ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮອງປະທານປະເທດຊີ້ຂາດ! ຂັ້ນໃດເຮັດບໍ່ໄດ້ຕ້ອງຖືກປົດອອກຈາກຕຳແໜ່ງ!
Anonymous

Date:
ຮອງປະທານປະເທດຊີ້ຂາດ! ຂັ້ນໃດເຮັດບໍ່ໄດ້ຕ້ອງຖືກປົດອອກຈາກຕຳແໜ່ງ!
Permalink   
 


ຮອງປະທານປະເທດຊີ້ຂາດ! ການປາບປາມການສໍ້ລາດບັງຫຼວງ!

ຂັ້ນໃດເຮັດບໍ່ໄດ້ຕ້ອງຖືກປົດອອກຈາກຕຳແໜ່ງ!

18033457_1183216958456108_23673812824222

 

ລັດຖະບານ: ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ. ທ່ານພັນຄຳ ວິພາວັນ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ້ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນແລະທຸກວົງການທົ່ວສັງຄົມ ລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ.

ສະນັ້ນ ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດ ດ້ວຍນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານຂອງຕົນດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ: "ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ ຖ້າວ່າ ການສໍ້ລາດບັງຫລວງ ພະຍາດອາດຍາສິດ ເກີດຂຶ້ນຢູ່ບ່ອນໃດ ຫົວໜ້າບ່ອນນັ້ນຕ້ອງນຳພາແກ້ໄຂ ໃຫ້ມັນໄດ້ ແກ້ໄຂບໍ່ໄດ້ ສິໄດ້ພິຈາລະນາຫັນຜູ້ເປັນຫົວໜ້າວ່າກັນແນວນັ້ນເດ້ ເຈົ້າຢູ່ຫັ້ນ ເຈົ້ານຳພາ ເປັນຫຍັງບໍ່ແກ້ ຄັນວ່າເກີດເຮັດໂຄງການຜີຂຶ້ນມາ ເຮັດຢູ່ບ່ອນໃດ ກະແມ່ນເອົາຫົວໜ້າຫັ້ນຊະກ່ອນ ສິວ່າແນວນັ້ນເດ້ ນັບແຕ່ນີ້ຕໍ່ໄປ."



__________________


Guru

Status: Offline
Posts: 622
Date:
RE: ຮອງປະທານປະເທດຊີ້ຂາດ! ຂັ້ນໃດເຮັດບໍ່ໄດ້ຕ້ອງຖືກປົດອອກຈາກຕຳແໜ່ງ!
Permalink   
 


01A.jpg



Attachments
__________________
Anonymous

Date:
Permalink   
 

ເມື່ອເບິ່ງການບໍລິຫານໃນປະເທດລາວ ສິ່ງທີ່ຄົນທົ່ວໆ ໄປເຫັນກໍຄື

ມັນປຽບຄ້າຍເປັນລະບົບລະບາຍນ້ຳເນົ່າ ຊຶ່ງບໍ່ວ່າຈະໃຊ້ເວດມົນຄາຖາໃດມາໃຊ້

ມັນກໍຍັງຄົງສົ່ງກິ່ນເຫມັນອອກມາຢູ່ບໍ່ເລິກບໍ່ແລ້ວ 

ໃຜຈະເວົ້າຢ່າງໃດ ຈະອອກກົດຫມາຍມາຮ້ອຍພັນສະບັບຢ່າງໃດ ເພື່ອຢາກຈະດັບກິ່ນເນົ່າໆ ນັ້ນ

ມັນກໍແກ້ໄຂຫຍັງບໍ່ໄດ້ ເພາະມັນເປັນລະບົບເອື້ອອຳນວຍ ສິ່ງທີ່ໂສໂຄກເທົ່ານັ້ນ.

ຈະໃຫ້ມັນຫອມຫວນສວຍງາມ ດັ່ງມະໂນນຶກເຫມືອນຄວາມຝັນນັ້ນ ແມ່ນເປັນໄປບໍ່ໄດ້.....

ເຫມືອນເນື້ອ ງອກ ທີ່ເນົ່າເຫມັນຢູ່ທາງໃນຮ່າງກາຍ ພ້ອມທີ່ຈະແຕກໄດ້ທຸກເວລາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard