ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ.ນາມ ວິຍະເກດ ຖືກຍ້າຍ ໜ້າທີ່
Anonymous

Date:
ທ.ນາມ ວິຍະເກດ ຖືກຍ້າຍ ໜ້າທີ່
Permalink   
 


ທ.ນາມ ວິຍະເກດ ຖືກຍ້າຍ ໜ້າທີ່

23659382_527041634334409_313680469354942

ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງຍ້າຍ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ຢູ່ສະພາວິທຍາສາດ-ສັງຄົມ ແຫ່ງຊາດ ໃນວັນທີ 21 ພຶສຈິກາ. ເຫດຜົນໃນການຍ້າຍໃນຄັ້ງນີ້ ແມ່ນການບໍຣິຫານຜິດພາດ ເຮັດໃຫ້ງົບປະມານ ມີການຮົ່ວໄຫລ, ບັນຫາ ການໄປພົວພັນທຸຣະກິດສົ່ງໄມ້ອອກ ແລະ ບັນຫາທີ່ດິນ. ເຈົ້າໜ້າທີ່ອົງການກວດກາຣັຖບານ ຢູ່ແຂວງພາກໃຕ້ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 22 ພຶສຈິກາ ວ່າ:

"ມັນກໍມີຫລາຍເຫດຜົນໃນການສັ່ງຍ້າຍເປັນຕົ້ນແມ່ນເລື້ອງ ບັນຫາງົບປະມານຮົ່ວໄຫລ, ແລະ ທີ່ພົ້ນເດັ່ນໄປກວ່ານັ້ນ ກໍຄື ເລື້ອງທີ່ ທ່ານ ນາມ ວິຍະເກດ ແລະຄອບຄົວ ມີສ່ວນພົນພັນເລື້ອງລົດໄມ້ 27 ຄັນ ທີ່ຖືກກັກໄວ້ ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ໃນຊ້ວງເດືອນ ພຶສພາ ທີ່ຜ່ານມາ".

ໃນຂະນະທີ່ ທ່ານ ນາມ ກໍໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ຄອບຄົວຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງ ເລື້ອງທຸຣະກິດຄ້າໄມ້ ແຕ່ໃດມາ ແຕ່ ເຈົ້າໜ້າທີ່ ອົງການກວດກາຣັຖບານ ໄດ້ກ່າວຕື່ມອີກວ່າ ບັນຫາຫລັກໆ ກໍຄືການໃຊ້ ອຳນາດໃນການ ເອື້ອອຳນວຍ ຜົນປະໂຫຍດ ໃຫ້ແກ່ ຄອບຄົວ ຂອງຕົນເອງ ແລະງົບປະມານມີການຮົ່ວໄຫລ ຫລາຍກວ່າ 1,000 ຕື້ກີບ.

ນອກຈາກນີ້ ພະນັກງານປະຈຳແຂວງອັດຕະປື ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 20 ພຶສຈິກາ ວ່າ:

"ພະນັກງານສ່ວນຫລາຍຢູ່ແຂວງນີ້ ກໍພາກັນວິຈານວ່າ ຄວນຈະປ່ຽນເຈົ້າແຂວງ [ທ່ານ ນາມ] ແຕ່ດົນແລ້ວ ເພາະວ່າ ມາຢູ່ກໍບໍ່ໄດ້ ສ້າງຫຍັງ ນອກຈາກຈະເອົາດິນ ແລະເອົາເງິນເຂົ້າກະເປົາໂຕເອງ".

ທີ່ດິນຢູ່ແຂວງອັດຕະປື ທີ່ ທ່ານ ນາມ ໂອນເອົາເປັນກັມມະສິດ ຂອງຕົນເອງແມ່ນ ຢູ່ຕໍ່ໜ້າໂຮງແຮມດອກຈຳປາ ບ້ານຫລັກສາມ ເມືອງ ສາມັກຄືໄຊ, ທີ່ດິນສະໜາມກ໊ອຟ ຢູ່ບ້ານເຊກະໝານ, ແລະ ທີ່ດິນບໍລະເວນກວ້າງ ທີ່ຕິດກັບເຮືອນຊົງລາວ ຂອງທ່ານ ທີ່ຕັ້ງຢູ່ສົ້ນຂົວ ເຊກະໝານ 2 ຢູ່ບ້ານເຊກະໝານ ທີ່ຂຶ້ນກັບເມືອງສາມັກຄີໄຊ ແລະຍັງມີທີ່ດິນອີກຫຼາຍບ່ອນທີ່ທ່ານໂອນ ເອົາໄປກັມມະສິດຂອງຕົນເອງ ພະນັກງານແຂວງອັດຕະປື ທ່ານນີ້ ກ່າວຢ້ຳ.

ຜູ້ທີ່ຖືກແຕ່ງຕັ້ງເປັນເຈົ້າແຂວງຄົນໃໝ່ແທນ ທ່ານນາມ ວິຍະເກດ ແມ່ນ ທ່ານ ເລັດ ໄຊຍະພອນ ຜູ້ທີ່ເຄີຍເປັນເຄີຍເປັນຮອງ ເຈົ້າແຂວງ ແລະເປັນປະທານ ສະພາປະຊາຊົນ ແຂວງອັດຕະປື.

ພິທີມອບຮັບໜ້າທີ່ ລະຫວ່າງເຈົ້າແຂວງຜູ້ເກົ່າ ແລະ ເຈົ້າແຂວງຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 21 ພຶສຈິກາ ທີ່ຜ່ານມາ ຢູ່ແຂວງອັດຕະປື ໂດຍຊ້ອງໜ້າ ທ່ານ ພັນຄຳ ວິພາວັນ ຮອງ ປະທານປະເທດ. ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ກ່າວ ຕອນນຶ່ງວ່າ: ການຊັບຊ້ອນພະນັກງານການນຳຂັ້ນສູງ [ໝາຍເຖິງເຈົ້າແຂວງ] ໃນຄັ້ງນີ້ແມ່ນອີງໃສ່ ຄວາມຮຽກຮ້ອງຕ້ອງການ ຂອງໜ້າວຽກ ໃນໄລຍະໃໝ່.

 



__________________
Anonymous

Date:
Permalink   
 

ຂໍສະແດງຄວາມຍິນດີນຳຢ່າງສຸດໃຈ ແລະຂໍອ່ວຍພອນໃຫ້ທ່ານເຮັດຫລ້ອນທຸກໜ້າທີ່ !

 



__________________
Anonymous

Date:
Permalink   
 

ເຈົ້າແຂວງຜູ້ເກົ່າ ທີ່ລ້ຳລວຍແລ້ວໃຫ້ຍົກຍ້າຍອອກໄປ ເອົາຜູ້ໃຫມ່ຂຶ້ນມາແທນທີ່ ເພື່ອຈະຮັ່ງມີດີໄດ້ຄືຜູ້ກ່ອນນັ້ນ

ນີ້ແມ່ນະໂຍບາຍຂອງພັກ-ລັດແລະຂັ້ນເທິງທີ່ໄດ້ວາງລົງມາແຕ່ດົນແລ້ວ.



__________________
Anonymous

Date:
Permalink   
 

Anonymous wrote:

ເຈົ້າແຂວງຜູ້ເກົ່າ ທີ່ລ້ຳລວຍແລ້ວໃຫ້ຍົກຍ້າຍອອກໄປ ເອົາຜູ້ໃຫມ່ຂຶ້ນມາແທນທີ່ ເພື່ອຈະຮັ່ງມີດີໄດ້ຄືຜູ້ກ່ອນນັ້ນ

ນີ້ແມ່ນະໂຍບາຍຂອງພັກ-ລັດແລະຂັ້ນເທິງທີ່ໄດ້ວາງລົງມາແຕ່ດົນແລ້ວ.


 ແຕ່ກ່ອນ ຕອນສະໃໝຕໍ່ສູ້ຊິງອຳນາດ

ເພິ່ນວ່າ ປະຊາຊົນສຸກກ່ອນ, ເມື່ອຍຶດອຳນາດໄດ້ແລ້ວ
ການນຳຈຶ່ງສຸກຕາມຫລັງ.

ແຕ່ເມື່ອເບິ່ງສະພາບຕົວຈິງແລ້ວ ຊົນຊັ້ນປົກຄອງ ຍາມໃດ
ກໍ່ສຸກກ່ວາຊົນຊັ້ນທີ່ຖືກປົກຄອງ.

ເຫັນດີນຳຄຳເຫັນຂອງທ່ານ !



__________________
Anonymous

Date:
Permalink   
 

Anonymous wrote:

ເຈົ້າແຂວງຜູ້ເກົ່າ ທີ່ລ້ຳລວຍແລ້ວໃຫ້ຍົກຍ້າຍອອກໄປ ເອົາຜູ້ໃຫມ່ຂຶ້ນມາແທນທີ່ ເພື່ອຈະຮັ່ງມີດີໄດ້ຄືຜູ້ກ່ອນນັ້ນ

ນີ້ແມ່ນະໂຍບາຍຂອງພັກ-ລັດແລະຂັ້ນເທິງທີ່ໄດ້ວາງລົງມາແຕ່ດົນແລ້ວ.


 ລະບົບໂຈນ ປຸ້ນຊາດ ປຸ້ນປະຊາຊົນ

ຂາຍຊາດຍັງບໍ່ພໍ ຍັງມາພາກັນປຸ້ນ ຊາດອີກ

ຊົ່ວກວ່ານີ້ຫາບໍ່ມີອີກແລ້ວໃນໂລກນີ້...

ກົດຫມາຍກໍພາກັນເຮັດອອກມາ ເພື່ອເອົາໄວ້ລົງໂທດແຕ່ປະຊາຊົນ

ບາດພັກພວກມັນເຮັດຜິດກົດຫມາຍ ກັບມີແຕ່ຍ້າຍກັນໄປ ຍ້າຍກັນມາ ແບບບໍ່ມີໃຜຜິດຈັກດີ້

ໄປຂີ້ລັກມາ ໄປໂກງເຂົາມາ ໄປປຸ້ນປະຊາຊົນມາ ແລ້ວອອກມາອວດວ່າໂຕເອງຮັ່ງມີ ຫນ້າທຸເຣດ !

ພວກຢູ່ສະພາ ທີ່ພາກັນມັກອອກກົດຫມາຍທັງຫລາຍ ກະເຊົາສ່າ 

ພາກັນໄປຫາປູຫາປາກິນ ໄປເຮັດໄຮ່ເຮັດນາກິນ ມັນຈຶ່ງບໍ່ເປືອງເງິນພາສີປະຊາຊົນ

ຫລືຖ້າມັກຫລິ້ນລະຄອນ ກະພາກັນຫາວຽກເຮັດ ແບບຫລິ້ນນຳໂຮງຫມໍລຳເລື້ອງ ກໍຄົງຈະສະແດງໄດ້ດີ...

 

 

 

 



__________________
Anonymous

Date:
Permalink   
 

ສຸພານຸວົງ, ໄກສອນ ໄດ້ລົ້ມຫາຍຕາຍໄປດົນແລ້ວ ແຕ່ໂທດກັມຂອງພວກເຂົາທັງສອງທີ່ໄດ້ສ້າງໄວ້

ໃຫ້ປະຊາຊົນລາວ ຍັງບໍ່ທັນໄດ້ຕາຍເທື່ອ ແລະຈະບໍ່ຕາຍໄດ້ຢ່າງງ່າຍດາຍ ດັ່ງທີ່ເຮົາເຈົ້າຂ້ອຍຄິດກັນ

ພວກທີ່ກຳອຳນາດໃນລາວເຮົາປັຈຸບັນນີ້ ແມ່ນພວກໂຈນທີ່ສຸພານຸວົງເອົາມາລ້ຽງໄວ້ເປັນລູກນ້ອງ

ໃນເມື່ອພວກໂຈນໄດ້ສືບຕໍ່ພາຣະກິດຈາກໄກສອນ. ສຸພານຸວົງແລ້ວ ລາວເຮົາ ກໍມີແຕ່ທາງ ' ດັບ' 

ໃນອານາຄົດອັນໃກ້ໆນີ້ແນ່ນອນ. ດັ່ງນັ້ນ, ການຈັບກຸມຄຸມຂັງຈຶ່ງບໍ່ເຄີຍເກີດຂຶ້ນໃນຂັ້ນຖັນແຖວ

ຂອງພະນັກງານພັກ-ລັດເລີຍ.

 



__________________
Anonymous

Date:
Permalink   
 

ໄກສອນ ສຸພາ ຕາຍໄປແລ້ວກໍ່ຈິງ ແຕ່ແນວຄິດຊົ່ວຂອງພວກມັນ

ຍັງຝັງເລິກໃນສະໝອງຂອງລູກແຫຼ້ງຕີນມືຂອງພວກມັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard