຄະນະຮັບຜິດຊອບສາຍກວດ ຈື່ງໄດ້ແຕ່ງຕັ້ງ ວິຊາການສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວສະກັດເສັ້ນທາງດັ່ງກ່າວ ແລະມາຮອດເວລາ 21 ໂມງ 30ນາທີ ໄດ້ພົບເຫັນລົດເປົ້າໝາຍ ເຊິ່ງເປັນ ລົດຮຸນໄດ ສີຂາວ ທະບຽນ ກກ 3433 ແລ່ນມາຈາກ ເມືອງຊານໄຊ ມຸ້ງໜ້າໄປບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ທາງເຈົ້າໜ້າທີ່ຈື້ງໄດ້ສັ່ງຢຸດລົດຄັນດັ່ງກ່າວ ບໍລິເວນນາໂພນຕານ ແລະ ໄດ້ພ້ອມກັນກວດກາ ໂດຍພົບເຫັນຂອງກາງ ເປັນໄມ້ຕັບ ຄ້າຍຄືໄມ້ດູ ແລະ ໄມ້ປ່າດົງ ຈຳນວນປະມານ 2.000 kg (ບໍ່ມີເອກະສານ) ທາງເຈົ້າໜ້າທີ່ຈື່ງໄດ້ນຳເອົາລົດຄັນດັ່ງກ່າວພ້ອມໄມ້ ໄປໄວ້ທີ່ກອງກວດກາປ່າໄມ້ແຂວງ ພ້ອມທັງສ້າງບົດບັນທືກ ແລະ ຈະດຳເນີນຄະດີຕາມລະບຽກົດໝາຍ.



__________________
Anonymous

Date:
Permalink   
 

ຂແນງພາສີອາກອນ ຈະຖືກ ກວດກາ

image

 

ກະຊວງການເງິນ ສປປລາວ ໄດ້ຕິດຕາມກວດກາ ຂແນງການ ທີ່ສົງສັຍວ່າ ມີການສໍ້ຣາສບັງຫລວງ ເປັນຕົ້ນ ດ່ານພາສີ, ຫນ່ວຍງານ ກວດກາພາສີ ເຂົ້າອອກ ແລະຫ້ອງການ ຊ່ວຍສາອາກອນ ໃນທົ່ວປະເທດ.

ໃນຣະຍະເວລານື່ງປີ ຜ່ານມາ ປະຊາຊົນ ໄດ້ໂທຣະສັບ ສາຍດ່ານ 1519 ສເນີໃຫ້ ກະຊວງການເງິນ ລົງໄປກວດກາ ເຈົ້າຫນ້າທີ່ ພາສີ ອາກອນ ຕາມດ່ານຕ່າງໆ ທີ່ຮັ່ງມີ ຜິດ ປົກກະຕິ ອາດຈະມີການ ຮັບສີນບົນ ຫລື ສໍ້ຣາສບັງຫລວງ. ດັ່ງເຈົ້າຫນ້າທີ່ ກວດກາກະຊວງ ການເງີນ ທ່ານນຶ່ງ ເວົ້າວ່າ:

"ຄືວ່າຜ່ານມາມີແຕ່ ກວດກາ ບໍຣິຫານ ວິຊາການບໍ ລະຍະກ່ອນໆມາ ສອງປີ ປີກາຍ ປີນີ້ ຈຶ່ງໄດ້ລົງ ກວດກາຂແນງການ ເຮົາຢາກລົງ ກວດ ບັນດາການເງີນ ຫາຕົວເມືອງ ໄປເບີ່ງບັນດາ ການປະຕິບັດ ແຜນການ ລາຍຮັບລາຍຈ່າຍ ເພີ່ນໄດ້ແນວໃດ ໄດ້ທໍ່ໃດ ເວົ້າເຣື້ອງ ກວດສອບ ພະນັກງານ ແຮ່ງບໍ່ໄດ້ ງ່າຍໆແລ້ວ ກະຄືລົມສູ່ຟັງ ຂນາດ ວິສາຫະກິດ ຍັງບໍ່ໄດ້ກວດ ພະນັກງານ ພາສີ ພະນັກງານອາກອນ ແຮ່ງເປັນໄປ ໄດ້ຍາກ".

ທ່ານວ່າ ນອກຈາກການກວດກາແລ້ວ ເຈົ້າຫນ້າທີ່ ການເງິນຍັງໄດ້ ເຜີຍແຜ່ ຣະບຽບກົດຫມາຍ ກຳນົດຂໍ້ຫ້າມ 10 ຂໍ້ ເປັນຕົ້ນ ຫ້າມປອມ ແປງເອກສານ ຫ້າມຮັບສີນບົນ ແລະ ຫ້າມສໍ້ໂກງ ເງິນພາສີ ຂອງຣັຖໄປໃຊ້ ເປັນການສ່ວນຕົວ. ຂໍ້ຫ້າມດັ່ງກ່າວ ທັງຫມົດນີ້ ໄດ້ເຜີຍແຜ່ ໄປຮອດຂັ້ນເມືອງ ຂັ້ນແຂວງ ຜແນກຮັບຜິດຊອບ ກ່ຽວກັບການເງິນ ໃນ ທົ່ວປະເທດ.

ນອກຈາກນັ້ນ ຍັງໄດ້ຮຽກຮ້ອງໃຫ້ ພະນັກງານການເງີນ ແລະ ພາສີອາກອນ ແຈ້ງຊັບສິນ ລາຍໄດ້ ລາຍຈ່າຍ ຂອງຕົນອີກໃຫມ່ ເປັນເທື່ອ ທີສອງ ຖ້າຜູ້ໃດບໍ່ ປະຕິບັດ ຈະຖືກ ຕັກເຕືອນອົບຮົມ ທາງດ້ານວິນັຍ ແລະ ຖືກດຳເນີນຄະດີ ຕາມກົດຫມາຍ ເຈົ້າຫນ້າທີ່ກວດກາ ທ່ານ ນີ້ເວົ້າວ່າຜ່ານມາ ພະນັກງານພາສີ ແລະການເງີນຫລາຍຄົນ ຣະເມີດຂໍ້ຫ້າມ:

"ກະເກັບປົກກະຕິ ເກັບນອກຣະບົບ ເຂົາຫັ້ນແຫລະ ພວກອອກໄປ ເກັບເງິນຕ່າງຫາກ ກໍຫລາຍທົ່ວທີບ ຕົວຢ່າງຄື ຢູ່ດ່ານຈັ່ງຊີ້ ຄ່າທຳນຽມ ຄົນເຂົ້າເມືອງ ເຈົ້າຫນ້າທີ່ ຕົ້ມພາສີ ເກັບທໍ່ໃດ ເຂົ້າອອກ ກໍຍັງບໍ່ຖືກກັນ ຣະຫວ່າງ ຕມ ກັບພາສີ ແລະ ຈຳນວນ ພາຫານະ ເຂົ້າອອກ ຕົວຢ່າງ 1 ພັນຄົນ ພາສີ ພັດມີ 20-300 ຄັນ ຕົວເລກ ກະຍັງ ບໍ່ຕົງກັນ ມາເວົ້າຄົນ ເຂົ້າອອກ ແຮ່ງ ບໍ່ຕົງກັນອີກ".

ທ່ານວ່າ ການສໍ້ຣາສບັງຫລວງ ຂອງເຈົ້າຫນ້າທີ່ ພາສີ ເຂົາເຮັດກັນ ເປັນຂະບວນການ ເລີ້ມແຕ່ຂັ້ນເມືອງ ເຖິງຂັ້ນແຂວງ ທີ່ຜ່ານມາ ເຈົ້າ ຫນ້າທີ່ ການເງິນ ບໍ່ສາມາດ ກວດກາໄດ້ ຍ້ອນບໍ່ມີ ອຳນາດ ພຽງພໍ.



__________________
Anonymous

Date:
Permalink   
 

ບັນຫາຍາດແຍ່ງທີ່ດິນ ຢູ່ລາວ

image

 

ບັນຫາຄວາມຂັດແຍ່ງ ທາງດ້ານທີ່ດິນຣະຫວ່າງ ເຈົ້າຫນ້າທີ່ີ່ຣັດ ກັບ ປະຊາຊົນ ທ້ອງຖິ່ນ ຍັງເກີດຂຶ້ນ ໃນຫລາຍແຫ່ງໃນລາວ ເປັນຕົ້ນ ຊາວບ້ານ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຖືກອຳນາດ ການປົກຄອງບ້ານ ແລະ ພະນັກງານຣັດ ເຂົ້າມາຍຶດ ແລະ ລ້ອມຮົ້ວເອົາດິນນາ ແລະສວນ ຂອງພວກຂະເຈົ້າ ຊຶ່ງທາງ ເຈົ້າຫນ້າທີ່ເມືອງ ກໍບໍ່ສາມາດ ຊ່ອຍຫຍັງໄດ້ ເຖິງແມ່ນວ່າ ຊາວບ້ານ ມີ ຫລັກຖານ ການເສັຽພາສີ ທີ່ຖືກຕ້ອງກໍຕາມ. ດັ່ງເຈົ້າຂອງດິນ ກ່າວໃນວັນທີ 29 ມິຖຸນາ ວ່າ:

"ເຈົ້າຫນ້າທີ່ຣັດ ນາຍບ້ານນາຊ່ອງ ຕຳຣວດທະຫານ ກໍມີຫມົດທຸກຄົນນີ້ນະ ມາແຕ່ໃສບໍ່ຮູ້ ຢູ່ໆກໍຫອບຫລັກ ຫອບຣົດ ມາດຸດມາຖາງ ປັນກັນມີແຕ່ເບີ່ງເຂົາ ຮອບຮົ້ວປັນກັນ ຢູ່ນີ້ເດ ບໍ່ມີບ່ອນ ໄປເພິ່ງໄປຫາໃສ ໄປຫາເມືອງ ເຂົາກໍວ່າ ໄປຫາບ້ານ ໄຫຫາບ້ານ ກໍເລີຍວ່າ ເມືອງ,ກໍແລ້ວໄປ, ຫນັງສືຫນັງຫາ ກໍມີຢູ່ຫນັງສືນາ ເອົາໄປຫ້ອງການ ອັນນັ້ນອັນນີ້ ເຂົາກໍເອົາໄວ້ຢູ່ ເຂົາກໍບໍ່ວ່າຈັ່ງໃດ ມິດເລີຍບໍ່ມີຫຍັງ ມັນຈັ່ງໃດ ມັນກໍຈະເອົາ ດິນດອນ ກໍມັນວາງແຜນໄວ້ ແຕ່ດົນ".

ຊາວບ້ານຄົນນີ້ ກ່າວຕໍ່ໄປ ດິນຕອນນຶ່ງ ມີເນື້ອທີ່ປະມານ 3 ເຮັກຕາ ຫລືປະມານ 18 ໄຮ່ ຄັ້ງທຳອິດ ເປັນດິນຣັດ ແຕ່ລາວ ໄດ້ເຮັດນາ ໃນດິນຝຶນ ດັ່ງກ່າວ ມາເປັນເວລາ 20 ປີແລ້ວ ແລະທຸກໆປີ ກໍໄດ້ເສັຽພາສີ ທີ່ດິນມາຕຣອດ. ແຕ່ມາຮອດ ສອງປີກ່ອນ ເຈົ້າຫນ້າທີ່ຣັດ ກໍຍຶດໄປ ປະໄວ້ແຕ່ 2 ໄຮ່ ເພື່ອໃຫ້ ທຳມາຫາກິນ ທັ້ງໆທີ່ ດິນທີ່ຖືກຍຶດ ໄປນັ້ນ ກໍມີຜົລປູກ ຢ່າງຫລວງຫລາຍ ປາສຈາກ ຄ່າຊົດເຊີຍ.

ບັນຫາແບບດຽວກັນນີ້ ຍັງເກີດຂຶ້ນ ທີ່ເມືອງຍົມມະຣາດ ແຂວງຄຳມ່ວນ ເຈົ້າຫນ້າທີ່ ທ້ອງຖິ່ນ ໄປຍຶດເອົາດິນ ຊາວບ້ານ ເມື່ອຊາວບ້ານ ຮວມຕົວກັນ ໄປສອບຖາມ ກໍຖືກ ຕຳຣວດຈັບ ແລະ ຜູ້ທີ່ນຳພາ ຊາວບ້ານ ໄປສອບຖາມນັ້ນ ກໍຖືກຄຸກ ຮອດສາມປີ.

ທີ່ແຂວງຊຽງຂວາງ ກໍມີເຫດການດັ່ງກ່າວເກີດຂຶ້ນ ກັບຊາວບ້ານຊົນເຜົ່າທ້ອງຖິ່ນ ເຊັ່ນກັນ, ດັ່ງເຈົ້າຫນ້າທີ່ ແຂວງຊຽງຂວາງ ເວົ້າວ່າ:

"ເວົ້າລວມໆຂອງຊົນເຜົ່ານີ້ ຄົນຊັນເຜົ່ານີ້ ຈະຖືກເອົາປຽບຫລາຍ ໂດຍສະເພາະ ເຣື້ອງທີ່ດິນ ຖ້າໄລ່ເປັນເປີເຊັນ ຄົນສູນເສັຽ ທີ່ດິນ ກໍຄືຊົນເຜົ່າ ກໍມີເປີເຊັນຫລາຍ ທີ່ວ່າເສັຽ ທີີ່ດິນ ໃຫ້ກັບນາຍທຶນ ແລ້ວກໍທາງຣັດ ເຮົາຮູ້ຄົນຊົນເຜົ່າ ຫລາຍຄົນ ຂະເຈົ້ານ້ອຍໃຈ".

ກ່ຽວກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ອະທິບາຍວ່າ ຖ້າບໍ່ມີ ໃບຕາດີນ ຣັດສາມາດ ຍຶດໄດ້:

"ຄັນເຮົາບໍ່ມີໃບຕາດີນ ເຮົາກໍບໍມີສິດ ໃບຕາດິນນັ້ນໄປ ໃບເຮົາເປັນເຈົ້າຂອງທີ່ດິນໂຕນີ້ ເຮົາສາມາດເຮັດຫຍັງ ກັບມັນກໍໄດ້ ຖ້າຫາກບໍ່ມີ ແມ້ແຕ່ເປັນໃບນຳໃຊ້ ຖ້າເປັນໃບ ນຳໃຊ້ຣັດ ສາມາດເອົາດິນຄືນໄດ້ ທຸກເມື່ອ ໃນເວລາທີ່ຣັດ ມີຄວາມຕ້ອງການດິນ ຂະເຈົ້າກໍສາມາດ ເອົາຂອງເຮົາໄດ້ ເພາະເຮົາ ບໍ່ແມ່ນເຈົ້າຂອງ ແຕ່ມີສິດໃຊ້ມັນຊື່ໆ".

ວ່າງອາທິດຜ່ານມາ ກະຊວງຊັພຍາກອມທັມມະຊາດ ແລະສີ່ງແວດລ້ອມ ກໍໄດ້ອອກຄຳສັ່ງ ໃຫ້ຂັ້ນແຂວງ ຂັ້ນເມືອງ ແກ້ໄຂບັນຫາ ຄວາມຂັດແຍ່ງ ທາງດ້ານທີ່ດິນ ກັບຊາວບ້ານ ແບບເປັນທັມ ຍ້ອນບັນຫາ ດັ່ງກ່າວ ເປັນບັນຫາ ຫລໍ່ແຫລມ ທາງສັງຄົມ.



__________________
Anonymous

Date:
Permalink   
 

ພັລຍາເຈົ້າແຂວງວ່າ ບໍ່ຈັກ ບໍ່ຮູ້ ບໍ່ເຫັນ ....ຕາມສັນດານ ...555



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard