ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການປາບປາມ ທີ່ມິດງຽບ ຢູ່ ສປປລາວ
Anonymous

Date:
ການປາບປາມ ທີ່ມິດງຽບ ຢູ່ ສປປລາວ
Permalink   
 


ການປາບປາມ ທີ່ມິດງຽບ ຢູ່ ສປປລາວ

298f3213-a332-4d01-96de-343dfa14a8bd.jpe

 

ປຶ້ມທີ່ຊື່ວ່າ ‘The Silent Repression’ ຊຶ່ງພໍແປເປັນພາສາລາວໄດ້ວ່າ ການປາບປາມທີ່ມິດງຽບ ຢູ່ລາວ ຖືກນໍາອອກ ສູ່ສາຍຕາຂອງຜູ້ຄົນ ກ່ອນໜ້າຮອດມື້ຄົບຮອບ 5 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນໄປ ຈາກ ກາງນະຄອນຫຼວງ ວຽງຈັນ ໃນມື້ວັນທີ 15 ທັນວາ ປີ 2012.

ປື້ມຫົວນີ້ ເປັນປຶ້ມທີ່ຂຽນຂຶ້ນມາເພື່ອເປັນຫລັກຖານ ຄໍາໃຫ້ການຂອງ ມາດາມ Anne-Sophie Gindroz ພາຍຫລັງທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ແລະກໍເປັນປຶ້ມທີ່ເຮັດໃຫ້ ມາດາມ ບໍ່ຍື່ນຄໍາຮ້ອງຂໍໃຫ້ຍົກເລີກ ຂໍ້ຫ້າມ ມາດາມ ບໍ່ໃຫ້ ກັບມາລາວ. ໃນການໃຫ້ສັມພາດ RFA ມາດາມ ກ່າວວ່າ:

"when I was expelled I was given the status of … permanent … ຕອນທີ່ຖືກເນຣະເທດນັ້ນ ທາງການລາວ ບອກວ່າ ມາດາມ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ກັບເຂົ້າມາລາວ ໄດ້ອີກ ເມື່ອຖາມວ່າ ເປັນເວລາດົນປານໃດນັ້ນ ຄໍາຕອບກໍຄື ຢ່າງໜ້ອຍ 3 ປີ ຈຶ່ງຍື່ນຄໍາຮ້ອງຂໍໃຫ້ ຍົກເລີກ ຂໍ້ຫ້າມນັ້ນໄດ້. ແຕ່ມາດາມ ກໍບໍ່ໄດ້ຍື່ນຄໍາຮ້ອງ ນັ້ນເລີຍ ເທົ່າຮອດມື້ນີ້ ເຫດຜົນນຶ່ງ ກໍຄືວ່າ ມາດາມໄດ້ຂຽນ ປຶ້ມເຣື່ອງ ການປາບປາມທີ່ມິດງຽບ ຢູ່ ລາວ ຫົວນີ້."

ຈຸດປະສົງຂອງປື້ມຫົວນີ້ ມາດາມ ເວົ້າວ່າ ແມ່ນຢາກອະທິບາຍກ່ຽວກັບ ການຈໍາກັດສິດທິ ພື້ນຖານ, ຂອບເຂດການປະຕິບັດ ວຽກງານ ຂອງອົງການພາກ ປະຊາຊົນ ທ້ອງຖິ່ນ ທີ່ຖືກຈໍາກັດ ຈາກທາງການລາວ, ແລະສິ່ງທີ່ຕາມມາ ພາຍຫລັງເກີດເຫດການ ລັກພາຕົວ ທ່ານ ສົມບັດ ສົມພອນ. ນັ້ນຄືການກົດດັນ ແລະການຂົ່ມຂູ່ ທີ່ເພີ່ມຂຶ້ນ. ມາດາມ Anne-Sophie ຖືກໃຫ້ອອກຈາກລາວ ພາຍໃນ 48 ຊົ່ວໂມງ ດັ່ງມາດາມ ກ່າວວ່າ:

"Well they accuse me of conducting an anti-govt campaign. They use the letter… ທາງການລາວກ່າວຫາ ຂ້ອຍວ່າ ໂຄສະນາຕ້ານ ຣັຖບານລາວ ແລະຣະເມີດ ຣັຖທັມນູນຂອງລາວ. ພວກເພິ່ນໃຊ້ ຈົດໝາຍທີ່ຂ້ອຍ ສົ່ງເຖິງຄູ່ຮ່ວມພັທນາ ແລະອົງການ ທີ່ໃຫ້ການ ຊ່ວຍເຫລືອ ຈໍານວນນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງເປັນຈົດໝາຍ ສ່ວນຕົວ ທີ່ເວົ້າເຖິງການ ເຮັດວຽກງານ ຂອງພວກຂ້ອຍ ໃນສະພາບແວດລ້ອມ ທີ່ທ້າທາຍ ແລະວ່າ ພວກທ່ານບໍ່ຄວນຕີຣາຄາຕໍ່າ ຕໍ່ທຸກການຈໍາກັດ ເສຣີພາບ ແລະສິດທິມະນຸດ ຂັ້ນພື້ນຖານ."

ເປັນທີ່ເຊື່ອກັນໂດຍທົ່ວໄປ ວ່າສິ່ງທີ່ເກີດຂຶ້ນກັບມາດາມ ແອັນນີ ໂຊຟີ Gindroz ແລະ ທ່ານ ສົມບັດ ສົມພອນ ໃນເວລາທີ່ໄລ່ເລັ່ຽກັນນັ້ນ ແມ່ນກ່ຽວຂ້ອງກັບ ກອງປະຊຸມ ເວທີປະຊາສັງຄົມ ເອເຊັຽ-ຢູໂຣບ ທີ່ຈັດຂຶ້ນແຕ່ວັນທີ 16 ຫາ 19 ຕຸລາ 2012 ທີ່ ນະຄອນຫລວງວຽງຈັນ.

ຕອນຖືກເນຣະເທດນັ້ນ ມາດາມ ບອກວ່າ ຍັງມີຄວາມຫວັງຫລາຍຢູ່ ຍ້ອນປາກົດວ່າ ມີຫລາຍສິ່ງທີ່ກ້າວໄປຂ້າງໜ້າ. ໃນ 48 ຊົ່ວໂມງ ສຸດທ້າຍ ທີ່ຢູ່ລາວນັ້ນ ມາດາມໄດ້ຮັບການສນັບສນູນ ແລະໃຫ້ກໍາລັງໃຈຫລາຍ ຊຶ່ງມາດາມ ກໍມີຄວາມຫວັງວ່າ ສິ່ງຕ່າງໆທີ່ ໄດ້ເລີ່ມມານັ້ນ ຈະສືບຕໍ່ໄປ:

"but one week later when SB was arrested it all fell apart and really it was a shock… ແຕ່ແລ້ວ ເມື່ອ ທ່ານ ສົມບັດ ສົມພອນ ຖືກຈັບ ແລະ ຫາຍສາບສູນໄປ 1 ອາທິດ ຕໍ່ມານັ້ນ ທຸກຢ່າງເພພັງລົງ ແລະກໍເກີດຄວາມຮູ້ສຶກ ຕົກສະເງີ້ ຢ່າງບໍ່ໜ້າເຊື່ອ ສໍາລັບທຸກຄົນ ຊຶ່ງມາດາມ ກໍຄິດວ່ານີ້ເປັນຍຸທສາດ ປິດປາກ ແລະຂຍາຍຄວາມຢ້ານກົວ ຊຶ່ງກໍໄດ້ຜົລສໍາລັບ ຣັຖບານລາວ ຍ້ອນວ່າເຮັດໃຫ້ ສັງຄົມ ມິດງຽບໄດ້ ຊຶ່ງປາກົດວ່າ ສໍາລັບມາດາມແລ້ວ ການໂຕ້ຕອບ ທີ່ດີທີ່ສຸດ ຄືການເວົ້າ ອອກມາເຖິງ ສິ່ງທີ່ຮູ້ເຫັນ ປະຈັກຕາ."

ຢູ່ລາວ ມາດາມ Anne-Sophie Gindroz ເປັນຜູ້ອໍານວຍການ Helvetas ຊຶ່ງເປັນ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ Switzerland, ເຮັດວຽກຢູ່ເຂດຊົນນະບົດ ຂອງລາວ ແຕ່ປີ 2009 ເຖິງປີ 2012 ຊຶ່ງເປັນປີທີ່ມາດາມ ຖືກທາງການລາວ ເນຣະເທດ ໃນເດືອນ ທັນວາ. ໃນເວລານັ້ນ Helvetas ແມ່ນຊ່ວຍສົ່ງເສີມການກະເສດ ປອດສານພິດ, ສົ່ງເສີມການພັທນາ ແບບປະສົມປະສານ ສໍາລັບຊຸມຊົນ ໃນເຂດ ຊົນນະບົດ, ຮ່ວມມືກັບຣັຖ ບານລາວ ປັບປຸງການ ບໍຣິການຕ່າງໆ, ການສຶກສາດ້ານ ການກະເສດ ແລະການເຂົ້າ ເຖິງພລັງງານທີ່ຍືນຍົງ.



__________________
Anonymous

Date:
Permalink   
 

ສາກົນທວງຖາມຣັຖບານ ລາວ ທ.ສົມບັດ ຢູ່ໃສ?

db3fb442-e89f-42ca-93e2-5eb66d71a8ce.jpe

 

ກຸ່ມປົກປ້ອງສິດທິມະນຸດ ໃນຂົງເຂດຍັງທວງຖາມຣັຖບານລາວ ເຖິງທ່ານ ສົມບັດ ສົມພອນ ພາຍຫຼັງທີ່ທ່ານຖືກລັກພາໂຕໄປ ເປັນເວລາ ເຄິ່ງທົສວັຕ ຫຼື 5 ປີແລ້ວ ແລະ ທາງການລາວ ກໍຍັງບໍ່ມີການຣາຍງານ ຄວາມຄືບໜ້າໃດໆ ຕໍ່ການຄົ້ນຫາໂຕ ທ່ານ ສົມບັດ ເລີຍ, ກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ ຣັຖບານລາວ ຊ່ວຍຊອກຫາ ທ່ານ ເພື່ອໃຫ້ທ່ານກັບຄືນມາສູ່ ຄອບຄົວໂດຍໄວ. ດັ່ງທ່ານ ທ່ານ ຈິໂຕ້ ແກ໊ສກ່ອນ, ປະທານຄນະກັມມະການ ດ້ານສິທທິມະນຸສ ແຫ່ງປະເທສຟິລິບປິນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“Well, the human rights community in the Philippines is very much concerned about the disappearance of Sombath and that Sombath was disappeared the way he was picked up on the highway. It’s a big concern to all of us in Asia. So, the Laotian government must do all it can to surface Sombath as soon as possible”.
ທ່ານວ່າ: “ປະຊາຄົມສິດທິມະນຸສ ແຫ່ງ ຟິລິປປິນ ມີຄວາມເປັນຫ່ວງຫຼາຍ ຕໍ່ກໍຣະນີຂອງ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບໃຫ້ ຫາຍສາບສູນ, ເຊິ່ງເປັນການຖືກນຳໂຕຂຶ້ນຣົດ ໃນຖນົນໃຈກາງເມືອງ. ມັນເປັນເຣື້ອງໃຫຍ່ ຕໍ່ພວກເຮົາທົ່ວເອເຊັຽ. ດັ່ງນັ້ນ, ຣັຖບານລາວ ຕ້ອງເຮັດທຸກວິທີທາງ ທີ່ສາມາດເຮັດໄດ້ ເພື່ອໃຫ້ທ່ານ ສົມບັດ ກັບຄືນມາສູ່ຄອບຄົວ ໂດຍໄວ ເທົ່າທີ່ຈະເປັນໄປໄດ້."

ໃນຂນະດຽວກັນ ທ່ານສາສດາຈານ ບິໂຈ່ ຝຣັ່ງຊິສ, ຜູ້ບໍຣິຫານຄນະກັມມະການ ດ້ານສິທທິມະນຸສ ແຫ່ງເອເຊັຽ ທີ່ມີສຳນັກງານ ຕັ້ງຢູ່ເກາະ ຮົງກົງ ກໍກ່າວວ່າ ອົງການຈັດຕັ້ງ ພາກປະຊາສັງຄົມທົ່ວເອເຊັຽ ແລະທົ່ວໂລກ ຈະບໍ່ລືມທ່ານ ສົມບັດ ພ້ອມທັງ ຮຽກຮ້ອງ ໃຫ້ມີການຍຸຕຕິ ການບັງຄັບໃຫ້ຫາຍສາບສູນ ໃນລາວ.

“The message from the entire Asian civil society and also the global civil society is that they are not alone. That’s their story is not being forgotten, he is not forgotten. Disappearance is something that must end. No state should practice it and the government of Laos has no excuse to practice it. We are deeply concerned about the safety and we hope that the government will release him and that release will happen very soon."
ທ່ານວ່າ: “ຂໍ້ຄວາມອັນສຳຄັນ ຈາກອົງການຈັດຕັ້ງພາກປະຊາສັງຄົມ ທົ່ວເອເຊັຽ ກໍຄືທົ່ວໂລກທັງໝົດນັ້ນ ກໍແມ່ນວ່າ ທ່ານ ສົມບັດ ແລະ ຄອບຄົວ ຈະບໍ່ຢູ່ຢ່າງໂດດດ່ຽວ. ເຣື້ອງລາວຂອງພວກເຂົາ ຈະບໍ່ຖືກລືມ ແລະ ທ່ານ ສົມບັດ ກໍຈະບໍ່ຖືກລືມ. ການບັງຄັບໃຫ້ຫາຍສາບສູນ ຕ້ອງຍຸຕຕິ ແລະ ຣັຖບານປະເທສໃດໆ ກໍບໍ່ຄວນໃຊ້ວິທີນີ້. ແນ່ນອນ, ມັນກໍບໍ່ມີເຫຕຜົລໃດໆທີ່ຣັຖບານລາວ ຈະຕ້ອງໃຊ້ວິທີນີ້. ພວກຂ້າພະເຈົ້າ, ໃນຖານະ ຄນະກັມມະການ ສິທທິມະນຸສເອເຊັຽ ມີຄວາມເປັນຫ່ວງ ຕໍ່ຄວາມປອດພັຍ ຂອງທ່ານ ສົມບັດ ແລະ ກໍຫວັງຢ່າງຍິ່ງວ່າ ຣັຖບານລາວ ຈະປ່ອຍໂຕ ທ່ານ ແລະ ການປ່ອຍໂຕ ກໍຈະເກີດຂຶ້ນໃນໄວໆນີ້ດ້ວຍ."

ນອກຈາກນີ້, ທ່ານ ບ່າຊິລ ເຟີ່ນ່ານໂດ່, ນັກປົກປ້ອງສິທທິມະນຸສຈາກປະເທສ ສຣີ-ລັງກາ ຜູ້ທີ່ເຄີຍພົບພໍ້ ແລະ ເປັນເພື່ອນກັບ ທ່ານ ສົມບັດ ສົມພອນ ກໍສະແດງຄວາມເປັນຫ່ວງ ຕໍ່ກໍຣະນີຂອງ ທ່ານ ສົມບັດ ວ່າ ຣັຖບານລາວ ຄວນມີການຕອບສນອງ ທີ່ໜັກແໜ້ນກວ່ານີ້.

“I think the Lao government own a kind of stronger response than what it has been giving in the past into this issue. It is a really one of the most shocking and sad events."
ທ່ານວ່າ: “ຂ້າພະເຈົ້າຄຶດວ່າ ຣັຖບານລາວມີພັນທະ ທີ່ຕ້ອງສະແດງຄວາມຮັບຜິດຊອບ ໃຫ້ໜັກແໜ້ນກວ່າດັ່ງທີ່ເຄີຍເປັນຜ່ານມາ ຕໍ່ບັນຫານີ້. ການບັງຄັບໃຫ້ຫາຍສາບສູນນັ້ນ, ມັນເປັນນຶ່ງເຣື້ອງທີ່ຊ໋ອກ ແລະ ສລົດໃຈທີ່ສຸດ."

ເປັນເວລາເຄິ່ງທົສວັຕແລ້ວ ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປຕໍ່ໜ້າ ປ້ອມຍາມຕຳຣວດຈະຣາຈອນ ກົງກັນຂ້າມ ກັບວິທຍາລັຍ ເຕັກນິກ ການຊ່າງ ລາວ-ເຢັຽຣະມັນ, ແຕ່ການຊອກຫາໂຕທ່ານ ກໍຍັງບໍ່ມີຄວາມຄືບໜ້າໃດໆ. ອົງການຈັດຕັ້ງສາກົນ ດ້ານສິທທິມະນຸສ ຖືວ່າເຫຕການດັ່ງກ່າວ ເປັນການບັງຄັບໃຫ້ຫາຍສາບສູນ, ເຊິ່ງຖືເປັນອາຊຍາກັມ ອັນຕ່ຳຊ້າຕໍ່ມວນມະນຸສ ແລະ ທັງເປັນການຣະເມີດ ສິທທິມະນຸສ ຢ່າງຮ້າຍແຮງຕາມກົດບັດ ສະຫະປະຊາຊາຕ.



__________________
Anonymous

Date:
Permalink   
 

ຍ້ອງຍໍນ້ຳໃຈທ່ານນາງໂຊຟີ ທີ່ເປີດເຜີຍໂສມໜ້າຜູ່ນຳຜະເດັດການຄອມມຸຍນິດລາວ

ໃຫ້ຊາວຮູ້ !



__________________
Anonymous

Date:
Permalink   
 

ຍ້ອງຍໍນ້ຳໃຈທ່ານນາງໂຊຟີ ທີ່ເປີດເຜີຍໂສມໜ້າຜູ່ນຳຜະເດັດການຄອມມຸຍນິດລາວ

ໃຫ້ຊາວໂລກຮູ້ !

ຂໍໂທດ, ຂຽນຂ້າມ.



__________________
Anonymous

Date:
Permalink   
 

Interview on French television channel TV5 Monde, 03 December 2017. Part I on the difference between an

enlightened authoritarianism (Singapore, China) and an obscurantist dictatorship (Hun Sen's Cambodia) (11 minutes).

  



__________________
Anonymous

Date:
Permalink   
 

Anonymous wrote:

Interview on French television channel TV5 Monde, 03 December 2017. Part I on the difference between an

enlightened authoritarianism (Singapore, China) and an obscurantist dictatorship (Hun Sen's Cambodia) (11 minutes).

  


ຄືໄດ້ຍິນວ່າເພິ່ນມາພະນົມເປັນແລ້ວ, ບໍ່ແມ່ນຫວາ?


__________________
Anonymous

Date:
Permalink   
 

สหรัฐระงับออกวีซ่าให้ชาวกัมพูชา "ที่ทำลายประชาธิปไตย"

DQYzHLQUIAArkN6.jpg

รัฐบาลวอชิงตันประกาศจำกัดการออกวีซ่าให้แก่พลเมืองกัมพูชาซึ่งมีพฤติกรรม "ต่อต้าน" ระบอบประชาธิปไตย ท่ามกลางความสัมพันธ์ระดับทวิภาคีอันตึงเครียด จากการที่สมเด็จฮุน เซน เดินหน้ากวาดล้างฝ่ายตรงข้ามทางการเมือง พฤหัสบดีที่ 7 ธันวาคม

news_oSYDTeagIo081807_533.jpg?v=20171207

 

สำนักข่าวต่างประเทศรายงานจากกรุงวอชิงตัน ประเทศสหรัฐอเมริกา เมื่อวันที่ 6 ธ.ค. ว่ากระทรวงการต่างประเทศสหรัฐออกแถลงการณ์ฉบับล่าสุดเกี่ยวกับสถานการณ์การเมืองภายในกัมพูชา เมื่อวันพุธ โดยยังคงเรียกร้องให้รัฐบาลพนมเปญทบทวนการใช้มาตรการกดดันฝ่ายตรงข้ามทางการเมือง ปล่อยตัวนายเกิม สุขา ผู้นำฝ่ายค้าน และอนุญาตให้ภาคประชาสังคมรวมถึงสื่อมวลชนกลับมาจัดกิจกรรมทางการเมืองตามกรอบของรัฐธรรมนูญอีกครั้ง

 

อย่างไรก็ตาม เพื่อเป็นการดำเนินการตอบโต้ "พฤติกรรมต่อต้านประชาธิปไตย"ที่ยังคงเกิดขึ้นในกัมพูชาในระหว่างนี้ นายเร็กซ์ ทิลเลอร์สัน รมว.กระทรวงการต่างประเทศสหรัฐ จึงมีคำสั่งบังคับใช้มาตรการจำกัดการเข้าเมืองสำหรับผู้ถือสัญชาติกัมพูชา "คนใดก็ตาม" ที่มีพฤติกรรม "เป็นอุปสรรค" ต่อกระบวนการประชาธิปไตย ซึ่งคำสั่งดังกล่าวมีผลครอบคลุมสมาชิกในครอบครัวของบุคคลเหล่านี้เช่นกัน หลังก่อนหน้านี้ไม่นานประกาศระงับงบประมาณสนับสนุนคณะกรรมการการเลือกตั้งแห่งชาติของกัมพูชาไปแล้ว

ขณะเดียวกัน แถลงการณ์ของกระทรวงการต่างประเทศสหรัฐระบุด้วยว่า นโยบายของรัฐบาลพนมเปญเข้าข่ายละเมิดข้อตกลงสันติภาพปารีสฉบับปี 2534 ที่รัฐบาลอวอชิงตันและกัมพูชา ร่วมด้วยอีก 17 ประเทศ ในการจัดตั้งองค์การบริหารชั่วคราวแห่งสหประชาชาติในกัมพูชา ( อันแทก ) เพื่อจัดการเลือกตั้งทั่วไปหลังผ่านพ้นยุคเขมรแดง ซึ่งถือเป็นครั้งแรกที่ยูเอ็นเข้าควบคุมการปกครองของรัฐอธิปไตย

ความเคลื่อนไหวดังกล่าวของสหรัฐมีขึ้นเพียงไม่กี่ชั่วโมง หลังสมเด็จฮุน เซน นายกรัฐมนตรีกัมพูชา ประกาศเตรียมดำเนินดคีทางกฎหมายข้อหาใหม่กับนายสม รังสี คู่ปรับทางการเมืองตลอดกาลซึ่งลี้ภัยอยู่ในต่างประเทศ ฐานเป็นกบฏด้วยการยุยงปลุกปั่นกองทัพให้ขัดคำสั่งของรัฐบาล ทั้งนี้ ศาลฎีกาในกรุงพนมเปญมีคำสั่งเมื่อเดือนที่แล้ว ให้ยุบพรรคกู้ชาติกัมพูชา ( ซีเอ็นอาร์พี ) ที่นายสม รังสี  ก่อตั้งร่วมกับนายเดิม สุขา และตัดสิทธิ์ทางการเมืองสมาชิกทั้ง 118 คน เป็นเวลา 5 ปี หมายความว่าการเลือกตั้งทั่วไปในปีหน้าจะเหลือพรรคใหญ่เพียงพรรคเดียวคือพรรคประชาชนกัมพูชา ( ซีพีพี ) ของสมเด็จฮุน เซน ซึ่งประกาศว่าการเลือกตั้งที่จะเกิดขึ้นต้องเป็นชัยชนะของเขาเท่านั้น หลังปกครองประเทศมายาวนานกว่า 30 ปี.



__________________


Member

Status: Offline
Posts: 20
Date:
Permalink   
 

 

ສະບັບພິເສດປະຈຳວັນທີ່ 07 12 2017

https://www.youtube.com/watch?v=Mf7B_KRfWQ4

ຕ້ອນຮັບ

ປະທານຫລວງແນວໂຮມເພຶ່ອ ສັນຕີພາບແລະ ຝຶ້້ນຟູຊາດ ເຈົ້າພວງສະຫວັດອະດີດ ຂ້າຮາຊການສາກົນ ທີ່ ສຫປຊຊ

ເຫັນດີນຳ ຄຳປາສັຍຂອງທ່ານໂອບາມາ ທີ່ ເວົ້າເຖີງ RECONCILIATION

 

-ການເມຶອງ 70ປີ ຂອງ ອມຮກ ຈາກTel Avivເຖີງ Jerusalem  

-Trumpຢູ່ກັບຄວາມໂດດດ່ຽວ

-Jerusalemເມື້ອງໃນລັກສະນະພີສດານຢູ່ກັບຄວາມຂັດແຍ້ງ ມີທັງ ຊາວຄຮີສ ມູສລີມ ຍີວ ແລະ armeniensຟູ່ໃນຮົ້ວສາສນາຮ່ວມກັນໄດ້

-ອົງມົງກູດຮາຊກຸມມານ ແຫ່ງອາຮາບບີ ສາມາດສະສາງເອົາເງີນເຂົ້າພະຄັງຮອດແສນລ້ານ ດຮ

-ຜູ້ຖືກກ່າວຫາກັບການສໍ້ໂກງ ຊັກຝອກເງີນ ແລະ.....ຍອມໂອນສັບສີນເຖີງ70%ຂອງຕົນໃຫ້ຮັຖ

-ທອງລູນ ນຍ ລາວແດງຄວນ ເອົາເປັນຕົວຢ່າງເພື່ອຍ່າງອອກຈາກ ການເປັນຄົນໄຂ້ແຫ່ງອາຊີອ່ອນເພັຍຂໍທານ

-ເຈົ້າພວງສະຫວັດ ປະທານແນວໂຮມ ເຫັນດີນຳຄຳປາສັຍຂອງ ທີ່ ໂອບາມາ ໃນວັນທີ່ 06092016 ທີ່ ວຈ

-ທ່ານເວົ້າ ແບບນີ້ເດີ

And this spirit of reconciliation is what brings me here today.

And this spirit of reconciliation is what brings me here today.

And this spirit of reconciliation is what brings me here today.

-ສະນັ້ນ ທ່ານນຍພົນສຸດໄຈ ພະຍາ ຄຳພັຍ ພະຍາສີທັດ  ມະຫາຜູຍ ກົສດາດີພີມມະສອນ ດຮ ຄຳໄຫລ ຄຳແພວ ເຊັງ ຍັງດາວ ຮີຊາຮສາຍສະຫມອນ ຄຳສີງ ສົມບູນ ສີດວີລັຍ ຍາເອື້ຶຍບູນຈັນ ທ່ານເລັກແກ້ວຫານາມ ອູດົງ ໂພສີ ຂະບວນການອຳນາດ ປຊຊ FREE LAO CAMPAIGNສາມທະການກ້າ ແລະ ກູ່ມອື່ນໆ........ຄວນຍ່າງຕາມຮອຍ ເຈົ້າພວງສະຫວັດນີ້ດ້ວຍ

-ພາກສາມ ພະເຈົ້າຢູ່ຫອຍ:ມີ ຮູ ເ ອົ າ ໄ ດ້  ບໍ່  ເ ອົ າ ແ ຕ່  ມີ ຫ າ ງ

-ນ້ອງເມັຍແຕ່ງງານ ແຕ່ ບໍ່ສາມາດ ນອນຄືນທຳອີດ ກົບຜົວຕົນເອງໄດ້

-ເທບພະເຈົ້າມີຈີງຫລື?? ເປັນຫຍັງ ຮາຊວົງເຖີງຖືກລົງໂທດ ຢ່າງໂຫດຮ້າຍທາຮູນທີ່ ສຸດ ຈາກ ກູ່ມມະຫາ500ໂຈນລາວແດງ??

.............................................................................................................................................................................................................

ວີທີ ເຂົ້າໄປຟັງງ່າຍໆ ໄປຫາGOOGLE ແລ້ວຕີ sieng serixonlao live stream

ຫລຶເຂົ້າໄປຟັງ ຖ່າຍທອດສົດ ON AIR ເວລາ19 H ທີ່ ເອິຮົບ ເວລາ13 h ທີ່ usa + Canada ແລະ 1ໂມງທີ່ ສປປລ https://www.youtube.com/channel/UCXbjgUUdxa1jRp_F0hCCbWQ

 

ວີທຍຸການເມຶອງແຫ່ງດຽວໃນໂລກລາວນອກຕ່າງແດນ

ທີ່ພຽງ2ເດືອນດຽວມີຄົນມາຮັບຂໍ້ມຸນທະລຸກ່ວະ9ມື່ນຄົນແລ້ວເດີ

 

https://www.youtube.com/watch?v=jee-i-1tOuo

 

SPETSNAZ 2KPM

ອອກອາກາດວັນທີ່ 04.10.2017

839ຄົນສະແດງແນວຄິດ

ลาว.โดนเวียดนาม ปล้นทรัพยากร แบบนี้ก็ได้หรอ.?

Laos to be robbed by Vietnam

ມີຄົນມາຟັງຮອດ 93.188 ຄົນແລ້ວຮອດ ວັນທີ່ 08 12 07ແລ້ວ

 

https://www.youtube.com/watch?v=UsDOTpWRZuw&t=245s#

 

ຄວາມຊົ່ວຂອງໄກສອນ

ມີຄົນເຂົ້າຟັງຮອດ 145 902 ຄົນແລ້ວນະ

ສຽງ ປະຊາຊົນລາວ

20.07.2013ຄວາມຊົ່ວຂອງໄກສອນ  ອອກອາກາດໄດ້4ປີແລ້ວເດີ

 

 

ກອງປະຊູມ ທີ່ ປາຮິສ ວັນທີ່04 11 17ມີມະຕີດັ່ງນີ້:

....ຈະ.ຮຶ້ຝຶ້ນທຸກສັນຍາທີ່ເປັນປະໂຍດ ແກ່ຊາດລາວເປັນຕົ້ນແມ່ນສັນຍາປອງດອງຊາດ ປິ 1973

....ຈະ.ຮຶ້ຝຶ້ນທຸກສັນຍາທີ່ເປັນປະໂຍດ ແກ່ຊາດລາວເປັນຕົ້ນແມ່ນສັນຍາປອງດອງຊາດ ປິ 1973

 

 

..........................................................................

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard