ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄຟໄຫມ້ ບໍ່ພໍ ສາມມື້ ມີໂຄງສ້າງອອກມາໃຫມ່
Anonymous

Date:
ໄຟໄຫມ້ ບໍ່ພໍ ສາມມື້ ມີໂຄງສ້າງອອກມາໃຫມ່
Permalink   
 


ໄຟໄຫມ້ຊັງຈຽງບໍ່ພໍ ສາມມື້ ມີໂຄງສ້າງອອກມາໃຫມ່ລະ ໂອ້ຍຍຍຍ ຄືຊີວາງແຜນຈູດໄວ້ຫລາຍເດືອນລະເນາະ ຄືກັນກັບຕະລາດທົ່ງຂັນຄຳອ້ອຍຕ້ອຍ ...ສະຫລຸບ ບ້ານເມືອງລາວເຮົາ ເງີນສັ່ງ ຕ້ອງວ່າແນວໃດ ຜູ່ປົກປ້ອງກົດຫມາຍກໍເອົາຕາມນັ້ນວ່າຊັ້ນເຖາະ ໂດຍບໍ່ຄຳຫນືງເຖີງຄວາມຖືກຕ້ອງເລີຍເນາະ...ຂ້າຄົນຕາຍບໍ່ມີຜີດ ຈູດຕືກຈູດຕະລາດໄຫລ່ຄົນຈົນບໍ່ມີໂທດ ນີ້ຫວະກົດຫມາຍປະເທດລາວເຮົາເຮັດໄດ້ຊ່ຳນີ້ຫວະ ຕໍ່ຜູ່ກະທຳຜິດ...ເງີນເທົ່ານັ້ນຫວະທີ່ຕ້ອງການ...ຄວາມຍຸຕີທຳ ຢູ່ໃສ ຕໍ່ປະຊາຊົນ ຄົນທຳມະດາ ຫາເຊົ້າກີນຄ່ຳ ... ນະໂຍບາຍແລະແຜນການຄອມມູຍນີດທິ່ແທ້ຈີງ ທີ່ຕໍ່ສູ້ກັນມາ ເພື່ອປະເທດຊາດ ເພື່ອປະຊາຊົນ ເອົາຊີວີດແຫລກ ຂອງຫລາຍໆຄົນ ມາຈົບລົງດ້ວຍອຳນາດເງີນ ມາຈົບລົງຍ້ອນເປັນອຳນາດຄົນຕ່າງຊາດ ເທົ່ານີ້ຫວະ ...ຫນ້າເສັຍດາຍຍຍຍ.

ແຜນຜັງໂຄງການກໍ່ສ້າງສູນການຄ້າສາກົນ ຊັ່ງຈ່ຽງ

1.jpg

ພາຍຫຼັງທີ່ທາງຫ້ອງວ່າການປົກຄອງນະຄອນຫລວງ ຖະແຫລງຂ່າວ ເຫດໄຟໄໜ້ ຕະຫຼາດຊັ່ງຈ່ຽງໃນຕອນແລງຂອງວັນທີ 18/07/2017 (ມື້ນີ້)  ເຊິ່ງຕາມມາບໍ່ເທົ່າໃດຊົ່ວໂມງກໍມີຮູບແຜນຜັງໂຄງການກໍ່ສ້າງສູນການຄ້າ ສາກົນຊັ່ງຈ່ຽງປະກົດຜ່ານສື່ອອນລາຍ ເຮັດໃຫ້ຫຼາຍຄົນຕັ້ງຄໍາຖາມ ແລະ ສະແດງຄວາມຄິດເຫັນໃນຫຼາກຫຼາຍແງ່ມູມ ທີ່ສໍາຄັນຮູບແຜນຜັງໂຄງການກໍ່ສ້າງນີ້ແມ່ນອາລັງການງານສ້າງ ແລະ ເບິ່ງທັນສະໄໝກວ່າເກົ່າ ແຕ່ຢ່າງໃດກໍຕາມ  ຂໍໃຫ້ລໍຄອຍຕິດຕາມການແຈ້ງການ ຫຼື ຖະແຫລງການອີກຄັ້ງຈາກພາກສ່ວນກ່ຽວຂ້ອງເພື່ອຄວາມຊັດເຈນ ແລະ ຖືກຕ້ອງ.2.jpg3.jpg

 



__________________
Anonymous

Date:
Permalink   
 

ບໍລິສັດດວງປະເສີດມາທັບມ້າງເຮືອນປະຊາຊົນ

20139852_669373563264645_66413286318777720046749_669373559931312_336127015959862

ຈົດໝາຍຮ້ອງທຸກຈາກ ປະຊາຊົນບ້ານ ພອນໄຊ ເມືອງແລະແຂວງຫລວງພະບາງເຖິງ ສະພາແຫ່ງຊາດ
ປຊຊົນຈຳນວນ 55ຄອບຄົວເປັນພະນັກງານບຳນານ ລັດໄດ້ມອບທີ່ດີນໃຫ້ຢູ່ຕັ້ງແຕ່ປີ2010 ມີເອກະສານການເສຍທີ່ດີນຄົບ ຕົກມາເຖິງປີ2011ບໍລິສັດດວງປະເສີດກໍ່ສ້າງໄດ້ເປັນເຈົ້າຂອງທີ່ດີນແລະມີໃບຕາດີນແຂບທອງ ແລ້ວມາທັບມ້າງເຮືອນປະຊາຊົນ ແຕ່ປະຊາຊົນບໍ່ຍອມຍ້າຍຍ້ອນບໍ່ມີຄ່າຊົດເຊີຍ ບໍ່ມີທີ່ຢູ່ຈັດສັນໃຫ້ໃໝ່ ດັ່ງນັ້ນໄດ້ຕໍ່ສູ້ຄະດີກັນໃນຊັ້ນສານແຕ່ກໍ່ບໍ່ເປັນຜົນແລະບໍ່ມີພາກສ່ວນໃດເຂົ້າມາຊ່ວຍ
ມາຮອດວັນທີ່15-7-2017ບໍລິສັດດວງປະເສີດໄດ້ໃຊ້ລົດຈົກ 5ຄັນ ພ້ອມພະນັກງານຊາວກ່ວາຄົນມາທັບມ້າງເຮືອນປະຊາຊົນ
ປະຊາຊົນແຊໄປຫາເພດນາຍຍົກກໍ່ບໍ່ໄດ້ຮັບການຊ່ວຍເຫືລອ ແລ້ວປະຊາຊົນຈະໄປເພິ່ງໃຜຂໍຖາມແດ່??
- ແລ້ວແມ່ນທ່ານໃດ ຈະຍື່ນມືມາຊ່ວຍ
- ອຳນາດຢູ່ກັບຜູ້ໃດ?
- ຫລືພາກລັດຈະໃຊ້ສອງມາດຕະຖານລະຫວ່າງນາຍທຶນ ກັບ ປະຊາຊົນ
ຂໍຮ້ອງໄປເຖິງທຸກພາກສ່ວນເຂົ້າມາແກ້ໄຂຊ່ວຍແດ່ ຊົ່ວຊິຫາເງີນມາກໍ່ສ້າງເຮືອນບໍ່ແມ່ນຂອງງ່າຍ ພໍມີເຮືອນຊົ້ນຫົວນອນແລ້ວພັດຖືກນາຍທຶນໜ້າເລືອດມາທັບມ້າງໄລ່ໜີ
ຂໍຄວາມຍຸຕິທຳໃຫ້ປະຊາຊົນບ້ານພອນໄຊແດ່ທ້ອນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard