ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖ້າປະເທດອື່ນ ບໍ່ຊ່ວຍເຫລືອ ພັກລັດໄປບໍ່ລອດ
Anonymous

Date:
ຖ້າປະເທດອື່ນ ບໍ່ຊ່ວຍເຫລືອ ພັກລັດໄປບໍ່ລອດ
Permalink   
 


ລາວ ແລະ ຈີນ ຮ່ວມວາງສີລາເລີກ ໂຮງໝໍມະໂຫສົດຫຼັງໃໝ່

23517953_1860904307553455_89497401941988

 

ລາວ-ຈີນ ວາງສີລາລືກໂຄງການກໍ່ສ້າງໂຮງໝໍມະໂຫສົດ 600 ຕຽງ

ໃນໂອກາດຢ້ຽມຢາມ ລັດຖະກິດ ສປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານປະເທດ ສປ ຈີນ ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017, ໄດ້ໄປຮ່ວມ ພິທີວາງສີລາລືກໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫລັງໃໝ່ ຂະໜາດ 600 ຕຽງ ທີ່ຈັດຂຶ້ນຢູ່ໂຮງໝໍມະໂຫສົດ, ນະຄອນຫລວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ມີການນໍາຂັ້ນສູງພັກ, ລັດ ຂອງ ສປ ຈີນ ແລະ ລາວ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂຄງການກໍ່ສ້າງຕຶກອາຄານໂຮງໝໍຫລັງໃໝ່ນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກ ສປ ຈີນ ໃນມູນຄ່າການກໍ່ສ້າງ ປະມານ 646.800.000 ຢວນ ອີງຕາມການອອກແບບກໍ່ສ້າງໂຮງຫມໍດັ່ງກ່າວ ຈະມີເນື້ອທີ່ດິນ 31.000 m2, ເນື້້ອທີ່ການກໍ່ສ້າງຕຶກມີ 54.000 m2, ຕຶກໃຫຍ່ມີ 8 ຊັ້ນ ແລະ ປະກອບດ້ວຍຕຶກອື່ນໆຈໍານວນນຶ່ງ.

 

23379896_1970045843208396_3042949038221223376323_1970046069875040_52754146847982

ຖືວ່ານີ້ເປັນການຊ່ວຍເຫລືອຂອງຈີນໃນການສ້າງໂຮງຫມໍຢູ່ຕ່າງປະເທດທີ່ມີເນື້ອທີ່ໂຄງການກໍ່ສ້າງຕຶກຂະຫນາດໃຫຍ່ທີ່ສຸດ, ຈໍານວນຕຽງຫລາຍທີ່ສຸດ ແລະ ງົບປະມານການລົງທຶນຫລາຍທີ່ສຸດ ຄາດຄະເນຈະລົງມືການກໍ່ສ້າງກ່ອນເດືອນ ຕຸລາ 2018, ຈະສຳເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນຕ່າງໆ ພາຍໃນ 36 ເດືອນ; ອາຄານບໍລິການການແພດດັ່ງກ່າວ ຈະສາມາດບັນຈຸຕຽງນອນຄົນເຈັບໄດ້ເຖິງ 600 ຕຽງ, ຊຶ່ງຈະປະກອບມີ: ພາກສ່ວນສຸກເສີນ, ພາກສ່ວນກວດເຂດນອກ, ພາກສ່ວນຫ້ອງນອນຄົນເຈັບ, ຫ້ອງປະຕິບັດການຝ່າຍການແພດ, ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ແລະ ຕຶກອາຄານບໍລິຫານ; ຈະສະໜອງຕິດຕັ້ງອຸປະກອນການແພດທີ່ທັນສະໄໝ ແລະ ອຸປະກອນຮັບໃຊ້ ແລະ ມີການຝຶກອົບຮົມພະນັກງານໃນການນຳໃຊ້ ແລະ ບູລະນະຮັກສາ ເປັນຕົ້ນ.



__________________
Anonymous

Date:
RE: ຖ້າປະເທດອື່ນ ບໍ່ຊ່ວຍເຫລືອ ພັກລັດໄປບໍ່ລອດ
Permalink   
 


ຂອບໃຈຣັຖບານແລະປະຊາຊົນຈີນທີ່ໃຫ້ການຊ່ອຍເຫຼືອ

ດີໃຈນຳປະຊາຊົນລາວບັນດາເຜົ່າທີ່ຈະໄດ້ຊົມໃຊ້ໂຮງພະຍາບານ

ຫລັງໃໝ່ ທີ່ໃຫຍ່ ແລະ ທັນສະໃໝເໝືອນປະເທດໃຫ້ຄຽງ.



__________________
Anonymous

Date:
Permalink   
 

23379896_1970045843208396_3042949038221223376323_1970046069875040_52754146847982

ໂຮງໝໍ ມະໂຫສົດ ຫຼາຍຄົນກໍ່ມີຄຳຖາມຂຶ້ນມາຢາກຮູ້ໃຫ້ຫຼາຍກວ່ານັ້ນ ແຕ່ມື້ນີ້ຄົງໄດ້ຂໍ້ມູນພຽງສ່ວນໜຶ່ງຄ່າວໆໄປກ່ອນນໍທ່ານຜູ້ອ່ານ ຕອນນີ້ຕາມຂໍ້ມູນເບື້ອງຕົ້ນໂຮງໝໍມະໂຫສົດຫລັງໃໝ່ແມ່ນໄດ້ຮັບການສະຫນັບສະຫນູນຈາກລັດຖະບານ ສປ ຈີນ ໂດຍຈະສ້າງທົດແທນຄືນອາຄານຫຼັງເກົ່າທີ່ເກົ່າແກ່ຊຸດໂຊມແລ້ວ ແລະໃຫ້ມີຫ້ອງນອນເພີ່ມຂຶ້ນອີກ 150 ຫ້ອງ, ຈາກເດີມ 450 ຫ້ອງໃນປະຈຸບັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard