ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປີທອ່ງທຽ່ວລາວ 2018
Anonymous

Date:
ປີທອ່ງທຽ່ວລາວ 2018
Permalink   
 


ເບິ່ງເອົາເດິ ພີ່ນ້ອງ ປີທອ່ງທຽ່ວລາວແດງ 2018

23659259_196367740934495_215713169984151

ຣົດປ້າຍ ສີຟ້າ  ເຮັດວຽກນຳກະຊວງ



__________________
Anonymous

Date:
Permalink   
 

ເສັ້ນທາງຈີ່ນາຍໂມ້ ຫາ ບ້ານຫ້ອມ ສ້າງບໍ່ແລ້ວ

d8acbd82-2d57-4d97-ba12-0fbb78d3898f.jpe

 

ຊາວບ້ານທີ່ອາໃສຢູ່ເຂດຈີ່ນາຍໂມ້ ຫາບ້ານຫ້ອມ-ຖິ່ນເພັຽ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພາກັນຈົ່ມວ່າ ໃນລະຍະ 2-3 ເດືອນມານີ້, ທາງບາງບ່ອນ ຍັງເປັນຂຸມ ເປັນບໍ່ຫຼາຍ ແລະບາງຈຸດກໍ່ເປ່ເພໜັກ ເຖິງແມ່ນວ່າທາງການ ໄດ້ສ້າງເສັ້ນທາງເສັ້ນນີ້ໄປແລ້ວ ເຄິ່ງນຶ່ງ, ແຕ່ສ່ວນທີ່ເຫລືອຢຸດສ້າງ ເຮັດໃຫ້ການເດີນທາງ ໄປ-ມາຍາກ ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ:

“ໂອ້! ຂຸມຫຼາຍ ບໍ່ໃຫ້ເວົ້າເຣື້ອງຂຸມນີ້. ຂີ່ຣົດອອກ ຈົນຍາກຈົນເມື່ອຍພຸ້ນລະ, ເຕັ້ນຟອກ. ເພາະວ່າຄົນຂ້າງເຮືອນຫຼາຍ ລະກະຣົດແກ່ດິນ ແກ່ຫີນແກ່ຊາຍນີ້ລະ ມັນພາໃຫ້ເພ ຝົນຊ້ຳພັດຕົກລິນຕລອດຊ້ວງນຶ່ງນີ້ນ່າ. ທາງຫັ້ນທຽວຍາກ ທາງນິໂງະທາງຊອດ ບ້ານຫ້ອມສາຣາຄຳ ກະທາງບັກຍາກໆ."

ຊາວບ້ານສະຫວ່າງ ທີ່ຢູ່ເຂດບ້ານຫ້ອມ ກໍໄດ້ກ່າວເມື່ອບໍ່ດົນມານີ້ວ່າ ທາງການໄດ້ສ້າງທາງເສັ້ນນີ້ ມາໄດ້ເຄິ່ງນຶ່ງແລ້ວ ໂດຍແມ່ນບໍຣິສັດຈີນ ເປັນຜູ້ຮັບເໝົາ, ແຕ່ຕົກມາຮອດ ທ້າຍເດືອນ ກັນຍາ ທີ່ຜ່ານມາ ກໍເຫັນກັມມະກອນຈີນ ພາກັນຂົນເຄື່ອງຈັກ ແລະ ອຸປກອນການກໍ່ສ້າງ ເສັ້ນທາງນີ້ ອອກໄປຈາກເຂດບ້ານ ຂອງຕົນແລ້ວ ໂດຍທີ່ໄທບ້ານບໍ່ຮູ້ຈັກວ່າ ເປັນຍ້ອນສາເຫຕໃດ.

ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ເວົ້າກັບວິທຍຸເອເຊັຍເສຣີ ເມື່ອວັນທີ 16 ພຶສຈິກາ ນີ້ວ່າ ໂຄງການກໍ່ສ້າງທາງ ຈາກ 3 ແຍກ ຈີ່ນາຍໂມ້ ໄປຫາບ້ານທ່າແຂກ ຍັງຈະສືບຕໍ່ຢູູ່, ສາເຫຕ ທີ່ໂຄງການຢຸດສະງັກໄປ ລະຍະນຶ່ງນັ້ນ ແມ່ນຍ້ອນຜູ້ລົງທຶນໝົດເງິນ ແລະ ຍັງຢູ່ໃນຂັ້ນຕອນແລ່ນຂໍເງິນກູ້ຢືມ ເພື່ອຈະສ້າງຕໍ່ໄປຢູ່.

“ເພາະວ່າດຽວນີ້ຂະເຈົ້າຂອງໂຈະນຶ່ງເດືອນ ເພື່ອຈະໄປແລ່ນເງິນກູ້, ລະໃຫ້ທາງຣັຖບານເຮົາຫັ້ນຄ້ຳປະກັນວຽກ ທີ່ໄດ້ເຮັດຜ່ານມາໃຫ້ ເພື່ອຈະໄປຢັ້ງຢືນແກ່ແຫຼ່ງເງິນກູ້ຫັ້ນ ລະໂຄງການຍັງຊິສືບຕໍ່ຢູ່. ຊິຮອດບ້ານທ່າແຂກ ໂຄງການຮອດແຕ່ຫັ້ນເຈົ້າ. ຊ້ວງບ້ານສາຣາຄຳ ແມ່ນແຜນສອງ ລະເງິນໂຄງການເຫຼືອລະຈະສືບຕໍ່ ໄປທາງບ້ານສາຣາຄຳ, ແຕ່ວ່າຖ້າທາງຝ່າຍຈີນ ໄປແລ່ນເງິນກູ້ມາຢູ່ເຈົ້າ."

ທ່ານກ່າວຕື່ມວ່າ ທາງບໍຣິສັດຜູ້ຮັບເໝົາ ຂໍເວລາແລ່ນຂໍເງິນກູ້ຢືມ ຈັກໄລຍະນຶ່ງກ່ອນ ແລະ ໂຄງການນີ້ ຄາດວ່າອາດຈະກັບມາສ້າງຕໍ່ ໄປອີກ ປະມານກາງເດືອນທັນວານີ້. ຕາມສັນຍາ ມີກຳນົດສ້າງໃຫ້ສຳເຣັດ ແລະ ສົ່ງມອບໂຄງການ ພາຍໃນປີໃໝ່ລາວ ທີ່ຈະມາເຖິງນີ້.

ປັດຈຸບັນ, ໂຄງການກໍ່ສ້າງເສັ້ນທາງ ແຕ່ 3 ແຍກຈີ່ນາຍໂມ້ ຫາບ້ານຫ້ອມ ສ້າງສຳເຣັດໄປແລ້ວ 52%,. ໂຄງການນີ້ ໄດ້ແບ່ງອອກເປັນ 2 ໄລຍະ ຄື ໄລຍະແຕ່ 3 ແຍກຈີ່ນາຍໂມ້ ຫາບ້ານທ່າແຂກ ແລະໄລຍະ ແຕ່ບ້ານທ່າແຂກ ໄປຊອດໃສ່ເສັ້ນທາງ ບ້ານສາຣາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.



__________________
Anonymous

Date:
Permalink   
 

ສປປລ ແຂວງເຊກອງ ເມືອງຕ່າແຕງ


ມືນີ້ ຊາວບ້ານໃດ້ໄປພົບເຫັນທອນໄມ້ໄຫຍ່ຫລາຍຢູ່ໃນປ່າແລະກໍມີໂຮງເລືອຍນຳ. ກໍເລຍຖາມມາວ່າ: “ ມີຄຳສັ່ງຈາກນາຍທອງລູນແລ້ວຄືບໍ່ປະຕີບັດ. ກໍໃຫ້ຄັ້ນເຖີງມາກວດສອບແນ່!!!”
ຖ້າແມ່ນຫວຽດນາມກໍຄວນສົງກັບໄປປະເທດເຂົາຄືນສະ. ໃຫ້ຢູ່ຕໍ່ໄປປ່າໄມ້ກໍຈະຫມົດໄປ. ຖ້າແມ່ນຜູ້ມີອຳນາດມີສວ່ນກຽວກໍຄວນເອົາໄປລົງໂທດໃຫ້ເປັນແບບຢັງ. ເພື່ອຮັກສາປ່າໄມ້ແລະສັດປ່າທີ່ຫຢັງເລືອບໍ່ຫລາຍແລ້ວ!!!

 



__________________
Anonymous

Date:
Permalink   
 

Welcome to Laos, best of the mud road of the world

23722754_1536725103114827_43444016473636



__________________
Anonymous

Date:
Permalink   
 

ຄືບໍ່ຈັດກຣຸປ໌ທົວຣ໌ ແບບໄປເລາະຊົມບ້ານພັກຂອງພວກຜູ້ນຳລາວທັງຫລາຍ

ຂ້ອຍຄຶດວ່າຄົນຈະເຂົ້າໄປທ່ອງທ່ຽວເມືອງລາວຫລາຍແນ່ນອນ.

ຄຶດຊື່ໆ ເດີ້ ເຮັດໄດ້ກະເຮັດ ເຮັດບໍ່ໄດ້ລະກະແລ້ວໄປ ....

 



__________________
Anonymous

Date:
Permalink   
 

ນັກທ່ອງທ່ຽວຊາວຕາເວັນຕົກມັກຜະຈົນໄພ, ຫົນທາງລຳບາກ

ກັນດານແບບນີ້ລະ ເຂົາມັກ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard