ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຫ Maydom Chanthasinh ໂດນພັກລັດ ສປປລ ຕົວະໄຊ້.
Anonymous

Date:
ສຫ Maydom Chanthasinh ໂດນພັກລັດ ສປປລ ຕົວະໄຊ້.
Permalink   
 


22555249_186950505209552_40284288993035922555206_186951098542826_228979229949430

ເລື້ອງຈິງ: ນັກປັນຍາຊົນລາວ ຈາກຕ່າງປະເທດ ໂດນພັກລັດ ສປປລ ຕົວະໄຊ້.!!!

*** ສຫ. ໄມ້ດົມ ຈົນດາກປີ້ນ (Comrade. Maydom Chanthasinh)ກໍແມ່ນໜຶ່ງໃນຈໍານວນນັ້ນ. ແລະ ເປັນອະດີດນັກສຶກສາລາວຈາກປະເທດຝຣັ່ງເສດ ໃນຊຸມປີ 1977-1978 ທີ່ຖືກ ອາຫມາດທາດຮັບໄຊ້ແກວແດງ ທີ່ເປັນເຈົ້າເມືອງພວນ ທີ່ມີນາມໝາພະຍົດວ່າ ພະຍາ. ພູມີ ວົງວິຈິດ ຫລື ໃນກຸ່ມກ້ອນທີ່ເອີ້ນກັນ ຢູ່ວົງໃນການເຊື້ອແກວ-ແນວລາວມ້າງຊາດ ທີ່ມີການຂັດແຍ່ງວ່າ ສຫ. ພູມີ ອົງເສັຍຈິຕ ທີ່ຮັບໜ້າທີ່ເປັນກວານຈໍ້າ-ໝໍຜີລີ້ນທອງ ຖືກະບອງໄມ້ຄ້ອນເທົ້າບິນໄປສັບກະໂປກ-ເຄາະກະໂຫລກແລະສະກົດຈິຕ ໄຫ້ແນວຄິດ ໂຄຊະນາຊວນເຊື່ອ-ຊວນຊົ່ວ ຈົນຝັງຮາກເລິກເຖິງແກ່ນສານກະດູກດໍາຂອງ ທ່ານ ສະຫາຍ ດຣ/ປອ. ໄມ້ດົມ ຈົນດາກປີ້ນ (Maydom Chanthasinh)ແລະ ສະມັກພັກພວກໃນໝູ່ກູ່ມ ນັກຮຽນລາວ ໃນສະຖາບັນການສຶກສາທີ່ປະເທດຝຣັ່ງເສດ ໃຫ້ກັບຄືໄປເປັນຂີ້ຂ້າຮັບໃຊ້ລັດທິ ຄອມມຸຍນິສ. ດ້ວຍຄວາມຕົວະຍົວະ ໃນການໄຫ້ອໍານາດໃຕ້ໄຟຂຽວ-ມອດໄຟແດງ ຫຼື ຕໍາແໜ່ງສູງກ້າວຂຶ້ນສູ່ກາວົງເດືອນ-ກາດາວ ອັນເປັນລັດທິມະຫາອຸບາດ ຊາດຊົ່ວນາມໝາຈີ້ງຈອກປ່າແລ່ນເຂົ້າກວນເມືອງ ຊື່ງມີການປົກຄອງແຕກຕ່າງກັນຮາວຂອບຟ້າກັບເຫວເລິກ ເມື່ອມາປຽບທຽບໃສ່ຣະບົບ- ຣະບຽບການປົກຄອງຂອງປະເທດຝຣັ່ງເສດ.!!! ໃນເມື່ອວ່າກັບໄປຮອດປະເທດລາວ ກໍຮູ້ສຶກຕົວທີຫລັງວ່າໂດນຫລອກ ກໍສວາຍເກີນໄປເສັຍແລ້ວ ຈຶ່ງກາຍເປັນນັກປັນຍາສົນ ອົກຫັກ-ຫລັກລອຍ ຄອຍສຽບສຸບຕໍາແໜ່ງໜ້າທີ່ວ້າງ ກໍບໍ່ໄດ້ຈັກເທື່ອ 42 ປີ ຜ່ານມາກໍມີແຕ່ພວກຈິ້ງຈອກ ຂອງພັກລັດແລ່ນອອກຈາກຖໍ້າມືດແຊງຄິວ ຄາບເອົາແໜ່ງໄປຄອບຄອງເສັຍກ່ອນ.!!! ຈຶ່ງເຮັດໄຫ້ ທ່ານ. ສຫ ໄມ້ດົມ ຈົນດາກປີ້ນ (Maydom Chanthasinh) ເປັນນັກປະຕິວັດປາຍແຖວຕົກຫລົ່ນ ມາເຖິງເທົ່າທຸກວັນນີ້.!!! ດັ່ງນັ້ນ, ຈຶ່ງອອກມາຮຽກຮ້ອງ-ຟ້ອງທຸກຕໍ່ເພື່ອນໝູ່ຮ່ວມສະຖາບັນດຽວກັນວ່າ ເຮົາຫາຊັກຊວນເອົາຄົນຕ່າງປະເທດລົງທຶນເຂດ ພັດທະນາ ບາດໄດ້ເງິນໂຄງການ-ຂາຍງານ ເອົາເງິນເຂົ້າກະເປົ໋າ ຊໍ້າພັດແມ່ນພວກນັກປະຕິວັດ ອະວຸໂສຜູ້ຊົງຄຸນວຸທິ ລົ້ມຣະບອບເກົ່າ ເມັຍແກ່ລາກດຶງເປັນຜູ້ຈ່ອງຈໍານໍາ ຍັດເງິນເຂົ້າຖົງ ຈົນທ້ອງສວດພຸງຕື່ງ.!!! ສໍາລັບເຮົາບໍ່ໄດ້ອີຫຍັງ ທ່ານ. ປອ. ໄມ້ດົມ ຈັນທະສິນ ກ່າວວ່າ ໄດ້ແຕ່ຊື່ກັບໄປຮ່ວມກອງປະຊຸມ ທໍ່ນັ້ນ.!!! ນີ້ລະ.!!! ທີ່ມາ-ທີໄປຂອງນັກປັນຍາຊົນ ຫລື ປັນຍາສົນທີ່ຮູ້ເທົ່າບໍ່ເຖິງການ ແລະ ຮູ້ການບໍ່ເຖິງຖອງ.!!!!

ໂດຍ, ຖໍ້າ ຜາທີ.


__________________
Anonymous

Date:
Permalink   
 

ນັກຮຽນ ນັກສຶກສາ ປັນຍາຊົນເປັນກຸ່ມຄົນທີ່ມີແນວຄິດຊາດນິຍົມ

ຖືກລ້າງສະໝອງໄດ້ງ່າຍ, ເດີນຂະບວນໂຄ່ນລົ້ມຣັຖບານສຸວັນນະພູມາ

ກໍ່ແມ່ນພວກນັກຮຽນ ນັກສຶກສາ ປັນຍາຊົນ ເປັນເຈົ້າກີ້ເຈົ້າການ

ພວກກຳມະກອນ ຊາວໄຮ່ນາ ພໍ່ຄ້າຊາວຂາຍເປັນພຽງສ່ວນປະກອບຊື່ໆ

ຍົກເວັ້ນຫົວໜ້າ 3 ລໍ້ຖີບ(ຄຳຜຸຍ ແກ້ວບົວລະພາ)ຊຶ່ງເປັນນັກເຄື່ອນໄຫວ

ໃຕ້ດິນໂດຍມີບັກພັນຜີບ້າ ເພັດຊະຣາໜ້າມິນິດກະຕ່າຍ ເປັນຜູ່ປະສານງານ.

ນັກຮຽນລາວທີ່ໄປສຶກສາຢູ່ປະເທດຝະຣັ່ງເສດກໍ່ມີຫົວກ້າວໜ້າຫລາຍຄົນ

ໄດ້ຮັບໜ້າທີ່ຕຳແໜ່ງດີ ເປັນເຖິງຂັ້ນຣັຖມົນຕຣີກໍ່ມີ ເປັນຫົວໜ້າຜະແນກ

ກໍ່ຫລາຍ ຂຶ້ນກັບຜົນງານແລະເສັ້ນຂອງແຕ່ລະຄົນ.

ມີຈຳນວນນຶ່ງໄຫວທັນ ໄດ້ກິນບັ້ງຕົວະເຄິ່ງບັ້ງກໍ່ພາກັນເຕັ້ນຂ້າມຂອງແຕ່ພັດ

ລືມປົດໝາກແຕວແນວທີ5 ອອກຈາກແອວ !



__________________
Anonymous

Date:
Permalink   
 

22688729_187217458516190_45973307049206022728644_187217468516189_446503458977551

ເລື້ອງ, "ນາຍຄຣູເກເລເນຣະຄຸນຊາດ ກັບ ອາດີດນັກສຶກສາທີ່ຮັກຊາຕ."

***ໃນອາທິດນີ້, ກໍເປັນເດືອນທີ່ອາດີດນັກສຶກສາທີ່ຮັກຊາຕ (ດຣ. ສີໃສ ຈັນທະວີໄຊ Dr. Sysay Chanthavixay)ປຣາດຖະຫນາຢາກເຫັນລາວປົກຄອງລາວ ໂດຍແທ້ຈິງ, ແລະ ບໍ່ຍອມກັບໄປກົ້ມຫົວຮັບໄຊ້ພວກກືກປັນຍາຜະເດັດການພັກລັດ ສປປລ. ໃນອາທິດນີ້ກໍໄດ້ມາປະສົບ-ພົບພໍ້ ທາງໂລກສັງຄົມ ອອນໄລນ໌ ກັບອາດີດນາຍຄຣູທີ່ເນຣະຄຸນຊາຕ ທໍຣະຍົດຕໍ່ຜືນ ແຜ່ນດິນເກີດ ກໍຄື (ສຫ. ປ/ອ ໄມ້ດົມ ຈົນທະສິນ Comrade. Maydom Chanthasinh) ທີ່ອວດອ້າງສັບພະຄຸນຂອງຕົວເອງວ່າ ເປັນຜູ້ມີອຸດົມການຫົວພັດທະນາຊາຕ ແຕ່ແທ້ຈິງແລ້ວ ກໍແມ່ນຜູ້ຂັດສົນ-ຈົນປັນຍານີ້ເອງ. ທີ່ເສັຍສະຕິ-ເສັຍໂອກາດໂດນຫລອກລວງ ຕົວະຍົວະລໍ້ໄຊ້ຈາກນັກປະຕິວັດຖໍ້າມືດ ເມືອງໄວຽງໄຊ ຈົບມະຫາວິທະຍາໄລ ຫ້ວຍບັງເຍາະ.
ແລ້ວເປັນຫຍັງ.??? ຈຶ່ງໄຫ້ພວກນັ້ນເອົາທິດສະດີ ແອບອ້າງນາມປະທໍາ ທີ່ບໍ່ມີຮູບປະທໍາ ດ້ວຍພູມປັນຍາຂອງຕົວເອງ ມາຕົວະໄຊ້ຄົນທີ່ໄປໄດ້ຮໍ່າ-ໄດ້ຮຽນເຖິງປະເທດນອກ.!!!

***ເພື່ອກັບໄປຫລົງຄາລົມໄຫ້ຮ່ວມຫົວກັບ ພວກກືກຄວາມຄິດທາງປັນຍາ ຂາຍຊາດ-ປຸ້ນແຜ່ນດິນ.!!! ຢູ່ໃນຄວາມໄຝ່ຝັນຂອງ (ສຫ. ປ/ອ ໄມ້ດົມ ຈັນທະສິນ Comrade. Maydom Chanthsinh) ຄິດວ່າຮຽນຈົບໄປແລ້ວຈະໄດ້ ຢູ່ສູງກວ່າຂັ້ນເທິງຂອງພັກ ໃນຄະນະ ກໍາມະການທີ່ປຶກສາ ກົມການເມືອງສູນກາງພັກ ຈຶ່ງອອກຮ້ອນວິຊາ ແລ່ນຂິຶ້ນເໜືອ-ລ່ອງໃຕ້ ເພື່ອໄຫ້ພັກລັດເຫັນຜົລງານ ແລະ ຄວາມສໍາຄັນ ແຕ່ມັນກໍກົງກັນຂ້າມ ແລະ ມັນກໍໜ້າສົມເພດຫລາຍທີ່ສຸດກວ່າ 42ປີ ໄດ້ແຕ່ເດີນສາຍແລ້ວກໍກັບມານັ່ງເປັນເຜດເຝົ້າ ຢູ່ບ່ອນເກົ່າ-ທີ່ເດີມ. ເພາະໃນສິ່ງທີ່ {ສຫ.ປ/ອ ໄມ້ດົມ ຈັນທະສິນ Comrade. Maydom Chanthasinh} ໄດ້ຮຽນໄປມັນກໍເປັນພຽງພື້ນຖານເສດຖະກິຈ ແນວຄິດເ ສດຕະສາດ ແລະ ຣັຖສາຕ ບໍຣິຫານ ແຕ່ທາງການພັກລັດ ສປປລ ບໍ່ຕ້ອງການໄຫ້ເປັນຜູ້ນໍາກໍາລວມຈຶ່ງເປັນພຽງໄດ້ ກໍນັກປັນຍາສົນ ຄົນເລື້ອນລອຍຄອຍຕໍາແໜ່ງຈົນລໍເກີ້.!!!

**** ສໍາລັບອະດີດນັກສຶກສາ ຮຽນຈົບແລ້ວກໍຕື່ນຕົວບໍ່ຍອມກົ້ມຫົວ ໄຫ້ພັກລັດສວຍໄຊ້ກໍຄື (ດຣ. ສີໃສ ຈັນທະວີໄຊ Dr.sysay Chanthavixay) ທີ່ໄດ້ຮັບບົດຮຽນຖ່າຍທອດອອກຈາກທິດສະດີ ມາຄສ໌ ເລນິນ ມາແບບຮ້ອນໆ-ສົດໆ ແລະ ໝາດໆ ຊຶ່ງໄດ້ຮຽນຮູ້ເຖິງຣົດຊາດຂອງຣະບົບແຫກຕາລວງໂລກ ຄົມມຸຍນິສ ທີ່ບັງຄັບໄຫ້ ປຊຊ ຄົນໃນຊາຕຕ້ອງອອກແຮງງານລວມໝູ່ ຢ່າງຂ້າທາດຮັບໄຊ້ ທີ່ເອີ້ນວ່າ; ເຮັດວຽກສາມະຄີ ໂດຍປັຈສະຈາກ, ຄຸນຄ່າທີ່ຕອບແທນ ຍົກເວັ້ນ, ແຕ່ຜູ້ມີໜ້າທີ່ແລະອໍານາດ ອິດທິພົນມືດທໍ່ນັ້ນ ທີ່ໄດ້ຮັບຜົລປໂຍດສ່ວນແບ່ງ.!!!

***ຖ້າປຽບທຽບ ລະວ່າງ (ສຫ.ປ/ອ ປັນຍາອ່ອນ ໄມ້ດົມ ຈັນທະສິນ ກັບ ດຣ. ສີໃສ ຈັນທະວີໄຊ ອະດີດນັກສຶກສາຈາກ ເຊັກໂກ ຊະໂລວັກເກັຽ) {{{Maydom Chanthasinh. VS Dr. Sysay Chanthavixay.}}} ແລ້ວແມ່ນໃຜເປັນຜູ້ທໍຣະຍົດ-ຫັກຫລັງ ຕໍ່ ຄຸນຂອງຜືນແຜ່ນດິນ ແລະ ປຸ້ນປະຊາຊົນ ແລ້ວ ນໍາເອົາຊັພສົມບັດຂອງຄົນລາວທັງປະເທດ ໄປແອບອ້າງ ເປັນໂຄງການພັດທະນາ ແລ້ວ ຂາຍໄຫ້ຊາດອື່ນເປັນຜູ້ຖືກໍາມະສິດທິເຕັມຕົວ ຄອບຄອງຜົລປໂຍດຂອງຄົນລາວທັງປະເທດ ແລ້ວ ໃຜເປັນຜູ້ຮັບໄຊ້ຜະເດັດການຕົວຈິງ ແລະ ເປັນຄົນຂາຍຊາຕ ກັນແທ້.?????

ໂດຍ. ຖໍ້າ ຜາທີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard