ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ທີ່ປະຊາຊົນລາວໄດ້ຮັບ
Anonymous

Date:
ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ທີ່ປະຊາຊົນລາວໄດ້ຮັບ
Permalink   
 


5682_n.jpg

ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ເປັນອີກປີໜຶ່ງທີ່ປະຊາຊົນລາວຫຼາຍລ້ານຄົນໄດ້ຈົບຫຼັກສູດປະລິນຍາທາງດ້ານການເງິນທີ່ບໍ່ມີສະຖາບັນໃດສອນ ນັ້ນກໍ່ຄືການລົງທຶນນ້ອຍໄດ້ກຳໄລຫຼາຍ ທິດສະດີນ້ຳເນົ່າຂອງບັນດານັກຕົ້ມຕຸນເອົາມາຫຼອກລວງໃຫ້ຂຸດເງິນໃນຄັງອອກໄປເທໃຫ້ເຂົາ.ເຊື່ອໝັ້ນວ່າບົດຮຽນທີ່ບັນດາບໍລິສັດລະດົມທຶນເຫຼົ່ານັ້ນນຳມາແຈກຈ່າຍ

ຈະໃຫ້ຂໍ້ຄິດຫຼາຍພໍສົມຄວນແກ່ປະຊາຊົນໄດ້ຈຳໄວ້ເປັນບົດຮຽນບອກລູກຫຼານຕໍ່ໆໄປ

3565_o.jpg

 ເງິນມາກມາຍມະຫາສານເຫຼົ່ານີ້ແມ່ນຂອງປະຊາຊົນທັງນັ້ນ, ເງິນຫາມາທັ້ງຊີວິດຂົນໄປໃຫ້ໂຈນ ຍາກທີ່ຈະໄດ້ຄືນ

ໄດ້ເບິ່ງຄຣິບການເຈລະຈາລະຫວ່າງປະທານບໍລິສັດພີເອັສກັບສະມາຊິກແລ້ວຮູ້ສຶກເຈັບໃຈແທນ “ບໍ່ໄດ້ໄປບັງຄັບໃຫ້ໃຜເອົາເງິນມາໃຫ້ ແຕ່ລະຄົນມາສຶກສາການຕະຫຼາດເຂົ້າໃຈແລ້ວພາກັນຊວນກັນມາຂຽນໃບສະໝັກຂໍຮ່ວມທຶນເອງ”

ນີ້ເປັນປະໂຫຍກໜຶ່ງຂອງນາງສຸກນາລີ ເທບສີເມືອງ ປະທານບໍລິສັດພີເອັສ ນອກຈາກນີ້ ທ້າວປໍເຮີ່ຜູ້ຄິດຄົ້ນແຜນການຕະຫຼາດຂອງບໍລິສັດພີເອັສເອງກໍ່ເວົ້າມາຕະຫຼອດວ່າ ເງິນເຈົ້າຢູ່ໃນກະເປົ໋າເຈົ້າຂ້ອຍບໍ່ໄດ້ໄປຂໍຮ້ອງ ຫຼື ລັກຈົກເອົາແຕ່ເຈົ້າພໍໃຈນຳມາຝາກເອງ ຊຶ່ງມັນກໍ່ເປັນຄວາມຈິງ ໂດຍສະເພາະປະຊາຊົນຕາດຳໆຜູ້ບໍ່ຮູ້ໃຕ້ຮູ້ເໜືອຢູ່ບ້ານນອກຄອກຂະແມ ໄດ້ຍິນແຕ່ວ່າໄດ້ດອກເບ້ຍສູງກໍ່ຫາເງິນທຸກທາງຂາຍດິນດອນຕ່ອນຫຍ້າ, ງົວຄວາຍ ຫຼື ແມ່ນແຕ່ກູ້ຢືມເງິນນຳທະນາຄານ, ສະຖາບັນການເງິນມາລົງເພື່ອກິນດອກເບ້ຍ ສຸດທ້າຍຄວາມທຸກກໍ່ຕົກຢູ່ກັບໂຕເອງ ຍ້ອນຄວາມຢາກໄດ້ຫຼາຍຄິດງ່າຍມັກງ່າຍກິນງ່າຍ.

ທີ່ໜ້າເສົ້າໄປກວ່ານັ້ນຄືການບອກຕໍ່ກັນລະຫວ່າງຍາດຕິພີ່ນ້ອງເພື່ອຝຸງຮູ້ຂ່າວແລ້ວພາກັນເອົາເງິນມາຝາກບາດໄດ້ເງິນ ກໍ່ພາກັນຍີ້ມດີມີຄວາມສຸກ ແຕ່ເມື່ອບໍລິສັດລົ້ມລະລາຍໂດຍທີ່ບໍ່ທັນໄດ້ຫຍັງ ທວງຖາມບໍ່ມີໃຜຮັບຜິດຊອບ ຄວາມສຳພັນພີ່ນ້ອງ ຄົນຮັກແພງກໍ່ເພພັງລົງ, ປະຈຸບັນມີຈຳນວນຫຼວງຫຼາຍພວມຜະເຊີນບັນຫາເຫຼົ່ານີ້, (ທີມງານລາວໂຮມລາວ)ບໍ່ໄດ້ຊ້ຳເຕີມຜູ້ເສຍຫາຍ ແຕ່ຢາກໃຫ້ເກັບເອົາເລື່ອງລາວທັງໝົດໄປເປັນຂໍ້ຄິດເປັນບົດຮຽນຕາບຊົ່ວລູກຊົ່ວຫຼານວ່າ “ບໍ່ມີຫຍັງໄດ້ມາໂດຍງ່າຍ”

 

 

 

 

 

 



__________________
Anonymous

Date:
RE: ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ທີ່ປະຊາຊົນລາວໄດ້ຮັບ
Permalink   
 


ຣັຖບານ-ຜູ້ຕາງໜ້າລູກຄ້າ ບໍຣິຫານ ພີເອັສ

image

 

ຫລັງຈາກ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ປະທານ ບໍຣິສັດພີເອັສ ແລະ ສະມາຊິກອີກ 7 ຄົນ ຖືກຈັບເຂົ້າຄຸກ ໂພນທັນ, ຄະນະສະເພາະກິດຣັຖບານ ແລະ ຜູ້ຕາງໜ້າ ປະຊາຊົນ ທີ່ເປັນລູກຄ້າ ບໍຣິສັດພີເອັສ ໄດ້ຕົກລົງກັນ ບໍຣິຫານ ບໍຣິສັດພີເອສ ຕໍ່ໄປ.

ຄະນະສະເພາະກິດຣັຖບານລວມມີ ທະນາຄານແຫ່ງ ສປປລາວ, ເຈົ້າໜ້າທີີ່ ຂັ້ນສູງຈາກ  ຫ້ອງວ່າການ ນະຄອນຫລວງວຽງຈັນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຈາກພາກສ່ວນຕ່າງໆ ໄດ້ປະຊຸມ ກັບປະຊາຊົນ ເພື່ອຜ່ານບົດບັນທຶກ ໃນວັນທີ 12 ກັນຍາ ຢູ່ຫ້ອງການໃຫຍ່ບໍຣິສັດ ພີເອັສ ຕັ້ງຢູ່ ບ້ານປາກຊາບໃໝ່ ເມືອງໄຊທານີ.

ໃນບົດບັນທຶກໄດ້ລະບຸວ່າ ປະທານ ບໍຣິສັດພີເອັສ ຍອມຈ່າຍເງິນຄືນໃຫ້ ປະຊາຊົນ ແລະ ໃຫ້ຄະນະ ສະເພາະກິດ ແລະ ຕົວແທນຂອງ ປະຊາຊົນເປັນຜູ້ຄວບຄຸມ ບໍຣິສັດ, ດັ່ງເຈົ້າໜ້າທີ່ ຫົວໜ້າຫ້ອງວ່າການ ນະຄອນຫລວງວຽງຈັນ ໄດ້ກ່າວ ໃນວັນທີ 12 ກັນຍາ ວ່າ:

"ຍອມຮັບເອົາຂໍ້ສະເໜີ ຂອງປະຊາຊົນ ຄື ຈະສືບຕໍ່ສົ່ງເງິນຄືນ ໝາຍຄວາມວ່າ ໃຊ້ໜີ້ແກ່ພໍ່ແມ່ ປະຊາຊົນ ທັງໝົດ ແລະ ມອບຊັບສິນ ຂອງບໍຣິສັດ ພີເອສ ທັງໝົດ ຫລື ພິສູດວ່າ ເປັນຂອງ ບໍຣິສັດພີເອັສ ທັງໝົດ ໃຫ້ຄະນະ ສະເພາະກິດ ຂອງຣັຖບານ ແລະ ຕົວແທນ ຂອງປະຊາຊົນ ທີ່ເປັນເຈົ້າໜີ້ ແລະ ເປັນຜູ້ກວດກາ ແລະ ອຳນວຍຄວບຄຸມ ກິຈການ ບໍຣິສັດພີເອັສ".

ນອກຈາກນີ້ ລູກຄ້າທີ່ເປັນຕົວແທນ ຂອງບໍຣິສັດພີເອັສ ເຫັນດີ ໃຫ້ກຳມະກອນຢູ່ໃນໂຮງງານ ນັ້ນສືບຕໍ່ ທຳການຜລິດ ແລະ ໃຫ້ບໍຣິການ ຕາມປົກກະຕິດ ໂດຍຢູ່ພາຍໃຕ້ ການກວດກາ ແລະ ຄຸ້ມຄອງດູແລ ຂອງຄະນະສະເພາະກິດຣັຖບານ ແລະ ຕົວແທນປະຊາຊົນ ທີ່ເປັນ ເຈົ້າໜີ້ບໍຣິສັດ.

ກອງປະຊຸມເຫັນດີ ໃຫ້ປະຊາຊົນ ເລືອກຕົວແທນ ຂອງຕົນເອງປະມານ 10 ຄົນ ເຂົ້າມາດຳເນີນງານ ຮ່ວມກັບ ຄະນະສະເພາະກິດ ຂອງຣັຖບານ ຕໍ່ໄປ.

ຫລັງຈາກການຜ່ານບົດບັນທຶກແລ້ວ, ລູກຄ້າຄົນນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 12 ກັນຍາ ວ່າ: ກໍຈຳເປັນຕ້ອງມີການ ດຳເນີນການ ເພື່ອປະຄອງບໍຣິສັດໄປກ່ອນ ເພາະວ່າ ບັນຫາມັນເກີດຂຶ້ນແລ້ວ ກໍຕ້ອງຄ່ອຍແກ້ໄຂໄປ.

ການຈັບກຸ່ມປະທານບໍຣິສັດ ແລະ ຄະນະບໍຣິຫານຂອງບໍຣິສັດ ໃນຄັ້ງ ເປັນຍ້ອນວ່າ ປະຊາຊົນ ຈາກທົ່ວປະເທດປະມານ 2 ພັນ ຄົນມາ ຊຸມນຸມເພື່ອທວງເງິນ ຈາກບໍຣິສັດພີເອັສ ແຕ່ວັນທີ 11-12 ກັນຍາ.

ລາຍຊື່ ຜູ້ທີ່ຖືກຈັບ ໃນວັນທີ 12 ກັນຍາ ມີດັ່ງຕໍ່ໄປນີ້:

1.ນາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດພີເອັສ

2.ທ້າວ ປໍເຮີ ປະທານຮ່ວມ

3.ທ້າວ ສິງ ນ້ອງຊາຍ ຂອງ ນາງ ສຸກນາລີ

4.ທ້າວ ກີ້ ນ້ອງຊາຍ ຂອງ ນາງ ສຸກນາລີ

5.ທ້າວ ບຸນທຳ ລັດວິໄສ

6.ນາງ ຈັນສະໝອນ

7.ທ້າວ ໄຊຊົງ ທາດເມືອງ

8.ທ້າວ ໄຊຊົງ (ນ້ອຍ

9.ທ້າວ ແກ້ວ ສິງນະວົງ



__________________
Anonymous

Date:
Permalink   
 

ປໍເຮີບອກ PS ມີບັນຫາ ຍ້ອນປະຊາຊົນລາວດ້ອຍການສຶກສາ

  

Pslao - enterprises lao agriculture organic farm

   https://youtu.be/EccrKBgxS6M

ຍ້ອນສາຍເຫດໃດ ບໍລິສັດພີເອັສຈີ່ງບໍ່ສາມາດຈ່າຍຕົ້ນທຶນ ແລະ ເງິນປັນຜົນຄືນ

ພວກພັກລັດມັນຕ້ອງການ ຢຶດບໍຣິສັດ PS

 

 



__________________
Anonymous

Date:
ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ທີ່ປະຊາຊົນລາວໄດ້ຮັບ
Permalink   
 


21742831_492407414461980_502571271258418

 

ພວກມັນສ້າງພາບຫຼອກປະຊາຊົນ....ເສື້ອໂຕເກົ່າສີຂຽວມັນຍັງບໍ່ແກ້ຊ້ຳ......

ເປັນໄປບໍ່ໄດ້ທີ່ ປໍເຮີ ຈະຕິດຄຸກ ເພາະວ່າມີແຕ່ຂັ້ນເທີງຫນູນຫຼັງ ແລະມີຜົນປະໂຍດຮ່ວມກັນ

21731105_492319354470786_34178728242671221728150_492311074471614_44489557770468221740368_492310174471704_36188652916951621739966_492309557805099_20607453768067821728486_492308111138577_54621879838186021742809_492308507805204_78092914505424621728432_492307044472017_82565125224556321731257_492311691138219_581687245919889



__________________
Anonymous

Date:
RE: ປີນີ້ເປັນປີແຫ່ງຄວາມຮູ້ ແລະປະສົບການ ທີ່ປະຊາຊົນລາວໄດ້ຮັບ
Permalink   
 


ບັກປໍເຮີແລະອີ່ສຸກນາລີພາກັນເດີນທາງໄປເຖິງສິງຄະໂປແລ້ວເມື່ອສຸກແລ້ວອາທິດ

ທີ່ຜ່ານມານີ້. ທຸກຢ່າງເປັນແຜນການຂອງລັດຖະບານລາວຊ່ວຍນຳຕົວສອງ 18

ມົງກຸດໃຫ້ພົ້ນຈາກຕີນແລະກຳປັ້ນຂອງປະຊຊົນຜູ້ເສຍຫາຍທີ່ຈະຕະລຸມບອນະທືບ

ໃຫ້ຕາຍຄາຕີນ. ຖ້າຂ່າວນີ້ເປັນຄວາມຈິງແມ່ນລັດຖະບານລາວຫລືຜູ້ມີອຳນາດໃນ

ລາວມີອ່ຽວກັບການສໍ້ໂກງປະຊາຊົນນບໍລິສັດພີເສດດຍປະຕິເສດບໍ່ໄດ້ ຮູບເງົາຍັງບໍ່

ທັນຈົບ ພວກເຮົາມານັ່ງເບິ່ງນັ່ງຊົມກັນຕໍໄປວ່າຕອນຈົບຈະຈົບກັນແບບໃດ?

 



__________________
Anonymous

Date:
Permalink   
 

ເສຍໃຈນຳ, ຫວັງວ່າ ກົດໝາຍຈະໃຫ້ຄວາມເປັນທັມແກ່ປະຊາຊົນຜູ່ທີ່ເສຍຫາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard