ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການບໍລິຫານປະເທດຊາດ ຂອງທອງລຸນ "ປາບພວກເຈົ້າໜ້າທີ່ສໍໂກງບໍ່ໄດ້ "
Anonymous

Date:
ການບໍລິຫານປະເທດຊາດ ຂອງທອງລຸນ "ປາບພວກເຈົ້າໜ້າທີ່ສໍໂກງບໍ່ໄດ້ "
Permalink   
 


ການບໍລິຫານປະເທດ ຂອງທອງລຸນ ປາບພວກເຈົ້າໜ້າທີ່ພັກລັດ ທີ່ສໍໂກງບໍ່ໄດ້ ເພາະວ່າປ່ອຍໃຫ້ພວກນີ້ ສໍໂກງ ແກ່ຍາວມາດົນນານແລ້ວ

ນີ້ເປັນຄວາມຜິດອັນໃຫ່ຍຫຼວງ ຂອງພັກລັດ,ທີ່ເອົາຄົນບໍ່ມີຄວາມຮູ້ຄວາມສາມາຕ,ຂື້ນມາບໍຣິຫານປະເທດ,

9749_n.jpg

 

ໃນລະຫວ່າງດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ບັນດາສະມາຊິກສະພາໃນນາມຕາງໜ້າໃຫ້ປະຊາຊົນໄດ້ມີຂໍ້ຊັກຖາມ ກ່ຽວກັບການບໍລິຫານລັດໃນທຸກຂະແໜງການ, ອົງການປົກຄອງໃຫ້ມີຄຸນນະພາບ ແລະປະສິດທິຜົນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະຜູ້ປະກອບການເຂົ້າເຖິງການບໍລິຫານລັດຢ່າງສະດວກ ແລະໄວ, ຍຸຕິທຳ ແລະພ້ອມທັງຖືກຕ້ອງຕາມກົດໝາຍ, ຊຶ່ງລັດຖະບານຈະມີທິດຊີ້ນຳ ແລະມາດຕະການແກ້ໄຂປະກົດການຫຍໍ້ທໍ້ ແລະການບໍລິຫານລັດ, ກົງຈັດລັດແຕ່ລະຂັ້ນນັ້ນຄືແນວໃດ?,

ຕໍ່ບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ເພື່ອຮັບປະກັນໃຫ້ແກ່ການບໍລິຫານລັດທີ່ສະດວກໄວ ແລະຍຸຕິທຳຕໍ່ປະຊາຊົນ, ນັກທຸລະກິດ ກ່ອນອື່ນຄວນພິຈາລະນາເຖິງຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າຂອງທຸກຂະແໜງການ ແລະອົງການປົກຄອງທີ່ຍັງເລີນເລີໃນການບໍລິຫານລັດຂອງຕົນ.

ທ່ານນາຍົກກ່າວວ່າ: ໃນແຜນມະຕິ 10 ຂອງພວກເຮົາສືບເນື່ອງມາຈາກມະຕິ 9 ພັກເຮົາແມ່ນຖືບັນຫານີ້ເປັນໜຶ່ງໃນ 4 ບຸກທະລຸ, ລັດຖະບານຊຸດນີ້ ຈຶ່ງຖືສຳຄັນໃນການປັບປຸງກົງຈັກຂອງລັດໃຫ້ກະທັດຮັດທາງດ້ານການຈັດຕັ້ງ, ແບ່ງຄວາມຮັບຜິດຊອບ ແລະມອບສິດອຳນາດໃຫ້ແກ່ກົງຈັກຕັ້ງລັດແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າ, ແກ້ໄຂບັນຫາຂອງຕົນດ້ວຍຄວາມຮັບຜິດຊອບສູງ, ບໍ່ຢາກໃຫ້ເອື່ອຍອີງ, ບໍ່ຢາກໃຫ້ຖີ້ມພຸ້ນຖີ້ມພີ້ ລວມທັງການບັນຊາອຳນວຍຄວບຄຸມວຽກງານຂອງຕົນທີ່ຖືກມອບໝາຍດ້ວຍຄວາມເປັນເຈົ້າຢ່າງແທ້ຈິງອັນນີ້ແມ່ນເຈດຕະນາຂອງລັດຖະບານ

IMGL8552.JPG

 

ທ່ານທອງລຸນ ສີສຸລິດ ກ່າວວ່າ: ຜູ້ທີ່ເປັນຫົວໜ້າຂະແໜງການພາຍຫຼັງໄດ້ມາຮັບໜ້າທີ່, ໄດ້ມອບສິດໃຫ້ປັບປຸງກົງຈັກຂອງຕົນ, ກົນໄກທີ່ຕົນນຳໃຊ້, ພະນັກງານທີ່ຢູ່ພາຍໃຕ້ການບັງຄັບບັນຊາເອົາເອງ ເພາະວ່າ ພະນັກງານໃນຂະແໜງການນັ້ນ, ທ້ອງຖິ່ນນັ້ນ ຈະເປັນຜູ້ຮູ້ດີກວ່າຜູ້ອື່ນທັງວຽກງານ ແລະທັງຄົນ,  ຊຶ່ງຈະປະຕິເສດເລື່ອງນີ້ບໍ່ໄດ້.

ຜ່ານມາລັດຖະບານ ກໍໄດ້ຕິດຕາມຊີ້ນຳຢ່າງໃກ້ສິດ ແລະຍັງເຫັນວ່າ ຫຼາຍຈຸດອ່ອນຂໍ້ຄົງຄ້າງບໍ່ທັນບຸກທະລຸໄດ້ ເປັນຕົ້ນກົງຈັກຍັງບໍ່ທັນກະທັດລັດຮັດກຸມ, ຄົນໃນກົງຈັກຈຳນວນບໍ່ໜ້ອຍຍັງເຮັດວຽກຕາມຄວາມຊີນເຄີຍ, ຄວາມຮັບຜິດຊອບຍັງບໍ່ທັນສູງ, ອາດຍາສິດຫ່າງເຫີນມະຫາຊົນ, ຫ່າງເຫີນຄວາມເປັນຈິງຍັງບໍ່ທັນຕັ້ງໜ້າແກ້ໄຂບັນຫາ ຍັງຈົມຢູ່ໃນວົງຈອນແຫ່ງການສວຍໃຊ້ຖານະຕຳແໜ່ງວົງວຽນນຳການສໍ້ຫຼາດບັງຫຼວງສະແຫວງຫາຜົນປະໂຫຍດຕ່າງໆ, ຍ້ອນວ່າກົງຈັກຫຼາຍບ່ອນ, ຫຼາຍອົງກອນຍັງບໍ່ທັນຫຼຸດອອກຈາກວົງໂຄຈອນດັ່ງກ່າວ, ຈຶ່ງກະທົບຕໍ່ວຽກບໍລິຫານໃຫ້ຊັກຊ້າ, ແກ່ຍາວ ແລະຂາດປະສິດທິຜົນ, ປະສິດທິພາບຍັງຕ່ຳຍັງເປັນລັກສະນະທົ່ວໆໄປຢູ່ໃນກົງຈັກຂອງພວກເຮົາແຕ່ເທິງລົງລຸ່ມຍັງເປັນລັກສະນະແຜ່ລາມ.

ສູນກາງຈຶ່ງເຫັນບັນຫານີ້ແຈ້ງຂຶ້ນ ແລະເຫັນວ່າຕ້ອງປັບປຸງແກ້ໄຂໃຫ້ຕົກໄປແຕ່ລະກ້າວ, ເຖິງແມ່ນວ່າຈະບໍ່ແມ່ນເລື່ອງງ່າຍດາຍກໍຕາມ ເພາະວ່າຂໍ້ຄົງຄ້າງນີ້ເປັນພະຍາດຊຳເຮື້ອມາດົນ.

  

 



__________________
Anonymous

Date:
RE: ການບໍລິຫານປະເທດຊາດ ຂອງທອງລຸນ "ປາບພວກເຈົ້າໜ້າທີ່ສໍໂກງບໍ່ໄດ້ "
Permalink   
 


4844.JPG

ທ່ານຮອງນາຍົກລົງໃຫ້ທິດຊີ້ນຳແກ້ບັນຫາລົດຄ້າງສາງທີ່ດ່ານພາສີທ່ານາແລ້ງ   ລັດຖະບານ ໃນຖານະຜູ້ບໍລິຫານໄດ້ປະກາດໃຊ້ບັນດານະໂຍບາຍ ແລະນິຕິກຳຫຼາຍສະບັບ ເປັນຕົ້ນ ຄຳສັ່ງເລກທີ 15\ນຍ ວ່າດ້ວຍການຄຸ້ມຄອງການຂຸດຄົ້ນໄມ້, ຄຳສັ່ງ 07\ນຍ, ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮີບມາເປັນຂອງລດ, ຄຳສັ່ງ 09\ນຍ, ວ່າດ້ວຍ ການປະຢັດງົບປະມານລາຍຈ່າຍຂອງລັດ ແລະຄຳສັ່ງອື່ນໆອີກ.

 

17626465_192606184575765_207255905742671

 

 

ນອກຈາກນັ້ນ ຍັງມີດຳລັດເລກທີ 294\ນຍ ວ່າດ້ວຍການຝຶກອົບຮົມພັດທະນາພະນັກງານລັດຖະກອນ, ດຳລັດເລກທີ 300\ນຍ ວ່າດ້ວຍ ປະເມີນຜົນຂອງການປະຕິບັດວຽກງານຂອງພະນັກງານລັດຖະກອນ, ດຳລັດສະບັບເລກທີ 315\ນຍ ວ່າດ້ວຍ ການບັນເທິງ ແລະອື່ນໆ ທັງໝົດນັ້ນແມ່ນເພື່ອແກ້ໄຂບັນຫາການບໍລິຫານລັດໃຫ້ດີ ແລະມີປະສິດທິຜົນຂຶ້ນເທື່ອລະກ້າວ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນລັດຖະບານໄດ້ເຮັດວຽກຮ່ວມກັບທຸກຂັ້ນນັບແຕ່ຂັ້ນເທິງ ຈົນຮອດຂັ້ນທ້ອງຖິ່ນ, ຫາກກວດເຫັນບັນຫາຢູ່ໃສ, ທ້ອງຖິ່ນໃດ ຕ້ອງມອບໃຫ້ເປັນຄວາມຮັບຜິດຊອບຂອງອົງການນັ້ນ, ທ້ອງຖິ່ນນັ້ນຊີ້ນຳແກ້ໄຂ, ຫາກບໍ່ຢາກແກ້, ບໍ່ກ້າແກ້ ຫຼື ບໍ່ມີຄວາມສາມາດແກ້ ຂັ້ນເທິງຈະໄດ້ແກ້ ເພາະພວກເຮົາບໍ່ສາມາດປະປ່ອຍໃຫ້ບັນຫານີ້ແກ່ຍາວ ແລະຊຳເຮື້ອໄດ້ອີກແລ້ວ, ທີ່ສຳຄັນທຸກພາກສ່ວນຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ, ທ່ານນາຍົກກ່າວຢ້ຳ.



__________________
Anonymous

Date:
ການບໍລິຫານປະເທດຊາດ ຂອງທອງລຸນ "ປາບພວກເຈົ້າໜ້າທີ່ສໍໂກງບໍ່ໄດ້ "
Permalink   
 


ພວກສັກດີນາທໍລະລາດ ພວກເສລີບີຮົ່ວ(ທອງລູນພ້ອມດ້ວຍຄອບຄົວ ເປັນແບບຢ່າງບໍດີໃຫ້ກັບສັງຄົມຫລີ້ນກີນຟູມເຟີຍ)

22730572_347467885698546_45374692043084922728666_347467892365212_82356981599988722728892_347468039031864_58464500381927422687567_347467882365213_255299120150485

 

-------------------------------------------------------------------------------------------------------

ຫລານສາວຫລານເຂີຍຂອງ ຕູ້ປານີ ເຮັດທຸລະກິດນຳເຂົ້ານຳ້ມັນ ເພາະ ພວກເຂົາ ມີສາງນຳ້ມັນຢູ່ແຂວງຫລວງນຳ້ທາ. ການໃຊ້ຊີວິດແບບຫລູຫລາຟູມເຟືອຍ ແລະ ກິດກະຈຳທີ່ກ່ຽວຂ້ອງກັບ ຄອບຄົວ ຕູ້ປານີ. ທຸລະກິດນຳ້ມັນ ຖືເປັນທຸລະກິດ ທີ່ມີຂ່າວອື້ສາວໜາຫູທີ່ສຸດ ໃນ ສປປ ລາວ ຍ້ອນມີການນຳເຂົ້ານຳ້ມັນເຖື່ອນ ແລະ ທຸລະກິດແບບນີ້ ນັກການເມືອງໃຫຍ່ທັ່ງນັ້ນ ເປັນຜູ່ໜຸນຢູ່ເບື້ອງຫລັງແບບງຽບໆ. ມັນ ເປັນໄປບໍ່ໄດ້ ທີ່ ຕູ້ປານີ ບໍ່ຮູ້ຫຍັງເລີຍ ກ່ຽວກັບເລື່ອງນີ້ ເພາະຕົນເອງ ກໍເປັນຜູ່ຮັບຜິດຊອບວຽກທັງຂັ້ນ ກົມການເມືອງ ແລະ ນິຕິບັນຍັດລະດັບປະເທດ.

22729234_1459493674099481_1367840309449822780196_1459493710766144_6200417646410322780283_1459493684099480_8837413321769722728715_1459493790766136_65409539690853

 

ຕຶກອາຄານ ບໍລິສັດ New Concept Consulting Sole Co., Ltd. (ຫລື NCC) ຂອງ ລູກເຂີຍ ແລະ ລູກສາວ ຕູ້ປານີ. ນອກຈາກເປີດເປັນ ບໍລິສັດທີ່ປຶກສາແລ້ວ,

22688853_1459501284098720_7068505482513022555060_1459501237432058_48643440612840

ພວກເຂົາ ຍັງເຮັດທຸລະກິດ ຂາຍຫວຍຜ່ານທາງ ໂທລະສັບມືຖື ນຳອີກ.

ຢາໃຫ້ກູຮູ້ເດີ້ ວ່າຂອງຈຳພວກນີ້ເປັນຂອງໃຜ ?

-------------------------------------------------------------------------

22730127_347463752365626_86136322707316422730308_347463799032288_68925715450606822788745_347463872365614_142489526508835



__________________
Anonymous

Date:
RE: ການບໍລິຫານປະເທດຊາດ ຂອງທອງລຸນ "ປາບພວກເຈົ້າໜ້າທີ່ສໍໂກງບໍ່ໄດ້ "
Permalink   
 


ຂີ້ບໍ່ອອກ ຍ່ຽວບໍ່ອອກ ກໍ່ແບມືຂໍທານ. ຖ້າບໍ່ມີຍີ່ປຸ່ນ ໃຫ້ທານ ລັດຖະບານລາວ ບໍ່ມີບ່ອນຂໍທານແລ້ວ ດຽວນີ້ ຫລາຍປະເທດ ຮູ້ ສັນດານ ລັດຖະບານໂຈນ ທີ່ພວກມັນທຳມາ43ປີ ບໍ່ເຄີຍມີ ງົບປະມານພຽງພໍ ເພາະມີແຕ່ພວກຂາຍຊາດກິນ ບໍ່ມີເມືອງພໍ ປົກຄອງປະເທດ ທຸກວັນນີ້,,ເພາະມີພັກດຽວ ຕັດສິນ ໂກງກີນ ບໍ່ມີພັກອື່ນ ທັກທ້ວງ ກວດສອບໄດ້,

22688453_722789817924801_135635925586403

 

ໃນວັນທີ 23 ຕຸລາ 2017 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານ ແລກປ່ຽນໂຄງການ ປັບປຸງສະພາບແວດລ້ອມໂຮງຮຽນຢູ່ພາກກາງ ແລະ ພາກໃຕ້ (The Project for improving Secondary School Environment in the central and Southerm Province), ເຊິ່ງເປັນໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ມີມູນຄ່າ1.369 ລ້ານເຢັນ ຫລື ປະມານ 12.5 ລ້ານໂດລາສະຫະລັດ ຕ່າງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕ່າງໜ້າລັດຖະບານຍີ່ປຸ່ນ, ໂດຍທ່ານ ຕາເກຊິ ຮິກິຮາຣະເອກອັກຄະາຊະທູດຍີ່ປຸ່ນ ປະຈໍາລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ໃນຄັ້ງນີ້, ຈະເປັນການປະກອບສ່ວນ ອັນສໍາຄັນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະດ້ານການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ຊາວໜຸ່ມ ຢູ່ເຂດຊົນນະບົດ ໃນແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.ໂຄງການຊ່ວຍເຫລືອຄັ້ງນີ້, ຍັງເປັນການສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດ ເພື່ອການພັດທະນາແບບຢຶນຍົງ ແລະ ເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາໃນປີ 2020.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ມາໂດຍຕະຫລອດ, ລັດຖະບານລາວ ຍີນດີໃຫ້ ການຮ່ວມມືຢ່າງເຕັມທີ່ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ທີ່ຈະດໍາເນີນການກໍ່ສ້າງໃນອນາຄົດອັນໃກ້ນີ້ມີປະສິດທິຜົນ ແລະ ສໍາເລັດຢ່າງຈົບງາມ, ພ້ອມຫວັງວ່າ ລັດຖະບານຍີ່ປຸ່ນຈະສືບຕໍ່ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການພັດ ທະນາເສດຖະກິດສັງຄົມ ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.

 



__________________


Member

Status: Offline
Posts: 20
Date:
Permalink   
 

 

 

ວີທຍຸການເມຶອງແຫ່ງດຽວໃນໂລກລາວນອກຕ່າງແດນ

ທີ່ພຽງ23ວັນມີຄົນມາຮັບຂໍ້ມຸນທະລຸກ່ວະ6ມື່ນຄົນແລ້ວເດີ

 

https://www.youtube.com/watch?v=jee-i-1tOuo

SPETSNAZ 2KPM

ອອກອາກາດວັນທີ່ 04.10.2017

598 ຄົນສະແດງແນວຄິດ

ลาว.โดนเวียดนาม ปล้นทรัพยากร แบบนี้ก็ได้หรอ.?

Laos to be robbed by Vietnam

ມີຄົນມາຟັງຮອດ63 052 ຄົນ ໃນວັນທີ່ 28 10 2017ແລ້ວ

................................................................................................

 

ວີທີ ເຂົ້າໄປຟັງງ່າຍໆ ໄປຫາGOOGLE ແລ້ວຕີ sieng serixonlao live stream

ຫລຶເຂົ້າໄປຟັງ ຖ່າຍທອດສົດ ON AIR ເວລາ19 H ທີ່ ເອິຮົບ ເວລາ13 h ທີ່ usa + Canada ແລະ 1ໂມງທີ່ ສປປລ https://www.youtube.com/channel/UCXbjgUUdxa1jRp_F0hCCbWQ

ລາຍການມຶ້ນີ້ ທີ່ 27 10 2017

https://www.youtube.com/watch?v=czNDEX18G6E&t=651s

 

. ຫົວຫ້ນາຮາຊວົງ ຄມນ ຜດກ ລາວແດງບັກຊຽງບູນຍັງກັບເມັຍຮັກ ສາວຄຳເມີງຮ່ວມງານສົບ ຮ9

.  ສີດພະແກ້ວຈີກຫ້ນາ ທ່ານ ຮີຊາຮ ສາຍໂສຫມອນປະທານກອງປະຊູມທ້ອນໂຮມລາວ ທີ່ Fort Smith (Arkansas) – ຜ່ານມາ

. ຜ່ານສັງຄົມອ່ອນໄລ ທ່ານPhouy Vilaysoukໃຫ້ຄວາມຄີດເຫັນດັ່ງນີ້: ບັນດາທ່ານມີແນວຄິດດີຫລາຍ.ຕາມຄວາມເຫັນຂອງ ຂພຈ ເພື່ອຄວາມປອດພັຍສເນີໃຫ້ເອົາສັນຍາແລະອະນຸສັນຍາ ປີ1973ທີ່ທັງສອງຝ່າຍໄດ້ເຊັນກັນຣະຫວ່າງຣັຖບານວຽງຈັນແລະແນວວຮັກຊາດມາອ້າງອີງພາຍໃຕ້ການອູ້ມຊູຈາກປະເທດມະຫາອັມນາສ ເຊັ່ນ:USA ແລະ Euope,ສັນຍານີ້ຍັງບໍ່ທັນຕາຍທຶ່ອ,ຖ້າມີແຕ່ລາວໃນແລະລາວນອກບາງພາກສ່ວນນັ້ນຈະສຽ່ງພັຍອັນຕໍ່ອັນຕະຣາຍ.

. https://www.youtube.com/watch?v=jee-i-1tOuo

. ພຽງ23ມຶ້ ວີທຍຸ ສສຮຊລາວ ມີຄົນມາຟັງທະລຸກ່ວະ6ມຶ່ນຄົນແລ້ວ

. ສຫ ອຸດົງ ໄຊຊະນະ ຮມຕຕ່າງ ປທ ຮັຖບານຮາຊອານາຈັກລາວ ຕອບນັກຂ່າວຍີ່ງRFAແບບອາຍໆເລື້ອງຈຳນວນພົນເຂົ້າຮ່ວມກອງປະຊູມ ທີ່ FRESNO CA ທີດນີ້

. ເມື່ອເຈົ້າຟ້າຊາຍ ໂສຮິຍະວົງສະຫ່ວາງເວົ້າເຖີງ ການສ້າງຄວາມຖຶກຕ້ອງປອງດອງຊາດ ໃນ ກອງປະຊູມ ສັນຕີພາບໂລກ ທີ່ SEOULເກົ້າຫລີໄຕ້

. THE NECESSITY OF A NATIONAL CONCILIATIONFOR LAOSຄວາມຈຳເປັນໃນການສ້າງຄວາມຖືກຕ້ອງປອງດອງຊາດ ປະເທດລາວ

. ພະອົງກ່າວວ່າ :ຂພຈ ຂໍຖຶໂອກາດໃນກອງປະຊູມສັນຕີພາບໂລກນີ້ ກ່າວເຖີງບັນຫາຂອງລາວ ກ່ຽວກັບການສ້າງສັນຕີພາບແລະຄວາມຖືກຕ້ອງປອງດອງ ທີ່ ເປັນບັນຫາອັນຮິບດ່ວນ ພາຍໄຕ້ເງື່ຶອນໄຂທີ່ເມາະສົມເພື່ອສ້າງສີ່ງດັ່ງກ່າວໃຫ້ເປັນຜົນສຳເລັດໄດ້, ເຖີງຢ່າງໃດກະດີ ປັສຈາກການສະນັບສະນູນແລະເຫັນມົກເຫັນໄຈ ຈາກ ສຽງມະຫາຊົນໂລກແລ້ວ ແມ່ນເປັນໄປບໍ່ໄດ້ເດັດຂາດ

. I WOULD LIKE TO TAKE THE OPPORTUNITY AT THIS World Peace Conference to introduce the case of Laos, where achieving peace and national conciliationis anotherurgent necessity, and where favourableconditions suggest a fair possibility succes.Nonetheless some understanding and support of the international community , this chance could slip by

. ພະອົງສະຫລູບມ້ວນທ້າຍວ່າ :ຂພຈ ພ້ວມດ້ວຍຮາຊວົງລາວ ພ້ອມແລ້ວທີ່ຈະເສັຍສະລະ ເພື່ອປະເທດຊາດ ແລະ ມະຫາຊົນໂລກໃນການສ້າງຄວາມຖືກຕ້ອງປອງດອງເພື່ອເພື່ອນຮ່ວມຊາດຂອງ ຂພຈ ແລະສີ່ງນີ້ລະຈະເຮັດໃຫ້ ປະເທດລາວພົບກັບຄວາມມີເອກກະພາບ ເອກກະຮາຊ ສັນຕີພາບອັນສອດຄ່ຶອງກັບໂລກທີ່ເຕັມແຕ່ຄວາມສະງົບສຸກເຕັມແຕ່ຈິດໄຈທີ່ກ້ວາງຂວາງ

.WITH THE ROYAL FAMILY; I AM AT THE DISPOSAL  OF MY COUNTRY AND THE INTERNATIONAL COMMUNITY TO FACILATE THE RECONCILIATIONOF MY COMPATRIOTS; SO THATLAOS CAN FIND IST UNITY; IST INDEPENDENCE;IST FREEDOM;IN HARMONY WITH A PEACEFUL AN TOLERANT WORLD

.SIHANOUKກັບບົດຄວາມທີ່ສ້າງຄວາມຊອບທັມທີ່ສຸດ ແກ່ພຮະບາດສົມເດັດພຮະເຈົ້າແຜ່ນດີນສີສະຫ່ວາງວັທນາໃນ ວາຮະສານລາຍເດຶອນ LE CAMBODGE

ສະບັບເດືອນກູມພາປີ 1982 ໃນຫົວເລື້ອງ:ບໍຄວນຫລົງລຶມຮາຊອານາຈັກລາວ

. ພະອົງຂຽນວ່າດັ່ງນີ້:........ພຮະເຈົ້າມະຫາຊີວີດ ສີສະຫ່ວາງວັທນາ ແລະບັນດາຮາຊວົງບໍໄດ້ສ້າງໂທດກັມອັນໄດ ໃຫ້ ປຊຊ ລາວ ໃຫ້ ລະບອບ ປຊຕ ແລະຕໍ່ຄະນະປະເທດລາວເອງ ທີ່ກຳລັງກຳອຳນາດຢູ່ທຸກວັນນີ້ ພະອົງ ກໍບໍໄດ້ ມີໂທດກັມອັນໃດຫົມດ. ພະອົງ ບໍເຄີຍມີອຳນາດບໍລີຫານແລະ ກໍ່ບໍໄດ້ເຂົ້າໄປຫູ້ຍງກ່ຽວນຳການເມຶອງ ນອກຈາກໄກ່ເກັ່ຍ ກູ່ມການເມຶອງຕ່າງໆໃຫ້ ເຂົ້າໄຈກັນໃນການສ້າງຄວາມຖືກຕ້ອງປອງດອງເພື່ອເປັນນຶ່ງດຽວກັນໃນຊາດ ແລະເພື່ອໃຫ້ເກີດມີສັນຕີພາບໃນປະເທດເທົ້ານັ້ນ ຈື່ງໄດ້ຈັດໃຫ້ມີການຈັດຕັ້ງຮັຖບານປະສົມຂື້ນໃນປີ 1973 ແລະ ຍ້ອນບຸກກະລີລັກສະນະໃນການເປັນຜູ້ນຳຂອງພະອົງ ຄະນະປະເທດລາວຈື່ງໄດ້ປະກອບສ່ວນເຂົ້າໃນຮັຖບານປະສົມແຫ່ງຮາຊອານາຈັກລາວ ຊື້ງພວກເຂົາໄດ້ປະກາດແລະຈະນັບຖືສັນຍາປອງດອງຊາດ ປີ ດັ່ງກ່າວແລະພ້ອມທັງຍັງໄດ້ຮັບຮູ້ລະບອບທີ່ ປົກຄອງດ້ວຍພຮະມະຫາກະສັດອີກດ້ວຍ.



__________________
Anonymous

Date:
Permalink   
 

ສະຖານີວິທະຍຸສຽງເສໜີຊົນດ່າຄັກ ແມຕ່ບໍ່ມັກໄປພາດພິງເຖິງສະນາບັນປະເທດເພື່ອນບ້ານ
ຟັງແລ້ວຄືເຂົ້າຂ້າງອາຈານສຸຣະໄຊ ແຊ່ດ່ານ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard