ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ ທອງລຸນ ຄຸຍໂມ້ອີກແລ້ວ
Anonymous

Date:
ທ່ານ ທອງລຸນ ຄຸຍໂມ້ອີກແລ້ວ
Permalink   
 


ຍັງ 6 ແຂວງທີ່ປະຊາຊົນຍາກຈົນທີ່ສຸດໃນປະເທດລາວ

ທ່ານນາຍົກ ທອງລຸນ ສີສຸລິດ ກ່າວວ່າ: ເປົ້າໝາຍຂອງລັດຖະລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວ ຫລຸດພົ້ນຈາກສະພາບການດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ເປົ້າໝາຍລົບລ້າງຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.

2008-11.jpg23.jpg

 

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຄິດເປັນ 0.48 ເປີເຊັນ ຂອງບ້ານທຸກຈົນທັງໝົດໃນທົ່ວປະເທດ ແຕ່ຈາກການຈັດຕັ້ງປະຕິບັດຕົວຈິງບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0,03 ເປີເຊັນ ເທົ່ານັ້ນຂອງບ້ານທຸກຍາກທີ່ມີຢູ່ທັງໝົດ 1,736 ບ້ານ. ຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸ ຄາດໝາຍໄດ້.ໃນລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6.546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດມີ 6 ແຂວງຄື: ແຂວງສາລະວັນ ບໍ່ແກ້ວ ເຊກອງ ຫົວພັນ ຊຽງຂວາງ ສ່ວນຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍຈະລົບລ້າງບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອເຮັດໃຫ້ເຫຼືອ 70,924 ຄອບຄົວທີ່ຍາກຈົນ ຫຼື 6,09 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດລາວ. ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງຍັງວາງຄາດໝາຍການລົບລ້າງບ້ານທຸກຈົນ ໃຫ້ໄດ້ 178 ບ້ານ ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດເປັນ 18 ເປີເຊັນ ຂອງບ້ານທັງໝົດ.

495.jpg695.jpg

ທ່ານນາຍົກລັດຖະມົນຕີ ຍອມຮັບວ່າການຈັດຕັ້ງປະຕິບັດແຜນການພັດທະນາ ທີ່ບໍ່ສາມາດບັນລຸຄາດໝາຍໄດ້ນັ້ນ ເປັນຍ້ອນລັດຖະບານ ຍັງມີບຸກຄະລາກອນຈຳນວນຫຼາຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ.

ຕາມທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນການພັດທະນາໃນດ້ານຕ່າງໆ ຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງເອົາໄວ້ໄດ້ເລີຍນັ້ນມີສາເຫດສຳຄັນມາຈາກກົນໄກການຈັດຕັ້ງປະຕິບັດວຽກງານຂອງລັດຖະບານທັງໃນລະດັບສູນກາງ ແລະທ້ອງຖິ່ນ ຍັງມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ ທັງຍັງເປັນບຸກຄະລາກອນ ທີ່ບໍ່ມີຄວາມຮູ້ ແລະຄວາມສາມາດໃນວຽກງານ ທີ່ຮັບຜິດຊອບອີກດ້ວຍ.ໂດຍທ່ານກ່າວວ່າ “ການບໍລິຫານ ຈັດການ ການປະສານ ແລະ ການປະຕິບັດພາລະບົດບາດຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະທ້ອງຖິ່ນ ມີຫຼາຍກໍລະນີບໍ່ເຂັ້ມງວດ ຍັງເອື່ອຍອິງ ຍັງໜິ້ງໃສ່ກັນ ບໍ່ກ້າປັບປ່ຽນວິທີເຮັດວຽກ ບໍ່ກ້າປັບປ່ຽນພະນັກງານ ທີ່ຂາດຄຸນສົມບັດ ຂາດຈັນຍາບັນ ລວມທັງຜູ້ທີ່ຂາດຄວາມສາມາດໄດ້ເທື່ອ ຈຶ່ງພາໃຫ້ກົງຈັກຂາດປະສິດທິພາບ ຂາດຄວາມຄ່ອງຕົວ ແຕ່ຍັງສືບຕໍ່ດຳເນີນການຕາມເດີມຢູ່ ຖ້າມີການປັບປ່ຽນ ກໍຍັງມີລັກສະນະບໍ່ທັນເຂົ້າເຖິງ ແກ່ນແທ້ຂອງບັນຫາເທື່ອ.”



__________________
Anonymous

Date:
Permalink   
 

ມັນບໍ່ ແມ່ນແຕ່ 6 ແຂວງດອກ ອັນຍາ ມັນທົ່ວທັງປະເທດນິລະ ສ່ວນຄົນລວຍແທ້ແທ້ ມັນເກືອບຢາກວ່າມີແຕ່ອັນຍາເຈົ້ານາຍພວກທ່ານ
ສ່ວນປະຊາຊົນທີ່ບໍ່ແມ່ນເຈົ້ານາຍ ເກືອບ70%ທຸກ, ຢ້ອນຂາດໂອກາດ, ຂາດປັດໃຈ, ຂາດສິ່ງເອື້ອອຳນວຍທາງການສຶກສາ, ປະຊາຊົນທີ່ຫ່າງໄກ ເສັ້ນທາງທຸລະກັນດານ ໂຮງຮຽນບໍ່ມີ ສ່ວນໂຮງໝໍຮື່..ຮື່... ບໍ່ຕ້ອງຖາມຫາ ຖ້າມີໂຮງໝໍກະປະຊາຊົນຄືຊິບໍກ້າເຂົ້າໄປປົວນຳແລ້ວ ເພາະແພດໝໍທຸກມື້ນີ້ກະຄືທີ່ເຮົາຮູ້ກັນດີທຸກມື້ນິ( ແຕ່ກະບາງຈຳນວນດອກ) ຂຽນຍາວໄປອີກແລ້ວ



__________________
Anonymous

Date:
Permalink   
 

ແຂວງ ຫົວພັນ
ແຂວງ ຊຽງຂວາງ
ແຂວງ ອຸດົມໄຊ

3 ແຂວງນີ້ເປັນເຂດປົດປອ່ຍ ຂອງຜູ້ນຳແນວລາວສ້າງຊາດພວກສູ

ເປັນຫຍັງຄືມາພາກັນທຸກຍາກແທ້..? ຂໍຖາມແດ່



__________________
Anonymous

Date:
Permalink   
 

ຂຸດຄຳໄປຈົນກຽ້ງບໍ່....! ບໍຣິຈາກໝອ່ຍແທ້?

02.jpg13.jpg

ບໍລິສັດ MMG LXML ບໍ່ຄຳ-ບໍ່ທອງ ເຊໂປນມອບ ເຄື່ອງອຸປະກອນ ກູ້ຊີບ-ກູ້ໄພແກ່ມູນນິທິ

ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງ ສະຫວັນນະເຂດມູນຄ່າ 23,450,000 ກີບ

Screen%2BShot%2B2017-11-20%2Bat%2B21.55.

 

ສໍາລັບການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຕ່າງໜ້າມອບໂດຍ  ທ່ານ ສະໝານ ອາເນກາ ຜູ້ອຳນວຍການ ແລະ ຜູ້ຈັດການດ້ານປະສານງານກັບຜູ້ມີສ່ວນຮ່ວມ ບ/ສ MMG ລ້ານຊ້າງ ມີເນໂຮນສ໌ ລິມີເຕັດ, ທ່ານ ໂລບີ້ນ ຮາມີນຕັ້ນ ໂຄດ- ຜູ້ຈັດການດ້ານປະສານງານພາຍນອກ ປະຈຳຫ້ອງການເມວເບີນ MMG, ທ່ານ ຄຳໃສ ວິໄລວົງ ທີ່ປືກສາອາວຸໂສ ບ/ສMMG ລ້ານຊ້າງ ມີເນໂຮນສ໌ ລິມີເຕັດ  ແລະ ທ່ານ ຈັນທອນ ເນົ່ວະລາດ ຮອງອຳນວຍການ ແລະ ຫົວໜ້າໜ່ວຍງານພົວພັນກັບລັດຖະບານ ບ/ສ MMG ລ້ານຊ້າງ ມີເນໂຮນສ໌ ລິມີເຕັດ

Screen%2BShot%2B2017-11-20%2Bat%2B21.55.

 



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard