ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າແຂວງອັດຕະປືຄົນໃໝ່ ສືບຕໍ່ແກ້ໄຂບັນຫາ ໄມ້ເຖືອນ (ໂດຍສະເພາະລົດໄມ້ 27 ຄັນ)
Anonymous

Date:
ເຈົ້າແຂວງອັດຕະປືຄົນໃໝ່ ສືບຕໍ່ແກ້ໄຂບັນຫາ ໄມ້ເຖືອນ (ໂດຍສະເພາະລົດໄມ້ 27 ຄັນ)
Permalink   
 


2017-11-27_200309.png

ລາຍງານຈາກ ອັດຕະປື ອ່ອນລາຍ ກ່ຽວກັບບັນຫາໄມ້ຢູ່ອັດຕະປືກາຍເປັນປະເດັນທີ່ປະຊາຊົນຊົນທົ່ວໄປໃຫ້ຄວາມສົນໃຈພໍສົມຄວນ ເນື່ອງຈາກຜິດຕໍ່ລະບຽບກົດໝາຍ ຊຶ່ງກ່ອນໜ້ານີ້ທາງອຳນາດການປົກຄອງແຂວງແມ່ນໄດ້ລາຍງານພຽງວ່າຈະປະສານສົມທົບກັບສູນກາງ ເພື່ອຫາວິທີແກ້ໄຂຢ່າງເໝາະສົມ ແລະເປັນທຳ.ດັ່ງນັ້ນພາຍຫຼັງມີການປ່ຽນແປງອຳນາດການປົກຄອງຄືປ່ຽນທ່ານເຈົ້າແຂວງຜູ້ໃໝ່, ໜຶ່ງບັນຫາທີ່ປະຊາຊົນມຸ້ງປະເດັນໃສ່ກໍ່ຄືທ່ານເຈົ້າແຂວງຈຳມີແນວທາງແກ້ໄຂບັນຫານີ້ແນວໃດ ໂດຍສະເພາະໄມ້ 27 ຄັນລົດທີ່ເປັນຂ່າວດັງກ່ອນໜ້ານີ້ ແລະທ່ານກໍໄດ້ໃຫ້ຄຳໝັ້ນສັນຍາວ່າຈະດຳເນີນການຢ່າງຍຸຕິທຳ ຂໍໃຫ້ປະຊາຊົນຢ່າໄດ້ກັງວົນໃຈ.ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ໃຫ້ສຳພາດສື່ໂດຍບອກວ່າ ໄມ້ຈຳນວນ 27 ຄັນລົດແມ່ນທາງແຂວງໄດ້ສົມທົບກັບສູນກາງແກ້ໄຂບັນຫານີ້ ໂດຍ ທ່ານນາຍົກໄດ້ແຕ່ງຕັ້ງຄະນະສະເພາະກິດເກັບກຳຂໍ້ມູນຫຼັກຖານ ປະຈຸບັນແມ່ນສຳເລັດແລ້ວ ວ່າມີໄມ້ຖືກກົດໝາຍເທົ່າໃດ ແລະບໍ່ຖືກກົດໝາຍເທົ່າໃດ ກວດກາຂຶ້ນບັນຊີ, ທ້ອນໂຮມດ້ານຂໍ້ມູນຫຼັກຖານ ພ້ອມທັງແກ້ໄຂໄປແລ້ວສ່ວນໜຶ່ງ.ທ່ານຍັງກ່າວອີກວ່າ: ໄມ້ຈຳນວນຫຼາຍທີ່ຢືດໄດ້ດັ່ງກ່າວພາຍຫຼັງປືກສາກັບທາງສູນກາງກໍ່ໄດ້ເປັນເອກະພາບວ່າ ເພື່ອຮັກສາຄຸນນະພາບຂອງໄມ້ບໍ່ໃຫ້ເສຍຫາຍ ຕ້ອງໄດ້ຂາຍໄມ້ຈຳນວນນັ້ນອອກ ດີກວ່າປະໄວ້ດົນຢ້ານເໜົ່າເປື່ອຍ ສະນັ້ນທາງຄະນະສະເພາະກິດແມ່ນໄດ້ຖ່າຍຮູບເອົາໄວ້ ພ້ອມທັງຂຶ້ນບັນຊີ, ສ່ວນຜູ້ກ່ຽວຂ້ອງກໍ່ໄດ້ເຊັນຮັບຮອງແລ້ວ ຫາກວ່າປະຊາຊົນຄົນໃດສົນໃຈວ່າຄະດີຍັງບໍ່ຈົບຄືຂາຍຂອງກາງກ່ອນແມ່ນໃຫ້ເຂົ້າໃນວ່າຂະບວນການຂອງກົດໝາຍໄດ້ອະນຸຍາດໃຫ້ຊື້-ຂາຍໄດ້ຫາກຂອງກາງສ່ວນໃດຈະເໜົ່າເປື່ອຍ ຈະເປ່ເພ ເສື່ອມຄຸນ.ສັງລວມແລ້ວຄວາມຄືບໜ້າຂອງຄະດີດັງນີ້ມາຮອດປະຈຸບັນສາມາດສະຫຼຸບໄດ້ເປັນ 2 ຂໍ້ຫຼັກໆຄື: 1 ໄດ້ປະມູນຂາຍໄມ້ທີ່ເປັນຂອງກາງໄປແລ້ວ, 2 ກ່ຽວກັບພະນັກງານທີ່ມີສ່ວນກ່ຽວຂ້ອງແມ່ນແຂວງໄດ້ສັ່ງພັກວຽກ, ສ່ວນວ່າຈະລົງວິໄນແນວໃດນັ້ນ ທ່ານເຈົ້າແຂວງກ່າວວ່າ: ທຸກຢ່າງແມ່ນໃຫ້ເປັນໄປຕາມຂະບວນການຂອງກົດໝາຍ ແລະຂໍຢັ້ງຢືນວ່າຈະໃຫ້ຄວາມຍຸຕິທຳທຸກຝ່າຍ ຂໍໃຫ້ປະຊາຊົນຈົ່ງໝັ້ນໃຈ.



__________________
Anonymous

Date:
Permalink   
 

ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ກຳລັງຈະເປັນທອງແຜ່ນດຽວ

Screen%2BShot%2B2017-11-28%2Bat%2B00.43.

ພິທີ​ພົບ​ປະ​ລະຫວ່າງ​ຄະນະ​ຜູ້ແທນ​ຂັ້ນ​ສູງນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ​ສະຫາຍ ສິນ​ລະ​ວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ ນຳ​ໂດຍ​ສະຫາຍ ຫ່ວງ ຈຸງ ຮ໋າຍ ກຳມະການ​ກົມ​ການເມືອງສູນ​ກາງ​ພັກ ເລຂາ​ຄະນະ​ພັກ​ນະຄອນ​ຫຼວງ​ຮ່າ​ໂນ້ຍ ໄດ້​ຈັດ​ຂຶ້ນ​ວັນທີ 25 ພະຈິກ 2017 ທີ່​ຫ້ອງ​ວ່າການ​ປົກຄອງນະຄອນຫຼວງ​ວຽງຈັນ ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນດັ່ງກ່າວ ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່​ນະຄອນຫຼວງວຽງ​ຈັນ ໃນ​ວັນ​ທີ 24-26 ພະຈິກ​ນີ້.

ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້ຕີ​ລາຄາ​ສະພາບ​ການຈັດຕັ້ງ​ປະຕິບັດ ​ວຽກ​ງານ​ການ​ຮ່ວມ​ມືລະຫວ່າງ​ສອງ​ນະຄອນຫຼວງ​ ໃນ​ໄລຍະ​ຜ່ານ​ມາ ໂດຍ​ສະເພາະ ຕີ​ລາຄາ​ຄືນ​ຜົນສຳເລັດ​ຂອງ​ການ​ຈັດຕັ້ງ​ປະຕິບັດ​ບົດ​ບັນທຶກ​ ການ​ຮ່ວມມືທີ່ສອງ​ຝ່າຍ​ໄດ້​ຮ່ວມ​ລົງ​ນາມ​ໃນຄັ້ງ​ຜ່ານ​ມາ ພ້ອມ​ທັງ​ຍົກ​ໃຫ້​ເຫັນດ້ານ​ດີ ຜົນ​ໄດ້​ຮັບ ຂໍ້ຄົງຄ້າງ ແລະ ເປັນ​ເອກະ​ພາບ​ກັນ ໃນ​ການສືບຕໍ່​ຊຸກຍູ້​ເສີມ​ຂະຫຍາຍ​ສາຍພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ນະຄອນຫຼວງ ໃຫ້​ນັບມື້​ກ້າວ​ສູ່​ລວງ​ເລິກ ບັນລຸ​ໄດ້​ໝາກຜົນ​ເປັນ​ຮູບ​ປະ​ທຳ ນອກ​ນີ້ ສອງຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ນຳ​ກັນຫຼາຍ​ດ້ານ ເປັນຕົ້ນກໍ່​ແມ່ນ​ບັນຫາ​ການ​ແກ້​ໄຂ​ລົດ​ແອ​ອັດ​ຕາມຖະໜົນ ການ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ດ້ວຍ​ລະບົບ​ເຄື່ອງມື​ທີ່ທັນ​ສະໄໝ ການ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ອື່ນໆ ທີ່​ຝ່າຍ​ນະຄອນຫຼວງ​ຮ່າ​ໂນ້ຍ ​ມີ​ປະສົບ​ການ​ມາແລ້ວ.

ໃນ​ໂອກາດ​ພົບ​ປະ​ຄັ້ງ​ນີ້ ການນຳ​ສອງ​ນະຄອນຫຼວງ ​ໄດ້​ພ້ອມກັນ​ປຶກສາ​ຫາລື​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ເຊິ່ງ​ໄດ້​ຕົກລົງ​ເຫັນ​ດີ​ເປັນເອກະ​ພາບ​ກັນ​ໃນ​ບາງ​ທິດ​ທາງ ແລະ ເນື້ອ​ໃນ​ຮ່ວມ​ມື​ຂອງ​ສອງຝ່າຍ ແຕ່​ນີ້​ຮອດ​ປີ 2020 ຄື: ສືບຕໍ່​ຮັກສາ​ຊຸກຍູ້​ການ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງລະຫວ່າງສອງ​ນະຄອນ ພ້ອມ​ທັງ​ສະໜັບສະ​ໜູນ​ສົ່ງເສີມ​ບັນດາ​ພະ​ແນກການ ຂະແໜງການ ອົງການ​ຈັດຕັ້ງ​ມະຫາຊົນ ວິຊາ​ການ​ຂອງສອງ​ນະຄອນຫຼວງ ໄດ້​ຈັດ​ຕັ້ງແລກປ່ຽນ​ແບ່ງປັນ​ບົດຮຽນເຊິ່ງກັນ ແລະ ກັນ ນະຄອນຫຼວງ​ຮ່າ​ໂນ້ຍ ​ເຫັນ​ດີ​ຊ່ວຍເຫຼືອແບ່ງປັນ​ບົດຮຽນ​ກັບ​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ວຽກ​ງານການ​ຄຸ້ມ​ຄອງ​ລັດ ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ອົງການ​ປົກຄອງ​ລັດ ສະເພາະ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ໃນ​ວຽກ​ງານ​ການແກ້​ໄຂ​ບັນດາ​ຂອດ​ບໍລິຫານ ເຫັນດີ​ສະໜັບສະໜູນຮ່ວມ​ມື​ລະຫວ່າງສະ​ຖາ​ບັນ​ການເມືອງ-ການ​ປົກຄອງ​ນະຄອນຫຼວງ​ວຽງຈັນ ແລະ ໂຮງຮຽນ​ບຳລຸງ​ສ້າງພະນັກງານ ເລ້​ຫົ້ງ​ຟອງ ໃນ​ນີ້ ໂຮງຮຽນ​ບຳລຸງ​ສ້າງ​ພະນັກງານເລ້​ຫົ້ງ​ຟອງ ຈະ​ຊ່ວຍເຫຼືອ​ໃນ​ການກໍ່ສ້າງ​ຄູ​ອາຈານ​ໃຫ້​ສະ​ຖາ​ບັນການເມືອງ-ການ​ປົກຄອງ ນະຄອນ​ຫຼວງ​ວຽງ​ຈັນ ໃນ​ຮູບ​ແບບໄລຍະ​ສັ້ນ ຫຼື ໄລຍະ​ຍາວ ຂຶ້ນ​ກັບເງື່ອນໄຂ​ຂອງ​ນະຄອນຫຼວງ​ຮ່າໂນ້ຍ ເພີ່ມ​ທະວີຄູນ​ການ​ຮ່ວມ​ມືໃນ​ດ້ານຂາ​ອອກ-ຂາ​ເຂົ້າ ເຄື່ອງອຸປະໂພກ-ບໍລິໂພກ ມີ​ລັກສະນະຕື່ມ​ເຕັມ​ໃຫ້​ກັນ ເຫັນ​ດີ​ໃນ​ທິດທາງ​ຄົ້ນຄວ້າ​ພິຈາລະນາ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ສູນ​ການຄ້າ ການທ່ອງທ່ຽວ ນະຄອນຫຼວງວຽງ​ຈັນ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ແລະ ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ທີ່​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການຈຳໜ່າຍ​ຜະລິດ​ຕະ​ພັນ​ກະ​ສິກຳ ​ທີ່​ໄດ້​ມາດຕະຖານ​ຂອງ​ສອງນະຄອນ ກໍ່​ຄື​ການ​ຊຸກຍູ້​ສົ່ງເສີມການທ່ອງທ່ຽວ​ລະຫວ່າງ​ສອງນະຄອນຫຼວງ ພ້ອມ​ທັງ​ຢືນຢັນຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ຈະຮັກສາ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະເທດ ລາວ-ຫວຽດນາມ ໃຫ້​ເປັນ​ແບບຢ່າງ​ທີ່​ດີ ກັບ​ບັນດາທ້ອງຖິ່ນ​ຂອງ​ສອງ​ຝ່າຍ.

ພາຍຫຼັງ​ສຳເລັດ​ພິທີ​ພົບ​ປະສອງ​ຝ່າຍ ໄດ້​ພ້ອມ​ກັນ​ຮ່ວມ​ລົງນາມ​ເຊັນ​ບົດ​ບັນທຶກ​ການ​ຮ່ວມມື​ສອງ​ຝ່າຍ ລະຫວ່າງນະຄອນຫຼວງ​ວຽງ​ຈັນ ແລະ ນະຄອນຫຼວງຮ່າ​ໂນ້ຍ ໂດຍ​ການ​ລົງ​ນາມ​ຂອງສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ແລະ ສະຫາຍ ຫ່ວງ ຈຸງ ຮ໋າຍ ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ຝ່າຍເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ແລະ ໃນ​ໂອກາດ​ຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນຫຼວງ​ຮ່າ​ໂນ້ຍ ມາ​ຢ້ຽມຢາມ​​ນະຄອນຫຼວງ​ວຽງ​ຈັນ​ຄັ້ງ​ນີ້ ຍັງ​ໄດ້​ນຳ​ຄອມ​ພີວ​ເຕີ​ຕັ້ງ​ໂຕະ ຈຳນວນ 20 ຊຸດ ມອບ​ໃຫ້​ແກ່​ຫ້ອງວ່າການ​ປົກຄອງ​ນະຄອນຫຼວງວຽງ​ຈັນ​ຕື່ມ​ອີກ.

ໃນ​ວັນ​ດຽວ​ກັນ​ນີ້ ຄະນະ​ຜູ້ແທນ​ຂັ້ນ​ສູງ​ນະຄອນຫຼວງ​ຮ່າໂນ້ຍ ຍັງ​ໄດ້​ທ່ຽວ​ຊົມ​ສະຖານທີ່ທ່ອງ​ທ່ຽວ​ວັດທະນະທຳ​ຈຳນວນໜຶ່ງ​ ຢູ່​ນະຄອນຫຼວງ​ວຽງ​ຈັນ ເປັນຕົ້ນ ພະ​ທາດຫຼວງ​ວຽງ​ຈັນ ຫໍ​ພະແກ້ວ ແລະ ວັດ​ສີ​ເມືອງ ນຳ​ທາງໂດຍ​ສະຫາຍ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເລຂາ​ຄະນະ​ພັກ ຮອງ​ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມນີ້ ແນວ​ລາວ​ສ້າງ​ຊາດ​ນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ​ສະຫາຍ ບຸນ​ທ່ຽງ ຂຸນ​ສີ ຄະນະ​ປະຈຳ​ພັກ ປະທານ​ແນວ​ລາວ​ສ້າງ​ຊາດ ນະຄອນ​ຫຼວງ​ວຽງ​ຈັນ ຍັງ​ໄດ້​ຈັດ​ພິທີບາສີສູ່ຂວັນ​ໃຫ້​ຄະນະ​ຜູ້​ແທນ ທີ່ເຮືອນ​ຊົງ​ລາວ ດ້ານ​ຫຼັງ​ພະທາດຫຼວງ​ວຽງ​ຈັນ ແລະ ຕອນ​ຄ່ຳ​ວັນດຽວ​ກັນ​ນີ້ ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ຍັງ​ໄດ້​ເປັນ​ກຽດ​ຈັດງານ​ລ້ຽງ​ຕ້ອນຮັບ​ຄະນະ​ຜູ້​ແທນຂັ້ນ​ສູງ ນະຄອນຫຼວງ​ຮ່າ​ໂນ້ຍ ທີ່ໂຮງແຮມ​ລາວ​ພລາ​ຊາ.

 

 



__________________
Anonymous

Date:
Permalink   
 

10-1.JPGມີແຕ່ຄຳສັ່ງ ແຕ່ບໍ່ມີຜູ້ຟັງ ກໍ່ກາຍເປັນເສດກະດາດ ເພາະຄົນ ຂາຍຊາດກິນມີີ່ທົ່ວປະເທດ ເຫັນມີການປອມແປງອກກະສານ 13 ຄອນເທັນເນີ້ ສົ່ງໄມ້ມີຄ່າອອກຈາກລາວ ໄປຈີນ ແຕ່ໄປຖືກຈັບຢູ່ໄທ ຈະໃຫ້ປະຊາຊົນ ເຊື່ອໃຜ??ເພາະຕົວະປະຊາຊົນມາ 43ປີ ຍ້ອນກົດໝາຍລາວ ມັນບໍສັກສິດ,,ອຳນາດເງິນ ມັນ ສັກສິດ ກ່ວາ ຄຳສັ່ງ ຂອງພວກຂາຍຊາດ ທີ່ພວກມັນ ທຳມາ 43ປີ,,

%E0%B8%88%E0%B8%B1%E0%B8%9A%E0%B9%84%E0%%E0%B8%88%E0%B8%B1%E0%B8%9A%E0%B9%84%E0%



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard