ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານສປປລາວ ຈະອອກ ດໍາຣັດລົງທະບຽນ ໂທຣະສັບແລະອິນເຕິເນັດ
Anonymous

Date:
ຣັຖບານສປປລາວ ຈະອອກ ດໍາຣັດລົງທະບຽນ ໂທຣະສັບແລະອິນເຕິເນັດ
Permalink   
 


ດໍາຣັດລົງທະບຽນ ໂທຣະສັບ ອິນເຕິເນັດ

image

ຣັຖບານສປປລາວ ຈະອອກດຳຣັດໃໝ່ໃນປີໜ້າ ໃຫ້ຜູ້ທີ່ໃຊ້ໂທຣະສັບ ແລະ ອິນເຕີເນັດ ລົງທະບຽນ ເພື່ອຕິດຕາມ ກວດກາ ແລະລົງໂທດ ຜູ້ທີ່ຕິດຕໍ່ ພົວພັນກັນ ໃນສິ່ງທີ່ບໍ່ໄປ ຕາມແນວທາງ ນະໂຍບາຍ ຂອງພັກ ແລະການກະທຳ ຂອງຣັຖບານ.

ເມື່ອປີ 2015 ຣັຖບານລາວ ກໍໄດ້ອອກແຈ້ງການ ໃຫ້ຜູ້ໃຊ້ໂທຣະສັບ ລົງທະບຽນ ແລະປັຈຈຸບັນນີ້ ຣັຖບານກໍກຽມທີ່ຈະອອກດຳຣັດ ຕື່ມອີກ ໃຫ້ຜູ້ໃຊ້ໂທຣະສັບ ແລະອິນເຕິເນັດ ລົງທະບຽນເປັນແບບຟອມ ແລະໃຫ້ມີການຢັ້ງຢືນ ຈາກອຳນາດ ການປົກຄອງຂັ້ນບ້ານ. ດັ່ງເຈົ້າໜ້າທີ່ ຫ້ອງການ ໂທຣະຄົມລາວ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

“ຄືປີໜ້ານີ້ເບາະ ເພິ່ນກຳລັງກະກຽມ ກະເພື່ອຢາກໃຫ້ມັນເປັນ ລະບົບລະບຽບ ຄືກັບຫຼາຍປະເທດ ທີ່ເຂົາເຈົ້າເຮັດຜ່ານມາ ອີກຢ່າງນຶ່ງມັນກະ ສະດວກ ເວລາເຮົາ ກວດກາ ອີຫຍັງຕ່າງໆ”.

ແຕ່ຜູ້ທີ່ໃຊ້ໂທຣະສັບ ເວົ້າວ່າ ການລົງທະບຽນ ທີ່ວ່ານັ້ນ ຢ້ານມີຄວາມຫຍຸ້ງຍາກ ຜ່ານຫລາຍຂັ້ນຕອນ ແລະທັງວ່າ ຜູ້ໃຊ້ໂທຣະສັບ ແລະ ອິນເຕີເນັດ ຫລາຍຄົນ ມີຄວາມກັງວົນ ຢ້ານບໍ່ປອດໄພ ທາງການອາຈດັກຟັງ ການສົນທະນາ. ດັ່ງທີ່ຜູ້ທີ່ໃຊ້ ໂທຣະສັບທ່ານນຶ່ງ ໃນແຂວງ ພາກເໜືອ ໄດ້ກ່າວວ່າ:

"ຫວ່າງສາມປີຫລັງ ກະຄືວ່າໄດ້ລົງແລ້ວໜ່າ ອັນທະບຽນນີ້ ຄັນວ່າເພີ່ນຊິໃຫ້ລົງອີກ ແລະ ກະເຮັດຕາມແບບຟອມ ຢ້ານມັນຫຍຸ້ງຍາກ ເສັຽ ເວລາ ເພາະມັນໄດ້ໄປເຊັນ ຫຼາຍບ່ອນ ຫ່ວງເລື່ອງຄວາມປອດໄພ ເວລາເຮົາລົມກັນ ມັນບໍ່ມີ ຄວາມເປັນສ່ວນຕົວ”.

ຜູ້ໃຊ້ໂທຣະສັບ ແລະ ອິນເຕີເນັດ ອີກທ່ານນຶ່ງ ກໍເວົ້າວ່າ ທ່ານມີຄວາມກັງວົນ ແລະຢ້ານ ເຣຶ່ອງຄວາມບໍ່ເປັນ ສ່ວນຕົວ ຂອງຕົນເອງ. ດັ່ງ ທີ່ທ່ານເວົ້າວ່າ:

"ສຳຄັນກະເລື່ອງຂໍ້ມູນຕ່າງໆ ທີ່ເຮົາໃຊ້ ອີນເຕີເນັດ ຫລືວ່າເຮົາ ໂທຫາກັນ ຄວາມລັບບໍ ອີຫຍັງແບບນີ້ ໜ້າຢ້ານ ເພີ່ນດັກຟັງ ເວລາເຮົາ ລົມກັນ ມັນບໍ່ແຈບໃຈ ເວລາເຮົາລົມກັນ ຢ້ານມັນຜິດ”.

ແຕ່ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຈາກຫ້ອງການ ໂທຣະຄົມລາວ ທ່ານນັ້ນແລ້ວ ແມ່ນວ່າ ການທີ່ຣັຖບານ ຈະອອກດຳຣັດໃໝ່ ໃຫ້ຜູ້ໃຊ້ ໂທ ຣະສັບ ແລະ ອິນເຕີເນັດ ລົງທະບຽນນີ້ ກໍ່ເພື່ອຄວາມ ເປັນລະບຽບ ຮຽບຮ້ອຍ ໃນການຄຸ້ມຄອງ ການສື່ສານ ຕ່າງໆ ເພື່ອຄວາມ ປອດໄພ ຂອງປະເທດ.

 



__________________
Anonymous

Date:
RE: ດໍາຣັດລົງທະບຽນ ໂທຣະສັບ ອິນເຕິເນັດ
Permalink   
 


ໂຮງໝໍມະໂຫສົດຊີ້ແຈງບັນຫາທີ່ວ່າແພດໝໍບໍ່ໃສ່ໃຈຄົນເຈັບ!

2017-10-16_205728.jpg

 

ເມື່ອອາທິດກ່ອນນີ້ການບໍລິການ ຂອງແພດໝໍຢູ່ໂຮງໝໍມະໂຫສົດໄດ້ເກີດມີກະແສວິພາກວິຈານຢ່າງໜັກໃນສື່ສັງຄົມອອນລາຍ ພາຍຫຼັງທີ່ຍາດຜູ້ປ່ວຍລາຍໜຶ່ງໄດ້ລົງເຜີຍແຜ່ໃນເຟສບຸກສ່ວນຕົວທີ່ເນັ້ນເຖິງຄວາມບໍ່ເອົາໃຈໃສ່ຕໍ່ໜ້າທີ່ເບີ່ງແຍງຄົນເຈັບຂອງພະນັກງານພາຍໃນໂຮງໝໍດັ່ງກ່າວ

ໂດຍບອກວ່າຄົນເຈັບຈົນຈະຕາຍໝໍກໍບໍ່ມາເບີ່ງມາກວດ ໄປຮ້ອງແພດ 2-3 ຄັ້ງຈຶ່ງມາ ແລະແຍ່ຍ່ຽວແລ້ວບອກວ່າກັບບ້ານໄດ້ໂດຍບໍ່ຮູ້ຕົ້ນປາຍສາຍເຫດວ່າເປັນຫຍັງ ບຸນຊ່ວງເຮືອທ່າວັດຈັນແລ້ວຈຶ່ງມາໃໝ່ ອັນເປັນ ເຫດເຮັດໃຫ້ຍາດຂອງຜູ້ກ່ຽວເຖິງແກ່ຄວາມຕາຍໃນຕໍ່ມາ.

ແນວໃດກໍດີ ຕໍ່ກັບຫາງສຽງວິພາກວິ ຈານດັ່ງກ່າວນີ້ ທີມງານນັກຂ່າວ ກໍໄດ້ມີຄວາມພະຍາຍາມ ຕິດຕໍ່ພົວພົວຫາໂຮງໝໍມະຫາສົດເພື່ອສືບ ຮູ້ເນື້ອແທ້ຂອງຂ່າວວ່າມີເກີດຂຶ້ນແທ້ ຫຼື ປອມແນວໃດ ແລະກໍໄດ້ການຕອບຮັບ ຈາກທ່ານ ສຈ ດຣ ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະທ່ານ ດຣ ບົວສອນ ບຸນຕາ ຫົວໜ້າ ພະແນກສຸກເສີນຂອງໂຮງໝໍດຽວກັນ ຊຶ່ງ ທ່ານທັງສອງໄດ້ຊີ້ແຈງໃຫ້ຮູ້ເມື່ອທ້າຍ ອາທິດແລ້ວນີ້ຮູ້ວ່າ:

ໂຮງໝໍມະໂຫສົດຖື ວ່າເປັນໂຮງໝໍໃຫຍ່ແຫ່ງໜຶ່ງທີ່ມີອາຍຸເກົ່າແກ່ທີ່ສຸດຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍເປີດໃຫ້ບໍລິການປະຊາຊົນບັນດາເຜົ່າດ້ານສາທາລະນະສຸກມາ ເປັນເວລາຫຼາຍກວ່າ 90 ປີແລ້ວ ສຳລັບເລື່ອງລາວຂອງສັງຄົມໃນປະຈຸບັນກຳ ລັງວິພາກວິຈານວ່າ:

ແພດໝໍໂຮງໜໍມະໂຫສົດບໍ່ເອົາໃຈໃນດ້ານການປິນປົວຄົນເຈັບນັ້ນ ໂດຍສະເພາະເມື່ອບ່ໍດົນມານີ້ມີຜູ້ໃຊ້ເຟສບຸກລາຍໜຶ່ງລະບຸວ່າ ຄົນເຈັບຈົນຈະຕາຍໄປໂຮງໝໍມະໂຫສົົດໝໍບໍ່ມາເບີ່ງບໍ່ມາກວດໄປຮ້ອງ 2-3 ເທື່ອ ຈຶ່ງມາ ແລະແຍ່ທໍ່ຍ່ຽວລະບອກໃຫ້ກັບບ້ານໄດ້ໂດຍບໍ່ຮູ້ກົກປາຍສາຍເຫດວ່າເປັນຫຍັງ ລະບອກວ່າບຸນ ຊວ່ງເຮືອທ່າວັດຈັນແລ້ວຈຶ່ງມາໃໝ່ ນັ້ນແມ່ນບໍ່ມີມູນຄວາມເປັນຈິງຕາມບຸກຄົນດັ່ງກ່າວກ່າວອ້າງແຕ່ປະການໃດ.

22310647_1307282796048872_33602393983805

 

ທັງນີ້ທ່ານທັງສອງກ່າວຢືນຢັນຄວາມຈິງມີຢູ່ວ່າ: ຄົນເຈັບໄດ້ເຂົ້າມາຮັບການປິນປົວໃນລະຫວ່າງວັນທີ 3 ຕຸລາ 2017 ນີ້ແມ່ນມີສອງຄົນທີ່ເຂົ້າຮັບການປິນປົວຈາກທ່ານໝໍຂອງພວກເຮົາວ່າຢ່ຽວບໍ່ອອກນັ້ນ ແຕ່ທ່ານໝໍກໍໄດ້ແຍ່ທໍ່ຢ່ຽວ ແລະໄດ້ກວດຢ່າງລະອຽດແລ້ວ ເຫັນວ່າ ອາການຂອງຜູ້ກ່ຽວບໍ່ໄດ້ຮ້າຍແຮງຈຶ່ງໃຫ້ຍາດຜູ້ປ່ວຍພາກັບບ້ານໄດ້ ແລະຕໍ່ມາ ຄືວັນທີ 6 ຕຸລາ 2017 ໄດ້ເຫັນໃນສື່ສັງ ຄົມອອນລາຍວ່າເສຍຊີວິດແລ້ວ ແຕ່ໄປເສຍຢູ່ໂຮງໝໍມິດຕະພາບ ສຳລັບເລື່ອງ ລາວຂອງຜູ້ຕາຍນັ້ນທາງໂຮງໝໍມະໂຫສົດຍັງຮູ້ບໍ່ກົົກປາຍສາຍເຫດວ່າຜູ້ກ່ຽວທີ່ຕາຍນັ້ນເປັນຄົນດຽວກັນກັບຄົນທີ່ມາ ປິນປົົວຢູ່ໂຮງໝໍມະໂຫສົດແທ້ ຫຼື ບໍ?

ຂະນະທີ່ຜ່ານມາທ່ານ ສຈ ດຣ ອຸ່ນຄຳ ພັນທະລີ ກ່າວວ່າ: ພະນັກງານພາຍ ໃນໂຮງໝໍແມ່ນໄດ້ຢຶດຖືຫຼັກການຄວາມ ເປັນແພດໝໍຢູ່ສະເໝີ ໂດຍປະຈຸບັນຢູ່ໂຮງໝໍແມ່ນມີຈຸດບໍລິການທາງດ້ານການ ກວດສຸຂະພາບໃຫ້ກັບປະຊາຊົນບັນດາ ເຜົ່າທົ່ວໆໄປທັງໝົດ 11 ຈຸດຕາມໂມງລັດຖະການສ່ວນສຸກເສີນແມ່ນເປີດຕະຫຼອດ 24 ຊົ່ວໂມງ ເພື່ອລໍໃຫ້ບໍລິການປະຊາຊົນ ທັງພາຍ ແລະຕ່າງປະເທດ ແຕ່ລະວັນຈະ ມີຄົນເຈັບເຂົ້າມາກວດສຸຂະພາບປະມານ 2 ຮ້ອຍກວ່າຄົນ ແລະສະເລ່ຍປີໜຶ່ງ ແມ່ນຈະມີຄົນເຈັບມານອນຢູ່ໂຮງໝໍປະມານ 28 ພັນຄົົນ ແຕ່ວ່າຕຽງນອນສຳລັບຄົນເຈັບຢູ່ໃນໂຮງໝໍທັງໝົດແມ່ນມີຢູ່ 450 ຕຽງ ສ່ວນທ່ານໝໍ ແລະແພດລວມກັນແລ້ວທັງໝົດແມ່ນມີປະມານ 5 ຮ້ອຍຄົົນ ດັ່ງນັ້ນ ຢາກໃຫ້ສັງຄົມເຂົ້າໃຈວ່າຖ້າສະເລ່ຍຄົນເຈັບກັບທ່ານໝໍ ແລະແພດແລ້ວແມ່ນບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການຂອງຄົມ ໃນນັ້ນແພດ ໝໍແມ່ນຈະຕ້ອງໄດ້ຜັດປ່ຽນກັນເວນຍາມ ແຕ່ລະວັນ.

ໃນຕໍ່ໜ້າກໍລະນີພະນັກງານແພດໝໍ ຄົນໃດຢູ່ໂຮງໝໍປະພຶດຕົນບໍ່ສຸພາບຮຽບ ຮ້ອຍ ແລະບໍ່ມີຄວາມຍຸຕິທຳຕໍ່ປະຊາຊົນ ຄົນເຈັບນັ້ນທ່ານ ສຈ ດຣ ອຸ່ນຄຳ ພັນ ທະລີ ບອກວ່າ ສາມາດຮ້ອງທຸກຜ່ານໂທ ລະສັບສາຍດ່ວນເຖິງຄະນະຮັບຜິດຊອບກ່ຽວກັບການຄວບຄຸມການປະພຶດໄດ້ ເປັນຕົ້ນແມ່ນຝ່າຍປະຊາສຳພັນ ແລະບໍລິຫານຍາມທີ່ໝາຍເລກໂທລະສັບ 021 214 024 ;ທ່ານ ດຣ ນາງ ອຸໄດວອນ ລັດຕະນະວົງ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ 020 5566 9358 ; ທ່ານນາງບຸນຫອມ ທອງວິລາວັນ ຫົວໜ້າພະແນກຈັດຕັ້ງພະນັກງານ 020 5670 9716; ທ່ານນາງ ອາພອນ ວິຊາເທບ ຮອງຜູ້ອຳນວຍການ 020 2220 4909 ; ທ່ານ ຮສ.ດຣ. ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ 020 5419 8830 ; ທ່ານ ສຈ.ດຣ. ດວງດາວ ສຸກອາລຸນ ຮອງຜູ້ອຳນວຍການ 020 55682621 ແລະໝາຍເລກ 020 56917887 ທ່ານ ຮສ.ດຣ. ບຸນທະພານີ ບຸນຊ່ວຍ ຜູ້ອຳນວຍການໂຮງໝໍ.



__________________
Anonymous

Date:
Permalink   
 

ໜໍພວກນີ້ ເຂົາຮູ້ຈັກແຕ່ ພາກັນຍ້ອງຍໍ {ລັດທິ} ເພາະພໍ່ເຂົາ ບັກໄກສອນ, ສອນມາແນວນັ້ນ

ປະຊາຊົນ ຊິເຈັບຊິຕາຍ ພວກມັນບໍ່ສົນ



__________________
Anonymous

Date:
Permalink   
 

ກໍລະນີ ທີ່ທ່ານ ສຈ ດຣ. ອຸ່ນຄຳ ພັນທະລີ, ຮອງອຳນວຍການໂຮງໝໍ ມະໂຫສົດ ທີ່ວ່າອອກມາຊີ້ແຈງ.....ອັນນີ້ ຂພຈ ວ່າ ບໍ່ແມ່ນການຊີ້ແຈງ ແຕ່ແມ່ນການອອກມາແກ້ໂຕແທນແພດ/ໝໍ ອອກມາປົກປ້ອງແພດ/ໝໍໃນສັງກັດຂອງຕົນແທ້ໆ.
.....ບາງຄຳຊີ້ແຈງຈາກ ຮອງອຳນວຍການໂຮງໝໍ....ເຊັ່ນ ພະນັກງານແພດ/ໝໍຢູ່ໂຮງໝໍ ແມ່ນໄດ້ຢຶດຖືຫຼັກການແພດ/ໝໍຢູ່ສະເໝີ....ແຕ່ຂໍ້ຄວາມຈາກຝ່າຍຄົນເຈັບ ບອກວ່າ ຄົນເຈັບເຈັບໜັກ (ຊິຕາຍ) ໄດ້ໄປເອີ້ນໝໍ 2-3 ເທືອຈຶ່ງມາເບິ່ງ ມາແຍ່ຍ່ຽວແລ້ວ ບອກໃຫ້ກັບບ້ານໄດ້ ແລະ ບອກວ່າແລ້ວບຸນຊ່ວງເຮືອແລ້ວຈຶ່ງມາໃໝ່...
ຄຳຊີ້ແຈງຂອງທ່ານໝໍ ກັບຂໍ້ມູນຈາກຝ່າຍຄົນເຈັບ ແມ່ນບໍ່ເຂົ້າກັນເລີຍ ກັບຈັນຍາບັນແພດ!!
ຂພຈ ຕັ້ງຂໍ້ສັງເກດວ່າ ທ່ານ ຮອງອຳນວຍການໂຮງໝໍ ຮັບຮູ້ເລື່ອງແລ້ວ ແລະ ບໍ່ໄດ້ຕັ້ງຄະນະກຳມະການສອບສວນຫາຄວາມຈິງ ພຽງແຕ່ເອີ້ນຫົວໜ້າພະແນກສຸກເສີນມາໃຫ້ຂໍ້ມູນ ແລະ ຕອບໄປຕາມນັ້ນ!! ແລ້ວທ່ານ ຄື ບໍ່ສອບສວນຫາຄວາມຈິງວ່າຕາມທີ່ສັງຄົມຟ້ອງ ຖ້າສອບສວນກາຮູ້ແລ້ວເດວ່າ ແພດ/ໝໍຜູ້ເບິ່ງແຍງຄົນເຈັບແມ່ນໄຜ ຊື່ຫຍັງ ແລະ ລາວເຮັດຕາມຄົນເຂົາເວົ້າແທ້ບໍ່???
ປຽບທຽບ: ຖ້າແມ່ນຢູ່ໄທ ຄົນເຈັບແຕ່ລະຄົນຈະມີແພດ/ໝໍປະຈຳໂຕຄົນເຈັບ ແລະ ເອົາໃຈໄສ່ຢ່າງໄກ້ຊິດ ໂດຍເນັ້ນຈັນຍາບັນແພດເປັນຫຼັກໃນການບໍລິການຄົນເຈັບ.
ແພດ/ໝໍຂອງໂຮງໝໍມະໂຫສົດ ເຮັດໃຫ້ຊື່ສຽງທີ່ເຄີຍໂດ່ງດັງໃນລະບອກເກົ່າ ຕ້ອງມາເສຍຊື່ສຽງໃນລະບອບໃໝ່ ຂໍບອກ ຂໍບອກວ່າ ໃນລະບອບເກົ່າ (ກ່ອນປີ 1975) ໂຮງໝໍມະໂຫສົດ ຄື ໂຮງໝໍໃຫຍ່ ທັນສະໄໝ ມີແພດ/ໝໍ ແລະ ຊ່ຽວຊານທີ່ເກັ່ງຫຼາຍ ຈົນຄົນໄທອຸດອນ ຂອນແກ່ນ ໜອງຄາຍ ຕ່າງກາຂວ້າມມາປິ່ນປົວຢູ່ນີ້!!!
ຂໍຝາກເຖິງນັກຂ່າວ ທີ່ເຮັດຂ່າວເລື່ອງນີ້ ທ່ານ ໄປສຳພາດທ່ານໝໍ ເອົາຂ້ມູນດິບໆມາຂຽນຕາມທີ່ໄດ້ງິນ-ໄດ້ຟັງມາ ຖືວ່າ ເປັນນັກຂ່າວສະໝັກຫຼິ້ນ ຖ້າເປັນນັກຂ່າວອາຊີບ ຕ້ອງໄປຂໍ້ມູນຂອງຄູ່ກໍລະນີຕື່ມ ເພື່ອຟັງຄຳຊີ້ແຈງຈາກເຂົາ ອັນນີ້ ເປັນການຟັງຄວາມຂ້າງດຽວ (ຝ່າຍໂຮງໝໍ) ຊີ້ແຈງ ໂດຍທີ່ບໍ່ໄດ້ຟັງຄຳຊີ້ແຈງຈາກອີກຝ່າຍເລີຍ ຂໍ້ມູນທີ່ໄດ້ກາຖືວ່າບໍ່ສົມບູນແບບ!

------------------------------------------------------------

ສົມພໍແລະພວກຄົນມີເງິນເຂົາຈື່ງພາກັນໄປໃຊ້ແຕ່ໂຮງໜໍຢູ່ໄທໝົດ.
ທີ່ໂຮງໝໍຢູ່ລາວທຸກມື້ນີ້ໄດ້ເງິນຄ່າປິ່ນປົວໄດ້ມາແຕ່ໃສ່.ຖ້າບໍ່ແມ່ນໄດ້ມານຳຜູ້ທຸກຜູ້ຢາກ.ຄົນມີເງິນນະເຂົ້າບໍ່ເຂົ່າດອກໂຮງໜໍຢູ່ລາວຫັນ.ເຂົາໄປໂຮງໝໍຢູ່ໄທໝົດ.ຍ້ອນຫຍັງ.ກໍ່ຍ້ອມໂຮງໝໍຢູ່ໄທເຂົາບໍລິການດີ.ເວົ້າຈາມ່ວນຫ
ຼູ.
ປານນັ້ນຫັນເຫັນຄອບຄົວຄົນເຈັບຄືຄົນບໍ່ມີເງິນແນ່ລະສະບັດໜ້າໃສ່ປານເຫັນຂໍຖານເອົາໂລດພວກແພດໜໍນີ້.ຖ້າບໍ່ມີຄົນເຫຼົ່ານີ້ໄປປິ່ນປົວນີ້ກູຖາມແນ່ສູສິມີເງິນເດືອນກິນບໍ່.ຖ້າບໍ່ມີລາຍຮັບຈາກຄົນທຸກຄົນຢາກທີ່ສູລັງກຽດ

-------------------------------------------------------------------

05A.jpg

 

ແຕ່ກອ່ນບໍ່ເຄີຍໄດ້ຍິນຢູ່ປະເທດລາວ
ມີຄົນ ຈົບສາສດາຈານ ແຕ່ດຽວນີ້ມີແລ້ວພີ່ນອ້ງ ແຕ່ຈັນຍາບັນຂອງເພິ່ນ
ນັ້ນຄອ່ຍໄປຄອ່ຍມາເດີໃຈດີກໍດີໃຈບໍ່ດີກໍຄືເວົ້າກັນນັ້ນລະ ອັນສາສດາຈານຂອງທ່ານເອົາມາຈາກປະເທດໃດນໍ ? ເອົາອາຍຸຂອງ ໂຮງຫມໍມາປຽບທຽບກັບສັນດານຄົນນັ້ນມັນບໍ້ແມ່ນ
ຄຳຕອບທີ່ຖືກຕອ້ງດອກ ອາດຍາ ສາສດາຈານ



Attachments
__________________
Anonymous

Date:
Permalink   
 

ຢ່າວ່າແຕ່ໂຮງໝໍມະໂຫສົດວຽງຈັນເລີຍ,ໂຮງໝໍແຂວງຈຳປາສັກກະຄືກັນ,ຂ້ອຍຖືກມາແລ້ວເມື່ອ3-4ປີກ່ອນນີ້ຂ້ອຍບໍສະບາຍແລະຕ້ອງໄປນອນໂຮງໝໍຂ້ອຍເຈັບທ້ອງຢ່າງຮຸນແຮງຈົນຕ້ອງນອນຫ້ອງICU ,ຕອນນອນຢູ່ຕຶກປິ່ນປົວພາຍໃນເບື້ອງຕົ້ນຂ້ອຍເຈັບຈົນເຮື່ອໄຄຄ້າວແຕກໄປຮ້ອງທ່ານໝໍມາເບິ່ງມີແຕ່ບອກວ່າຄາວນຶ່ງແຕ່ກະບໍ່ເຫັນ

ມາຈັກເທື່ອໄປຮ້ອງສາມສີ່ເທື່ອກະຍັງບໍ່ມາບາດຈົກເງິນໃຫ້ຟ້າວມາໄວປານຫຍັງທ່ານໜໍໝາຂ້ອຍນອນຢູ່ຕຶກພາຍໃນ3ຄືນ,ມື້ຄືນທີສອງຂ້ຍກະເຈັບໃນທ້ອງແຮງໄປຮ້ອງເພິ່ນອີກບອກວ່າຄາວນຶ່ງຍັງຄາທັງທີ່ນັ່ງເບີ່ງໂທລະທັດເສີຍເອື້ອຍຂ້ອຍບອກວ່າ

ໄປເບິ່ງນ້ອງຂ້ອຍແນ່ລາວເຈັບທ້ອງແຮງກະບອກຄື້ກົ່ສວ່າຄາວນຶ່ງອີກບາດໄປຮ້ອງຫຼາຍເທື່ຂຽນໜັງສືໄປຊື້ຢາມາສັກຊື້ຢາມາ

ໃຫ້ແລ້ວກະເສີຍບໍ່ມາສັກຈັກເທື່ອຈົນຕ້ອງໄດ້ເອົາເງິນໃຫ້ອີກຈິ່ງມາສັກຂ້ອຍຄິວ່ານີ້ແລະໝໍບໍ່ມີຈັນຍາບັນມື້ຕໍ່ຂ້ອຍເຈັບອີກຫຼັງ

ຈາກໄປເຮັດເອໂກມາບອກວ່າຕັບອັດເສບຮຸນແຮງແະກະກັບມານອນຫ້ອງຄືນທ່ານໝໍຮອດບໍ່ຍ່າງມາກວດມາຖາມອາການຊ້ຳ

ຕົກກາງຂ້ອຍເຈັບອີກໄປຮ້ອງບອກວ່າຄາ,ຄາຕາຍຫຍັງນັ່ງເບິ່ງໂທລະທັດເສີຍຢູ່ບາດພັດຮ້ອງຊຸດໃໝ່ເພິ່ນບອກວ່າອົດເອົາກ່ອນ

ພີ່ນ້ອງທ່ານເຈົ້າແຂວງມານອນໂຮງໝໍຍັງຄາຢູ່ຂ້ອບຄິດໃນໃຈວ່າຂ້ອບນີ້ກະຄົນເຈັບຄືກັນເປັນຫຍັງທ່ານໝໍຄືເລືອກປະຕິບັດ

ຈົນບໍ່ໄດ້ສັກຢາເກືອບສອງຊົ່ວໂມງມື້ອືນມາຍ້າຍຂ້ອຍໄປນອນຢູ່ຫ້ອ ງ ICU ກະຍັງບໍ່ເອົາໃຈໃສ່ຄືກັນສຸດທ້າຍຂ້ອຍຈິ່ງຂໍລາອອກໄປປົວຕໍ່ຢູ່ໂຮງໝສັບພະສິດມິດປະສົງເລີຍເພາະແພດແລະພະບາບານບ້ສນເຂົາເອົາໃຈໃສ່ເບິ່ງ

ແຍງດີ



__________________
Anonymous

Date:
Permalink   
 

ຂໍສະແດງຄວາມຄິດເຫັນໜ້ອຍ1ຢາກຮູ້ວ່າຈາຍາບັນຄວາມເປັນໝໍມັນເປັນຈັ່ງໃດຄືກໍລະນີຂອງຂ້ອຍຂ້ອຍປະສົບອຸດບັດເຫດລົດຕຳຖືວ່າໜັກ

ພໍສົມຄວນຄູ່ກໍລະນີຕາຍຄາສ່ວນຕົວ

ຂ້ອຍເອງກະໂຫຼກຫຍຸບໜ່ວຍກູຊີບໄດ້ປໍ້າຫົວໃຈແລ້ວເອົາຂ້ອຍໄປສົ່ງໂຮງໝໍ(ບໍ່ຂໍອອກຊື່)ຂ້ອຍຖືກຕຳປະມານ7ໂມງຫນ່ວຍກູຊີບໄປສົ່ງຮອດໂຮງໝໍປະມານ7ໂມງເຄິ່ງມີໝໍເອົາຕຽງອອກມາຮັບແຕ່ບໍ່ເອົາຂ້ອຍໄປປົວຊຸກໄປໄວ້ຂ້າງທາງເຂົ້າຈົນຮອດປະມານ9ໂມງແມ່ກັບອ້າຍຂ້ອຍມາຮອດຈຶ່ງເອົາຂ້ອຍເຂົ້າໄປປົວແລ້ວຍັງຖາມແມ່ຂ້ອຍວ່າລາວໃຊ້ບັດປະກັນສັງຄົມບໍ່ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງເມື່ອລົດກູຊີບ

ໄປຮອດບໍ່ຊຸກຂ້ອຍເຂົ້າໄປປົວກ່ອນຖ້າວ່າຂ້ອຍເລືອດຄ້າງໃນສະໝອງຂ້ອຍບໍ່ຕາຍຖິ້ມຊື່ໆຫວາທັງໆທີ່ຮອດມືໝໍແລ້ວຜົນສະແກນອອກມາ

ຫົວແຕກກະໂຫລກຫຍຸບຈາຍາບັນຄວາມເປັນຫມໍຢູ່ຢ້ານບໍ່ມີຍາດພີ່ນ້ອງຂ້ອຍມາຈ່າຍຄ່າຮັກສາບໍ່ຂ້ອຍກະບໍ່ເຂົ້າໃຈເກີດກັບໂຕຂ້ອຍຈິງໆເລື້ອງນີ້

22552502_706198332924110_81504460083190122310470_706198532924090_419011865103605



__________________
Anonymous

Date:
ຣັຖບານສປປລາວ ຈະອອກ ດໍາຣັດລົງທະບຽນ ໂທຣະສັບແລະອິນເຕິເນັດ
Permalink   
 


  

06.jpg



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard