ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກ ໂຄສະນາຂາຍອາຄານແລະຕຶກ
Anonymous

Date:
ພວກ ໂຄສະນາຂາຍອາຄານແລະຕຶກ
Permalink   
 


ລັດຖະບານ ລາວ ຈະພິຈາລະນາ ໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ໃນຕ່າງປະເທດ

70BF1B50-D9F9-4CA2-B03D-E4912E493F12_w10

 

ລັດຖະບານ ລາວ ຈະພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ໃນຕ່າງ
ປະເທດ ສະເພາະຜູ້ທີ່ມີຄຸນງາມຄວາມດີ ສ້າງຜົນປະໂຫຍດເປັນັກທຸລະກິດທີ່ດີເດັ່ນ
ແລະ ເປັນທີ່ຍອມຮັບໃນສັງຄົມ ລາວ ອີກດ້ວຍ.

ທ່ານນາງ ຄຳໃບ ຂັດຕິຍະ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຈຳປາສັກ
ໃຫ້ທັດສະນະໃນໂອກາດທີ່ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະ
ພາແຫ່ງຊາດ ລາວ ຊຸດທີ 8 ໃນລະຫວ່າງວັນທີ 16 ຕຸລາ-17 ພະຈິກ 2017 ນີ້ວ່າ
ການພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ທີ່ຢູ່ຕ່າງປະເທດນັ້ນຈະ
ຕ້ອງມີການກຳນົດຄຸນສົມບັດທີ່ພິເສດກວ່າຄົນເຊື້ອຊາດອື່ນໆ ເພາະຄົນເຊື້ອຊາດ
ລາວ ຍ່ອມມີຄວາມເຂົ້າໃຈໃນພາສາ, ສັງຄົມ, ວັດທະນະທຳ ແລະ ຮີິດຄອງປະເພນີ
ຕ່າງໆຂອງຊາດ ລາວ ຢູ່ແລ້ວ ຈຶ່ງຈະຕ້ອງມີການກຳນົດຄຸນສົມບັດໃນດ້ານອື່ນເພີ່ມ
ເຕີມສຳລັບຄົນເຊື້ອຊາດ ລາວ ທີ່ຢາກຈະໄດ້ສັນຊາດ ລາວ ດັ່ງທີ່ທ່ານນາງ ຄຳໃບ
ໄດ້ໃຫ້ການຢືນຢັນວ່າ.

"ການຮັບຜູ້ທີ່ມີເຊື້ອຊາດ ລາວ ເຂົ້າມາເປັນສັນຊາດ ລາວ ນີ້ຂ້າພະເຈົ້າຢາກໃຫ້ຕື່ມ
ອີກບາງເງື່ອນໄຂ ຖ້າວ່າພວກເຮົາຈະອີງໃສ່ແຕ່ເງື່ອນໄຂຢູ່ໃນມາດຕາທີ 18 ຂ້າພະ
ເຈົ້າຄິດວ່າຍັງບໍ່ທັນຮັດກຸມເທົ່າທີ່ຄວນ ກໍສະເໜີໃຫ້ຄວນຕື່ມໃສ່ ເປັນຕົ້ນແມ່ນຄວນ
ຈະເປັນຜູ້ທີ່ມີຜົນງານດີເດັ່ນ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ,
ສັງຄົມ ຫຼືວ່າຊ່ວຍເຫຼືອສັງຄົມ ຫຼືວ່າເປັນຜູ້ທີ່ປະກອບການດີເດັ່ນ, ເປັນນັກທຸລະກິດດີ
ເດັ່ນ, ເປັນຜູ້ທີ່ໄດ້ຮັບຜົນສຳເລັດ, ເປັນທີ່ສັງຄົມຍອມຮັບ, ຢາກໃຫ້ພິຈາລະນາໃນ
ເງື່ອນໄຂນີ້ຕື່ມ."

ທັງນີ້ສະມາຊິກສະພາແຫ່ງຊາດ ລາວ ກຳລັງພິຈາລະນາປັບປຸງກົດໝາຍວ່າດ້ວຍສັນ
ຊາດ ລາວ ໃນກອງປະຊຸມສະໄໝສາມັນຄັ້ງທີ 4 ນີ້ ເນື່ອງຈາກກົດໝາຍສະບັບປັດ
ຈຸບັນທີ່ບັງຄັບໃຊ້ນັບແຕ່ປີ 2004 ເປັນຕົ້ນມາມີເນື້ອໃນບໍ່ສອດຄ່ອງກັບລັດຖະທຳມະ
ນູນສະບັບລົງວັນທີ 8 ທັນວາ 2015 ແລະ ກົດໝາຍວ່າດ້ວຍລັດຖະບານ ສະບັບລົງ
ວັນທີ 15 ທັນວາ 2015 ທີ່ມີການໂອນອຳນາດການພິຈາລະນາໃນການໃຫ້ສັນຊາດ
ລາວ ແກ່ຊາວຕ່າງຊາດ ຫຼື ຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດນັ້ນ ຈາກຄະນະປະຈຳ
ສະພາແຫ່ງຊາດ ລາວ ມາເປັນຄວາມຮັບຜິດຊອບຂອງຄະນະລັດຖະບານ ລາວ ນັ້ນ
ເອງ.

ສ່ວນທ່ານນາງ ບົວທາ ຂັດຕິຍະ ປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງ
ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຢືນຢັນວ່ານະໂຍບາຍສຳຄັນ
ທີ່ລັດຖະບານ ລາວ ໄດ້ກຳນົດເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ກໍຄື
ການທີ່ຈະໃຫ້ສິດທິການຢູ່ອາໄສໃນ ລາວ ຢ່າງຖາວອນແກ່ຊາວຕ່າງຊາດ ແລະ ຄົນ
ເຊື້ອຊາດ ລາວ ຢູ່ຕ່າງປະເທດ ທີ່ໄດ້ຊື້ຫ້ອງພັກອາໄສທີ່ອາຄານສູງ 19 ຊັ້ນ ທີ່ມີຢູ່ເຖິງ
12 ອາຄານຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງ ນະຄອນຫຼວງວຽງຈັນ ຊຶ່ງລົງ
ທຶນໂດຍບໍລິສັດ ວ່ານ ເຟີງ ຊຽງໄຮ ຈາກປະເທດ ຈີນ.

ໂດຍໃນປັດຈຸບັນ ການກໍ່ສ້າງອາຄານທີ່ພັກອາໄສສູງ 19 ຊັ້ນໄດ້ດຳເນີນການສຳເລັດ
ແລ້ວ 7 ອາຄານຈາກແຜນການທີ່ວາງໄວ້ທັງມົດ 12 ອາຄານ ຊຶ່ງກໍປາກົດວ່າມີຊາວ
ຕ່າງຊາດ ແລະ ຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດໄດ້ຈອງຊື້ອາຄານທີ່ພັກອາໄສໄປ
ແລ້ວ 6 ອາຄານ ສ່ວນອີກ 1 ອາຄານນັ້ນນັກທຸລະກິດ ຈີນ ໄດ້ຈອງຊື້ເພື່ອພັດທະນາ
ປັບປຸງເປັນໂຮງແຮມລະດັບ 5 ດາວທີ່ມີຫ້ອງພັກທັງໝົດ 128 ຫ້ອງ ຊຶ່ງຈະແລ້ວສຳ
ເລັດໃນມໍ່ໆນີ້.

ໃນຂະນະທີ່ ທ່ານ ຫຼິວ ຈຸນ ຜູ້ອຳນວຍການຝ່າຍຂາຍຂອງບໍລິສັດ ວ່ານ ເຟີງ ຊຽງໄຮ
ກໍຢືນຢັນວ່າ ການພັດທະນາເຂດເສດຖະກິດສະເພາະ ບຶງທາດຫຼວງ ຍັງດຳເນີນໄປ
ຢ່າງຕັ້ງໜ້າ ໂດຍໄດ້ເປີດໃຫ້ບໍລິການໃນສ່ວນທີ່ເປັນສູນການຄ້າ, ຮ້ານອາຫານ ແລະ
ຕະຫຼາດກາງຄືນແລ້ວ ສ່ວນບັນດາຜູ້ທີ່ຈອງຊື້ອາຄານທີ່ພັກອາໄສທັງ 6 ອາຄານ ກໍ
ສາມາດເຂົ້າໄປຢູ່ອາໄສໄດ້ແລ້ວ ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ສ່ວນອີກ 5 ອາ
ຄານກໍກໍ່ສ້າງສຳເລັດແລ້ວນັບແຕ່ເດືອນມິຖຸນາ 2017 ເປັນຕົ້ນມາ ຈຶ່ງຍັງເຫຼືອພຽງ
ແຕ່ການຕົກແຕ່ງພາຍໃນອາຄານເທົ່ານັ້ນໃນເວລານີ້.

ບໍລິສັດ ວ່ານ ເຟີງ ຊຽງໄຮ ໄດ້ເລີ່ມການພັດທະນາເຂດເສດຖະກິດສະເພາະບຶງ
ທາດຫຼວງ ນັບແຕ່ປີ 2012 ດ້ວຍເງິນລົງທຶນເລີ່ມຕົ້ນ 1,600 ລ້ານໂດລາ ຫາກແຕ່ກໍ
ໄດ້ເພີ່ມທຶນເປັນ 5,000 ລ້ານໂດລາໃນປັດຈຸບັນນີ້.



__________________
Anonymous

Date:
Permalink   
 

ຂ້ອຍເຫັນມາຫລາຍແລ້ວໂຄງການໃຫ່ຍແບບນີ້ໄປ ບໍ່ລອດ

เมืองทองธานีของไทย ก็ใช้เวลาร่วม 30 ปี ก็ยังไม่สำเร็จ

/download.spark?ID=2084340&aBID=138054

 

โครงการตึกสูงที่สุดในโลกที่จะสร้างในกรุงพนมเปญ
ก็ไม่ประสบความสำเร็จ

/download.spark?ID=2084333&aBID=138054

 

โครงการเมืองเกาหลี Camka City ในกรุงพนมเปญก็ไม่ประสบความสำเร็จ

/download.spark?ID=2084334&aBID=138054

 

ເຊີນທ່ານອ່ານໄດ້ທີ່ນີ້:  http://www.laohomelao.activeboard.com/t64016387/topic-64016387/



__________________
Anonymous

Date:
Permalink   
 

การลงทุนขนาดใหญ่มีความเสี่ยงสูง จึงต้องมีหลักประกันที่ดี

สิ่งที่ควรดำเนินการเพื่อประกันความสำเร็จก็คือ

1. รัฐบาลต้องทำสัญญาให้รัดกุม หากเอกชนที่รับสัมปทานใด ไม่สามารถดำเนินการต่อได้ ต้องให้รายใหม่เข้าทำต่อได้ทันที ไม่เสียค่าโง่เช่น กรณีทางด่วน     กรณีเหมืองทองคำ ฯลฯ

2. การลงทุน อาจเป็นการร่วมลงทุนระหว่างเจ้าของโครงการ สถาบันการเงิน และผู้เกี่ยวข้องอื่นตามแนวคิดแบบการแบ่งสรรผลประโยชน์แทนที่จะเสี่ยงเฉพาะผู้ประกอบการเพียงฝ่ายเดียว

3. การลงทุนในโครงการต้องมีระบบการประกันเงินดาวน์แก่ผู้ลงทุน หากโครงการล้มเหลว เงินดาวน์สำหรับการลงทุนเช่าหรือซื้ออสังหาริมทรัพย์ก็ยังได้รับคืน จะทำให้ผู้ซื้อมั่นใจมากขึ้น

4. การรายงานข่าวการพัฒนาอย่างต่อเนื่อง เป็นจริง ครอบคลุม ไม่บิดเบือน เพื่อประโยชน์ต่อทุกฝ่าย

5. รัฐบาลต้องควบคุมการสั่งจ่ายเงินในโครงการโดยเฉพาะในวงเงินที่กำหนดไว้ เช่น ตั้งแต่ 100 ล้านขึ้นไป โดยมีการตรวจสอบที่ดี เพื่อป้องกันการฟอกเงิน หรือ ป้องกันการทุจริตในโครงการเอง เป็นต้น



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard