ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດ ໝົດປັນຍາຫາເງີນ ເກັບຄ່າທາງ 450 ປີ
Anonymous

Date:
ພັກລັດ ໝົດປັນຍາຫາເງີນ ເກັບຄ່າທາງ 450 ປີ
Permalink   
 


ນະຄອນຫຼວງ ຮັບຮອງ​ເອົາ​​ແບບ​ການ​ ​ເກັບ​ເງິນ​ຄ່າຜ່ານ​ທາງ​ຢູ່​ຖະໜົນ 450 ປີ

Screen%2BShot%2B2017-10-30%2Bat%2B16.40.

 

ເມື່ອວັນທີ 27 ຕຸລາ ຜ່ານມາ ວ່າ ກອງ​ປະຊຸມ​ອົງການ​ປົກຄອງນະຄອນຫຼວງ​ວຽງ​ຈັນ (ນວ) ຄັ້ງທີ 13 ສະພາ​ປະຊາຊົນ ນວ ພິຈາລະນາ​ຮັບຮອງ​ເອົາ​ຜົນ​ສຳຫຼວດ ແລະ ອອກ​ແບບ​ການ​ກໍ່ສ້າງ​ປ່ອງ​ບໍລິການ​ເກັບ​ເງິນ​ຄ່າຜ່ານ​ທາງ​ຢູ່​ຖະໜົນ 450 ປີ ລວມທັງ​ພິຈາລະນາ​ການ​ສະເໜີ​ຂອງກອງ ຈ11 ເພື່ອ​ຂໍ​ການ​ທົດ​ແທນດິນ​ເຝີກ​ແອບ​ການ​ທະຫານ ຢູ່ບ້ານ​ຈຳປາ ເມືອງ​ສີ​ໂຄດ​ຕະບອງ ແລະ ບ້ານ​ປາກ​ແຮດ ເມືອງ​ນາຊາຍ​ທອງ ທີ່​ຖືກ​ໂຄງການ​ດາວທຽມ​ລາວ ແລະ ລາຍ​ງານ​ຜົນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບຄະນະ​ກຳມະການ​ສົ່ງເສີມ ແລະ ຄຸ້ມ​ຄອງ​ການ​ລົງທຶນ​ຂັ້ນ​ສູນ​ກາງ ແລະ ນວ ໃນ​ຄັ້ງ​ວັນ​ທີ 22 ກັນຍາ 2017.

ໂອກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ໄດ້​ມີ​ຄຳ​ເຫັນ​ເຈາະ​ຈີ້ມ​ຫຼາຍ​ບັນຫາ ພ້ອມ​ທັງ​ເປີດ​ໂອກາດ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປະກອບ​ຄຳ​ເຫັນ ນຳ​ສະເໜີ​ເຫດຜົນ ເງື່ອນໄຂ​ຂໍ້​ສະດວກ ຂໍ້​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ ເພື່ອ​ເສີມ​ຂະຫຍາຍ​ຈຸດ​ດີ ແລະ ແກ້​ໄຂ​ຂໍ້ຄົງຄ້າງ​ໃນການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວຈິງ​ໃນ​ໄລຍະ​ຜ່ານ​ມາ.



__________________
Anonymous

Date:
Permalink   
 

 

ຄະນະເຈົ້າປົກຄອງນະຄອນຫລວງວຽງຈັນຄວນຄິດ ແລະ ຄົ້ນຄວ້າພິຈາລະນາວິໄສທັດ ຂອງພວກທ່ານຄຶນໃຫມ່, ຄຶດັ່ງທີ່ປະຊາຊົນລາວບັນດາເຜົ່າແມ່ນໄດ້ມີຄວາມເຂົ້າໃຈຢ່າງເປັນເອກະພາບກັນດີວ່າ ເສັ້ນທາງ 450 ປີແມ່ນເສັ້ນທາງແຫ່ງປະຫວັດສາດຍູກສະໄຫມໃຫມ່ ຫລຶເປັນຂອງຂວັນອັນປະເສີດທີ່ລັດຖະບານແຫ່ງ ສປປ ລາວ ສ້າງ ແລະ ມອບເປັນຂອງຂວັນອັນປະຈັກຕາທີ່ສູດ ເຮັດໃຫ້ປະຊາຊົນເຫັນໄດ້ເຖິງການຊີ້ນຳໆພາອັນສະຫລາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ ພາຍຫລັງທີ່ກຳອຳນາດຄູມສະຕາກຳຂອງປະເທດຊາດ ແລະ ເປັນການສະແດງໃຫ້ເຫັນເຖິງການສ້າງສາພັດທະນາປະເທດຊາດ ກໍຄຶ ການສ້າງພັດທະນານະຄອນຫລວງວຽງຈັນຄົບຮອບ 450 ປີ ສິ່ງນີ້ເອງເປັນສັນຍາລັກແຫ່ງການ ສ້າງສາພັດທະນາ ຂອງພັກ-ລັດ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ແຕ່ຖ້າພວກທ່ານຄະນະເຈົ້າປົກຄອງນະຄອນຫລວງວຽງຈັນ ຫາກມີແນວຄິດດັ່ງເນຶ້ອໃນຈິດໃຈຂອງກອງປະຊູມປຶກສາຫາລຶກັນນັ້ນ ໃນທັດສະນະສ່ວນຕົວ ຂ້າພະເຈົ້າເຫັນວ່າບໍ່ມີຄວາມເຫມາະສົມ ແລະ ແທດເຫມາະກັບສະພາບເສດຖະກິດ-ສັງຄົມໃນປັດຈູບັນ, ພວກທ່ານຄວນຄົ້ນຄວ້າພິຈາລະນາທົບທວນບັນຫາຄຶນໃຫມ່ ຖ້າຫາກວ່າສິ່ງໃດທີ່ເຮັດໄປ ຫລຶມີຜົນກະທົບຕໍ່ລາຍຮັບ-ລາຍຈ່າຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວແລ້ວ, ພວກທ່ານກໍ່ບໍ່ຄວນທີ່ຈະເຮັດເປັນອັນເດັດຂາດ, ເພາະວ່າພວກທ່ານແມ່ນປະຊາຊົນເປັນຜູ້ເລຶອກມາ ແລະ ຄວນຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈສະເຫມີຕົ້ນສະເຫມີປາຍ... ຫວັງວ່າພວກທ່ານຄົງຈະຮັບຟັງຫາງສຽງຂອງປະຊາຊົນດ້ວຍ, ຂໍຂອບໃຈເປັນຢ່າງສູງ!

---------------------------------------------------------------------------

ສັງຄົມປະເທດຊາດເລີ້ມນັບມື້ຢູ່ຍາກ
ອັນນີ້ເຂົາບໍ່ເອີ້ນວ່າການພັດທະນາ
ມັນແມ່ນການຂູດຮີດປະຊາຊົນທາງອ້ອມ

ພັກແລະລັດຄວນທົບຖ້ວນໃໝ່
ປະຊາຊົນຫາເຊົ້າກິນຄຳ່ຈະຢູ່ແນວໃດ
ມັນຈະມີຜົນກະທົບແນວໃດຕໍ່ປະຊາຊົນ

**************************************

ເງິນໂຄງການຍັດເຂົ້າຖົງ ສ່ວນເງິນພັດທະນາ ມາຂໍແຜ່ນຳປະຊາຊົນ ສະຫລາດສ່ອງໃສແທ້ໆ ເບິ່ງຜູ້ໃດກໍ່ມີ ດຣ ນຳຫນ້າ ແຕ່ແນວຄິດນິ ຄືມາແບບຄົນບໍ່ມີການສຶກສາແທ້ຫວາ ຈົບດຣ ຈາກໂຮງຮຽນໃດ ຕອບແດ່ດຸ? ຢາກຮູ້ ສິໄດ້ບອກຫລານວ່າຢ່າເຂົ້າຮຽນເດັດຂາດ



__________________
Anonymous

Date:
Permalink   
 

ພວກສັກດິນາ ໃຫມ່ໃນສັງຄົມລາວ22851861_509651326070922_264890244419839



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard