ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແລ່ງຜະລິດແລະເຄື່ອງ ອັດຢາບ້າ ໃນລາວ
Anonymous

Date:
ແລ່ງຜະລິດແລະເຄື່ອງ ອັດຢາບ້າ ໃນລາວ
Permalink   
 


ບຸກກວດຄົ້ນບ່ອນຜະລິດ ພົບຂອງກາງ 2,3 ລ້ານກວ່າເມັດ

20621189_997266670377031_942574539396176%25E0%25B8%259A%25E0%25B8%25B1%25E0%25B8

 

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ກະຊວງ ປກສ ໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ເຂົ້າກວດຄົ້ນ ເປົ້າ ໝາຍຜະລິດຢາເສບຕິດຢູ່ບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ ແຂວງອຸດົມໄຊ ພົບ ເຫັນຂອງກາງລວມມີ: ເຄື່ອງອັດຢາບ້າ 3 ເຄື່ອງ ແລະ ຢາເສບຕິດຫຼາຍລາຍການ. ໃນນັ້ນ, ລວມມີຢາບ້າ 2.364.046 ກວ່າເມັດ ແລະ ເຄື່ອງຂອງກາງອີກຫຼາຍລາຍການ ລວມມີລົດ ໃຫຍ່ 5 ຄັນ, ເງິນບາດ 5 ລ້ານກວ່າບາດ, ເງິນໂດ ລາ 49 ພັນໂດລາ, ເງິນກີບ 240 ລ້ານ ກວ່າກີບ, ອາວຸດເສິກ ປະເພດປຶນ ສັ້ນ-ປືນຍາວຫຼາຍກະບອກ ພ້ອມ ທັງລູກປືນຫຼາຍ ຮ້ອຍລູກ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 8 ຄົນ ໄປສອບສວນຂະຫຍາຍຜົນຫາຜູ້ເປັນ ຫົວໂປ່ໂຕການ.

ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງອຸດົມໄຊ ເປີດເຜີຍໃນເບື້ອງ ຕົ້ນວ່າ: ພາຍຫຼັງໄດ້ ລາຍງານຈາກແຫຼ່ງຂ່າວວ່າ: ມີກຸ່ມຄົນຈໍານວນ ໜຶ່ງລັກລອບຜະລິດ ແລະ ຂາຍຢາເສບ ຕິດລາຍໃຫຍ່ຢູ່ 2 ຈຸດ ພາຍໃນ ເທດສະບານເມືອງໄຊ. ຈາກນັ້ນ, ຈຶ່ງປະສານກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຕິດຕາມພິສູດແຫຼ່ງຂ່າວ. ຜ່ານການຕິດຕາມຕົວຈິງ ຈຶ່ງສືບຮູ້ວ່າມີ ການເຄື່ອນໄຫວຜະລິດ ແລະ ຄ້າ-ຂາຍຢາເສບຕິດປະເພດຢາບ້າ ໂດຍມີ ການຕັ້ງຈຸດຜະ ລິດຢູ່ສອງຈຸດໃນເຂດບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ ທີ່ເປັນເຄືອຂາຍດຽວກັນ. ມາຮອດວັນທີ 28 ກໍລະກົດ 2017 ຈຶ່ງໄດ້ວາງແຜນນໍາກໍາລັງວິຊາສະເພາະເຂົ້າກວດຄົ້ນ ສະຖານທີ່ເປົ້າໝາຍຜະລິດຢາເສບຕິດດັ່ງກ່າວ.

ຈຳນວນ 3 ເຄື່ອງ; ໃນນັ້ນ, ເຄື່ອງອັດ ໃຫຍ່ 1 ເຄື່ອງ, ລູກອັດຢາບ້າຈຳນວນ 99 ລູກ, ຕູ້ອົບຢາບ້າ 2 ເຄື່ອງ, ຢາບ້າຈຳນວນ 1.182 ມັດກັບ 46 ເມັດ ເທົ່າກັບ 2.364.046 ເມັດ, ຢາຝິ່ນ 6,3 ກິໂລກຼາມ, ກັນຊາອັດແຫ້ງ 1 ແທ່ງ, ໜັກ 1 ກິໂລກຼາມ, ຖົງຢາງບັນຈຸຢາບ້າຈຳນວນ 5 ເປົາ, ໜັກ 86,8 ກິໂລກຼາມ, ແປ້ງຝຸ່ນສຳລັບຜະ ລິດຢາບ້າ 126,8 ກິໂລກຼາມ, ນໍ້າສີປະສົມໜັກ 69 ກິໂລກຼາມ, ເຈ້ຍປໍສາ 13 ກິໂລກຼາມ, ປືນຍາວ ຈຳນວນ 4 ກະບອກ, ປືນສັ້ນ 2 ກະບອກ, ລູກກະສຸນປືນຈຳນວນ 699 ລູກ, ລົດໃຫຍ່ 5 ຄັນ, ລົດຈັກ 3 ຄັນ, ເງິນກີບຈຳນວນ 241.200.000 ກີບ, ເງິນບາດຈຳນວນ 5.085.300 ບາດ ແລະ ເງິນໂດລາຈຳນວນ 49.410 ໂດລາ, ໃບຕາດິນ ຫຼາຍໃບ, ໜໍແຮດ, ງາຊ້າງ ແລະ ເຄື່ອງອື່ນໆອີກຕໍານວນໜຶ່ງ. ນອກຈາກນີ້, ຍັງສາມາດຈັບຜູ້ຖືກຫາໄດ້ທັງ ໝົດ 8 ຄົນ ຄື: ທ້າວ ວື ແຊເລົາ ອາຍຸ 38 ປີ, ທ້າວ ເລົາທໍ່ ແຊລີ ອາຍຸ 47 ປີ ທັງສອງຢູ່ບ້ານ ໄທສາມັກຄີ ເມືອງວຽງແກ່ນ ແຂວງຊຽງຮາຍ ປະເທດໄທ, ທ້າວ ຈົງເຮີ ອາຍຸ 16 ປີ, ນາງ ໄມ່ຮົວ ອາຍຸ 19 ປີ ຢູ່ບ້ານຊົງຈ່າ, ທ້າວ ເທ້ ອາຍຸ 16 ປີ, ນາງ ເຮີ ອາຍຸ 16 ປີ ຢູ່ບ້ານຫ້ວຍ ຍິນ ເມືອງນໍ້າບາກ ແຂວງຫຼວງພະບາງ, ນາງ ຄຳຮັກ ອາຍຸ 30 ປີ ຢູ່ບ້ານພູຂຽວ ແລະ ທ້າວ ລາວ ຮາລີ ອາຍຸ 50 ປີ ຢູ່ບ້ານຫຼັກ 44 ເມືອງໄຊ ແຂວງອຸດົມໄຊ.

ປັດຈຸບັນຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງດຳເນີນ ການສືບສວນ-ສອບ ສວນ ເພື່ອຂະຫຍາຍຜົນຫາກຸ່ມແກ໋ງ, ຄູ່ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບ ກົດໝາຍຕໍ່ໄປ.



__________________
Anonymous

Date:
Permalink   
 

ໄປຫາຈັບແຕ່ເດັກນ້ອຍ ຄຸມເຄື່ອງປາຍແຖວ ຜູ້ບົ່ງການໃຫ່ຍແທ້ໆ ພັດບໍ່ພາກັນຈັບ

10616714_495094900627830_5964775028791811782031_495094867294500_854266489632159710615630_493578090779511_50734345598765610307380_493578234112830_151599175741524



__________________


Guru

Status: Offline
Posts: 622
Date:
Permalink   
 

05A.jpg07.jpg08.jpg20525725_1739366363033262_8308568932026620621160_1739366366366595_7918602236100120597377_1739366383033260_63083631106814



Attachments
__________________
Anonymous

Date:
Permalink   
 

Y%2B%25283%2529.jpg

ຮັບເອົາເງິນນຳອົງການສາກົນແລ້ວກໍ່ຕ້ອງທຳການປາບປາມເອົາຜົນງານ ຈັບສ້ອຍ ກຸມຊິວໄປຊັ້ນລະ
ພໍ່ຄ້າລາຍໃຫຍ່ ຜູ້ຜະຫລິດທີ່ແທ້ຈິງນັ້ນບໍ່ມີທາງຈັບໄດ້ເພາະມີຂັ້ນເທິງຢູ່ເບື້ອງຫລັງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard