ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄຳເຊໂປນ ແລະ ພູເບ້ຍ ຈະປິດການຂຸດຄົ້ນໃນປີ 2020
Anonymous

Date:
ບໍ່ຄຳເຊໂປນ ແລະ ພູເບ້ຍ ຈະປິດການຂຸດຄົ້ນໃນປີ 2020
Permalink   
 


ບໍ່ຄຳເຊໂປນ ແລະ ພູເບ້ຍ ຈະປິດການຂຸດຄົ້ນໃນປີ 2020 Screen%2BShot%2B2017-11-06%2Bat%2B16.32.

Screen%2BShot%2B2017-11-06%2Bat%2B16.32.Screen%2BShot%2B2017-11-06%2Bat%2B16.32.

 

ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມສະພາເທື່ອນີ້ ວ່າ: ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານໄດ້ເປີດກວ້າງການລົງທຶນໂດຍອະນຸມັດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດມາລົງທຶນເຂົ້າໃສ່ການພັດທະນາແຮ່ທາດ, ເຊິ່ງມາຮອດປັດຈຸບັນມີທັງໝົດ 229 ບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ.

ໃນນີ້, ດຳເນີນການຊອກຄົ້ນ-ສຳຫຼວດ ມີ 96 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 52 ບໍລິສັດ, ຂຸດຄົ້ນ ແລະ ຜະລິດ ມີ 81 ບໍລິສັດ. ປະເພດແຮ່ທາດທີ່ເຂົ້າສູ່ການຂຸດຄົ້ນ, ຜະລິດ ແລະ ຈຳໜ່າຍ ທັງໝົດ 18 ແຮ່ທາດເຊັ່ນ: ແຮ່ຄຳ, ເງິນ, ທອງ, ກົ່ວ, ຊືນ, ສັງກະສີ, ອັງຕີມອນ, ຖ່ານຫີນ, ບາຣິດ, ຫີນກາວ, ຫີນປູນ, ບົກຊິດ, ເກືອໂປຕາສ, ເກືອກິນ, ດິນໜຽວ, ໂບຣມ. ສ່ວນຂັ້ນທ້ອງຖິ່ນອະນຸຍາດໃຫ້ຂຸດຄົ້ນ ແລະ ຜະລິດແຮ່ທາດຂະໜາດນ້ອຍ ມີຈຳນວນ 443 ບໍລິສັດ, ດຳເນີນການຂຸດຄົ້ນ 21 ປະເພດແຮ່ທາດ.

ຕະຫຼອດໄລຍະ 10 ປີຜ່ານມາ (2005-2015) ບັນດາບໍລິສັດສາມາດປະຕິບັດພັນທະທາງດ້ານການເງິນໄດ້ປະມານ 1.89 ຕື້ ໂດລາສະຫະລັດ, ໃນນີ້ພົ້ນເດັ່ນແມ່ນປິ2011 ໄດ້ 292 ລ້ານໂດລາ ແລະ ປີ 2012 ໄດ້ 293.6 ລ້ານໂດລາ. ໃນປີ 2015-2016 ສາມາດປະຕິບັດໄດ້ຈຳນວນ 136ລ້ານກວ່າໂດລາສະຫະລັດ.

ຫຼັງຈາກນັ້ນ, ລາຍຮັບຈາກຂະແໜງບໍ່ແຮ່ຈະຫຼຸດລົງເປັນລຳດັບ, ໃນປີ 2016-2017 ຄາດຄະເນລາຍຮັບຈະຫຼຸດລົງຍ້ອນວ່າ 2 ໂຄງການໃຫຍ່ (ໂຄງການຄຳ-ເຊໂປນ ແລະ ໂຄງການຄຳ-ທອງພູເບ້ຍ) ເຂົ້າສູ່ໄລຍະທ້າຍຂອງການຂຸດຄົ້ນ ແລະ ເຂົ້າສູ່ການປິດບໍ່ແຮ່ ໃນລະ ຫວ່າງ ປີ 2020-2021 ແລະ ລາຄາແຮ່ທາດກໍ່ຫຼຸດລົງ.

 



__________________
Anonymous

Date:
RE: ບໍ່ຄຳເຊໂປນ ແລະ ພູເບ້ຍ ຈະປິດການຂຸດຄົ້ນໃນປີ 2020
Permalink   
 


ຄຳໃນປະເທດກໍຈະໜົດໄປແລ້ວ ປະຊາຊົນຍັງທຸກຄືເກົ່າ

 

ຂ.ບໍຣິຄຳໄຊ ບໍ່ມີນ້ຳ ສະອາດ ໃຊ້

image

 

ປະຊາຊົນຢູ່ເຂດນອກເມືອງໃນ 7 ຫົວເມືອງທີ່ ແຂວງ ບໍຣິຄຳໄຊ ຍັງອາສັຍນ້ຳຝົນ ແລະນ້ຳຈາກຫ້ວຍໜອງຄອງບຶງ ຢູ່ຍ້ອນວ່າ ທາງການ ແຂວງຂາດ ງົບປະມານ ໃນການຕິດຕັ້ງ ຣະບົບນ້ຳສະອາດ ໃຫ້ແກ່ຂະເຈົ້າ. ດັ່ງເຈົ້າຫນ້າທີ່ ແຂວງບໍຣິຄຳໄຊ ຜູ້ທີ່ບໍ່ປະສົງອອກຊື່ກ່າວໃນ ມື້ວັນທີ 3 ພຶສຈິກາ ນີ້ວ່າ:

"ມີ 7 ເມືອງພຸ້ນແຫລະຕົວນີ້ ຍັງຫລາຍປະມານ 10% ພຸ້ນແຫລະ ງົບປະມານຍັງບໍ່ມີ ເພື່ອປັບປຸງຕ່າງໆ ໃຫ້ມັນດີຫັ້ນນ່າ ງົບຣັດນີ້ແຫລະ ງົບຣັຖບານບໍ່ພຽງພໍ ເຮົາເຮັດຕາມງົບປະມານ ທີ່ເຮັດມີແຫລະ ປະຊາຊົນຊ່ອຍເຫລືອ ຕົວເອງຢູ່ ແຕ່ວ່າບາງບ້ານ ກໍທຸກ ເຮັດບໍ່ບາດານເອງ ເຮັດນ້ຳສ້າງເອງ ບາງບ້ານກະຍັງທຸກຫລາຍນະ".

ທ່ານກ່າວຕື່ມວ່າ ເຣື້ຶ້ອງບໍ່ມີນ້ຳສະອາດຫລືນ້ຳປະປາ ບໍ່ຮອດນັ້ນມີຢູ່ທຸກເມືອງ ໃນແຂວງບໍຣິຄຳໄຊ ຄາດວ່າ ປະມານ 18% ທົ່ວແຂວງບໍ່ມີ ນ້ຳສະອາດໃຊ້ ໃນເມືອງນຶ່ງກໍມີຢູ່ປະມານ 10 ບ້ານຈາກທັງຫມົດ 50-60 ບໍ່ມີນ້ຳສະອາດໃຊ້ ໂດຍສະເພາະ ໃນເຂດ ນອກເມືອງອອກໄປ ແຮ່ງໄດ້ຮັບຄວາມລຳບາກ.

ການແກ້ໄຂບັນຫາ ໃນຣະຍະຍາວນັ້ນ ຊາວບ້ານແລະທາງການກໍໄດ້ຊ່ອຍ ຂຸດນ້ຳສ້າງ ນ້ຳບາດານ ຫລືຕໍ່ທໍ່ມາຈາກ ແຫລ່ງນ້ຳຕ່າງໆ ແຕ່ຍັງ ມີຫລາຍແຫ່ງ ທີ່ທາງການບໍ່ສາມາດ ເຂົ້າໄປຊ່ອຍໄດ້ ເນື່ອງຈາກງົບປະມານ ບໍ່ພຽງພໍແລະການຮ້ອງຮຽນ ໄປຫາຂັ້ນ ເທິງ ບາງເທື່ອກໍໄດ້ ສ່ວນຫລາຍຈະບໍ່ໄດ້:

"ເຮົາຂຽນແຜນໄປແຕ່ລະປີ ແຕ່ວ່າເຮົາຂຽນແຜນບາງປີມັນ ກໍບໍ່ໄດ້ຕາມຈຳນວນແຜນຫັ້ນນ່າ ບາງປີກໍໄດ້ຕາມແຜນ ບາງປີກໍບໍ່ໄດ້ ເຮັດຕາມ ງົບປະມານ ນີ້ແຫລະ ບາງປີກໍຂຶ້ນແຜນ ສີບ້ານ ກໍໄດ້ 3-4 ບ້ານ ບາງບ້ານຍັງບໍ່ໄດ້ ກໍຊ່ວງນີ້ມັນຝົນຕົກ ກໍເອົານ້ຳຝົນ ໄວ້ແລ້ວກໍຕົ້ມກິນ".

ເຈົ້າຫນ້າທີ່ທ່ານນີ້ກ່າວຕື່ມວ່າ ນອກຈາກບັນຫາ ຣະບົບນ້ຳສະອາດແລ້ວ ແຂວງບໍຣິຄຳໄຊ ຍັງຂາດງົບປະມານ ໃນການສ້ອມແປງ ຖນົນ ຫົນທາງ ນຳອີກ ຊຶ່ງໃນຫລາຍບ້ານ ໃນປັດຈຸບັນ ຖນົນຕ່າງໆ ກໍເປ່ເພຫມົດ.



__________________
Anonymous

Date:
Permalink   
 

ເຂດເສຖກິດພິເສດ ຂ.ບໍ່ແກ້ວ ສ້າງ ບັນຫາ

4172e149-e42b-4caf-9040-ab5fb374fb7e.jpe

 

ສະມາຊິກສະພາແຫ່ງຊາດ ແຂວງບໍ່ແກ້ວ ຊຶ່ງເປັນແຂວງ ທີ່ຕັ້ງຂອງເຂດເສຖກິດພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜີ້ງ ໄດ້ສເນີຕໍ່ ຣັຖບານ ໃນກອງປະຊຸມ ສະພາແຫ່ງຊາດ ວ່າງຫຼັງໆມານີ້ ໃຫ້ແກ້ໄຂບັນຫາ ຫຍຸ້ງຍາກຂອງປະຊາຊົນ ໃນແຂວງຂອງຕົນ ເປັນຕົ້ນຢູ່ໃນເຂດ ເມືອງ ຕົ້ນເຜິ້ງ ທີ່ໄດ້ຮັບຜົລກະທົບຫຼາຍຢ່າງ ເປັນຕົ້ນການເສັຍທີ່ດິນທຳກິນ ບໍ່ມີວຽກເຮັດງານທຳຍ້ອນໂຄງການ ເສຖກິດພິເສດດັ່ງກ່າວ ດັ່ງຍານາງ ບຸນພອນ ເຮືອງມະນີ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງ ແຂວງບໍ່ແກ້ວ ກ່າວວ່າ:

"ຢູ່ແຂວງບໍ່ແກ້ວ ຂ້າພະເຈົ້າໄດ້ລົງໄປ ໄດ້ມີຄໍາສເນີຫລາຍທີ່ວ່າເຂດເສຖກິດ ທີ່ວ່າໄດ້ເອົາທີ່ດິນ ຂອງປະຊາຊົນໄປແລ້ວ ຂະເຈົ້າບໍ່ມີບ່ອນ ເຮັດຢູ່ທໍາກິນ ລະກະໄດ້ສເນີລາຍຊື່ໄປໃຫ້ ເຂດເສຖກິດຫັ້ນວ່າ ຢາກເປັນຄົນງານ ຢູ່ຫັ້ນລະກະບໍ່ໄດ້ ເຮັດຫຍັງ ຂະເຈົ້າກະບໍ່ຍອມຮັບເອົາ ຮັບເອົາແຕ່ຄົນຈີນ ນີ້".

ພ້ອມດຽວກັນນັ້ນ ຍານາງ ບຸນພອນ ຍັງໄດ້ກ່າວເຖິງບັນຫາທີ່ດິນ ຂອງປະຊາຊົນ ຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ທີ່ທາງໂຄງການ ນີ້ເອົາສ້າງສນາມບິນສາກົລ ຕາມຂ່າວ ກ່ອນໜ້ານີ້ວ່າ ຈະມີທາງແລ່ນ ຂຶ້ນ-ລົງ ຂອງເຮືອບິນ ຍາວ 2,700 ແມັຕ, ຈະສ້າງຕາມມາຕຖານ ສາກົລ, ມີຕຶກຜູ້ໂດຍສານ, ມີຫໍຄອຍຄວບຄຸມການບິນ ແລະສິ່ງອໍານວຍ ຄວາມສະດວກຕ່າງໆ ສາມາດຮອງຮັບ ເຮືອບິນນ້ອຍ-ໃຫຍ່ ແລະ ຜູ້ໂດຍສານໄດ້ ຕລອດ 24 ຊົ່ວໂມງ ແຕ່ຈົນມາເຖິງປັດຈຸບັນ ກໍຍັງບໍ່ສ້າງ ດັ່ງທີ່ຍານາງ ກ່າວວ່າ:

"ຄືເຂົາຕັ້ງບັນຫາວ່າ ເດີ່ນບິນກະບໍ່ສ້າງ ລະດິນເຂົາກະເອົາໄປ ລະຄ່າທີ່ດິນ ກະຍັງບໍ່ໄດ້ຮັບ ການຊົດເຊີຍຄົບຖ້ວນ ດຽວນີ້ກະຢາກສເນີໃຫ້ ທາງທ່ານຣັຖມົນຕຣີ ກວດກາເບິ່ງຕື່ມ ເພື່ອໃຫ້ເຂົາຫລຸດພົ້ນ ຈາກຄວາມທຸກຍາກ ເຂົາທຸກກວ່າເກົ່າດຽວນີ້ນໍ໊ ບາງຄົນກະໄດ້ແລ້ວ ເງິນຊົດ ເຊີຍ ແຕ່ວ່າກະໃຊ້ຈ່າຍ ໝົດແລ້ວ ແຕ່ບໍ່ມີວຽກເຮັດ".

ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ບໍຣິສັດ ດອກງິ້ວຄໍາ ຈາກປະເທດຈີນ ເປັນຜູ້ລົງທຶນ, ໄດ້ຮັບອະນຸມັດ ສຳປະທານ ຈາກຣັຖບານລາວ ໃນປີ 2007 ໃນເນື້ອທີ່ປະມານ 3 ພັນເຮັກຕາ, ໄດ້ລົງທຶນໄປແລ້ວ 700 ປາຍລ້ານ ໂດລາສະຫະຣັຖ ຈາກແຜນການລົງທຶນ ທັງໝົດ 2,250 ລ້ານໂດລາ. ອີງຕາມຂໍ້ມູນ ກະຊວງແຜນການ ແລະ ການລົງທຶນຂອງລາວ.

ມາຮອດປັດຈຸບັນ ທາງບໍຣິສັດ ກໍຍັງບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມສັນຍາ ການລົງທຶນ ແລະຕາມກົດໝາຍ ວ່າດ້ວຍທີ່ດິນ ຢ່າງຄົບຖ້ວນ ແລະບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍ ການສົ່ງເສີມ ການລົງທຶນ  ໂດຍສະເພາະ ມາດຕຣາ ທີ່ກໍານົດເຖິງ ອາຍຸ ສັມປະທານທີ່ດິນ ບໍ່ໃຫ້ ເກີນ 50 ປີ ໃນຂະນະທີ່ ອາຍຸສັມປະທານ ເຂດເສຖກິດພິເສດ ສາມຫລ່ຽມຄຳນີ້ ນານເຖິງ 99 ປີ.

ເວົ້າເຖິງສນາມບິນທີ່ວ່ານັ້ນ ກໍມີຂ່າວເມື່ອປີ 2014 ວ່າຊາວບ້ານຫລາຍບ້ານ ຮວມທັງ ບ້ານໂພນຮົມ ດອນໜູນ ພຽງຍາມ ມອກກະຈອກ ບ້ານຄວ້ານ ແລະບ້ານສີບຸນເຮືອງ  ໄດ້ພາກັນອອກມາ ຄັດຄ້ານ ບໍ່ໃຫ້ບໍຣິສັດ ດອກງິ້ວຄຳ ຂອງຈີນ ດຸດນາຂອງ ພວກເຂົາເຈົ້າ ເພາະບໍ່ ພໍໃຈນຳ ຈຳນວນເງິນຄ່າຊົດເຊີຍ ທີ່ທາງບໍຣິສັດ ນີ້ກຳນົດໃຫ້ ແບບບໍ່ຍຸຕິທັມ ຄືຕ່ຳເກີນໄປ.

ເຣຶ່ອງຄວາມຂັດຂ້ອງ ແລະການຕໍ່ວ່າຕໍ່ຂານ ຂອງປະຊາຊົນ ກ່ຽວກັບບັນຫາດັ່ງກ່າວ ໄດ້ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍ ແລະເຟສບຸກ ໃນເວລາເຈຣະຈາກັນ ຣະຫວ່າງ ຊາວບ້ານ ແລະເຈົ້າໜ້າທີ່ ໂຄງການນັ້ນ ຢ່າງກວ້າງຂວາງ ແຕ່ບັນຫາຍັງບໍ່ຖືກ ແກ້ໄຂ.



__________________
Anonymous

Date:
Permalink   
 

ເຫັນຂ່າວປະເທດລາວຊ່ວງນີ້ມັນຫຍຸ້ງປານເສັ້ນເຂົ້າປຸ້ນເນາະ : ຄ່ານ້ຳມັນກຽມຂຶ້ນ ຄ່ານ້ຳຄ່າໄຟກະແພງຂຶ້ນແລ້ວ ຄ່າຝາກລົດບາງບ່ອນຍັງຂຶ້ນ ຄ່າບໍລິການຕ່າງໆກໍມີແນວໂນ້ມຊິສູງຂຶ້ນເລື້ອຍໆ ໃນຂະນະທີ່ຄ່າແຮງແລະເງິນເດືອນລັດຖະກອນບໍມີແວວຊິສູງຂຶ້ນຕາມ ຜູ້ທຸກແຮງຊິຕາຍຊ້ຳແບບນີ້ຢ່າຝັນຫາຄວາມຈະເລີນ ປະເທດລາວເຮົາ ຄົນທີ່ເງິນບໍພໍໃຊ້ຫັນຫນ້າສູ່ການໂກງດ້ວຍຄວາມຈຳໃຈແລະສຸດທ້າຍກໍກາຍເປັນຄວາມໄດ້ໃຈແລະເປັນພະຍາດທີ່ປົວບໍໄດ້ໃນທີ່ສຸດ...

ໜ້າເຫັນໃຈລັດຖະບານແລະສົງສານປະຊາຊົນຕາດຳໆຢ່າງພວກເຮົາເອງນີ້ລະ



__________________
Anonymous

Date:
Permalink   
 

ນະໂຍບາຍຫັນຊັບໃຫ້ເປັນທຶນເປັນນະໂຍບາຍເອື້ອປະໂຫຍດ
ສ້າງຮັ່ງຄູນມີແກ່ນັກລົງທຶນຕ່າງປະເທດແລະການນຳທີ່ມີລາຍ
ເຊັນງາມເທົ່ານັ້ນ ຜູ່ທີ່ສູນເສຍຄືປະຊາຊົນຜູ່ໄຮ້ສິດສຽງ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard