ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສສຊ ສະເໜີຕໍ່ສະພາ ບັນຫາຜົນກະທົບ ຈາກການຂຸດຄົ້ນບໍ່ແຮ່ ບໍລິສັດພູເບ້ຍມາຍນິງ
Anonymous

Date:
ສສຊ ສະເໜີຕໍ່ສະພາ ບັນຫາຜົນກະທົບ ຈາກການຂຸດຄົ້ນບໍ່ແຮ່ ບໍລິສັດພູເບ້ຍມາຍນິງ
Permalink   
 


ສສຊ ສະເໜີຕໍ່ສະພາ ບັນຫາຜົນກະທົບ ຈາກການຂຸດຄົ້ນບໍ່ແຮ່ ບໍລິສັດພູເບ້ຍມາຍນິງ

Screen%2BShot%2B2017-10-28%2Bat%2B12.50.Screen%2BShot%2B2017-10-28%2Bat%2B12.51.

 

ທ່ານ ບຸນສຸກ ຈອມວິສານ ສສຊ ເຂດ 18 ແຂວງໄຊສົມບູນ ໄດ້ສະເໜີຕໍ່ສະພາວ່າ: ການກໍ່ສ້າງໂຄງລ່າງ ເປັນຕົ້ນ ຫ້ອງການສຳນັກງານ ໃນການເຮັດວຽກແມ່ນມີພຽງ 2 ຫ້ອງນ້ອຍເທົ່ານັ້ນ, ເຊິ່ງມີພະນັກງານ ຫລາຍກ່ວາ 40 ທ່ານ. ສະນັ້ນ, ຈຶ່ງຂໍສະເໜີຕໍ່ສະພາໃຫ້ບໍລິມະສິດ ກ່ຽວກັບບັນຫານີ້ ເປັນພິ ເສດໃຫ້ແກ່ແຂວງ, ອີກບັນຫາໜຶ່ງແມ່ນ ດ້ານສິ່ງແວດລ້ອມ ກ່ຽວກັບການຂຸດຄົ້ນບໍ່ແຮ່ຄຳ ຂອງ ບໍລິສັດພູເບ້ຍມາຍນິງ ເຫັນວ່າມີ 4 ບັນຫາໃຫຍ່ທີ່ເກີດຂຶ້ນ ຄື: ອ່າງນ້ຳທີ່ບໍາບັດມີກິ່ນເໝັນ, ເນື້ອທີ່ທຳການຜະລິດຂອງປະຊາຊົນ ແມ່ນຖືກເຂດສຳປະທານ ຂອງບໍລິສັດດັ່ງກ່າວ ກວມເອົາເກືອບທັງໝົດ, ບັນຫາເລື່ອງການສັ່ນສະເທືອນ ໃນການປະຕິບັດວຽກງານ ການຂຸດຈົກແຮ່ຄຳ ໃຫ້ເຮືອນຊານບ້ານຊ່ອງ ຂອງພໍ່ແມ່ປະຊາຊົນ ໄດ້ຮັບຜົນກະທົບແຕກຫັກ, ເປ້ເພ, ທາງບໍລິສັດ ມີການເຈາະເອົາແຮ່ຄຳຢູ່ພື້ນດິນ ມີຄວາມເລິກເຖິງ 100-150 ແມັດ ເຮັດໃຫ້ເກີດຄວາມສ່ຽງດິນເຈື່ອນ ຫລື ຖະຫລົ່ມ ແລະ ຈາກການຕິດຕາມ ກວດກາເຫັນວ່າ ກາຍຂອບເຂດພື້ນທີ່ສຳປະທານ ເມື່ອສະເໜີໄປທາງບໍລິສັດ ແມ່ນບໍ່ມີການຮັບພິຈາລະນາ. ດັ່ງນັ້ນ, ໃນນາມຕົວແທນໃຫ້ ສສຊ ແຂວງໄຊສົມບູນ ຈຶ່ງຢາກສະເໜີໃຫ້ ທ່ານນາຍົກລັດຖະມົນຕີ ເພື່ອຊີ້ນຳກະຊວງທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງເບິ່ງຄືນສັນຍາປັບປຸງໄດ້ບໍ່ ແລະ ຢາກໃຫ້ທາງບໍລິສັດ ເປັນຜູ້ອອກງົບປະມານ ເພື່ອຈັດສັນໃຫ້ 386 ຫລັງຄາເຮືອນ ທີ່ໄດ້ຮັບຜົນກະທົບຈາກ ບັນຫາທີ່ກ່າວມານັ້ນເປັນໄປໄດ້ບໍ, ແຕ່ຖ້າຫາກວ່າເປັນໄປບໍ່ໄດ້ ກໍ່ຢາກໃຫ້ທາງລັດຖະບານ ອອກຮ່ວງງົບປະມານ ຈັດສັນພູມລຳເນົາ ເພາະວ່າບັນດາໝູ່ບ້ານດັ່ງກ່າວ, ແມ່ນນອນຢູ່ໃນຈຸດສຸມຂອງແຂວງ ທີ່ສະເໜີມາໃຫ້ ທາງລັດຖະບານຮັບຮອງ, ເຊິ່ງທ່ານນາຍົກ ກໍໄດ້ຮັບຮອງແລ້ວ, ສ່ວນບ່ອນທີ່ຈະຈັດສັນຢູ່ໃສນັ້ນ ແມ່ນສະພາຈະໄດ້ມີການຊຸກຍູ້ ໃຫ້ອົງການປົກຄອງແຂວງ ເປັນຜູ້ຈັດສັນຕາມເງື່ອນໄຂຕົວຈິງ.

 



__________________
Anonymous

Date:
Permalink   
 

ລັດຖະບານ ນາຍທອງລຸນ ບໍ່ສາມາດ ຈະແກ້ບັນຫາ ທຸລະກິດເຖຶ່ອນ ນອກລະບົບໄດ້

ລັດຖະບານ ນາຍທອງລຸນ ປວດຫົວ ບໍ່ສາມາດ ຈະແກ້ບັນຫາ ທຸລະກິດເຖຶ່ອນ ນອກລະບົບ ທີ່ຜິດກົດໝາຍ ໃນລາວ ທີ່ ບໍ່ໄດ້ຮັບ ອະນຸຍາດ ຈາກລັດຖະບານ ເພາະມີການຊື້ຈ້າງກັບ ພວກມີອິດທິພົນແຕ່ລະທ້ອງຖິ່ນ ຈຳນວນມະຫາສານ ບານທົ່ວປະເທດ ໂດຍບໍ່ຂື້ນທະບຽນກັບ ກົມທະບຽນ ການຄ້າຂອງກະຊວງອຸສາຫະກຳ,,ເພາະວ່າ ໃຜມືຍາວຊາວໄດ້ ຊາວເອົາ ຍຸກໂຈນປົ້ນຊາດ ກົດໝາຍຢູ່ໄຕ້ກົດໝູ່ ຜູ້ທຸກຍີ່ງທຸກ ຜູ້ມີອິດທິພົນລ່ຳລວຍ ຍີ່ງລວຍ ກັນຢ່າງເປັນຂະບວນການ,,ຈົນນາຍທອງລຸນ ຖືກສສ ສະພາລາວແກວ ຕີໜ້າແຕກກາງສະພາທີ່ຜ່ານມາ,,ກ່ຽວກັບບໍ່ສາມາດ ໃຊ້ມາດຕະການ ປາບຄົນໂກງ ໃນຄະນະລັດຖະບານໄດ້ ທີ່ເຫັນໃນຂ່າວຜ່ານມາ,,

23031383_139496573445481_178386680151960



__________________
Anonymous

Date:
Permalink   
 

ກອງປະຊຸມລາວໂຮມລາວ Fort Smith, ARKANSAS on October 21, 2017 ພາກຕອນເຊົ້າ

  



__________________
Anonymous

Date:
RE: ສສຊ ສະເໜີຕໍ່ສະພາ ບັນຫາຜົນກະທົບ ຈາກການຂຸດຄົ້ນບໍ່ແຮ່ ບໍລິສັດພູເບ້ຍມາຍນິງ
Permalink   
 


ຍ້ອງຍໍທ່ານຜູ່ແທນ ບຸນສຸກ ຈອມວິສານ ທີ່ສະເໜີບັນຫານີ້ຕໍ່ສະພາ

ຫວັງວ່າເພິ່ນຈະແກ້ໄຂດັ່ງທີ່ທ່ານສະເໜີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard